tmladmin
ຂົມຝາດ
- ລະຫັດ: LT0123
- ຊື່ລາວ: ຂົມຝາດ
- ຊື່ວິທະຍາສາດ: Bischofia javanica Blume.
- ຕະກຸນ: PHYLLANTHACEAE
- ຊື່ການຄ້າ: Trade names): JAVA CEDAR (TH), KHOM FAT (LA), TUAI (MY,PH), YEPADAUK (MM)
Common names: Java Cedar
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນໃບຂຽວຕະຫຼອດປີ ສູງ 5 ມ, ລຳຕົ້ນເປັນຮູບທໍ່ກົມ. ເປືອກເປັນເກັດນ້ອຍໆ. ເປືອກໃນສີບົວ ແລະ ມີນໍ້າຢ່ງສີແດງ. ໃບ: ໃບປະສົມສາມໃບ, ວຽນຮຽງສະລັບ, ມີຫູໃບເປັນຮູບສາມລ່ຽມ.ໃບຍ່ອຍຮູບສ້ວຍຫຼືຮູບ ໄຂ່, ຂອບໃບແຊັກເປັນແຂ້ວເລື່ອຍ, ໃບແຫ້ງປ່ຽນເປັນສີສົ້ມຫຼືມີສີແດງ. ດອກ: ຊໍ່ດອກແບບແຕກແໜງ, ກາບດອກ 5, ຮູບໄຂ່ກ້ຽງ, ດອກຜູ້ ແລະ ດອກແມ່ແຕກຕ່າງກັນ, ດອກແມ່ເປັນພວງ ແລະ ມີງ່ານ້ອຍກວ່າດອກຜູ້. ການອອກດອກ: ເດືອນກຸມພາ-ເດືືອນມີນາ. ໝາກ: ເປັນຮູບກົມ, ຫ້ອຍຢູ່ເປັນກຸ່ມໃຫຍ່, ສີຂຽວແກ່, ໝາກສຸກສີນໍ້າຕານຫາສີອອກດຳ, ກ້ຽງ, ມີເນື້ອ. ແກ່ນ 2-4. ການອອກໝາກ: ເດືືອນພຶດສະພາ-ເດືອນທັນວາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຂົມຝາດມີສີນໍ້າຕານໄໝ້ອອກແດງ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ (2-3 ພໍຣ໌) (Multiple pore), ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ (ບໍ່ສາມາດເຫັນດ້ວຍຕາເປົ່າ) ມີສານສະກັດ ແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາແບບ Scanty.
- ການນໍາໃຊ້: ໃຊ້ສໍາລັບການກໍ່ສ້າງທົ່ວໄປ, ເຮັດເຄື່ອງເຟີນີເຈີ, ປະຕູ, ຂົວ, ໄມ້ໝູນລາງລົດໄຟ, ຕຽງນອນ, ອຸປະກອນ ແລະ ເຄື່ອງໃຊ້ກະສິກໍາ. ໃບອ່ອນນໍາມາເປັນຜັກສົດກິນກັນອາຫານ.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າດົງດິບ, ປ່າປ່ຽນໃບປະສົມ, ໃນພື້ນທີ່ຮາບພຽງ ແລະ ສູງເຖິງ 1000 ມ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດ ໄທ, ມຽນມາ, ກໍາປູເຈັຍ, ອິນເດຍ, ສປ ຈີນ, ອິນດູຈີນ, ມາເລເຊຍ, ຟິລິປິນ, ນິວ ກີເນຍ, ອົດສະຕາລີ, ມະຫາສະມຸດປາຊີຟິກຕອນໃຕ້. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຫຼວງພະບາງ, ຫົວພັນ, ແຂວງ ຊຽງຂວາງ, ເຂດ ພາກກາງ ແລະ ພາກໃຕ້.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LT ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍໃບປະສົມສາມໃບ, ວຽນຮຽງສະລັບຢູ່ປາຍ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
https://padme.rbge.org.uk/laos/list/Phyllanthaceae/Bischofia
http://www.efloras.org/florataxon.aspx?flora_id=2&taxon_id=200012543
http://tropical.theferns.info/viewtropical.php?id=Bischofia+javanica
http://apps.worldagroforestry.org/treedb/AFTPDFS/Bischofia_javanica.PDF
http://www.plantsoftheworldonline.org/taxon/urn:lsid:ipni.org:names:339921-1
ສະຄາຍ
- ລະຫັດ: LT0121
- ຊື່ລາວ: ສະຄາຍ, ກຳລັງເສືອໂຄ່ງ, ຊ້າຄາຍ
- ຊື່ວິທະຍາສາດ: Betula alnoides-Ham. ex D.Don
- ຕະກຸນ: BETULACEAE
- ຊື່ການຄ້າ: XA KHAY (LA), CANG LO (VN), KAMLANG SUEA KHRONG (TH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ສະຄາຍ ເປັນໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ, ສູງເຖິງ 30 ມ. ລຳຕົ້ນ ຊື່ຮຽວ, ເປືອກອ່ອນສີນໍ້າຕານເຫຼື້ອມ, ເປືອກແກ່ ສີນໍ້າຕາມອົມເຖົ່າ, ເປືອກໃນ ບັນຈຸນໍ້າມັນ ມີກີ່ນຫອມແຮງ. ໃບ ດ່ຽວ, ຮູບໄຂ່, ຮຽງສະຫຼັບ, ຮູບໄຂ່, ປາຍໃບຮຽວແຫຼມ, ກົກໃບຮູບຫຼີ້ມ ຫລື ເກືອບມົນ, ຂອບໃບຢັກແຂ້ວເລື່ອຍສອງຊັ້ນ, ໃບອ່ອນປົກຄຸມດ້ວຍຂົນສີນໍ້າເງີນຢ່າງໜາແໜ້ນ, ໃບແກ່ ບາງ, ກ້ຽງ ຫຼື ມີຂົນໃນງາ່ມເສັ້ນໃບຂັ້ນສອງ. ຊໍ່ດອກ ແບບຫາງກະຮອກ. ດອກ ສີຂຽວອ່ອນ, ດອກຜູ້ ແລະ ດອກແມ່ຢູ່ຄົນລະຊໍ່ ແຕ່ຢູ່ຮ່ວມຕົ້ນດຽວກັນ. ກາບດອກ ມີ 5 ກາບ, ຮູບເສັ້ນ ຫຼື ແຄບ. ບໍ່ມີກີບດອກ. ເກສອນຜູ້ ມີ 4-6 ອັນ. ເຕົ້າໄຂ່ ຈັບລຸ່ມຖານດອກ. ໝາກ ແຫ້ງເປືອກແຂງ (nut), ຮູບໄຂ່ປີ້ນ, ມີສອງປີກບາງ. ແກ່ນ ສ່ວນຫລາຍ ມີ 1 ແກ່ນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ສະຄາຍມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ສ່ວນໃຫຍ່ເປັນແບບຄູ່ແຝດ (Multiple pore) ແລະ ແບບພໍຣ໌ດ່ຽວ (Solitary pore) ປະປົນຢູ່, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງ ມີ tylose ບັນຈຸຢູ່ບາງຈຸລັງ, ເສັ້ນ (Ray) ເຫັນຊັດເຈນ ລັກສະນະເສັ້ນເຣຈະເຫັນເປັນຊ່ວງໆບໍ່ທອດຍາວເປັນເສັ້ນໂດຍຕະຫຼອດ ແລະ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ Boundary parenchyma.
- ການນໍາໃຊ້: ເນື້ອໄມ້ ແຂງ ແລະ ທົນທານ, ໃຊ້ສຳລັບການກໍ່ສ້າງເຮືອນ, ເຄື່ອງໃຊ້ໃນຄົວເຮືອນ, ຟືນ. ເປືອກອ່ອນໃຊ້ຕົ້ມນຳ້ດື່ມ, ນໍ້າມັນກິ່ນຫອມ ໃຊ້ເຂົ້າໃນອຸດສະຫະກໍາຊັກຟອກໜັງ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ສະຄາຍ ເປັນໄມ້ຕ້ອງການແສງ ພົບເຫັນຫຼາຍ ໃນປ່າຂັ້ນສອງ ຫລື ປ່າທີ່ຖືກລົບກວນ, ປ່າດົງດິບຊຸ່ມຊື່ນ, ປ່າດົງດີບຮ່ອມພູ ເປີ້ນພູ ແລະ ສັນພູ ປະສົມກັບປ່າແປກ, ປ່າກໍ່, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 300–2100 ມ.
- ການກະຈາຍພັນ: ເນປານ, ອິນເດຍ, ມ່ຽນມ້າ, ພາກໃຕ້ ຈີນ, ໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ທຸກແຂວງພາກເໜືອ, ສ່ວນພາກກາງ ແລະ ໃຕ້ ພົບເຫັນ ແຂວງຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ອັດຕະປື.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ໃນເມື່ອກ່ອນໄມ້ສະຄາຍພົບເຫັນຫຼາຍ ແຕ່ໃນປັດຈຸບັນມີແນວໂນ້ມໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ສ່ວນຫຼາຍແມ່ນຖືກຕັດເພື່ອເອົາມາເຮັດການກໍ່ສ້າງເຮືອນ, ຄ້າຂາຍ ແລະ ພື້ນທີ່ມັນເກີດ ຖືກຕັດຖາງເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ.
- ໝາຍເຫດ: ໄມ້ສະຄາຍສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເປືອກ ລອກເປັນແຜ່ນທາງຂວາງ, ຂອບໃບຢັກແຂ້ວເລື່ອຍສອງຊົັ້ນ, ຊໍ່ດອກຫາງກະຮອກ, ມີກິ່ນຫອມແຮງ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam.
BLUMEA 49: 201–349
https://www.google.com/search? betula+alnoides
https://padme.rbge.org.uk/laos/list/Betulaceae/Betula
ເກັດແຂ້
- ລະຫັດ: LT0112
- ຊື່ລາວ: ເກັດແຂ້
- ຊື່ວິທະຍາສາດ: Balakata baccata (Roxb.) Esser
- ຕະກຸນ: EUPHORBIACEAE
- ຊື່ການຄ້າ (Trade names): PO PHNOM (KH), KHET KHEA (LA)
Common names
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ, ລໍາຕົ້ນກົມ, ສູງເຖິງ 15 ມ, ລຳຕົ້ນຊື່, ເປືອກສີນໍ້າຕານ-ສີຂາວ, ເປືອກແຕກເປັນແຜນ, ເນື້ອໄມ້ສີ ຂາວ. ໃບ: ໃບດ່ຽວຮຽງວຽນສະລັບ, ເປັນຮູບຮີ, ຮູບໄຂ່, ກົກໃບບ້ຽວ ຫຼື ມົນ ຂອບໃບສີແດງເປັນຄື້ນ, ປາຍແຫຼມ ຫຼື ຮຽວແຫຼມ, ມີຫູໃບຮູບຫຼິ່ມລົ່ນງ່າຍ. ດອກ: ຊໍ່ດອກແບບຊໍ່ກະຈູກແຍກຂະແໜງ, ດອກແຍກເພດໃນຕົ້ນດຽວກັນກາບດອກແຍກອອກເປັນ 2 ແສກ, ບໍ່ມີກີບດອກ, ດອກເພດຜູ້ອອກເປັນກະຈູກ, ດອກເພດແມ່ ອອກດ່ຽວໆໃຕ້ດອກເພດຜູ້. ການອອກດອກ: ເດືອນກຸມພາ-ເດືືອນມີນາ. ໝາກ: ໝາກຮູບກົມ ຫຼື ຮູບໄຂ່ ແບນເລັກໜ້ອຍ, ເນື້ອໝາກໜາ, ໝາກສຸກສີແດງ ຫຼື ສີດຳ. ການອອກໝາກ: ເດືືອນເມສາ-ເດືອນພຶດສະພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ເກັດແຂ້ມີສີນໍ້າຕານເຂັ້ມ ສ້ຽນຊື່ ນ້ອຍ ເນື້ອໄມ້ຫຍາບຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ 2-3 ຈຸລັງ (Multiple pore), ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ມີສານສະກັດແບບ Tylose, ເສັ້ນ (Ray) ເປັນເສັ້ນແລບໆ ຖີ່ໆເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບ ຮອບພໍຣ໌ ແລະ diffuse in aggregate.
- ການນໍາໃຊ້: ເພີ່ນນໍາໃຊ້ໄມ້ດັ່ງກ່າວ ເຮັດແປ້ນຝາ ໄມ້ປາເກ້ ໄມ້ແກະສະຫຼັກ
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ ປ່າໂຄກ ເຂດປ່າຟື້ນຟູ, ເຂດພູສູງ. ຄວາມສູງຈາກລະດັບນໍ້າທະເລ 1,265 ມ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ: ສປ ຈີນ, ເນປານ, ອິນເດັຍ, ຫວຽດນາມ, ບັງກະລະເດັດ, ມຽນມາ, ໄທ, ມາລເຊຍ, ອິນໂດນເຊຍ ແລະ ສໍາລັບ ສປປ ລາວ ພົບເຫັນຢູ່ ເກືອບທົາວປະເທດ.
- ສະພາບການອະນຸລັກ: ເປັນໄມ້ທີ່ບໍທັນຈັດຢູ່ໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍກ້ານໃບຕິດໃບມີຕຸ່ມສີແດງ 2 ຕຸ່ມ, ຂອບໃບສີແດງ, ແຜ່ນໃບໜາ ຄ້າຍຄືແຜ່ນໜັງ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/
http://www.dnp.go.th/botany/PDF/publications/saranukrom.pdf
http://tropical.theferns.info/viewtropical.php?id=Balakata+baccata
http://www.qsbg.org/Database/BOTANIC_Book%20full%20option/search_detail.asp?botanic_id=2595
http://www.plantsoftheworldonline.org/taxon/urn:lsid:ipni.org:names:1007110-1
https://www.phakhaolao.la/en/kb/0000975?t%5B0%5D=52&t%5B1%5D=55&p=search
ຫາດມີ້
- ລະຫັດ: LT0093
- ຊື່ລາວ: ຫາດມີ້
- ຊື່ວິທະຍາສາດ: Artocarpus chama-Ham.
- ຕະກຸນ: MORACEAE
- ຊື່ການຄ້າ: HAD MI (LA), KHANUN PA (TH), KHNORPREY (KH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນ, ສູງເຖິງ 30 ມ, ທຸກສ່ວນຂອງພືດມີຢາງສີຂາວ, ປາຍຍອດມີຫູໃບຫຸ້ມ, ມີຂົນສີນໍ້າຕານ. ລຳຕົ້ນກົມ, ເປືອກສີດຳ, ສີເທົາ, ສີນ້ຳຕານ. ໃບດ່ຽວ, ຈັບແບບສະຫຼັບ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່, ໂຄນໃບຮູບຫຼິ່ມກວ້າງເຖິງມົນ, ຂອບໃບລຽບ, ປາຍໃບຮຽວແຫຼມ ຫຼື ແຫຼມ, ຜິວໃບມີຂົນໜາແໜ້ນທັງສອງດ້ານ. ຊໍ່ດອກແຍກເພດ, ຊໍ່ດອກຜູ້ ຄ້າຍຄືຮູບຮີ ຫຼື ຄ້າຍຄືຮູບໄຂ່. ຊໍ່ດອກແມ່ຮູບກົມເຖິງຄ້າຍຄືຮູບຮີ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ມີ້ປ່າ ມີສີຂາວເຜືອກແກມເຫຼືອງອ່ອນ ຫາສີນໍ້າຕານແກມເຫຼືອງແກ່, ສ້ຽນຊື່, ເນື້ອໄມ້ຫຍາບ, ເປັນມັນວາວ, ອ່ອນ ແລະ ໜຽວ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ພໍຣ໌ແຝດ (Multiple pore), ການກະຈາຍເປັນແບບກະຈັດກະຈາຍ ຫາ ແບບມີວົງປີບໍ່ຊັດເຈນ (Diffuse porous to semi-ring porous), ພໍຣ໌ມີຂະໜາດປານກາງຫາໃຫຍ່ ພາຍໃນມີສານສະກັດ ແບບ Tylose ເກືອບທຸກພໍຣ໌, ເສັ້ນ (Ray) ເຫັນຊັດເປັນເສັ້ນໃຫຍ່ສະຫຼັບກັບເສັ້ນແລບຖີ່ກວ່າໄມ້ກຸງ, ພາເຣງຄິມາ (Parenchyma) ແບບຮອບພໍຣ໌, ແບບປີກ ແລະ ປີກຕໍ່ (Vasicentric, Aliform and Aliform confluent Parenchyma).
- ການນໍາໃຊ້: ເນື້ອໄມ້ນໍາໃຊ້ເຮັດເຄື່ອງເຟີນີເຈີຕ່າງໆພາຍໃນ, ໝາກເປັນອາຫານສັດ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 800 ມ.
- ການກະຈາຍພັນ: ພົບໃນປະເທດຈີນ, ບັງກາເດດ, ບູຖານ, ອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ສີລັງກາ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຈຳປາສັກ.
- ສະພາບການອະນຸລັກ: ເປັນໄມ້ທີ່ພົບເຫັນທົ່ວໄປຕາມເຂດປ່າດົງດິບ, ປ່າປະສົມ, ໃນປັດຈຸບັນນໍາໃຊ້ເຮັດ ເຄື່ອງເຟີນີເຈີຕ່າງໆຕົບແຕ່ງພາຍໃນ.
- ໝາຍເຫດ: ໄມ້ມີ້ປ່າສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງທຸກສ່ວນຂອງພືດມີຢ່າງສີຂາວ, ມີຫູໃບຫຸ້ມຍອດ ແລະ ມີຂົນສີນ້ຳຕານ, ຊໍ່ດອກແຍກເພດ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Moraceae/Artocarpus
http://www.efloras.org/florataxon.aspx?flora_id=2&taxon_id=242305036
https://www.facebook.com/DNP1362/posts/2494574964190730/
https://plants.jstor.org/stable/10.5555/al.ap.specimen.k000357631
ບາກ
- ລະຫັດ: LT0070
- ຊື່ລາວ: ບາກ
- ຊື່ວິທະຍາສາດ: Anisoptera costata Korth
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ: BARK (LA), KABAK (VN), KABAN (MM), KRABAK (TH), MAY BAK (VN), MERSAWA (BN,MY,TH,VN), MERSAWA DAUN LEBAR (ID), PALOSAPIS GROUP (PH), PHDIEK (KH), VENVEN (VN)
Commone name: MERSAWA TREE
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຍືນຕົ້ນຂຽວຕະຫຼອດປີ, ສູງເຖິງ 12-15 ມ. ລໍາຕົ້ນ ຊື່ ແລະ ຍາວກົມ, ເຮືອນຍອດເປັນຮູບໄຂ່. ເປືອກ ຂອງຕົ້ນອ່ອນສີເທົາແກມສີຂາວ, ກ້ຽງ ຫຼື ແຕກເປັນຮ່ອງຍາວຕື້ນໆ, ເປືອກຂອງຕົ້ນແກ່ສີນໍ້າຕານດໍາອົມເທົາ, ແຕກເປັນຮ່ອງເລິກ. ເປືອກໃນເປັນສີນໍາຕານສົ້ມ. ມີນໍ້າຢາງ ເປັນສີເທົາເມື່ອແຫ້ງ, ມີກິ່ນຫອມ. ໃບ ດ່ຽວ, ຮຽງສະຫຼັບ, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ປາຍໃບແຫຼມສັ້ນ, ກົກໃບມົນ, ຂອບໃບລຽບ. ໃບແກ່ມີຂົນສີເຫຼືອງຢູ່ດ້ານລຸ່ມ. ຊໍ່ດອກ ແບບກະຈາຍ, ກາບດອກ ມີ 5 ກາບ, ມີຂົນ. ກີບດອກ ມີ 5 ກີບ, ດອກສີ ຂາວຈາງ. ເກສອນຜູ້ 25-35 ອັນ (ອອກດອກແມ່ນແຕ່ເດືອນພະຈິກ-ເດືອນ ກຸມພາ). ໝາກ ມົນກົມ, ມີຂົນ, ມີປີກ 5 ປີກ, 2 ປີກຮຽວຍາວ (ອອກໝາກ ມີນາ-ເມສາ).
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ບາກ ມີສີເຫຼືອງ ປົນສີນໍ້າຕານ ຫາສີນໍ້າຕານຄໍ້າ, ສ້ຽນຊື່, ເນື້ອໄມ້ຫຍາບແຕ່ສະໝໍ່າສະເໝີ ແລະ ແຂງປານກາງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ ແລະ ພໍຣ໌ແຝດ (Multiple pore) ເລັກນ້ອຍ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ພາຍໃນມີສານສະກັດ ແບບ Tylose, ເສັ້ນ (Ray) ເຫັນຊັດເປັນເສັ້ນໃຫຍ່, ພາເຣງຄິມາ (Parenchyma) ແບບກະຈັດກະຈາຍ (Diffuse Parenchyma).
- ການນໍາໃຊ້: ນໍາໃຊ້ເຂົ້າໃນການກໍ່ສ້າງທຸກປະເພດເຮືອນຊານ, ແປ້ນປູ, ໄມ້ອັດ, ໄມ້ຝານ ເຟີນີເຈີຕ່າງໆ ທີ່ເປັນຜະລິດຕະພັນໄມ້ສໍາລັບການໃຊ້ໃນເຮືອນ, ນໍາໃຊ້ເປັນແປ້ນໄມ້ເຮັດແມ່ແບບເທຊີມັງ, ໃຊ້ເປັນວັດສະດຸໃນການກໍ່ສ້າງ ເຊັ່ນ: ເຮັດຄານເຮືອນ, ປູພື້ນ ແລະ ໄມ້ແອ້ມຝາ, ແປ້ນໄມ້ອັດ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບທີ່ຊຸ່ມຊື່ນ ຫຼື ຂ້ອນຂ້າງແຫ້ງ, ປ່າໂປ່ງ, ໃນພື້ນທີ່ທົ່ງພຽງ ແລະ ຕາມເນີນພູ, ມັກຈະເກີດຢູ່ແຄມນໍ້າ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 500 ມ.
- ການກະຈາຍພັນ: ມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈັ້ຍ, ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ. ສໍາລັບ
ສປປ ລາວ ພົບເຫັນຫຼາຍຢູ່ ແຂວງຫຼວງພະບາງ, ໄຊຍະບູລີ, ແລະ ບັນດາແຂວງພາກກາງ ແລະ ພາກໃຕ້.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະ ປ່າໄມ້, ເປັນ EN ຂອງ Red list of IUCN.
- ໝາຍເຫດ: ລໍາຕົ້ນຕັ້ງຊື່ ມີສີມົ່ນແກມສີຂາວ ລໍາຕົ້ນມັກມີນໍ້າຢາງ ໃບຮູບຮີ ຫຼັງໃບຂຽວຈາງ ຊໍ່ດອກນ້ອຍ ປີກ ໝາກບິດກັນ
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ,1997
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide
To Forest Trees and Plants for Forestry of Central Laos. Faculty of Forest Science,
National University of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
ຂາມປ້ອມແດງເງີນ
- ລະຫັດ: LT0067
- ຊື່ລາວ: ຂາມປ້ອມແດງເງີນ
- ຊື່ວິທະຍາສາດ: Amentotaxus argotaenia (Hance) Pilg.
- ຕະກຸນ: TAXACEAE
- ຊື່ການຄ້າ: KHAM POM DEANG NGEUAN (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຂາມປ້ອມແດງເງີນ ເປັນໄມ້ຢືນຕົ້ນສູງເຖິງ 20 ມ, ເຮືອນຍອດບໍ່ສະໝໍ່າສະເໝີ ລຳຕົ້ນ ຊື່, ຮູບທໍ່ກົມ. ເປືອກ ແຕກເປັນເກັດ, ສີຂີ້ເຖົ່າ, ເປືອກໃນສີແດງປົນສົ້ມ. ໃບ ແຄບຍາວ ຫຼື ຮູບຫອກ, ບາງຄັ້ງຮູບໂຄ້ງເລັກນ້ອຍ, ລຽງກົງກັນຂ້າມ, ຜີວໃບເບື້ອງເທີງສີຂຽວເຂັ້ມ, ເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວ ຢູ່ສອງຟາກຂ້າງຂອງເສັ້ນກາງໃບ, ຍາວຂະໜານກັບຂອບໃບ ແຕ່ກົກຫາປາຍໃບ, ຂອບໃບລຽບ, ປາຍໃບແຫຼມ. ໂຄນ ແບບຕ່າງເພດຢູ່ຕ່າງຕົ້ນກັນ, ໂຄນ ເພດແມ່ ອອກດ່ຽວຈາກງ່າມໃບ, ເມື່ອສຸກສີແດງ, ຮູບຮີ, ຍື່ນອອກມາເລັກນ້ອຍ. ໂຄນເພດຜູ້ ອອກເປັນຄູ່ທີ່ປາຍກີ່ງ, ແບບຊໍ່ກະຈະ. ແກ່ນ ຮູບໄຂ່ປີ້ນ ຫາ ຮີ, ເມື່ອແກ່ສີແດງປົນມ່ວງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຂາມປ້ອມແດງເງິນ ມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore), ສານສະກັດ Tylose, ການກະຈາຍເປັນແບບມີວົງປີ (Ringe porous), ພໍຣ໌ມີຂະໜາດນ້ອຍ ແລະ ມີສານສະກັດ ແບບ tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ ແບບ Diffuse Parenchyma.
- ການນໍາໃຊ້: ໄມ້ໃຊ້ເຮັດເຄື່ອງມື, ຫັດຖະກຳ, ເຄື່ອງຕົບແຕ່ງພາຍໃນ. ຕົ້ນປູກເປັນໄມ້ປະດັບ. ນໍ້າມັນຈາກແກ່ນໃຊ້ເປັນຢາຕ້ານມະເລັງ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ ມັກເກີດໃນປ່າໄມ້ໃບເຂັມ, ປ່າປະສົມ, ປ່າດົງດິບຊຸ່ມຊື່ນເຂດພູສູງ, ປ່າຫີນປູູນ, ມັກເກີດກະແຈກກະຈາຍ ບໍ່ເປັນກຸ່ມ, ແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 1000 ເຖິງ 1700 ມ.
- ການກະຈາຍພັນ: ພົບເຫັນໃນພາກໃຕ້ຂອງຈີນ, ຫວຽດນາມ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ວຽງຈັນ ແລະ ຄຳມ່ວນ.
- ສະພາບການອະນຸລັກ: ເປັນຊະນິດໄມ້ທີ່ຍັງບໍ່ໄດ້ບັນທືກໄວ້ໃນບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນໄມ້ທີ່ໄກ້ຈະຖືກໄພຂົ່ມຂູ່ໃນອະນາຄົດ NT ຂອງ Red list of IUCN.
- ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ , ຜີວໃບເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວ ຢູ່ສອງຟາກຂ້າງຂອງເສັ້ນກາງໃບ, ຍາວຂະໜານກັບຂອບໃບ ແຕ່ກົກຫາປາຍໃບ. ໂຄນ ເພດແມ່ ອອກດ່ຽວຈາກງ່າມໃບ, ໝາກແກ່ສີແດງ
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam
Conifers of Vietnam
Gymnosperms of Lao
https://www.iucnredlist.org/search?query=Amentotaxus%20argotaenia
https://www.researchgate.net/figure/Studied-species-in-native-habitats-Amentotaxus-argotaenia
https://www.google.com/search?q=amentotaxus+argotaenia
ຕີນເປັດໃບໃຫຍ່
- ລະຫັດ: LT0066
- ຊື່ລາວ: ຕີນເປັດໃບໃຫຍ່
- ຊື່ວິທະຍາສາດ: Alstonia scholaris (L.) R.Br.
- ຕະກຸນ: APOCYNACEAE
- ຊື່ການຄ້າ: TIN PET BAI GNAI(L), WHITE CHEESE WOOD (TH), DITA (PH), MILKWOOD (VN), PULAI (BN,MY,VN), TAUNG-ME-OK (MM).
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຕີນເປັດ ເປັນໄມ້ຢືນຕົ້ນ, ສູງເຖິງ 50 ມ. ລຳຕົ້ນ ຊື່, ປົກກະຕິເປັນປຸ້ງຢູ່ກົກ, ເປືອກຂອງຕົ້ນອ່ອນເປັນສີນໍ້າຕານອ່ອນ, ກ້ຽງ, ມີປ່ອງອາກາດເປັນຈຸດໆ. ເປືອກຂອງຕົ້ນແກ່ເປັນສີນໍ້າຕານຄີມອ່ອນ, ມັກປ່ຽນສີເປັນສີດໍາ, ແຕກເປັນເກັດ. ເປືອກໃນສີເຫຼືອງອ່ອນ. ໃບດ່ຽວ, ຈັບແບບວົງແຫວນ ແຕ່ 4-8 ໃບ, ສ້ວຍແຄບ ຫຼື ຮູບໄຂ່ປີ້ນ, ປາຍໃບແຫຼມ, ປູ້ ຫຼື ມົນ, ກົກໃບ ຮູບຫຼີ້ມ, ຂອບໃບລຽບ, ໜ້າໃບສີຂຽວເຂັ້ມ, ລຸ່ມໃບຂຽວຈືດ, ກ້ຽງ, ເຫຼື້ອມ. ຊໍ່ດອກ ແບບກະຈຸກທີ່ປາຍ. ດອກ ອອກສີຂຽວ ສີຂາວ ແກມ ເຫຼືອງ ຫລື ສີ ຄີມ. ກາບດອກຕິດກັນສ່ວນກົກ ແຕ່ແຍກກັນທີ່ປາຍເປັນ 5 ແຊກ. ກີບດອກ ຕິດກັນເປັນຫຼອດທີ່ກົກ ແຕ່ປາຍແຍກເປັນ 5 ແຊກ. ເກສອນຜູ້ ມີ 5 ອັນ. ເຕົ້າໄຂ່ ຈັບເທິງຖານດອກ. ໝາກ ແຫ້ງເປັນຄູ່, ຮຽວຍາວ ຄ້າຍຄືຝັກ , ຕອນຍັງດິບ ເປັນສີຂຽວ, ເວລາແຫ້ງເປັນສີນໍ້າຕານຈືດ ແລະ ແຕກອອກເປັນສອງສ່ວນ, ກ້ຽງ. ແກ່ນ ສີ ນໍ້າຕານ, ຮູບຂອບຂະໜານທີ່ມີ ຂົນຍາວຢູ່ທັງສອງດ້ານ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ລັກສະນະເນື້ອໄມ້ຕີນເປັດ ມີສີເຫຼືອງປົນສີນ້ຳຕານ, ສ້ຽນສົນ ແລະ ເປັນຄື້ນເລັກໜ້ອຍ, ເນື້ອໄມ້ລະອຽດດີ, ເມື່ອມີການຂັດຈະມີເງົາເຫຼື້ອມງາມ. ລັກສະນະໂຄງສ້າງເນື້ອໄມ້ໃນດ້ານໜ້າຕັດຂວາງ ຈຸລັງ Vessels ມີຂະໜາດປານກາງເຊີ່ງບໍ່ສາມາເຫັນໄດ້ດ້ວຍຕາເປົ່າ, ກະຈາຍແບບ Diffuse porous wood (ບໍ່ເຫັນວົງປີ), ການຮຽງຕົວແບບຂອງຈຸລັງ Vessels ເປັນແບບດ່ຽວ (Solitary) ແລະ ແບບແຝດ (Multiple) 90%, ຢູ່ພາຍໃນຈຸລັງ Vessels ມີສານສະກັດ Tylose ບັນຈຸຢູ່ Vessels ໃນບາງຈຸລັງ. ຈຸລັງ Parenchyma ທີ່ມີໃນໄມ້ຕິນເປັດເປັນແບບຕິດພັນກັບ Vessel ໃນຮູບແບບ (Band confluent) , ຈຸລັງ Ray ສາມາດເຫັນຊັດເຈນໃນ ກ້ອງ Macroscope LED Light (ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ).
- ການນໍາໃຊ້: ເປືອກໃຊ້ເປັນຢາປິ່ນປົວໄຂ້ຍຸງ ແລະ ປິ່ນປົວອະໄວຍະວະເພດຊາຍ, ຢາງໃຊ້ໃສ່ແຜເພື່ອກຳຈັດໜອນອອກ, ເນື້ອໄມ້ໃຊ້ເຮັດໄມ້ອັດ, ກັບ, ຫີບ, ໂລງສົບ, ເຄື່ອງຕົບແຕ່ງພາຍໃນ ແລະ ຫັດຖະກຳ. ຕົ້ນປູກໄວ້ປະດັບ ແລະ ໃຫ້ຮ່ົ່ມທີ່ດີ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ຂອບປ່າ, ພື້ນທີ່ຊຸ່ມ ແຄມຫ້ວຍ ຫລື ແມ່ນຳ້, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖີງ 1200 ມ.
- ການກະຈາຍພັນ: ປາກິສຖານ, ຊີລັງກາ, ເນປ່ານ, ບູຕານ, ບັງກຣາເດັັດ, ອິນເດຍ, ມ້ຽນມ່າ, ຈີນ, ກຳຢູເຈຍ, ໄທ, ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້,ເປັນ LC ຂອງ Red list of IUCN. ໃນເມື່ອກ່ອນໄມ້ຕີນເປັດພົບເຫັນຫຼາຍໃນທຸກໆແຂວງຂອງລາວ ແຕ່ໃນປັດຈຸບັນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາໄມ້ໄປໃຊ້ເຂົ້າໂຮງງານໄມ້ອັດ ຫຼື ເຄື່ອງເຟີນີເຈີຕ່າງໆ ແລະ ພື້ນທີ່ມັນເກີດ ຖືກຕັດຖາງເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ, ພື້ນທີ່ປູກໄມ້ອຸດສະຫະກຳຊະນິດອື່ນໆ.
- ໝາຍເຫດ: ໄມ້ຕີນເປັດແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດສ່ວນໃບ ຈັບແບບວົງແຫວນ, ທຸກ ພາກສ່ວນມີຢາງສີຂາວ, ໝາກເປັນຝັກກົມຍາວເກີດເປັນຄູ່, ໝາກແກ່ແຫ້ງມີງີ້ວ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
Chika Kameda, Viengsamone Thammavong et al. 2019. A Field Guide To Forest Trees and
Plants For Forestry of Central Laos
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam.
BLUMEA 49: 201–349
https://www.google.com/search?q=Alstonia+scholaris
https://padme.rbge.org.uk/laos/list/Apocynaceae
https://www.iucnredlist.org/search?query= Alstonia+scholaris
ຕີນເປັດໃບນ້ອຍ
- ລະຫັດ: LT0064
- ຊື່ລາວ: ຕີນເປັດໃບນ້ອຍ
- ຊື່ວິທະຍາສາດ: Alstonia rostrata E.C.Fisch.
- ຕະກຸນ: APOCYNACEAE
- ຊື່ການຄ້າ: TIN PET NOY (LA), CHAMPEY PHNOM (KH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຕີນເປັດໃບນ້ອຍ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 30 ມ. ລຳຕົ້ນ ຊື່, ປົກກະຕິເປັນປຸ້ງຢູ່ກົກ, ເປືອກຂອງຕົ້ນອ່ອນເປັນສີນໍ້າຕານອ່ອນ, ກ້ຽງ, ມີປ່ອງອາກາດເປັນຈຸດໆ. ເປືອກຂອງຕົ້ນແກ່ເປັນສີນໍ້າຕານຄີມອ່ອນ, ມັກປ່ຽນສີເປັນສີດໍາ, ແຕກເປັນເກັດ. ເປືອກໃນສີເຫຼືອງອ່ອນ. ໃບດ່ຽວ, ຈັບແບບວົງແຫວນ ແຕ່ 4-8 ໃບ, ຮູບສ້ວຍແຄບ ຫຼື ຮູບໄຂ່ປີ້ນ, ປາຍໃບແຫຼມ, ປູ້ ຫຼື ມົນ, ກົກໃບ ຮູບຫຼີ້ມ, ຂອບໃບລຽບ, ໜ້າໃບສີຂຽວເຂັ້ມ, ລຸ່ມໃບຂຽວຈືດ, ກ້ຽງ, ເຫຼື້ອມ, ໃບອ່ອນ ທສີນໍ້າຕານອົມເຫຼືອງ, ຊໍ່ດອກ ແບບຄັນຮົ່ມ. ດອກ ອອກສີຂາວ ຫຼື ສີເຫຼືອງ ອົມຂຽວ. ກາບດອກຕິດກັນສ່ວນກົກ ແຕ່ແຍກກັນທີ່ປາຍເປັນ 5 ແຊກ. ກີບດອກ ຕິດກັນເປັນຫຼອດທີ່ກົກ ແຕ່ປາຍແຍກເປັນ 5 ແຊກ. ເກສອນຜູ້ ມີ 5 ອັນ. ເຕົ້າໄຂ່ ຈັບເທິງຖານດອກ. ໝາກ ແຫ້ງເປັນຄູ່, ຮຽວຍາວ ຄ້າຍຄືຝັກ , ຕອນຍັງດິບ ເປັນສີຂຽວ, ເວລາແຫ້ງເປັນສີນໍ້າຕານຈືດ ແລະ ແຕກອອກເປັນສອງສ່ວນ, ກ້ຽງ. ແກ່ນ ສີ ນໍ້າຕານ, ຮູບຂອບຂະໜານທີ່ມີ ຂົນຍາວຢູ່ທັງສອງດ້ານ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຕີນເປັດໃບນ້ອຍ ມີສີເຫຼືອງອ່ອນອອກຂາວ, ສ້ຽນຊື່, ເນື້ອໄມ້ລະອຽດ ແລະ ແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ປະມານ 90% ເປັນ ແບບ ຄູ່ແຝດ 2-4 ຈຸລັງ (Multiple pore) ແລະ ພໍຣ໌ດ່ຽວ (Solitary pore) ເລັກນ້ອຍ ແລະ ມີ ການຮຽງຕົວແບບ ສະຫຼຽງ (Oblique) ເປັນສ່ວນໃຫຍ່ ແລະ ແບບລູກໂສ້ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບ Fine line parenchyma ເຫັນຊັດເຈນຕິດຕໍ່ກັນຍາວ ແລະ ເຫັນເປັນໄລຍະ.
- ການນໍາໃຊ້: ເຄື່ອງຕົບແຕ່ງພາຍໃນ ແລະ ຫັດຖະກຳ. ເຮັດປະຕູ ແລະ ປ່ອງຢ້ຽມ, ເຄື່ອງຂຽນ, ໃບແລະເປືອກໃຊ້ເປັນຢາປິ່ນປົວພະຍາດຫຼອດປອດອັກເສບ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ພື້ນທີ່ຊຸ່ມ ແຄມຫ້ວຍ ຫລື ແມ່ນຳ້, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖີງ 616 ມ.
- ການກະຈາຍພັນ: ພາກໃຕ້ ຫາ ພາກກາງປະເທດຈີນ, ພະມ້າ, ກໍາປູເຈຍ, ຫວຽດນາມ, ໄທ, ມາເລເຊຍ, ອິນໂດເນເຊຍ, ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ຊຽງຂວາງ ແລະ ຄຳມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດພົບເຫັນທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ຕີນເປັດແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດສ່ວນໃບ ຈັບແບບວົງແຫວນ, ຂະໜາດນ້ອຍກວ່າ ຕີນເປັດໃບໃຫຍ່, ທຸກ ພາກສ່ວນມີຢາງສີຂາວ, ໝາກເປັນຝັກກົມຍາວເກີດເປັນຄູ່ ຂະໜາດໃຫຍ່ ແຕ່ສັ້ນກວ່າຕີນເປັດໃບໃຫຍ່, ໝາກແກ່ແຫ້ງມີງີ້ວ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Lehmann, Greijmans & Shenman, 2003. A Field guide to Forests and Trees of the Central
Highlands of Xieng Khouang Lao P.D.R.
Simon Gardner and at all, 2000. A Field Guide to Forest Trees of Northern Thailand.
https://www.google.com/search?q=Alstonia+rostrata
https://padme.rbge.org.uk/laos/list/Apocynaceae
https://www.iucnredlist.org/search?query= Alstonia+rostrata
ສາມສາ
| ລະຫັດ | LT0058 |
| ຊື່ລາວ: | ສາມສາ |
| ຊື່ວິທະຍາສາດ | Albizia saman |
| ຕະກຸນ | FABACEAE |
| ຊື່ການຄ້າ | SAMSA, ACACIA (PH), AMPIL BARANG (KH), EAST INDIAN WALNUT (TH), RAINTREE (PH,TH). |
| ພັນລະນາລັກສະນະພືດສາດ | (botanical description: morphology ແລະ anatomy) |
| ລັກສະນະໂຄງສ້າງພາຍນອກ | ໄມ້ຢືນຕົ້ນ, ສູງ 10–30 ມ. ລຳຕົ້ນກົມ, ເປືອກສີເທົາດຳ ຫຼື ອອກສີດຳ, ແຕກເປັນຫຼ່ຽມ. ໃບປະສົມຂັ້ນສອງ, ຈັບແບບສະຫຼັບ, ໃບຍ່ອຍຮູບໄຂ່, ຮູບໄຂ່ປິ້ນ, ໂຄນໃບຮູບຫຼິ່ມ, ຂອບໃບລຽບ, ປາຍໃບມົນ. ຊໍ່ດອກແບບກະຈຸກກົມ, ອອກຕາມປາຍຍອດ. ເກສອນຜູ້ມີຈຳນວນຫຼາຍ, ສີຂາວປົນສີ. ເຕົ້າໄຂ່ກ້ຽງ. ໝາກເປັນຝັກແປ, ຮູບຂອບຂະໜານ, ໝາກແຫ້ງຫັກເປັນຂໍ້. |
| ລັກສະນະໂຄງສ້າງພາຍໃນເນື້ອໄມ້ | ![]()
ເນື້ອໄມ້ສາມສາມີສີນໍ້າຕານອ່ອນ ຫາສີນໍ້າຕານເຂັ້ມມີລາຍດຳພາດ, ສ້ຽນສົນ, ເນື້ອໄມ້ຂ້ອນຂ້າງຫຍາບ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ພໍຣ໌ແຝດເລັກນ້ອຍ, ແບບການຮຽງຕົວແບບບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີສານສະກັດ ແບບ Tylose ແລະ Deposit ເປັນຈຳນວນຫຼາຍ, ເສັ້ນ (Ray) ເຫັນຊັດເປັນເສັ້ນແລບໆຖີ່ໆ, ພາເຣງຄິມາ (Parenchyma) ແບບປີກ ແລະ ປີກຕໍ່ (Aliform and Aliform confluent Parenchyma). |
| ການນໍາໃຊ້ | ເປັນຕົ້ນໄມ້ທີ່ແຕກກິ່ງງ່າຫຼາຍ ເໝາະສົມສຳລັບປູກໃຫ້ຮົ່ມເຍັນ, ເນື້ອໄມ້ແຂງ ມີລວດລາຍທີ່ສວຍງາມ ສາມາດນຳໃຊ້ເຮັດເຮືອນ, ແກະສະລັກເຄື່ອງດົນຕີ ຫຼື ເຄື່ອງເຟີນີເຈີຕ່າງໆໄດ້. ນອກນັ້ນຍັງສາມາດລ້ຽງຄັງໄດ້ດີອີກດ້ວຍ. |
| ແຫຼ່ງທີ່ຢູ່ອາໃສ | ພົບເຫັນໃນປ່າໂລ່ງແຈ້ງທົ່ວໄປ, ຕາມແຄມນໍ້າ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 400 ມ. |
| ການກະຈາຍພັນ | ພົບໃນປະເທດເມັກຊີໂກ, ບາຊິວ, ເປລູ, ປາຊີຟິກ, ຮາວາຍ ຕະຫຼອດເຂດອາຊີ. |
| ສະພາບການອະນຸລັກ | ເປັນໄມ້ປະເພດ III ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້. ເປັນໄມ້ທີ່ເກີດທົ່ວໄປໃນເຂດໂລ່ງແຈ້ງ, ຕາມແຄມແມ່ນ້ຳຕ່າງໆ ນອກຈາກນັ້ນຍັງມີລາຍໄມ້ທີ່ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ. |
| ໝາຍເຫດ | ໄມ້ສຳສາ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງເຮືອນຍອດແຜ່ກວ້າງໃຫ້ຮົ່ມໄດ້ດີ, ໃບປະສົມຂັ້ນສອງ, ເກສອນຜູ້ສີຂາວປົນສີບົວ, ເຕົ້າໄຂ່ກ້ຽງ, ໝາກເປັນຝັກແປ ແຫ້ງແລ້ວຫັກເປັນຂໍ້. |
| ເອກະສານອ້າງອີງ | ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos. Forest Research Institute Malasia, (2019). Equivalent Timber Name in Asian. http://www.plantsoftheworldonline.org/taxon/urn:lsid:ipni.org:names:227126-2 |
ແຕ້ຄ່າ
- ລະຫັດ: LT0022
- ຊື່ລາວ: ໄມ້ແຕ້ຄ່າ, ໄມ້ຂ່າ, ຄ່າໂມງ
- ຊື່ວິທະຍາສາດ: Afzelia xylocarpa (Kurz) Craib
- ຕະກຸນ: FABACEAE
- ຊື່ການຄ້າ: TAE KHA, BLACK ROSEWOOD (TH), GO DO (VN), POD MAHOGANY (TH), BENG (KH).
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ແຕ້ຄ່າເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນ ເປືອກຂອງຕົ້ນແກ່ເປັນສີນໍ້າຕານເທົາ. ໃບປະສົມແບບຂົນນົກປາຍຄູ່, ຈັບແບບຮຽງສະຫຼັບ, ໃບຍ່ອຍມີ 3–5 ຄູ່, ຮູບຮີ ຫຼື ຮູບໄຂ່, ໂຄນໃບມົນ, ຂອບໃບລຽບ, ປາຍໃບແຫຼມ ຫຼື ມົນ, ໃບອ່ອນເປັນສີຂຽວອົມນໍ້າຕານອ່ອນ, ກ້ຽງ ແລະ ເຫຼື້ອ, ໃບແກ່ເປັນສີຂຽວເຂັ້ມ ແລະ ເຫຼື້ອມ, ກ້ຽງ. ຊໍ່ດອກແບບແຕກຂະແໜງ, ອອກຢູ່ປາຍຍອດ. ດອກອອກສີຂຽວປົນສີບົວເຂັ້ມ. ກາບດອກມີ 4 ກາບ, ສີຂຽວອ່ອນ. ກີບດອກມີ 1 ກີບ, ສີບົວເຂັ້ມ. ເກສອນຜູ້ມີ 7–8 ອັນ. ເຕົ້າໄຂ່ຈັບເທິງ. ໝາກ ເປັນຝັກຂະໜາດໃຫຍ່, ແຫ້ງແລ້ວແຕກ, ໝາກແກ່ສີນໍ້າຕານດໍາ. ແກ່ນ ມີ 4–8 ແກ່ນ, ສີດໍາໂຄນແກ່ນສີນ້ຳຕານ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ມອກໄມ້ມີສີຂາວປົນສີເຫຼືອງ, ແກນໄມ້ສີນໍ້າຕານແດງ, ຄວາມເຂັ້ມຂອງສີຈະເພີ່ມຂື້ນຕາມອາຍຸ ເມື່ອປະໄວ້ດົນເນື້ອໄມ້ມີສີນໍ້າຕານອອກແດງເຂັ້ມ, ສ້ຽນຊື່ ຫາສ້ຽນສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງບໍ່ລະອຽດ. ລັກສະນະໂຄງສ້າງພາຍໃນເນື້ອໄມ້: ຈຸລັງ Vessels ມີຂະໜາດໃຫຍ່ ເຫັນດ້ວຍຕາເປົ່າ ແລະ ມີຈຳນວນຫຼາຍ ກະຈາຍແບບ Diffuse porous, ຮຽງຕົວແບບ Solitary ແລະ radial multiple of 2 (2-3) ພາຍໃນມີສານສະກັດ ແບບ Deposit ຢູ່ບາງ Vessel. ຈຸລັງ Parenchyma ຮຽງຕົວແບບ Aliform ເປັນສ່ວນໃຫຍ່ ແລະ confluent ຍາວຕໍ່ເນື່ອງກັນ. ຈຸລັງ Rays ມີລັກສະນະ Uniseriate rays (1-4).
- ການນໍາໃຊ້: ມອກໄມ້ເປັນສີຂາວ, ແກນໄມ້ເປັນສີເຫຼືອງອ່ອນ ຫຼື ອອກສີນໍ້າຕານແດງທີ່ມີລາຍສວຍງາມ ແລະ ລະອຽດ. ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຄື່ອງເຟີນີເຈີຕ່າງໆ ລະດັບດີ ຫຼື ແກະສະຫຼັກຕ່າງໆ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ໃນພື້ນທີ່ທົ່ງພຽງ ແລະ ຕາມເນີນພູ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 100–600 (1,200) ມ.
- ການກະຈາຍພັນ: ພົບໃນເຂດປະເທດຈີນ, ມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງວຽງຈັນ, ສະຫວັນນະເຂດ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ EN ຂອງ Red list of IUCN. ໃນເມື່ອກ່ອນໄມ້ແຕ່ຂ່າພົບເຫັນຫຼາຍຕາມເຂດປ່າປະສົມ, ແຕ່ໃນປັດຈຸບັນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
- ໝາຍເຫດ: ໄມ້ແຕ້ຄ່າແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດດອກຈະມີກີບດອກ 1 ກີບ, ສີບົວເຂັ້ມ, ໝາກເປັນຝັກມີຂະໜາດໃຫຍ່ ຫຼື ສະເພາະໃນຊ່ວງລະດູແລ້ງ ເປັນຝັກໃຫຍ່ດໍາທີ່ຫ້ອຍຢູ່ຕາມກິ່ງງ່າ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.
https://padme.rbge.org.uk/laos/list/Leguminosae/Afzelia
https://www.google.com/search?q=Afzelia+xylocarpa&clien
https://www.wood-database.com/wood-filter
http://www.plantsoftheworldonline.org/taxon/urn:lsid:ipni.org:names:473084-1



























































