tmladmin
ຕິ້ວໜາມ
- ລະຫັດ: LT0260
- ຊື່ລາວ: ຕິ້ວໜາມ
- ຊື່ວິທະຍາສາດ: Cratoxylum maingayi Dye
- ຕະກຸນ: HYPERICACEAE
- ຊື່ການຄ້າ (Trade names) :
Common names: DERUM (MY), TAEO (TH), TIEW NAM (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ພຸ່ມ ສູງ 15 ມ, ເຮືອນຍອດເປັນພຸ່ມຊົງສູງ, ເປືອກສີນໍ້າຕານອອກດໍາ ແຕກເປັນສະເກັດ, ເປືອກຊັ້ນໃນສີນໍ້າຕານ, ມີຢາງສີນໍ້າຕານປົນສີເຫຼືອງ. ໃບ: ໃບດ່ຽວອອກລຽງກົງກັນຂ້າມກັນ, ຮູບຮີ-ຂອບຂະໜານ, ໃບແກ່: ໜ້າໃບສີຂຽວຈາງ, ປາຍໃບເປັນຕິ່ງແຫຼມ, ໃບອ່ອນສີແດງອົມບົວ. ດອກ: ດອກເປັນຊໍ່ດອກ, ດອກດ່ຽວ ຫຼື ອອກເປັນກະຈຸກ, ດອກມີກີບດອກ 5 ກີບ ສີຊົມພູ. ໝາກ: ໝາກເປັນຮູບກະສວຍ, ໝາກແຫ້ງແຕກ, ແຕກອອກເປັນ 3 ພາກສ່ວນ. ແກ່ນມີສີນໍ້າຕານ, ມີປີກບາງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຕີ້ວໜາມແດງ ມີສີນໍ້າຕານອອກແດງ, ມີສ້ຽນຊື່, ເນື້ອໄມ້ລະອຽດສະໝຳ່ສະເໝີ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ແບບຄູ່ແຝດ (Multiple pore) ມີໜ້ອຍ ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເປົ່າ ພາຍໃນມີສານສະກັດ ແບບ Tyloset ແລະ Deposit ( Resin), ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບ Fine Line and Reticulate Parenchyma.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເປັນເສົາເຂັມ ໄມ້ຄໍ້າແບບ, ເຜົາຖ່ານ ແລະ ເຮັດຟືນ, ເປືອກໃຊ້ເຮັດສີຍ້ອມຜ້າ.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ທົ່ວໄປຕາມປ່າປະສົມ, ຮາບພຽງ ແລະ ພູສູງທີ່ມີຫີນ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ ມຽນມາ, ໄທ, ກໍາປູເຈັຍ, ອິນໂດເນເຊຍ, ມາເລເຊຍ ແລະ ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ທົວປະເທດ ມີຫຼາບເຂດພາກກາງ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດໄດ້ງ່າຍ ລໍາຕົ້ນ ມີງ່ານ້ອຍ ກາຍເປັນໜາມ ມີນໍ້າຢາງໜຽວ, ໃບເປັນສີຂຽວຈາງ-ສີເຖົ່າອອກໂໝກໆ, ໝາກເປັນຮູບກະສວຍ, ໝາກແຫ້ງແຕກ, ແຕກອອກເປັນ 3 ພາກສ່ວນ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
https://www.nparks.gov.sg/florafaunaweb/flora/3/6/3685
http://tropical.theferns.info/viewtropical.php?id=Cratoxylum+maingayi
ຕິ້ວສົ້ມ
- ລະຫັດ: LT0259
- ຊື່ລາວ: ຕິ້ວສົ້ມ
- ຊື່ວິທະຍາສາດ: Cratoxylum formosum (Jack) Benth. & Hook.f. ex Dyer.
- ຕະກຸນ: HYPERICACEAE
- ຊື່ການຄ້າ (Trade names): DERUM (MY), GERONGGANG (BN), MEMPAT (TH), TIEW SOM (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນຜັດປ່ຽນໃບຂະໜາດກາງ ມີຄວາມສູງ 15 ມ. ລໍາຕົ້ນຕັ້ງຊື່, ເປືອກຕົ້ນອ່ອນສີນໍ້າຕານຈາງ, ເປືອກແກ່ສີນໍ້າຕານອອກດໍາ, ມີຮອຍແຕກເປັນສະເກັດ ແລະ ສາມາດລອກອອກເປັນຊັ້ນບາງ ພ້ອມທັງມີຢາງໜຽວ. ໃບ: ໃບດ່ຽວອອກລຽງກົງກັນຂ້າມກັນ, ຮູບສ້ວຍກັບປາຍແຫຼມ, ຂອບໃບລຽບ, ໃບຍັງອ່ອນເປັນສີແດງ, ໃບແກ່ສີຂຽວເຂັ້ມເຫຼື້ອມ. ດອກ: ດອກສີຂາວເປັນຈຸ້ມ, ປາຍກີບມີຕ່ອມກະຈາຍ, ມີກິ່ນຫອມອ່ອນໆ. ກາບດອກສີຂຽວຫຼືສີແດງເຂັ້ມ. ກີບດອກມີ 5 ກີບ, ກີບເຊື່ອມຕໍ່ກັນຢູ່ສ່ວນກົກ. ເກສອນຜູ້ສັ້ນຫຼາຍສີເຫຼືອງເປັນ 3 ມັດ ໝາກ: ໝາກມີປາຍແຫຼມ, ສີແດງອ່ອນປົນເຫຼືອງ ແຫ້ງແຕກມີສາມຫ້ອງ, ແລະ ບັນຈຸມີ 12-17 ແກ່ນ, ແກ່ນມີສີນໍ້າຕານມີປີກ. ການອອກໝາກ: ມີນາ-ເມສາ
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຕີ້ວສົ້ມ ມີສີນໍ້າຕານອົມເຫຼືອງອອກຂາວ, ມີສ້ຽນຊື່, ເນື້ອໄມ້ລະອຽດສະໝໍ່າສະເໝີ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ແບບຄູ່ແຝດ (Multiple pore) ມີໜ້ອຍ ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເຫັນດ້ວຍຕາເປົ່າ ພາຍໃນມີສານສະກັດ ແບບ Tyloset, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບ Scanty and Fine Line Parenchyma, ມີທໍ່ຢາງທາງຕັ້ງ.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນສາມາດນໍາໃຊ້ເປັນໄມ້ຄໍ້າແບບ,ເຜົາຖ່ານ, ໄມ້ຟືນ, ໃບອ່ອນ ແລະ ດອກອ່ອນ ເປັນອາຫານ ແລະ ໃສ່ແກງປາ ຊຶ່ງຈະໃຫ້ລົດຊາດຝາດໆສົ້ມໆ. ໃບແຫ້ງ, ເປືອກ ແລະ ຮາກ ໃຊ້ຕົ້ມກິນຄືຊາ ເປັນຢາ ແກ້ເຈັບທ້ອງ, ຊ່ວຍລະລາຍອາຫານ.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າ ປະສົມປ່ຽນໃບ, ປ່າດິບແລ້ງ, ປ່າໂຄກ, ເປັນດິນທີ່ຮາບພຽງ. ມັກຈະເຕີບໂຕເປັນກຸ່ມ. ການຟື້ນຟູຕາມທໍາມະຊາດ, ມັກຈະເຕີບໃຫຍ່ມາຈາກຮາກຂອງຕົ້ນແມ່.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ ມຽນມາ, ພາກໃຕ້ຂອງ ສປ ຈີນ , ໄທ, ກໍາປູເຈັຍ, ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ ແລະ ຟິລິບປິນ. ສໍາລັບ ສປປ ລາວ ແຈກຢາຍທົ່ວປະເທດ: ມີຫຼາຍ ແຂວງ ສະຫວັນນະເຂດ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC
- ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດໄດ້ງ່າຍລໍາຕົ້ນຍັງອ່ອນມີໜາມຍາວ, ໝາກມີ 3 ຫ້ອງ, ໄມ້ຊະນິດນີ້ ຖືກຈັດເປັນສອງຊະນິດຍ່ອຍ ຊຶ່ງມີຄວາມແຕກຕ່າງກັນຢູ່ທີ່ໃບຂອງມັນຄື ໃບເປັນຂົນ ແມ່ນຊະນິດ pruniflorum (Kurz) Gog (ຕິ້ວແດງ) ແລະ ໃບກ້ຽງ ແມ່ນຊະນິດ formosum (ຕິ້ວຂາວ). ການກະຈາຍພັນຂອງພວກມັນນ້ອຍໜັກທີ່ຈະພົບຢູ່ຮ່ວມກັນ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
http://www.dnp.go.th/botany/PDF/publications/saranukrom.pdf
https://www.phakhaolao.la/kb/0000309
http://tropical.theferns.info/viewtropical.php?id=Cratoxylum+formosum
http://www.plantsoftheworldonline.org/taxon/urn:lsid:ipni.org:names:19812-1
ຕິ້ວມ່ອນ
- ລະຫັດ: LT0258
- ຊື່ລາວ: ຕິ້ວມ່ອນ
- ຊື່ວິທະຍາສາດ: Cratoxylum cochinchinense (Lour.) Blume.
- ຕະກຸນ: HYPERICACEAE
- ຊື່ການຄ້າ (Trade names) : DERUM (MY), GERONGGANG (BN), LONGIENG (KH), MUOGON (PH), THANH NGANH NAM BO (VN), TIEWMONE (LA), YELLOW COW WOOD (TH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ

ຕິ້ວມ່ອນຈັດເປັນໄມ້ເກີດເປັນສັງຄົມ ມີຄວາມສູງ 22 ມ, ເປືອກຕົ້ນລຽບ ຫຼື ແຕກເປັນສະເກັດ, ເປືອກມີສີເທົາອົມນໍ້າຕານ, ເປືອກດ້ານໃນເປັນສີເຫຼືອງອ່ອນ, ມີນໍ້າຢາງໜຽວສີເຫຼືອງອອກແດງຊືມອອກມາເມື່ອຖືກຕັດ ແລະ ລໍາຕົ້ນມີໜາມແຫຼມຍາວແຂງເປັນເນື້ອໄມ້ອອກຕາມຕົ້ນ. ໃບ: ໃບດ່ຽວອອກລຽງກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບໄຂ່ກັບ, ປາຍແຫຼມ, ແຜ່ນໃບມີລັກສະນະຄ້າຍຄືເຈ້ຍ, ກົກໃບສ້ວຍແຫຼມຫຼືມົນ, ຂອບໃບລຽບ. ໃບອ່ອນມີສີແດງຫຼືສີຂຽວອ່ອນ, ກ້ຽງ. ດອກ: ດອກເປັນຊໍ່ດອກສັ້ນ, ດອກດ່ຽວ ຫຼື ອອກເປັນກະຈຸກ, ດອກສີແດງ, ດອກມີກາບດອກ 5, ໂດຍຈະແຍກເປັນ 2 ວົງໄດ້ແກ່ກາບດອກວົງນອກ 3, ເປັນສີສົ້ມ ຫຼື ສົ້ມແດງ. ການອອກດອກ: ເດືອນເມສາ-ເດືອນພຶດສະພາ. ໝາກ: ໝາກເປັນໝາກແບບແຫ້ງແຕກ, ລັກສະນະຂອງໝາກເປັນຮູບຮີ ຫຼື ເປັນຮູບໄຂ່, ປົກຄຸມດ້ວຍກາບດອກຢູ່ທີ່ໂຄນເວລາມັນແຫ້ງ, ແຕກອອກເປັນ 3 ພາກສ່ວນ. ແກ່ນມີສີນໍ້າຕານ, ມີປີກບາງ. ການອອກໝາກ: ເດືືອນພືດສະພາ-ເດືອນຕຸລາ
ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຕີ້ວມ່ອນ ມີສີນໍ້າຕານເຂັ້ມອອກແດງຊ້ຳ, ສ້ຽນຊື່, ເນື້ອໄມ້ລະອຽດ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ປະມານ 90% ເປັນພໍຣ໌ດ່ຽວ (Solitary pore ເປັນ ແບບ ຄູ່ແຝດ 2-3 ຈຸລັງ (Multiple pore) ຈຳນວນເລັກນ້ອຍ ແລະ ) ແລະ ມີ ການຮຽງຕົວແບບ ສະຫຼຽງ (Oblique) ເປັນສ່ວນໃຫຍ່ ແລະ ແບບລູກໂສ້, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose , ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນແລບໆຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບ Fine line parenchyma ເຫັນຊັດເຈນຕິດຕໍ່ກັນ ຫາ ແບບ Reticulate Parenchyma.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນສາມາດນໍາໄປສ້າງບ້ານ, ເຮັດເສົາ, ຟືນ, ເຮັດເຈ້ຍ ແລະ ຖ່ານໄດ້, ໃບອ່ອນ ແລະ ຍອດອ່ອນມີລົດສົ້ມຂ້ອນຂ້າງຝາດໃຊ້ຮັບປະທານເປັນຜັກສົດ, ຮັບປະທານກັບລາບ ຫຼື ແຈ່ວ, ເປືອກຕົ້ນໃຊ້ສະກັດເປັນສີຍ້ອມເຄື່ອງ, ໝາກອ່ອນເປັນເຄື່ອງເທດໃຊ້ປຸງອາຫານ, ຮາກ ແລະ ກິ່ງມີສັບພະຄຸນແກ້ໄອ.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າໂຄກແຫ້ງ, ປ່າປະສົມ, ປ່າດົງດິບ, ພົບທົ່ວໄປໃນພື້ນທີ່ໂລ່ງແຈ້ງ ແລະ ຕາມແຄມປ່າໃນພື້ນທີ່ຮາບພຽງ ແລະ ເຂດເນີນພູສູງ, ດິນໜຽວ, ມີດິນຊາຍປຽກ. ມັກຈະເຕີບໂຕເປັນກຸ່ມ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ມຽນມາ, ພາກໃຕ້ຂອງ ສປ ຈີນ , ໄທ, ພູມມີພາກອິນດູຈີນ, ອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ. ສໍາລັບ ສປປ ລາວ ພົບເຫັນຢູ່: ທົ່ວໄປ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດໄດ້ງ່າຍລໍາຕົ້ນມີໜາມແຫຼມຍາວແຂງເປັນເນື້ອໄມ້ອອກຕາມຕົ້ນ.ມີນໍ້າຢາງໜຽວສີເຫຼືອງອອກແດງຊືມອອກມາເມື່ອຖືກຕັດ, ໝາກແຫ້ງແຕກອອກເປັນສາມພາກສ່ວນ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
http://www.plantsoftheworldonline.org/taxon/urn:lsid:ipni.org:names:321447-1
http://tropical.theferns.info/viewtropical.php?id=Cratoxylum+cochinchinense
https://www.phakhaolao.la/en/kb/0000598?t%5B0%5D=53&t%5B1%5D=78&t%5B2%5D=68&page=8&p=browse
http://www.dnp.go.th/botany/PDF/publications/saranukrom.pdf
https://padme.rbge.org.uk/laos/list/Guttiferae/Cratoxylum
ແຄ່
- ລະຫັດ: LT0244
- ຊື່ລາວ: ແຄ່, ແຄຫອມ, ຈວງຫອມ
- ຊື່ວິທະຍາສາດ: Cinnamomum scortechinii Gamble
- ຕະກຸນ: LAURACEAE
- ຊື່ການຄ້າ: KHEA (LA), MEDANG (MY)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນກົມ, ເປືອກອອກສີເທົາປົນສີນ້ຳຕານ, ກ້ຽງ, ມີກິ່ນຫອມ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່, ຮູບຮີ ຫຼື ຮູບຫອກ, ໂຄນໃບຮູບຫຼິ່ມ, ຂອບໃບເປັນແສກມົນ, ປາຍໃບແຫຼມເຖິງຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນປົນສີເທົາ, ກ້ຽງທັງສອງກດ້ານ, ກ່າງໃບຂັ້ນໜຶ່ງມີ 3 ເສັ້ນ, ເດັ່ນຈັດເຈນ, ໃບອ່ອນອອກສີເຫຼືອງ. ຊໍ່ດອກແບບແຕກແໜງ, ອອກຢູ່ປາຍຍອດ ແລະ ງ່າມໃບ, ຊໍ່ດອກຍາວ 3–5,7 ຊມ. ດອກອອກສີຂຽວ, ມີຂົນໜາແໜ້ນ. ເກສອນຜູ້ມີ 9 ອັນ. ເຕົ້າໄຂ່ຄ້າຍຄືຮູບຮີ. ໝາກຮູບຂອບຂະໜານກົມ, ໝາກແກ່ສີມ່ວງປົນສີດຳ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຄນຫອມ ມີສີຂີ້ເທົ່າປະສົມນ້ຳຕານ, ສ້ຽນຊື່, ເນື້ອໄມ້ລະອຽດ ແລະ ແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ມີ ແບບ ຄູ່ແຝດ 2-3 ຈຸລັງ (Multiple pore), ການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ແລະ ຖີ່ ບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ຈຳນວນຫຼາຍ, ເສັ້ນ (Ray) ເຫັນຊັດເຈນ ຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບ scanty and Vasicentric parenchyma.
- ການນໍາໃຊ້: ເປັນໄມ້ທີ່ນິຍົມເອົາເປືອກ, ແກນໄມ້, ຮາກ ໄປສະກັດເອົາສານນ້ຳຫອມຕ່າງໆ ຫຼື ເປັນສວ່ນປະສົມຂອງອາຫານ, ນຳໄປໃຊ້ເປັນສ່ວນປະກອບຂອງຢາ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 700–1600 ມ.
- ການກະຈາຍພັນ: ພົບໃນເຂດປະເທດມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຄໍາມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ LC ຂອງ Red list of IUCN. ພົບເຫັນຫຼາຍຕາມເຂດດົງດີບ, ປ່າປະສົມ ແຕ່ໃນປັດຈຸບັນ ຖືກຕັດເພື່ອເອົາເປືອກ, ເນື້ອໄມ້ ແລະ ຮາກ ໄປສະກັດເອົານ້ຳມັນຫອມລະເຫີຍ ແລະ ນຳໃຊ້ເປັນສ່ວນປະກອບຂອງຢາ.
- ໝາຍເຫດ: ໄມ້ແຄຫອມຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບອ່ອນອອກສີເຫຼືອງ. ກ້ານຊໍ່ດອກຍາວ 3–5,7 ຊມ. ດອກອອກສີຂຽວ, ມີຂົນໜາແໜ້ນ. ໝາກຮູບຂອບຂະໜານກົມ, ໝາກແກ່ສີມ່ວງປົນສີດຳ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
R.P.J. de Kok (2019). A revision of Cinnamomum Schaeff. (Lauraceae) for Peninsular Malaysia and Singapore. Gardens’ Bulletin Singapore 71 (1): 89–139. 2019.
https://padme.rbge.org.uk/laos/list/Lauraceae/Cinnamomum
https://www.iucnredlist.org/search?query=Cinnamomum%20aromaticum&searchType=species
http://powo.science.kew.org/taxon/urn:lsid:ipni.org:names:463671-1)
ແຄນາງ
- ລະຫັດ: LT0240
- ຊື່ລາວ: ແຄນາງ, ແຄຫອມ
- ຊື່ວິທະຍາສາດ: Cinnamomum iners (Reinw. ex Nees & T.Nees) Blume
- ຕະກຸນ: LAURACEAE
- ຊື່ການຄ້າ: KAE NANG (LA), HMANTHIN (MM), MEDANG (BN,MY), SAMBORLOVENG (KH), WILD CINNAMON (TH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນກົມ, ເປືອກອອກສີນ້ຳຕານປົນສີເທົາ, ມີກິ່ນຫອມ. ໃບດ່ຽວ, ຈັບແບບສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ໂຄນໃບຮູບຫຼິ່ມ, ຂອບໃບລຽບ, ປາຍໃບຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ກ້ຽງທັງສອງກດ້ານ, ກ່າງໃບຂັ້ນໜຶ່ງມີ 3 ເສັ້ນ, ເດັ່ນຈັດເຈນ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ແລະ ປາຍຍອດ, ຊໍ່ດອກຍາວ 6–26 ຊມ. ດອກອອກສີຂຽວ. ເກສອນຜູ້ມີ 12 ອັນ, ເປັນໝັນ 3 ອັນ, ຮຽງກັນເປັນສອງວົງ, ຖົງເມັດລະອອງເກສອນຮູບໄຂ່ຫາຮູບຂອບຂະໜານ. ເຕົ້າໄຂ່ຄ້າຍຄືຮູບໄຂ່. ໝາກຄ້າຍຄືຮູບໄຂ່, ໝາກອ່ອນສີຂຽວ, ໝາກແກ່ສີມ່ວງປົນສີດຳ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຄນາງມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore), ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງມີສານສະກັດແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບຮອບພໍຣ໌ (Vasicentric Parenchyma), ແບບ diffuse and ແບບ scanty.
- ການນໍາໃຊ້: ເປັນໄມ້ທີ່ນິຍົມເອົາເປືອກ, ແກນໄມ້, ຮາກ ໄປສະກັດເອົາສານນ້ຳຫອມຕ່າງໆ ຫຼື ເປັນສວ່ນປະສົມຂອງອາຫານ, ນຳໄປໃຊ້ເປັນສ່ວນປະກອບຂອງຢາ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 100–1000 ມ.
- ການກະຈາຍພັນ: ພົບໃນເຂດປະເທດຈີນ, ອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ທາເລເຊຍ, ອິນໂດເນເຊຍ, ສີລັງກາ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ວຽງຈັນ, ຄຳມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ພົບເຫັນຫຼາຍຕາມເຂດດົງດີບ, ປ່າປະສົມ ແຕ່ໃນປັດຈຸບັນ ຖືກຕັດເພື່ອເອົາເປືອກ, ເນື້ອໄມ້ ແລະ ຮາກ ໄປສະກັດເອົານ້ຳມັນຫອມລະເຫີຍ ແລະ ນຳໃຊ້ເປັນສ່ວນປະກອບຂອງຢາ.
- ໝາຍເຫດ: ໄມ້ແຄນາງຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງຮູບຮີ ຫຼື ຮູບຂອບຂະໜານ, ກ່າງໃບຂັ້ນໜຶ່ງມີ 3 ເສັ້ນ, ເດັ່ນຈັດເຈນ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ແລະ ປາຍຍອດ. ດອກອອກສີຂຽວ. ເຕົ້າໄຂ່ຄ້າຍຄືຮູບໄຂ່. ໝາກຄ້າຍຄືຮູບໄຂ່.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Forest Research Institute Malasia, (2019). Equivalent Timber Name in Asian.
http://www.efloras.org/florataxon.aspx?flora_id=2&taxon_id=200008704
https://padme.rbge.org.uk/laos/list/Lauraceae/Cinnamomum
https://www.iucnredlist.org/search?query=Cinnamomum%20aromaticum&searchType=species
https://www.phakhaolao.la/kb/0001165?q=Cinnamomum%20iners&p=search
http://www.plantsoftheworldonline.org/taxon/urn:lsid:ipni.org:names:463467-1)
ມື
- ລະຫັດ: LT0232
- ຊື່ລາວ: ມື
- ຊື່ວິທະຍາສາດ: Choerospondias axillaris L.Burtt & A.W.Hill
- ຕະກຸນ: ANACARDACEAE
- ຊື່ການຄ້າ: MUE (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ມື ເປັນໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ, ສູງເຖິງ 20 ມ. ລຳຕົ້ນ ກົມ, ເປືອກນອກ ຕົ້ນອ່ອນ ລຽບ, ເປືອກຕົ້ນແກ່ ແຕກ ແບບ ສີ່ຫຼ່ຽມຕື້ນ, ສີນໍ້າຕານປົນສີຂີ້ເຖົ່າ, ເປືອກໃນສີບົວ. ໃບ ໃບປະສົມຂົນນົກປາຍຄີກ, ຈັບແບບຮຽງສະຫຼັບ, ໃບຍ່ອຍ ຮຽງກົງກັນຂ້າມ, ຮູບຮີ, ກົກໃບບ້ຽວ, ປາຍໃບຮຽວແຫລມ, ຂອບໃບອ່ອນ ຢັກຫ່າງໆ, ຂອບໃບແກ່ລຽບ. ຊໍ່ດອກ ແບບແຕກແໜງ, ດອກ ສີແດງເຂັ້ມ, ດອກຜູ້ ແຕກງ່າໃຫຍ່ເປັນກຸ່ມຢູ່ປາຍກີ່ງ, ກາບດອກ ຕິດກັນ ມີ 5 ແຊກ, ຮູບໄຂ່ ຫຼື ມົນ. ກີບດອກມີ 5 ກີບ, ເກສອນຜູ້ມີ 10 ອັນ. ເຕົ້າໄຂ່ຈັບເທິງ. ໝາກ ຮູບໄຂ່ ຫຼື ມົນກົມ, ເນື້ອ ໝາກນຸ້ມນວນ, ມື່ນ, ລົດສົ້ມ. ແກ່ນ ມີ 5 ຮູທີ່ປາຍ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ໝາກມື ມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ແຝດ
(Multiple pore) ຈຳນວນເລັກນ້ອຍ, ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍ Ring porous, ພໍຣ໌ມີຂະໜາດໃຫຍ່ໃນເຂດເນື້ອໄມ້ຕົ້ນລະດູ (ແຕກໂຕນກັບຂະໜາດໃນເນື້ອໄມ້ທ້າຍລະດູ) ແລະ ຄ່ອຍໆມີຂະໜາດນ້ອຍລົງໄປຫາເນື້ອໄມ້ທ້າຍລະດູ, ມີສານສະກັດ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ ຮອບພໍຣ໌ and Initial boundary Parenchyma).
- ການນໍາໃຊ້: ເນື້ອໄມ້ອ່ອນ, ໃຊ້ສຳລັບເຮັດເຄື່ອງຕົບແຕ່ງພາຍໃນທົ່ວໄປ, ໝາກກິນໄດ້ ແລະ ຜະລິດເປັນເຫຼົ້າວ່າຍໄດ້, ເປືອກໝາກ ເປັນຢາຫ້າມເລືອດ, ຢູ່ປະເທດເນປ່ານ ແລະ ອິນເດຍ ໃຊ້ ໝາກ ຜະລິດເປັນເຄື່ອງດອງ. ໃຊ້ເສັ້ນໄຍເປືອກລຳຕົ້ນເຮັດເຊືອກ, ໃບເປັນອາຫານຂອງສັດລ້ຽງ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ມືພົບເຫັນໃນປ່າຂັ້ນສອງຊຸ່ມຊື່ນ, ປ່າດົງດິບຊຸ່ມຊື່ນ, ດິນຊາຍແກມຕົມ, ຊັ້ນດິນເລີກ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 500–1260 ມ.
- ການກະຈາຍພັນ: ອິນເດຍ, ເນປ່ານ, ຈີນ, ຍີ່ປຸ່ນ, ໄທ, ຫວຽດນາມ, ກຳປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ຊຽງຂວາງ ແລະ ຄຳມ່ວນ https://padme.rbge.org.uk/laos/list/Anacardiaceae
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດມີທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ມືສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ເປັນໃບປະສົມຂົນນົກປາຍຄີກຊັ້ນດຽວ, ມີໃບຍອ່ຍ 7-9 ໃບ ກົກໃບບ້ຽວ, ໝາກ ມີແກ່ນດຽວ, ເນື້ອໝາກນຸ້ມນວນ, ມື່ນ, ລົດສົ້ມ, ແກ່ນມີ5ຮູທີ່ປາຍ.
- ເອກະສານອ້າງອີງ
- ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
- ລົງວັນທີ 6 ເມສາ
Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam
Lehmann, Greijmans & Shenman, 2003. Field guide to Forests and Trees of the Central
Highlands of Xieng Khouang Lao P.D.R.
ກໍ່ກຶດແປ້ງ
- ລະຫັດ: LT0214
- ຊື່ລາວ: ກໍ່ກຶດແປ້ງ
- ຊື່ວິທະຍາສາດ: Castanopsis tribuloides (Sm.) A.DC.
- ຕະກຸນ: FAGACEAE
- ຊື່ການຄ້າ (Trade names) : KOR KUET PEANG (LA)
Common names:
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນຕົ້ນໄມ້ຂຽວຕະຫຼອດປີຂະໜາດກາງຫາໃຫຍ່, ສູງ 25 ມ, ເປັນຕົ້ນໄມ້ປ່ຽນໃບ, ເປືອກສີນໍ້າຕານປົນເທົ່າ, ມີຮອຍແຕກ. ໃບ: ໃບດ່ຽວ, ອອກລຽງສະລັບ, ເປັນຮູບໃບຫອກ ຫຼື ຮູບໃບຫອກ-ຮູບຂອບຂະໜານ, ຂອບໃບລຽບ, ໜ້າໃບສີຂຽວເຂັ້ມເຫຼື້ອມ, ໃບອ່ອນສີແດງ. ດອກ: ດອກອອກເປັນຊໍ່ຕັ້ງຂຶ້ນ, ມີຂະໜາດນ້ອຍ, ເກສອນຜູ້ 12 ອັນ, ດອກແມ່ຄ້າຍຄືດອກຜູ້. ການອອກດອກ: ເດືອນເມສາ. ໝາກ: ເປັນຮູບໄຂ່, ປາຍແຫຼມເປັນຕິ່ງ, ມີກາບຫຸ້ມໝາກເປັນໜາມ, ແໜ້ນ ອອກເປັນຊໍ່ຍາວ. ການອອກໝາກ: ເດືືອນກັນຍາ-ເດືອນຕຸລາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກໍ່ຝາງ ມີສີເທົາ ສ້ຽນຊື່. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ຮຽງຕົວແບບລູກໂສ້, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ມີສານສະກັດແບບ Tylose, ເສັ້ນ (Ray) ເຫັນເປັນເສັ້ນແລບໆຊັດເຈນ, ພາເຣງຄິມາ (Parenchyma) ແບບ Abaxial or unilaterally Parenchyma, ແບບ Fine line Parenchyma.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ ແລະ ທົນ, ເພິ່ນນິຍົມນໍາໃຊ້ເຂົ້າໃນການກກໍ່ສ້າງ: ເນື້ອໄມ້ສາມາດນຳມາໃຊ້ເປັນເຄື່ອງເຟີນິເຈີ ຕ່າງໆພາຍໃນຄອບຄົວ, ເປັນໄມ້ຟືນ, ເຮັດເສົາຮົ້ວ ແລະ ຍັງເອົາກີ່ງງ່າ ຫຼື ລຳຕົ້ນມາປູກເຫັດ. ນອກນັ້ນຮັກສາໄວ້ເປັນຕົ້ນມາເພື່ອເກັບເຫັດກໍ່ແດງໃນທຳມະຊາດອິກດ້ວຍ.ໝາກສາມາດກິນໄດ້ໂດຍການນໍາໄປຂົ້ວ.
- ແຫຼ່ງທີ່ຢູ່ອາໃສ: ເປັນຊະນິດທີ່ໂດດເດັ່ນຢູ່ໃນປ່າດົງດິບແຫ້ງແລ້ງຕາມສັນພູ ຢູ່ຮ່ວມກັນກັບໄມ້ກໍຊະນິດອື່ນ, ສາມາດພົບໄດ້ຢູ່ໃນເຂດດິນຕົມປົນຊາຍ ແລະ ຫີນ.ມີຄວາມສູງຈາກລະດັບນໍ້າທະເລ 1100 ມ ຂື້ນໄປ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ຫວຽດນາມ, ສປ ຈີນ, ອິນເດຍ, ເນປານ ແລະ ບັງກະລະເດັດ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຊຽງຂວາງ ແລ ຫົວພັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດບໍຢູ່ໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
- ໝາຍເຫດ: ໃບດ່ຽວ, ອອກລຽງສະລັບ, ເປັນຮູບໃບຫອກ ຫຼື ຮູບໃບຫອກ-ຮູບຂອບຂະໜານ, ຂອບໃບລຽບ, ໜ້າໃບສີຂຽວເຂັ້ມເຫຼື້ອມ, ໃບອ່ອນສີແດງ.
- ເອກະສານອ້າງອີງ
https://www.nhbs.com/field-guide-to-forest-trees-of-northern-thailand-book
https://www.phakhaolao.la/kb/0000660
ກໍ່ເດືອຍ
- ລະຫັດ: LT 0183
- ຊື່ລາວ: ກໍ່ເດືອຍ, ກໍ່ຝາງ
- ຊື່ວິທະຍາສາດ: Castanopsis acuminatissima (Bl.) A.DC
- ຕະກຸນ: FAGACEAE
- ຊື່ການຄ້າ (Trade names): KHOS CHROUK (KH), KO DUEAI (TH), KOR DEUY (LA)
Common names:
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງເຖິງ 12 ມ, ລຳຕົ້ນເປັນປຸ້ງຢູໂຄນ, ບາງຄັ້ງກໍມີປີກຮາກ ຫຼື ບໍມີປີກຮາກ, ເປືອກສີຂີ້ເຖົ່າ ຫຼື ສີນໍ້າຕານຈາງ, ມີຮອຍແຕກເປັນເກັດ ແລະ ເປັນຕູດ, ເປືອກຊັ້ນໃນສີແດງ, ໜາ, ເປືອກນອກສີແດງຫຼືສີນໍ້າຕານຈາງ. ໃບ: ໃບດ່ຽວ, ຮຽງສະລັບ, ມີກ້ານໃບ, ຂອບໃບແຊັກແຂ້ວເລ່ືອຍ (ບາງຄັ້ງຄາວມີພຽງສອງສາມແຂ້ວເທົ່ານັ້ນ), ປາຍໃບແຫຼມ, ໃບເຫຼື້ອມເປັນເງົາ; ມີຫູໃບ. ດອກ: ອອກເປັນຊໍ່ ດອກມີເພດແຍກຢູ່ໃນຕົ້ນດຽວ, ບໍ່ມີກ້ານດອກ; ເກສອນຜູ້ 10-12. ການອອກດອກ: ເດືອນຕຸລາ-ເດືືອນທັນວາ. ໝາກ: ໝາກຮູບໄຂ່ມີປາຍແຫຼມເລັກນ້ອຍ ບໍ່ມີໜາມ (ເນື່ອງຈາກມີເກັດແຂງ), ບໍ່ມີເນື້ອ, ໝາກແຫ້ງເປືອກແຂງ; ແກ່ນ 1, ໝາກຍັງອ່ອນມີເປືອກຫຸ້ມມີໜາມສັ້ນ. ການອອກໝາກ: ເດືືອນມັງກອນ-ເດືອນມີນາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກໍ່ຝາງ ມີສີຂີ້ເທົ່າແກ່, ສ້ຽນຊື່ ແລະ ສົນເລັກໜ້ອຍ, ຜິວສຳຜັດຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ຮຽງຕົວແບບລູກໂສ້, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ມີສານສະກັດແບບ Tylose, ເສັ້ນ (Ray) ເຫັນເປັນເສັ້ນແລບໆຊັດເຈນ, ພາເຣງຄິມາ (Parenchyma) ແບບ Abaxial or unilaterally Parenchyma, ແບບ Fine line Parenchyma.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ເຂົ້າໃນການເຮັດເຄື່ອງເຟີນີເຈີ, ເສົາຂົວ, ແປ້ນປູຟື້ນ, ໄມ້ອັດ, ການກໍ່ສ້າງເຮືອນ. ລໍາຕົ້ນໄດ້ຖືກນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນແບບດັ້ງເດີມ, ນຳໃຊ້ເຮັດຟືນ ແລະ ເຮັດຖ່ານໄດ້.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດົງດິບ, ຢູ່ດິນປົນຫີນປູນປະສົມ, ຄວາມສູງຈາກລະດັບນໍ້້າທະເລ 1129 ມ ຂື້ນໄປ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ຫວຽດນາມ, ມາລເຊຍ, ອິນໂດເນເຊຍ, ບັງກະລາເດັດ, ນິວກກິເນຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ເຂດພາກເໜືອ ເຊັ່ນ ແຂວງ ຫົວພັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດບໍຢູ່ໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
- ໝາຍເຫດ: ຈະສັງເກັດເຫັນໄດ້ງ່າຍໝາກບໍ່ມີກ້ານ, ໝາກຈັບຕາມກ້ານຊໍ່, ເປືອກຫຸ້ມໝາກບໍ່ລຽບເປັນຕູດ ແລະ ມີໜາມສັ້ນ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
http://portal.cybertaxonomy.org/flora-malesiana/node/12923
http://tropical.theferns.info/viewtropical.php?id=Castanopsis+acuminatissima
http://www.pngplants.org/PNGtrees/TreeDescriptions/Castanopsis_acuminatissima_Bl_A_DC.html
http://www.plantsoftheworldonline.org/taxon/urn:lsid:ipni.org:names:295374-1
http://www.tropicaltimber.info/specie/berangan-castanopsis-acuminatissima/#lower-content
Flora of Thailand Vol 9(3)
ກໍ່ແດງ
- ລະຫັດ: LT0181
- ຊື່ລາວ: ກໍ່ແດງ
- ຊື່ວິທະຍາສາດ: Castanea henryi (Skan) Rehder & E.H.Wilson
- ຕະກຸນ: FAGACEAE
- ຊື່ການຄ້າ (Trade names): KOR DEANG (LA)
Common names: Henry Chesnutt
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງເຖິງ 10 ມ, ລຳຕົ້ນຊື່, ເປືອກສີນໍ້າຕານປົນສີຂີ້ເຖົ່າ; ເປືອກລອກເເປັນແຜ່ນ ໃບ: ໃບດ່ຽວ ລຽງສະລັບ, ໃບອ່ອນສີແດງ, ໃບແກ່ໜ້າໃບສີຂຽວເຂັ້ມເຫຼື້ອມ, ຫຼັງໃບສີທອງເຫຼື້ອມ ໃບຮູບຂອບຂະໜານ ຫຼືຮູບໄຂ່, ຂອບໃບເປັນແຂ້ວເລື່ອຍ, ປາຍສ້ວຍແຫຼມຍາວ. ດອກ: ຊໍ່ດອກຜູ້ 5-16 ຊມ. ດອກສີຂາວ, ມີໜາມສັ້ນ, ດອກເປັນຮວງຍາວ ລວມທັງມີໃບຊ້ອນດອກ, ປົກຄຸມດ້ວຍກ້ານໃບທີ່ມີຂົນອ່ອນເລັກນ້ອຍ. ການອອກດອກ: ເດືອນພຶດສະພາ-ເດືືອນກໍລະກົດ. ໝາກ: ອອກເປັນພົ້ວຕາມກິ່ງງ່າ, ໝາກຮູບກົມ,ຮູບໄຂ່, ໝາກອ່ອນມີເປືອກຫຸ້ມໝາກມີໜາມແຫຼມສີຂຽວ, ໝາກແຫ້ງໜາມແຫຼມສີແດງ. ການອອກໝາກ: ເດືືອນກັນຍາ-ເດືອນຕຸລາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກໍ່ແດງມີສີນໍ້າຕານແດງ ສ້ຽນຊື່ ຫຼື ສົນເລັກນ້ອຍເນື້ອໄມ້ຂ້ອນຂ້າງຫຍາບ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເກືອບທັງໝົດເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ມີພໍຣ໌ຄູ່ແຝດ (Multiple pore) ປະປົນເລັກນ້ອຍ ຮຽງຕົວ ແບບລູກໂສ້ ແລະ ບາງຈໍານວນ ສະຫຼຽງກັບເຣ (Oblique), ການກະຈາຍເປັນແບບມີວົງປີ (Ring porous), ພໍຣ໌ມີຂະໜາດໃຫຍ່ໃນເນື້ອໄມ້ຕົ້ນລະດູ ມີຂະໜາດແຕກໂຕນຈາກເຂດເນື້ອໄມ້ທ້າຍລະດູ, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ ແບບ Aboxial or unilaterally Parenchyma and Diffuse in aggregate Parenchyma.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ເຂົ້າໃນການເຮັດໄມ້ຟືນ, ຫຼັກຮົ້ວ, ໝາກສາມດກິນໄດ້:
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຢູ່ຕາມປ່າດິບແລ້ງ ແລະ ປ່າດິບຊື້ນ ເຂດສູງ ບໍລິເວນເປີ້ນພູ ແລະ ສັນພູຕໍ່າ, ປ່າທີ່ອຸດົມສົມບູນ, ຢູ່ດິນທີ່ມີຄວາມຊຸ່ມ. ຄວາມສູງຈາກລະດັບນໍ້າທະເລ 1130 ມ ຂື້້ນໄປ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ເຂດປະເທດອາຊີຕາເວັນອອກສຽງໃຕ້, ພາກໃຕ້ຂອງ ສປ ຈີນ . ສໍາລັບ ສປປ ລາວ ພົບເຫັນຢູ່ ພາກກາງ ແລະ ພາກເໜືອ ເຊັ່ນ: ຫົວພັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
- ໝາຍເຫດ: ສາມາດສັງເກດເຫັນໄດ້ງ່າຍຫຼັງໃບແກ່ເປັນສີທອງເຫຼື້ອມ, ໃບອ່ອນເປັນສີແດງ, ໝາກມີໜາມແຫຼມ.
- ເອກະສານອ້າງອີງ
https://padme.rbge.org.uk/laos/list/
http://temperate.theferns.info/plant/Castanea+henryi
http://www.plantsoftheworldonline.org/taxon/urn:lsid:ipni.org:names:358295-1
http://www.efloras.org/florataxon.aspx?flora_id=2&taxon_id=200006225
ກີວ
- ລະຫັດ: LT0173
- ຊື່ລາວ: ກີວ
- ຊື່ວິທະຍາສາດ: Carpinus londoniana J.P.Winkl.
- ຕະກຸນ: BETULACEAE
- ຊື່ການຄ້າ: KIEW (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ກີວ ເປັນໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ, ສູງເຖິງ 25 ມ. ລຳຕົ້ນ ຊື່ຮຽວ, ເປືອກ ສີເຖົ່າຈືດ, ປົກະຕິເປັນຂຸ່ຍ, ເປືອກໃນ ບໍ່ມີກີ່ນຫອມ. ໃບ ດ່ຽວ, ຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານແກມຮູບຫອກ, ປາຍໃບຮຽວແຫຼມຍາວ, ໂຄນໃບບິດບຽ້ວເລັກນ້ອຍ, ໃບອ່ອນມີຂົນສັ້ນໆ, ຂອບໃບຢັກແຂ້ວເລື່ອຍ. ດອກ ສີຂຽວ ຫຼື ສີແດງ, ດອກເພດຜູ້ ຄ້າຍຫາງກະຮອກສັ້ນ ຫ້ອຍຢ່ອນລົງ, ບໍ່ມີກີບ ແລະ ກາບດອກ, ເກສອນຜູ້ມີ 3-12 ອັນ, ດອກເພດແມ່ອອກເປັນຄູ່ຢູ່ປາຍກີ່ງ, ກາບ ແລະ ກີບດອກ ມີ 6-10 ແຂ້ວຢູ່ປາຍເຕົ້າໄຂ່ ໝາກ ຮູບຮ່າງຮຽວຍາວ, ເປັນກຸ່ມຍາວ 5-12 ຊມ, ສີຂຽວຈືດ, ປະກອບດ້ວຍປີກບາງຄ້າຍຄືໃບຊ້ອນດອກ. ແກ່ນ ສ່ວນຫລາຍ ມີ 1 ແກ່ນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກີວມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ, ເນື້ອໄມ້ຽາບຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ, ແບບຂອງການຮຽງຕົວບໍ່ຊັດເຈນ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນແລບໆ, ພາເຣງຄິມາ (Parenchyma) ແບບ Reticulate ແມ່ນ parenchyma ທີ່ມີຂະໜາດຄວາມກວ້າງຂອງແຖບເທົ່າກັບຂະໜາດຄວາມກວ້າງຂອງ ray ແລະ ໄລຍະຫ່າງລະຫວ່າງແຖບ parenchyma ເທົ່າກັບໄລຍະຫ່າງລະຫວ່າງ ray ເຮັດໃຫ້ຕິດກັນເປັນຮູບຕາໜ່າງແຫ.
- ການນໍາໃຊ້: ປະຊາຊົນໃຊ້ໄມ້ເຮັດຟືນ, ເມື່ອປ່າໄມ້ກີວ ຖືກຖາງເຮັດໄຮ່, ເຮັດສວນ ໄມ້ທີ່ຖືກຕັດປະໄວ້ 1 ປີ ຂຶ້ນໄປເປັນວັດຖຸທີ່ເຮັດດ້າງທີ່ສາມາດກິນໄດ້ອອກດີທີ່ສຸດ, ນອກຈາກນັ້ນຍັງປູກລຽບແຄມນໍ້າ, ແຄມຫ້ວຍເພື່ອປ້ອງກັນການເຊາະເຈື່ອນຂອງດີນ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ກີວມັກເກີດໃນເຂດດີນອຸດົມສົມບູນເຊັ່ນ ປ່າດົງດີບຊຸ່ມຊື່ນ, ປ່າຂັ້ນສອງຊຸ່ມຊື່ນ, ປ່າ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ ເຖິງ 1155 ມ (ມ. ຄູນ, ຂ. ຊຽງຂວາງ).
- ການກະຈາຍພັນ: ຈີນ, ໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ແຂວງອຸດົມໄຊ, ຫົວພັນ, ຫຼວງພະບາງ, ຊຽງຂວາງ ແລະ ເຊກອງ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດພົບເຫັນທົ່ວໄປ LC ຂອງ Red list of IUCN.
- າຍເຫດ: ໄມ້ກີວ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເປືອກ ສີຂີ້ເຖົ່າ, ຂອບໃບຢັກແຂ້ວເລື່ອຍ, ຊໍດອກເພດຜູ້ ເປັນຮວງແບບຫາງກະຮອກ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
Lehmann, Greijmans & Shenman, 2003. Field guide to Forests and Trees of the Central
Highlands of Xieng Khouang Lao P.D.R.
Simon Gardner and at all, 2000. A Field Guide to Forest Trees of Northern Thailand.
https://padme.rbge.org.uk/laos/list/Betulaceae/ Carpinus
https://www.iucnredlist.org/search




























































