ແປກສາມຍອຍ

  1. ລະຫັດ: LT0641
  2. ຊື່ລາວ: ແປກສາມຍອຍ
  3. ຊື່ວິທະຍາສາດ: Pinus kesiya Royle ex Gordon
  4. ຕະກຸນ: PINACEAE
  5. ຊື່ການຄ້າ: PEAK SAM NGOY (LA) THREE NEEDLED PINE (TH), BENGUET PINE (PH,TH), KHASI PINE (TH), KHASIA PINE (TH), KHASYA PINE (VN), THONG (VN), PINE (VN), SRAL (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ແປກ ສາມຍອຍ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງເຖິງ 45 ມ. ລຳຕົ້ນ ຊື່, ເຮືອນຍອດຮູບທໍ່ກົມ, ມີຢາງ. ເປືອກ ເປືອກນອກ ເມື່ອອາຍຸແກ່ ແຕກຕາມທາງຍາວຂອງລຳຕົ້ນ, ສີນໍ້າຕານອົມແດງ ຫຼື ສີນໍ້າຕານອົມສົມພູ່ອ່ອນ, ເປືອກໃໃນ ສີ ນໍ້າຕານແດງ. ໃບ ຮູບເຂັມ ອອກເປັນຈຸ້ມ ແຕ່ລະຈຸ້ມ ມີ 3 ໃບຍ່ອຍ, ເຊິ່ງລວມກັນເປັນກຸ່ມ ແຕ່ລະກຸ່ມມີກາບຫຸ້ມກຸ່ມໃບ, ລຽງໃບແບບວຽນສະຫລັບຮອບກິ່ງ (Spiral) ກຸ່ມໃບຈະໜາແໜ້ນບໍລິເວນປາຍກິ່ງ, ໃບແກ່ເຕັມທີ່ຈະມີຄວາມຍາວ 10-25 ຊມ. ໃບສີຂຽວເຂັ້ມ ແລະ ນ້ອຍກວ່າແປກສອງໃບ. ດ້ານໜ້າຕັດຂອງໃບຈະມີລັກສະນະເປັນຮູບເຄິ່ງວົງກົມ, ຈະມີປ່ອງອາກາດຢູ່ຕາມທັງສອງຫນ້າຂອງໃບ. ໂຄນດອກ ໂຄນເພດຜູ້ ແລະ ເພດແມ່ຢູ່ຄົນລະກຸ່ມ ແຕ່ຢູ່ຕົ້ນດ່ຽວກັນ, ໂຄນເພດຜູ້ ຮູບຄ້າຍຄືຫາງກະຮອກ ອອກເປັນກຸ່ມຢູ່ປາຍກີ່ງ, ສີເຫຼືອງຈືດ, ໂຄນເພດແມ່ອອກດ່ຽວ ຫຼື ເປັນຄູ່, ຮູບໄຂ່ ຫຼື ຮູບຈວຍ. ແກ່ນ ຮູບໄຂ່, ມີປີກບາງຮູບຂອບຂະໜານ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ແປກສາມຍອຍ ມີສີນໍ້າຕານອ່ອນ ຫຼື ເຫຼືອງ ມີລາຍສີເຂັ້ມກ່ວາສີພື້ນ, ສ້ຽນຊື່ ເນື້ອໄມ້ລະອຽດ.  ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີທໍ່ນໍ້າຢາງ (ນໍ້າມັນ) ເປັນຈຸດຂາວໆກະຈາຍຢູ່ທົ່ວໜ້າຕັດ, ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ, ເສັ້ນ (Ray) ເຫັນຊັດເຈນ ແລະ ບໍ່ສາມາດເຫັນ ພາເຣງຄິມາ.

  1. ການນໍາໃຊ້: ເປັນເນື້ອໄມ້ອອ່ນ ແລະ ເບົາຖືກນໍາໃຊ້ເປັນໄມ້ທອ່ນເຄື່ອງມືແລະການກໍ່ສ້າງ ເຮືອນເຮັດກັບໄມ້ຂີດໄຟ ແລະ ເຈ້ຍເຮັດເຮືອເຮັດວົງກົບສຳລັບຕົ້ນໄມ້ໃຫ່ຍແລະເຕີບໂຕຊ້າມັນພະລິດແປກແດງ ແລະ ຖືກສົ່ງຂາຍຕາມຕະຫລາດທ້ອງຖິ່ນເຮັດເຄື່ອງເຟີນີເຈີເສົາໄຟຟ້າຊົ່ວຄາວບາງເທື່ອໃຊ້ເຮັດຟືນດັງ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ແປກສາມຍອຍນີ້ພົບເຫັນໃນປ່າດົງດີບຊຸ່ມຊື່ນເຂດສູງ, ພູພຽງ, ປ່າໄມ້ໃບເຂັມເຂດພູສູງ, ເປີ້ນພູ ແລະ ຮ່ອມພູເຂດສູງ, ຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 1000-2300ມ ຫາຍາກ 800 ມ.
  3. ການກະຈາຍພັນ: ອິນເດຍ, ຈີນ, ມ້ຽນມາ, ໄທ, ຫວຽດນາມ,ກຳປູເຈຍ, ມາເລເຊຍ, ຟີລິນປິ່ນ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫຼວງນໍ້າທາ, ຫົວພັນ, ຊຽງຂວາງ, ສາລະວັນ, ເຊກອງ ແລະ ອັດຕະປື.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ຍັງພົບເັຫນທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ແປກສາມໃບ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ຈຸກໜຶ່ງມີສາມໃບຍ່ອຍເປືອກສີ ນໍ້າຕານອົມແດງ, ເປັນເກັດຂ້ອນຂ້າງລຽບກວ່າແປກສອງໃບ
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Conifers of Vietnam

Gymnosperm of Laos

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://padme.rbge.org.uk/laos/list/Pinaceae

 

 

Leave a Reply

Your email address will not be published. Required fields are marked *