tmladmin

1 9 10 11

ລໍ້ານ້ອຍ

  1. ລະຫັດ: LT0013
  2. ຊື່ລາວ: ລໍ້ານ້ອຍ, ໝາກລໍ້າ
  3. ຊື່ວິທະຍາສາດ: Adenanthera microsperma & Binn.
  4. ຕະກຸນ: FABACEAE
  5. ຊື່ການຄ້າ: LAM NOY (LA), MUNTREY (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 5–20 ມ. ລຳຕົ້ນກົມ, ເປືອກສີນ້ຳຕານປົນສີຂາວ. ໃບປະສົມແບບຂົນນົກສອງຊັ້ນ, ໃບຍ່ອຍມີ 4–7 ຄູ່, ໃບຍ່ອຍຈັບແບບ​ສະຫຼັບ, ຮູບຂອບຂະໜານ, ຮູບໄຂ່, ຮູບ​ຮີ, ໂຄນໃບບ້ຽວ, ຂອບໃບລຽບ, ປາຍໃບມົນ ຫຼື ຕັດ. ຊໍ່ດອກແບບຮວງເຂົ້າປະສົມ, ອອກເປັນກຸ່ມຢູ່ງາມໃບໃກ້ຍອດ ຫຼື ປາຍຍອດ. ດອກສີຂາວ ເມື່ອແກ່ສີເຫຼືອງ. ໝາກເປັນຝັກແປ, ມ້ວນກຽວ. ແກ່ນມີແດງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ໝາກລໍ່າມີ ສີເຫຼືອງ ຫາສີນໍ້າຕານອ່ອນ ອົມມ່ວງ, ສ້ຽນສົນ ແລະ ເປັນຄື້ນເລັກໜ້ອບ, ເນື້ອໄມ້ຂ້ອນຂ້າງຫຍາບ ແລະ ແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ພໍຣ໌ແຝດເລັກນ້ອຍ, ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງ ພາຍໃນມີສານສະກັດ ແບບ Tylose ແລະ, ເສັ້ນ (Ray) ເຫັນຊັດເປັນເສັ້ນແລບໆຖີ່ໆ, ພາເຣງຄິມາ (Parenchyma) ແບບປີກ ແລະ ປີກຕໍ່ (Aliform and Aliform confluent Parenchyma)ສາມາດເຫັນໄດ້ດ້ວຍຕາເປົ່າ.

  1. ການນໍາໃຊ້: ເປັນພືດທີ່ມີເນື້ອໄມ້ແຂງ ທົນທານ, ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີ ຫຼື ແກະສະຫຼັກຕ່າງໆ, ຍອດສາມາດກິນໄດ້.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 1,000 ມ.
  3. ການກະຈາຍພັນ: ພົບໃນປະເທດຈີນ, ມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ອິນໂດເນເຊຍ. ສໍາລັບ ສປປ ລາວ ພົບເຫັນເກືອບທົ່ວປະເທດ.
  4. ສະພາບການອະນຸລັກ: ເປັນໄມ້ທີ່ຈັດເປັນ LC ຂອງ Red list of IUCN. ປັດຈຸບັນໄດ້ນໍາໄປໃຊ້ເຮັດ ເຄື່ອງເຟີນີເຈີຕ່າງໆ ແລະ ໃບອ່ອນສາມາດກິນໄດ້.
  5. ໝາຍເຫດ: ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບປະສົມແບບຂົນນົກສອງຊັ້ນ. ຊໍ່ດອກແບບຮ່ວງເຂົ້າປະສົມ. ແກ່ນສີແດງ.
  6. ເອກະສານອ້າງອີງ

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Leguminosae/Adenanthera

https://www.iucnredlist.org/search?query=Adenanthera%20microsperma&searchType=species

http://www.efloras.org/florataxon.aspx?flora_id=2&taxon_id=242301048

http://www.plantsoftheworldonline.org/taxon/urn:lsid:ipni.org:names:960920-1

 

ກ່ວມ​ໃບ​ຫ້າ​ແສກ

  1. ລະຫັດ: LT0006
  2. ຊື່ລາວ: ກ່ວມ​ໃບ​ຫ້າ​ແສກ
  3. ຊື່ວິທະຍາສາດ: Acer campbellii f. & Thomson ex Hiern
  4. ຕະກຸນ: SAPINDACEAE
  5. ຊື່ການຄ້າ: KOUAM KHAO, KOUAM KHAO CAM
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງເຖິງ 15 ມ. ລຳຕົ້ນກົມ, ເປືອກສີເທົາ, ກິ່ງງ່າອອກສີມ່ວງປົນສີຂຽວ, ກ້ຽງ, ມີຮອຍແຕກ. ໃບດ່ຽວ, ຈັບແບບສະຫຼັບ, ຫຼົ່ນງ່າຍ, ຜົວໃບດ້ານເທິງກ້ຽງ, ຜິວໃບກ້ານລຸ່ມມົນເຖິງເກືອບກ້ຽງ, ໂຄນໃບຮູບຫົວໃຈ, ມົນ, ຮູບຫຼິ່ມ ຫຼື ຕັດ, ຂອບໃບເປັນແສກ, ມີ 5 ແສກ, 7 ແສກ ຫຼື ມີ 9 ແສກ, ແສກໃບເລິກເທົາກັບ ½ ຂອງແຜ່ນໃບ, ແສກໃບຮູບຫອກ ຫຼື ຮູບໄຂ່ເຖິງຮູບຂອບຂະໜານ, ປາຍໃບຮຽວແຫຼມ. ກ້ານໃບອອກສີຂຽວ ຫຼື ສີມ່ວງ. ຊໍ່ດອກແບບກະຈຸກ, ອອກຢູ່ປາຍຍອດ. ກາບດອກມີ 5 ກາບ, ກີບດອກມີ 5 ກີບ, ສີເຫຼືອງປົນສີຂຽວ. ເກສອນຜູ້ມີ 8 ອັນ. ເຕົ້າໄຂ່ມີ ຂົນໜາ      ແໜ້ນ. ໝາກມີປີກ, ໝາກແຫ້ງສີເຫຼືອງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ລັກສະນະເນື້ອໄມ້ຊ່າຝ້າຍ ມີສີຂີ່ເທົ່າປົນສີນ້ຳຕານ, ມີລາຍເຫັນຊັດເຈນກວ່າສີພື້ນ, ສ້ຽນຊື່, ເນື້ອໄມ້ຂ້ອນຂ້າງຫຍາບຊາ. ລັກສະນະໂຄງສ້າງເນື້ອໄມ້ໃນ​ດ້ານ​ໜ້າ​ຕັດ​ຂວາງ ຈຸລັງ Vessels ມີ​ຂະ​ໜາດ​ນ້ອຍ​ເຊີ່ງ​ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ,  ກະຈາຍແບບ Diffuse porous wood (ບໍ່ເຫັນວົງປີ​), ​ການຮຽງຕົວແບບຂອງ​ຈຸລັງ Vessels ເປັນ​ແບບ​ດ່ຽວ (Solitary) ແລະ ແບບ​ແຝດ (Multiple), ຢູ່ພາຍໃນ​ຈຸລັງ Vessels  ມີສານສະກັດ Tylose ບັນຈຸຢູ່ Vessels ໃນ​ບາງຈຸ​ລັງ. ຈຸລັງ Parenchyma ​ທີ່​ມີ​ໃນ​ໄມ້​ຕີ້ວມ່ອນເປັນ​ແບບຕິດພັນກັບ Vessel ​ໃນຮູບແບບອ້ອມ​ຮອບ​ກັບ (Vasicentric), ຈຸລັງ Ray ສາ​ມາດ​ເຫັນຊັດເຈນໃນ ກ້ອງ Macroscope LED Light.

  1. ການນໍາໃຊ້: ການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ໃຊ້ເປັນພືດປະດັບ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 1,000–2,600 ມ.
  3. ການກະຈາຍພັນ: ພົບຢູ່ປະເທດຈີນ, ອິນເດຍ, ບູຖານ, ມ່ຽນມ້າ, ຫວຽດນາມ, ເນປານ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງໄຊສົມບູນ, ຄຳມ່ວນ.
  4. ສະພາບການອະນຸລັກ:. ເປັນໄມ້ທີ່ປະເມີນເປັນ LC ຂອງ Red list of IUCN. ພົບເຫັນຫຼາຍຕາມເຂດປ່າດົງດິບ, ປ່າປະສົມ ແຕ່ໃນປັດຈຸບັນຈຳນວນປະຊາກອນໃນທຳມະຊາດແມ່ນເລີ່ມໜ້ອຍລົງ ເນື່ອງຈາກວ່າສັງຄົມກຳລັງເລີ່ມນຳໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ.
  5. ໝາຍເຫດ: ພືດຊະນິດນີ້ສາມາດຈຳແນກໄດ້ງ່າຍເຊັ່ນ ປະສົມແບບຂົນນົກ, ມີ 2–4 ຄູ່, ໃບຍ່ອຍມີ 4–6 ໃບ, ໂຄນໃບບ້ຽວເຖິງຕັດ, ຊໍ່ດອກແບບກະຈຸກແຕກແໜງ, ດອກສີຂາວ, ເກສອນຜູ້ມີປະມານ 25 ອັນ, ເຕົ້າໄຂ່ກ້ຽງ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.efloras.org/florataxon.aspx?flora_id=2&taxon_id=200012938

https://padme.rbge.org.uk/laos/list/Sapindaceae/Acer

http://powo.science.kew.org/taxon/urn:lsid:ipni.org:names:56621-1)

 

ກໍ່ແຄະ

  1. ລະຫັດ: LT0699
  2. ຊື່ລາວ: ກໍແຄະ
  3. ຊື່ວິທະຍາສາດ: Quercus serrata
  4. ຕະກຸນ: FAGACEAE
  5. ຊື່ການຄ້າ (Trade names): NYAN (MM), KOR KHEA (LA)
    Common names: Bao Li
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນສູງ, ສູງ 20 ມ, ໜ້າຕ້າງ 15 ຊມເປັນໄມ້ຢືນຕົ້ນຜັດປ່ຽນໃບຂະໜາດໃຫຍ່, ລໍາຕົ້ນຊື່ ແລະເປັນເຮືອນຍອດແຫຼມ. ເປືອກເປັນສີດຳ ແລະ ມີຮອຍແຕກ. ໃບ: ໃບດ່ຽວຮຽງສະລັບ, ໃບມີຮອຍແຕກຕາມໃບທັງໝົດຂອງໃບ, ແຜ່ນໃບຮູບຮີແຄບ, ຮູບໄຂ່, ຮູບໄຂ່ຫອກ, ຫຼື ຮູບໄຂ່ປີ້ນ, ເປັນໜັງບາງ, ມີຂົນຕິດກັນເວລາຍັງອ່ອນ,  ໃບອ່ອນສີແດງ, ໃບແກ່ຂຽວເຂັ້ມ, ຂອບໃບເປັນແຂ້ວເລື່ອຍ, ປາຍໃບສ້ວຍແຫຼມຫາແຫຼມ. ໃນລະຫວ່າງລະດູແລ້ງໃບຈະຫຼົ່ນໃນທ້າຍເດືອນມັງກອນ. ດອກ:  ເປັນຊໍ່ດອກຜູ້ ແລະ ແມ່, ໃບຍ່ອຍບໍ່ມີກ້ານດອກຍ່ອຍ;  ກ້ຽງບໍ່ມີຂົນ ກາບໃບເປັນພວງ,  ໃບຊ້ອນດອກເປັນຮູບສາມລ່ຽມ, ເປັນຮູບແຂບ, ໃບ ແລະ ດອກ ຈະເກີດຂຶ້ນອີກໃນເດືອນ ກຸມພາ ແລະ ມີນາ. ໝາກ: ໝາກເປັນຮູບໄຂ່ຫາຮູບໄຂ່ກົມ,  ມີ ໜາມ ແລະ ໝາກມີສີນໍ້າຕານ, ແດງປົນສີນໍ້າຕານ.  ການອອກໝາກ: ເດືືອນພະຈິກ-ເດືອນທັນວາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ກໍ່ແຄະມີສີເທົາ ສ້ຽນຊື່. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore),  ແບບພໍຣ໌ chain, and oblique ການກະຈາຍເປັນແບບມີວົງປີ (Ring porous), ພໍຣ໌ມີຂະໜາດໃຫຍ່ໃນຕົ້ນປີແຕກໂຕນເຂດເນື້ອໄມ້ ທ້າຍລະດູ, ເສັ້ນ (Ray) ເຫັນຊັດເຈນ ເປັນເຣທີ່ມີຫຼາຍແຖວເປັນແຖບໃຫຍ່ ສະຫຼັບກັບເຣທີ່ເປັນເສັ້ນແລບໆ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບຮອບພໍຣ໌ (Vasicentric Parenchyma) and ພາເຣງຄິມາ ແບບ Fine line Parenchyma ແຕ່ບາງຄັ້ງບໍ່ຕໍ່ເນື່ອງ.

 

  1. ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ໄມ້ຊະນິດນີ້ເປັນໄມ້ຟືນ. ໄມ້ທ່ອນສາມາດນຳໃຊ້ເປັນພື້ນທີ່ປູກເຫັດໄດ້. ໃບ, ເປືອກ, ແກ່ນ, ຖ້ວຍແກ່ນຫຼືຕ່ອມຂົມທີ່ຜະລິດມາຈາກແມງໄມ້, ຕົ້ມເປັນຢາແກ້ໄຂ້, ມີການຕ້ານເຊື້ອແບັກທີເລຍ, ຕ້ານເຊື້ອລາ, ຂ້າເຊື້ອໂລກ, ຮັກສາອາການຊຶມເຊື້ອ ແລະ ຮັກສາໂລກເລືອດອອກ. ພາຍນອກ, ມັນຖືກໃຊ້ເປັນນໍ້າຢາບ້ວນປາກເພື່ອປິ່ນປົວບັນຫາເຈັບແຂ້ວ ຫຼື ເຫືອກ ແລະ ໃຊ້ທາໃສ່ຫົວເປັນຢາລ້າງບາດແຜ,  ບັນຫາຜິວໜັງຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນທົ່ວໄປຢູ່ໃນປ່າໂຄກແຫ້ງແລ້ງ ແລະ ປະສົມປະສານ, ມີດິນໜຽວ ແລະ ດິນອຸດົມສົມບູນ. ມັນເກີດຂຶ້ນຢູ່ໃນພື້ນທີ່ຮາບພຽງ ຫຼື ບໍ່ເປັນຄື້ນທີ່ມີຄວາມຊຸ່ມຂອງດິນປານກາງ ແລະ ເກີດຮ່ວມກັບ Pinus kesiya, Keteleeria evelyniana, Schima wallichii ແລະ Quercus griffithii.  ມີຄວາມສູງຈາກລະດັບນໍ້າທະເລ 1155 ມ.
  3. ການກະຈາຍພັນ:  ແມ່ນຊະນິດທີ່ພົບເຫັນຢູ່ ປະເທດເຂດອາຊີຕາເວັນອອກ, ຫວຽດນາມ, ພາກໃຕ້ຂອງ ສປ ຈີນ, ພາກໃຕ້ຂອງອິນເດຍ, ພາກກາງຂອງບັງກະລາເດັດ, ຍີ່ປຸນ ແລະ ເກົາຫຼີ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຊຽງຂວາງ, ຫົວພັນ ແລະ ບໍລິຄໍາໄຊ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ ? ຂອງ Red list of IUCN.
  5. ໝາຍເຫດ: ຈະສັງເກດເຫັນໄດ້ ຂອບໃບເປັນແຂ້ວເລື່ອຍ, ປາຍໃບສ້ວຍແຫຼມຫາແຫຼມ. ໃນລະຫວ່າງລະດູແລ້ງໃບຈະຫຼົ່ນໃນທ້າຍເດືອນມັງກອນ, ກ່າງຂັ້ນສອງ 7-12 ເສັ້ນຢູ່ແຕ່ລະດ້ານຂອງກ່າງກາງເຫັນຊັດເຈນ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.efloras.org/florataxon.aspx?flora_id=2&taxon_id=210001865

http://temperate.theferns.info/plant/Quercus+serrata

https://www.phakhaolao.la/en/kb/0000226

http://powo.science.kew.org/taxon/urn:lsid:ipni.org:names:325819-2

http://cpthunberg.ebc.uu.se/photos/upper/middle/22459.jpg

ກໍ່ຫີນຂີ້ໝູ

  1. ລະຫັດ: LT0206
  2. ຊື່ລາວ: ກໍ່ຫີນຂີ້ໝູ
  3. ຊື່ວິທະຍາສາດ: Castanopsis piriformis Hickel & A.Camus
  4. ຕະກຸນ: FAGACEAE
  5. ຊື່ການຄ້າ (Trade names): KHOS (KH), KOR HIN KHI MOU (LA)

Common names:

  1. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນສູງ 15 ມ, ເປືອກສີຂຽວປົນສີນໍ້າຕານ ຫຼື ສີຂຽວປົນສີຂີ້ເຖົ່າ, ແຕກເປັນສະເກັດ, ເປືອກທາງໃນສີນໍ້າຕານ ຫຼື ສີບົວອ່ອນ. ໃບ: ໃບດ່ຽວ, ຮຽງສະລັບ ເປັນຮູບຮີ ຫຼື ຮູບຂອບຂະໜານ, ຂອບໃບລຽບ, ປາຍໃບແຮວແຫຼມ, ຜິວໃບກ້ຽງ, ໜ້າໃບສີຂຽວເຂັ້ມເປັນມັນເຫຼື້ອມ, ຫຼັງໃບສີຈາງໆອອກທອງ, ກ້ານໃບງໍເລັກນ້ອຍ. ດອກ: ຊໍ່ດອກອອກເປັນກະຈູກ, ດອກຍ່ອຍບໍ່ມີກ້ານດອກ ດອກມີກິ່ນ, ລົ່ນງ່າຍ, ຊໍ່ດອກແຍກຊໍ່ ຫຼື ຮ່ວມຊໍ່, ຊໍ່ດອກເພດແມ່ຢູ່ກົກຊໍ່, ຊໍ່ດອກເພດຜູ້ຢູ່ປາຍ ແລະ ແຕກຂະແໜງຫລາຍ, ປາຍຍອດເກສອນແມ່ມີ 3 ອັນ. ການອອກດອກ: ເດືອນກັນຍາ-ເດືອນທັນວາ. ໝາກ: ໝາກເຊື່ອມຕໍ່ກັນເປັນກຸ່ມ, ໝາກແກ່ແຂງ, ຜິວກ້ຽງຮູບກົມ ຫຼື ສ້ວຍຮີ ຄ້າຍຮູບໝາກຂ້າງ. ການອອກໝາກ: ເດືືອນມີຖຸນາ-ເດືອນກັນຍາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ ແລະ ແກນໄມ້ມີຄວາມແຕກຕ່າງກັນເລັກນ້ອຍ. ມອກໄມ້ມີສີຈາງກວ່າ ເປັນສີນໍ້າຕານອ່ອນໆ ປົນເຫຼືອງ ແກນໄມ້ມີສີນໍ້າຕານປົນເຫຼືອງ ແລະ ມີສີເທົາປົນເຫລືອງ ເມືີ່ອແຫ້ງມີສີນໍ້າຕານເຂັ້ມຂຶ້ນ ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ກ້ຽງດີ ສະໝໍ່າສະເໝີ ເປັນໄມ້ສ້ຽນຫາສ້ຽນສົນເລັກນ້ອຍ. ຄຸນສົມບັດດ້ານແຮງກົ່ງ: 1172 kg/cm2, ຄວາມໜາແໜ້ນ: 800 kg/m3 ແລະ ຄວາມທົນທານຕາມມະຊາດ: 7 ປີ

ຈຸລັງ Vessels ມີຂະໜາດປານກາງ ມີຈໍານວນຫລາຍກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ແລະ radial multiple of 2 (2-3) ພາຍໃນມີສານສະກັດແບບ Tylose ມີຢູ່ບາງຈໍານວນ. ຈຸລັງ Parenchyma ຮຽງຕົວແບບ Paratracheal scanty, Unilaterally, vasicentric ຫາ Aliform ແລະ ແບບ Apotracheal diffuse. ຈຸລັງ Rays ມີລັກສະນະ Uniseriate rays 1-7

  1. ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ເຂົ້າໃນການກໍ່ສ້າງຕ່າງໆ, ໝາກກິນໄດ້.
  2. ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ, ປ່າປະສົມ, ປ່າຜັດປ່ຽນໃບ, ປ່າດົງດິບ, ດິນປົນຫີນ ທີ່ມີຄວາມສູງຈາກລະດັບນໍ້າທະເລ 239 ມ ຂື້ນໄປ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ, ໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່: ເຂດພາກເໜືອ ແລະ ແຂວງ ສະຫວັນນະເຂດ ແລະ ແຂວງ ຄໍາມ່ວນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດບໍຢູ່ບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
  5. ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍຊໍ່ດອກອອກເປັນກະຈູກ, ໝາກເຊື່ອມຕໍ່ກັນເປັນກຸ່ມ ກາບຫຸ້ມໝາກສີຂຽວອ່ອນ ຜິວກາບໝາກມີເສັ້ນໂຄ້ງໄປມາ 3-4 ​ເສັ້ນ.
  6. ເອກະສານອ້າງອີງ

http://www.dnp.go.th/botany/PDF/publications/saranukrom.pdf

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Fagaceae

http://www.plantsoftheworldonline.org/taxon/urn:lsid:ipni.org:names:358430-1

http://www.phargarden.com/main.php?action=viewpage&pid=202  

Flora of Thailand and volume Nine Part Three

 

ແຄນຝ້າຍ

  1. ລະຫັດ: LT0468
  2. ຊື່ລາວ: ແຄນຝ້າຍ
  3. ຊື່ວິທະຍາສາດ: Hopea recopei Pierre
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): CHAN PHU (TH), KHEAN FAI (LA)
    Common names:
  1. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນລຳຕົ້ນຊື່, ສູງເຖິງ 30 ມ, ເປືອກເປັນເກັດໆ, ສີນໍ້າຕານອົມສີຂີ້ເຖົ່າ, ມີຮອຍແຕກເປັນຮອງ. ດ້ານນອກເປືອກໜາ. ກິ່ງ-ງ່າ ປົກຫຸ້ມດ້ວຍຂົນສັ້ນ ແລະ ອອ່ນນຸ້ມ. ໃບ ເປັນໃບດ່ຽວ ຮູບຂອບຂະໜານ, ກົກໃບມົນ ແລະ ບ້ຽວ, ເນື້ອໃບໜາ, ກ້ານໃບມີຂົນຫ່າງໆ. ດອກ: ຈັດເປັນພວງສັບສົນ; ພວງດອກບໍ່ມີຂົນ. ກ້ານສັ້ນ, ກີບດອກຮູບຍາວບິດບ້ຽວ, ເກສອນຈໍານວນ 10 ອັນ; ກ້ານເກສອນຕິດເຂົ້າກັນເປັນຫລອດ, ກ້ານເກສອນບໍ່ມີປາຍ, ຄໍເຕົ້າໄຂ່ຝັງຢູ່ຫົ້ງຊຶ່ງເປັນຈຸດປາຍຂອງເຕົ້າໄຂ່. ໝາກ ມີຮູບສ້ວຍຢູ່ສອງສົ້ນ, ກາບດອກຂະຫຍາຍຕົວເປັນປີກໝາກ. ປີກໃຫຍ່ເວລາອອ່ນອອກສີແດງເຂັ້ມ, ບໍ່ມີຂົນ  ການອອກໝາກ: ເດືືອນມີນາ-ເດືອນກໍລະກົດ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ແຄນຝ້າຍ ມີສີນໍ້າຕານອົມເຫຼືອງ ຫຼື ອົມຂຽວ, ສ້ຽນສົນເລັກນ້ອຍ, ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ຄ້າຍຄືເນື້ອໄມ້ແຄນເຮືອຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ສ່ວນໃຫຍ່ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບແຝດ (Multiple pore), ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດກາງ ພາຍໃນມີ Tylose ເປັນບາງພໍຣ໌, ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນໃຫຍ່, ພາເຣງຄິມາ (Parenchyma) ແບບປີກ (Aliform Parenchyma) ແລະ ແບບເປັນເສັ້ນ. ມີທໍ່ຢາງຕໍ່ລຽງເປັນແລວຕັດເສັ້ນເຣ.

  1. ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງ ເຮືອນ, ເສົາ, ຄົກມອງ ແລະ ນໍາໃຊ້ເຮັດເປັນໄມ້ແກະສະຫຼັກ.
  2. ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າຕືບເຂດຕໍ່າ ມີຄວາມສູງຈາກກລະດັບນໍ້າທະເລ 100-300ມ.
  3. ການກະຈາຍພັນ: ປະເທດໄທ, ກໍາປູເຈັ້ຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ແຂວງ ຈຳປາສັກ,
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ En ຂອງ Red list of IUCN.
  5. ໝາຍເຫດ: ປີກໝາກອອກສີແດງ, ມີຮູບຊົງຄ້າຍຄືດອກ ຄ້າຍຄື ໄມ້ຊີ
  6. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997

Forest Research Institute Malasia, (2019). Equivalent Timber Name in Asian.

https://www.google.com/search?

https://padme.rbge.org.uk/laos/list/Dipterocarpaceae/Hopea

https://www.google.com/search?q=hopea+recopei+pierre&client=firefox-b-d&sxsrf=ALeKk033JlF2ynk3rFfMq6HdIPp35JU7HA:1629878520415&source=lnms&tbm=isch&sa=X&ved=2ahUKEwj2zvHR2svyAhXZAogKHdegCMsQ_AUoAXoECAEQAw&biw=1025&bih=497#imgrc=1dnVKP3L_E0AdM

ແຄນຫີນສະແອນ

  1. ລະຫັດ: LT0467
  2. ຊື່ລາວ: ແຄນຫີນສະແອນ
  3. ຊື່ວິທະຍາສາດ: Hopea pierrei
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): GIAM (VN), KIENKIEN (VN), TA KHIAN RAK (TH), TAKHIAN-RANK (VN), MERAWAN (VN), KHEAN HIN SA EIN (LA)
    Common names:  Merawan
  1. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
    • ລັກສະນະໂຄງສ້າງພາຍນອກ

    ໄມ້ຕົ້ນ, ສູງ 15-20 ມ, ປຸ້ມໃບມົນ, ມີປີກຮາກ, ເປືອກແຕກເປັນສະເກັດຕາມຍາວ. ກິ່ງ-ງ່າ: ບໍ່ມີຂົນ.  ໃບ: ຮູບໄຂ່ຫາຮູບໄຂ່-ຮູບສ້ວຍປາຍມົນ, ກົກໃບມົນ, ປາຍໃບແຫຼມ, ກ່າງກາງຫຼຸບເບິ່ງຢູ່ດ້ານໜ້າ, ມີຕຸ່ມແຂງຕາມໃບ. ດອກ: ຈັດເປັນພົ້ວສັບສົນ, ດອກມີກ້ານສັ້ນໆ, ກີບດອກຮູບຍາວບິດບ້ຽວ. ເກສອນຈໍານວນ 15, ກ້ານເກສອນຕິດກັບກີບດອກຢູ່ສ່ວນຕີນ, ຄໍເຕົ້າໄຂ່ສັ້ນຫລາຍ. ການອອກດອກ: ເດືອນ-ເດືືອນ ໝາກ: ຮູບໄຂ່-ຮູບສາມປາຍແຫຼມ, ບໍ່ມີຂົນ; ປີກໝາກປີກຍາວ, ຮູບສ້ວຍປາຍມົນຮູບກ້ານບ່ວງ, ປີກນ້ອຍ ປາຍສ້ວຍມັກຈະແອນອອກຂ້າງນອກ. ການອອກດອກ: ເດືອນ

    • ລັກສະນະໂຄງສ້າງພາຍໃນເນື້ອໄມ້

                                    

    ລັງ Vessels ມີຂະໜາດ 25mm ເຖິງ 20 ມີຈໍານວນແຜ່ກະຈາຍເປັນຮ່ອງແບບ Wood diffuse porous.ຈຸລັງ Vessels 2 mm ນ້ອອຍກວ່າ 6 (ທີ່ຫາຍາກ(ບໍ່ຄ່ອຍມີ)).ຈຸລັງ Vessels ເປົ້າຕາໜ່າງລັງສີ ແລະ / ຫຼື foraminate. ແຜ່ນລຽບໆ ຂອງ perforation. ບາງຄັ້ງແຜ່ນລຽບໆຂອງ perforation  ເປັນທະວີຄູນ. Intervessel pits ຂະຫນາດກາງ, 7 ຫາ 10 micras. Intervessel pits ຂະຫນາດໃຫຍ່, ບາງຄັ້ງຄາວ parenchyma ຕັດແກນໃນລຽບແຄມຫລືໃນແຖບທີ່ເບິ່ງຄືວ່າຂອບລຽບ. Paratracheal axial parenchyma scanty ແລະ / ຫຼື vasicentric. 5 ຫາ 8 ຈຸລັງຕໍ່ strand parenchyma. ບາງຄັ້ງຄາວ parenchyma ຕັດທາງກົງໃນວົງແຄບສຸດສາຍເຖິງ 3 ຈຸລັງກວ້າງ.

  2. ການນໍາໃຊ້: ເພິ່ນນິຍົມນໍາໃຊ້ເຂົ້າໃນການປຸກສ້າງ ເຮັດຂົວ, ບ້ານເຮືອນ (ເຮັດຂື່, ເສົາ, ໄມ້ຄໍ້າ). ນໍ້າຢາງທີ່ໄດ້ມາຈາກຕົ້ນໄມ້ແມ່ນໃຊ້ ສຳລັບໃຊ້ດັງໄຟ.
  1. ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຢູ່ຕາມປ່າບ່ອນສູງເຖິງ 1000 ມ. ເຊິ່ງພົບໃນປ່າດົງດິບຕໍ່າໃນພື້ນທີ່ທີ່ມີດິນຊາຍ, ແລະ ຍັງມີຢູ່ໃນປ່າດົງດິບ.
  2. ການກະຈາຍພັນ: ອາຊີຕາເວັນອກສຽງໃຕ້, ໄທ, ກໍາປູເຈຍ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ຟິລິບປິນ ສໍາລັບ ສປປ ລາວ ພົບເຫັນຢູ່ ຊຽງຂວາງ, ບໍລິຄໍາໄຊ ແລະ ຈໍາປາສັກ.
  3. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ En ຂອງ Red list of IUCN.
  4. ໝາຍເຫດ: ສັງເກດໄດ້ງ່າຍ; ມີປີກຮາກ ແລະ ຕົ້ນນ້ອຍມີຮາກຄໍ້າ, ປີກໝາກຄືຮູບກ້ານບ່ວງ.
  5. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.

https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).

Forest Research Institute Malasia, (2019). Equivalent Timber Name in Asian.

https://www.doa.go.th/pvp/wp-content/uploads/2020/04/woods-identification.pdf

http://www.tropicaltimber.info/specie/merawan-hopea-pierrei/

http://tropical.theferns.info/viewtropical.php?id=Hopea+pierrei

https://www.dnp.go.th/botany/PDF/publications/ThreatenedPlantsInThailand.pdf

https://padme.rbge.org.uk/laos/list/Dipterocarpaceae

https://www.google.com/search?

https://www.mybis.gov.my/sp/39198

1 9 10 11