tmladmin
ກວາງຊີ
- ລະຫັດ: LT0648
- ຊື່ລາວ: ແດງນໍ້າ, ກວາງຊີ
- ຊື່ວິທະຍາສາດ: Pometia pinnata R.Forst. & G.Forst..
- ຕະກຸນ: SAPINDACEAE
- ຊື່ການຄ້າ: DAENG NAM (LA), FIJIAN LONGAN (TH), KASAI (BN,MY), MATOA (ID)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ແດງນໍ້າ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 30 ມ. ລຳຕົ້ນ ກົມ, ຊື່, ເຮືອນຍອດເປີດ, ມີພຶງເລັກນ້ອຍ, ເປືອກນອກ ສີນໍ້າຕານປົນສີສົ້ມ, ເປືອກຂ້ອນຂ້າງກ້ຽງ, ປົກກະຕິແຕກເປັນເກັດບາງໆ, ເປືອກໃນສີສົ້ມຈືດ, ມີຢາງສີແດງ. ໃບ ໃບປະສົມຂົນນົກປາຍຄູ່, ຈັບແບບຮຽງສະຫຼັບຮອບກີ່ງ, ໃບຍ່ອຍ ຮຽງກົງກັນຂ້າມ, ຮູບໄຂ່ແຄບ ຫຼື ຮູບ ຫອກ, ກົກໃບຮູບຫົວໃຈ, ປາຍໃບແຫລມ, ຂອບໃບຢັກ, ໃບອ່ອນສີແດງ ປົນມ່ວງ, ມີຂົນສີນໍ້າຕານປົກຄຸມຢ່າງດົກໜາ. ຊໍ່ດອກ ແບບ ຫາງກະຮອກ, ອອກຕາມງ່າມໃບ ສ່ວນປາຍຂອງກີ່ງ. ດອກ ສີຂຽວປົນສີສົ້ມ, ກາບດອກ ມີ 4-5 ອັນ, ຮູບສາມຫຼ່ຽມ, ກົກກາບເຊື່ອມຕິດກັນ, ຂ້າງນອກມີຂົນ, ກີບດອກມີ 4-5 ອັນ, ຂະໜາດນ້ອຍກວ່າກາບດອກ, ເກສອນຜູ້ ມີ 5-6 ອັນ, ສີແດງປົນ, ເຕົ້າໄຂ່ຈັບເທິງຖານດອກ, ມີສອງແສກ. ໝາກ ຮູບມົນກົມ, ສຸກສີແດງ, ກ້ຽງ, ເນື້ອນວນໜາ. ແກ່ນ ໃຫຍ່ ມີແກ່ນດຽວ, ສີເຫຼືອງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກວາງແດງມີສີນໍ້າຕານ ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງຫຍາບຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ແຝດ (Multiple pore), ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ມີສານແຊກແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບອ້ອມຮອບພໍຣ໌ (Vasicentric Parenchyma).
- ການນໍາໃຊ້: ເນື້ອໄມ້ໃຊ້ສຳລັບກໍ່ສ້າງທົ່ວໄປ, ໄມ້ອັດ, ເຮັດກໍາປັ່ນ, ເຮືອ, ດ້າມເຄື່ອງມື, ເຄື່ອງໃຊ້ດ້ານການກະສິກຳ ແລະ ກິລາ, ເຮັດກັບ ແລະ ກະຕ່າ, ເຮັດຕູ້, ເຄື່ອງຕົບແຕ່ງພາຍໃນ. ໝາກກິນໄດ້, ລົດຫວານ, ກິ່ນຫອມ, ແກ່ນມີນຳ້ມັນສາມາດກິນໄດ້ຫຼັງຈາກຕົ້ມ ຫຼື ຂົ້ວ. ນອກນັ້ນໝາກໃຊ້ເປັນຢາສະໝູນໄພປິ່ນປົວກະດູກ, ເຈັບຫົວ, ຂັບໄລ່ແຫ່ຫຼັງເກີດລູກ, ບັນເທົາປວດກ້າມຊີ້ນ, ຄໍ່ກະດູກ, ແກ້ໄຂ້, ທ້ອງຖອກ, ໄອ ແລະ ກະເພາະ, ໃບ ແລະ ເປືອກຕົ້ມເປັນຢາແກ້ໄຂ້ ແລະ ແຜ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ມັກພົບເຫັນໃນປ່າດົງດິບ, ເຂດພື້ນທີ່ຊຸ່ມ, ແຄມນໍ້າ, ປ່າດີນທາມ, ປົກກະຕິພົບເຫັນໃນປ່າເຂດຕໍ່າ, ຊັ້ນດິນເລີກ. ປົກກະຕິພົບເຫັນໃນລະດັບຄວາມສູງຈາກລະດັບໜ້ານໍ້າທະເລຕໍ່າກວ່າ 500 ມ, ແຕ່ບາງຄັ້ງພົບເຫັນ ໃນລະດັບຄວາມສູງ 1700 ມ.
- ການກະຈາຍພັນ: ພາກຕາເວັນອອກຂອງອາຊີ, ອິນເດຍ, ມາເລເຊຍ ຫາ ເກາະປາຊີຟິກ. ສຳລັບ ສປປ ລາວ ພົບເຫັນໃນແຂວງບໍ່ແກ້ວ, ຫົວພັນ, ຫຼວງພະບາງ, ວຽງຈັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດມີທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ມືສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ເປັນໃບປະສົມຂົນນົກປາຍຄູ່ຊັ້ນດຽວ, ມີ ກົກໃບຮູບຫົວໃຈ, ຂອບໃບຢັກ, ໃບອ່ອນສີ ແດງ ປົນມ່ວງ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
Simon Gardner and at all, 2000. A Field Guide to Forest Trees of Northern Thailand.
https://www.iucnredlist.org/search?query=Pometia%20pinnata&searchType=species
https://padme.rbge.org.uk/laos/list/Anacardiaceae
https://www.google.com/search?q=Pometia+pinnata+wood&sa
https://www.google.com/search?q=pometia+pinnata+uses
http://tropical.theferns.info/viewtropical.php?id=Pometia+pinnata
ດູ່ຟ້າຍ
- ລະຫັດ: LT0657
- ຊື່ລາວ: ດູ່ຟ້າຍ
- ຊື່ວິທະຍາສາດ: Pterocarpus indicus Willd.
- ຕະກຸນ: FABACEAE
- ຊື່ການຄ້າ: DU LUAT (LA), NARRA (PH,VN), PRADU (VN), SENA (MY), SENE (VN), SONOKEMBANG (ID), THNONG (KH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນ, ສູງເຖິງ 20 ມ. ລຳຕົ້ນກົມ, ເປືອກສີເທົາ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 5–7 ໃບ, ໃບຍ່ອຍຈັບແບບສະຫຼັບ, ຮູບໄຂ່ຫາຮູບຮີ, ໂຄນໃບມົນ ຫຼື ຕັດ, ຂອບໃບລຽບ, ປາຍໃບຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ່າງໃບຂັ້ນສອງມີ 6–8 ຄູ່. ຊໍ່ດອກແບບກະຈະ ຫຼື ແບບແຕກແໜງ, ອອກຕາມງ່າມໃບ ຫາຍາກທີ່ຈະອອກຢູ່ປາຍຍອດ. ດອກສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີຂົນ. ໝາກເປັນຝັກແປ, ຮູບເກືອບກົມ, ຂ້ວນໝາກມົນ ຫຼື ນູນຂຶ້ນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ດູ່ຝ້າຍໂດຍພື້ນຖານແລ້ວມີສີນໍ້າຕານ, ສີແດງ (ສີແດງອ່ອນຫຼືສີສົ້ມສີນໍ້າຕານ), ມອກໄມ້ ແລະ ແກນໄມ້ ມີສີຕ່າງກັນ, ຄວາມໜາແໜ້ນ 0.55–0.9 g/cm³.
ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels ມີຂະໜາດນ້ອຍຫາກາງ ກະຈາຍແບບ ring porous or semi-ring porous .ຈຸລັງ Vessels ເປັນຕົວຄູນ, ໂດຍທົ່ວໄປແລ້ວເປັນແຖວສັ້ນ (2–3 ຈຸລັງ Vessels ) ຫຼື ເປັນແຖວ radial 4 ຫຼືຫຼາຍກວ່ານັ້ນ ຫຼືເປັນກຸ່ມ. ເສັ້ນແກນ parenchyma ກວ້າງກວ່າລັງສີ (ray). ຈຸລັງສີ (Rays) 6–14 ຕໍ່ tangential mm, ສະເພາະແຕ່ uniseriate ແລະ multiseriate, 1(–2) ເຊລກວ້າງ, ແຄບ (2–3 seriate). ຄວາມສູງຂອງລັງສີ(Rays) ໃຫຍ່ເຖິງ 500 µm. ການລວມເອົາແຮ່ທາດ Crystals ປະຈຸບັນ, prismatic, ຕັ້ງຢູ່ໃນຈຸລັງ parenchyma axial. ຈຸລັງ parenchyma axial ປະກອບດ້ວຍ crystal-contained chambered. ຈໍານວນຂອງ crystals per cell or chamber one. Silica ສັງເກດບໍ່ເຫັນ.
- ການນໍາໃຊ້: ສ່ວນຫຼາຍແມ່ນນຳໃຊ້ປູກເປັນພືດປະດັບ ຫຼື ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ ໃນພື້ນທີ່ທົ່ງພຽງ, ຕາມເນີນພູ ແລະ ມັກນິຍົມກັນມາປູກໃວ້ຕາມບ້ານເຮືອນ ຫຼື ປູກເປັນສວນ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–700 ມ.
- ການກະຈາຍພັນ: ປະເທດອິນເດຍ, ຈີນ, ມ່ຽນມ້າ, ໄທ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ຟິລິບປິນ, ປາປົວນິວກີເນຍ. ສໍາລັບ ສປປ ລາວ ພົບເຫັນຢູ່ທົ່ວໄປ.
- ສະພາບການອະນຸລັກ: ເປັນໄມ້ທີ່ພົບເຫັນຢູ່ທົ່ວໄປ ເພາະນິຍົມມາປູກເປັນໄມ້ປະດັບ ບາງຄັ້ງກໍ່ນໍາໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ.
- ໝາຍເຫດ: ໄມ້ດູ່ຟ້າຍ ໂດຍສັງເກດເບິ່ງໃບເປັນໃບປະສົມແບບຂົນນົກປາຍຄີກ, ໃບມີສີຂຽວເຂັ້ມ, ໝາກຮູບເກືອບກົມ, ຂ້ວນນໝາກມົນ ຫຼື ນູນຂຶ້ນ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
http://www.efloras.org/florataxon.aspx?flora_id=2&taxon_id=200012291
https://padme.rbge.org.uk/laos/list/Leguminosae/Pterocarpus
http://www.plantsoftheworldonline.org/taxon/urn:lsid:ipni.org:names:516487-1
ວິກເປືອກເກັດ
- ລະຫັດ: LT0384
- ຊື່ລາວ: ວິກເປືອກເກັດ
- ຊື່ວິທະຍາສາດ: Eucalyptus urophylla T.Blake
- ຕະກຸນ: MYRTACEAE
- ຊື່ການຄ້າ: VIK PUEK KET
- ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ວິກເປືອກເກັດສູງເຖິງ 55 ມ. ເປືອກລໍາຕົ້ນ ສີນໍ້າຕານປົນສີແດງ, ເປືອກແຕກເປັນເກັດໂດຍສະເພາະບໍລິເວດກົກລໍາຕົ້ນ, ກິ່ງງ່າກົມ, ເປັນຮວງຫ້ອຍລົງ, ທຸກພາກສວນມີກິ່ນຫອມ. ໃບດ່ຽວໃບອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກວ້າງ, ໃບແກ່ແຜນໃບແກ່ຮູບໃບຫອກ ແລະ ບ້ຽວ ຫຼື ໂຄ້ງ, ຂອບໃບລຽບ, ປາຍໃບຮຽວແຫຼມ, ແຜນໃບ ໜາຄ້າຍໜັັງ, ແຜນໃບດ້ານເທິງສີຂຽວ, ດ້ານລຸ່ມສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວ. ຊໍ່ດອກກ້ານດອກດ່ຽວປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, 5-8 ດອກ, ກ້ານດອກກົມ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດມົນກົມ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ ເຕົ້້າໄຂ່ຢູ່ລະຫວ່າງກາງ. ໝາກກົມ ໝາກແກ່ປາຍໝາກແຫ້ງແລ້ແຕກ.
- ລັກສະນະໂຄງສ້າງພາຍໃນ
ເນື້ອໄມ້ມີສີນ້ຳຕານສີບົວຫາສີນ້ຳຕານແດງ, ແລະ ມີຍາງໜຽວນ້ອຍໜຶ່ງ, ເນື້ອໄມ້ໂຄງສ້າງມີຄວາມຫຍາບປານກາງຫາຫຍາບ. ສ້ຽນຊື່, ຄວາມໜາແໜ້ນ 540-570 kg/m3 . ຊັ້ນການຂະຫຍາຍຕົວ: demarcated ໂດ thickening ຝາເສັ້ນໄຍ. parenchyma ແກນ: paratraqueal vasocentric, aliform ຮູບ lozenge ແລະ apotracheal diffracted.
ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels : ສ່ວນຫຼາຍແມ່ນການຮຽງຕົວແບບໂດດດ່ຽວ (predominantly solitary) ທີ່ມີຄວາມິດກັນລະຫວ່າງພວກມັນ, ແນວໃດກໍ່ຕາມພວກມັນບໍ່ມີຝາດຽວກັນ, ການຈັດລຽງເສັ້ນຂວາງໃນການພົວພັນກັບ ລັງສີ(ray) ແລະ ການກະຈາຍແບບ diffuse porosity, ເສັ້ນຜ່າກາງສະເລ່ຍຂອງຈຸລັງ Vessels 109.6μm ແລະ ຄວາມຖີ່ຂອງ 14 ຈຸລັງ Vessels / mm². ແຜ່ນທີ່ລຽບງ່າຍ perforation, intervascular, alternate ແລະ areolated , ລະອຽດເຖິງຂະຫນາດນ້ອຍ, pits; ການປະກົດຕົວຂອງ tracheids vasicentric. Fibres: libriformes, ຄວາມຍາວສະເລ່ຍມີ 976.71 μm ແລະ ຄວາມຫນາຂອງຝາ 4.19μm. ລັງສີ(ray): unisseriates, ໃນທີ່ສຸດສະເພາະສ່ວນ bisseriates , ຄວາມສູງ 257.11μm, ໂດຍປະມານ 12 mm /ເສັ້ນລັງສີ(ray) ທີ່ບໍ່ມີການແບ່ງຊັ້ນ, ແຕກແຍກກັນ, ສ້າງຂຶ້ນໂດຍຈຸລັງສີ່ຫຼ່ຽມມົນຢູ່ໃນກຸ່ມ, ມີຈຸລັງສີ່ຫຼ່ຽມທີ່ຕັ້ງຢູ່ໃນກາງ ຫຼື ຢູ່ຂອບ, ຂຸມ radiovascular ທີ່ມີ areolas ຫຼຸດລົງແບບງ່າຍ (ຮູບ 1). ຮູບທີ 2.Eucalyptus urophylla –Growth strata (1), ຮູບຮ່າງຂອງ lozenge-shaped axial paratracheal parenchyma (ລູກສອນ) (2), ລັງສີ (ray) ທີ່ບໍ່ແມ່ນ stratified (3), morphology ຂອງຈຸລັງທີ່ປະກອບເປັນລັງສີ (ray), ການປະກົດຕົວຂອງຈຸລັງສີ່ລ່ຽມໃນຂອບ (ລູກສອນ) (4), radio-vascular, ລຽບງ່າຍປາກົດຂື້ນ, ຂຸມ (pits) (ລູກສອນສີຟ້າ), tracheids vasicentric (ລູກສອນສີຂາວ) (5) ແລະ ຂຸມ intervascular (6).
- ການນໍາໃຊ້ໄມ້ວິກໃບຮູບຫອກເປັນໄມ້ເສດຖະກິດທີ່ນໍາເຂົ້າມາປູກ ທີ່ໃຊ້ໃນການກໍ່ສ້າງ, ເຮັດເຄື່ອງໃຊ້ເຟິນິເຈີ ແລະ ຍັງນໍາມາເຮັດເປັນໄຍກະດາດ. ປັດຈຸບັນແມ່ນມີການສົ່ງເສີມປູກເປັນໄມ່ເສດຖະກິນຢ່າງແພ່ຫຼາຍ ແລະ ຍັງນໍາໄປສະກັດເປັນຢາຫອມ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ວິກໃບຮູບຫອກສາມາດປູກໄດ້ທົ່ວໄປ ຕາມສວນ, ຫຼື ແຄມນາເຂົ້້າ.
- ການກະຈາຍພັນ: ມີຖິ່ນກໍາເນີດຢູ່ປະເທດອິນໂດເນຍເຊຍ ແລະ ໄດ້ມີການນໍາມາປູກແພຫຼາຍໃນຂົງເຂດອາຊີຕາເວັນອອກສຽງໃຕ້.
- ສະພາບການອະນຸລັກ: IUCN Relist ໄດ້ຈັດຢູ່ໃນສະຖານະພາບ EN.
- ໝາຍເຫດ: ໄມ້ວິກໃບກວ້າງເປືອກລໍາຕົ້ນ ສີນໍ້າຕານປົນສີແດງ, ເປືອກແຕກເປັນເກັດໂດຍສະເພາະບໍລິເວດກົກລໍາຕົ້ນ, ກິ່ງງ່າກົມ, ເປັນຮວງຫ້ອຍລົງ, ທຸກພາກສວນມີກິ່ນຫອມ. ໃບດ່ຽວ, ອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກວ້າງ, ໃບແກ່ແຜນໃບແກ່ຮູບໃບຫອກ ແລະ ບ້ຽວ ຫຼື ໂຄ້ງ. ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດມົນກົມ.
- ເອກະສານອ້າງອີງ:
Sein, C.C. and Mitlöhner, R. 2011. Eucalyptus urophylla S.T. Blake Ecology and silviculture in Vietnam. Ecology and Silviculture. CIFOR, Bogor, Indonesia.
http://powo.science.kew.org/taxon/593448-1
https://namesoftrees.blogspot.com/2021/04/eucalyptus%20urophylla.html
ວິກໃບຮູບຫອກ
- ລະຫັດ: LT0382
- ຊື່ລາວ: ວິກໃບຮູບຫອກ
- ຊື່ວິທະຍາສາດ: Eucalyptus pellita Muell.
- ຕະກຸນ: MYRTACEAE
- ຊື່ການຄ້າ: VIK BAI HOB HOK
- ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ວິກໃບຮູບຫອກສູງເຖິງ 15 ມ. ເປືອກລໍາຕົ້ນ ສີດໍາປົນສີນໍ້າຕານ, ເປືອກລໍາຕົ້ນເປັນເກັດຕິດທົນ, ທຸກພາກສວນມີກິ່ນຫອມ. ໃບດ່ຽວ ອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກ ຫາ ຮູບໄຂ່, ແຜນໃບແກ່ຮູບໃບຫອກ, ປາຍໃບຮຽວແຫຼມ ແລະ ໂຄ້ງ, ຂອບໃບລຽບ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ດ້ານເທິງສີຂຽວ, ດ້ານລຸ່ມສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວປົນສີເຫຼືອງ. ຊໍ່ດອກດ່ຽວດອກກົມ. ປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, 3-8 ດອກ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍສັ້ນດ້ານປາຍແຫຼມ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ ເຕົ້້າໄຂ່ຢູ່ລະຫວ່າງກາງ. ໝາກກົມ ໝາກແກ່ປາຍໝາກແຫ້ງແລ້ວແຕກ.
- ລັກສະນະໂຄງສ້າງພາຍໃນ
ເນື້ອໄມ້ໂດຍທົ່ວໄປແລ້ວມີສີແດງ ຫຼືສີແດງເຂັ້ມ, ເນື້ອໄມ້ຂ້ອນຂ້າງຫຍາບຊາ, ສ້ຽນຊື່, ຄວາມຫນາແຫນ້ນຂອງ 995 kg/m3 ທີ່ຄວາມຊຸ່ມ 12% ເນື້ອໃນ, 8,5 ປີ.
ລັກສະນະໂຄງສ້າງລະອຽດເນື້ອໄມ້: ໄມ້ຈະສະແດງເສັ້ນຢາງໜຽວໜາແຫນ້ນເປັນບາງຄັ້ງຄາວ. ໂດຍທົ່ວໄປແລ້ວບໍ່ມີວົງການຂະຫຍາຍຕົວ (no growth rings), ແຕ່ບາງຕົວຢ່າງອາດຈະມີແນວໂນ້ມທີ່ຈະສະແດງໃຫ້ເຫັຂະຫນາດກາງ, ຈຸລັງ vessels ດ່ຽວ, ການຮຽງຕົວແບບດ່ຽວ Solitary ຈັດລຽງຢູ່ໃນກະແຈກກະຈາຍຮູບແບບ diffuse patterns, ໂດຍສະເພາະຢ່າງເຫັນໄດ້ຊັດເຈນໃນດ້ານຕາມລວງຍາວ. ໄມ້ອາດມີຂີ້ຢາງໜຽວທີ່ມືດ. ລັງສີ (ray)ຢູ່ໃນໄມ້ແມ່ນດີຫຼາຍ ແລະ ເບິ່ງເຫັນໄດ້ດ້ວຍເລນເທົ່ານັ້ນ.
- ການນໍາໃຊ້ໄມ້ວິກໃບຮູບຫອກເປັນໄມ້ເສດຖະກິດທີ່ນໍາເຂົ້າມາປູກ ທີ່ໃຊ້ໃນການກໍ່ສ້າງ, ເຮັດເຄື່ອງໃຊ້ເຟິນິເຈີ ແລະ ຍັງນໍາມາເຮັດເປັນໄຍກະດາດ. ປັດຈຸບັນແມ່ນມີການສົ່ງເສີມປູກເປັນໄມ່ເສດຖະກິນຢ່າງແພ່ຫຼາຍ ແລະ ຍັງນໍາໄປສະກັດເປັນຢາຫອມ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ວິກໃບຮູບຫອກສາມາດປູກໄດ້ທົ່ວໄປ ຕາມສວນ, ຫຼື ແຄມນາເຂົ້້າ.
- ການກະຈາຍພັນ: ມີຖິ່ນກໍາເນີດຢູ່ປະເທດອົດສະຕາລີ ແລະ ໄດ້ມີການນໍາມາປູກແພຫຼາຍໃນຂົງເຂດອາຊີຕາເວັນອອກສຽງໃຕ້.
- ສະພາບການອະນຸລັກ: IUCN Relist ໄດ້ຈັດຢູ່ໃນສະຖານະພາບ NT.
- ໝາຍເຫດ: ໄມ້ວິກໃບຮູບຫອກເປືອກລໍາຕົ້ນສີດໍາປົນສີນໍ້າຕານ, ເປືອກລໍາຕົ້ນຕິດທົນ, ທຸກພາກສວນມີກິ່ນຫອມ. ແຜນໃບຮູບໃບຫອກ ຫາ ຮູບໄຂ່, ແຜນໃບແກ່ຮູບໃບຫອກ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີຂຽວ.
- ເອກະສານອ້າງອີງ:
A checklist of plants in Lao PDR. 2016. Korea National Arboretum of Korea forest service.
Chen, J. and L. A. Craven. 2007. Myrtaceae. In Flora of China Vol. 13: 325.
http://powo.science.kew.org/taxon/593227-1
https://www.gbif.org/occurrence/3059136514#occurrencePage_media
https://www.google.com/search?q=Eucalyptus+pellita+F.Muell&client=firefox-b-
https://apps.lucidcentral.org/euclid/text/entities/eucalyptus_pellita.htm
https://www.google.com/search?q=Eucalyptus+pellita+F.Muell&client=firefox-b-d&sxsrf
ວິກໃບແຄບ
- ລະຫັດ: LT0381
- ຊື່ລາວ: ວິກໃບແຄບ
- ຊື່ວິທະຍາສາດ: Eucalyptus camaldulensis
- ຕະກຸນ: MYRTACEAE
- ຊື່ການຄ້າ: VIK BAI KEB
- ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ວິກໃບແຄບສູງເຖິງ 25 ມ. ເປືອກລໍາຕົ້ນ ສີດໍາປົນສີເທົາ, ສີຂາວ, ສີນໍ້າຕານ ຫຼື ສີແດງ, ເປືອກກ້ຽງ ແລະ ລອກ, ທຸກພາກສວນມີກິ່ນຫອມ. ກິ່ງງ່າກົມ, ສີແດງປົນສີບົວ ຍ່ອນ ຫຼື ຫ້ອຍລົງ. ໃບດ່ຽວໃບອ່ອນຈັບແບບກົງກັນຂ້າມ, ແຜນໃບຮູບໃບຫອກກ້ວາງ, ແຜນໃບແກ່ຮູບໃບຫອກຈະແຄບລົງ ແລະ ໃບຈະໂຄ້ງບິດ ຫຼື ບ້ຽວ, ປາຍໃບແຫຼມ, ຂອບໃບລຽບ ສີແດງປົນສີບົວ, ກົກໃບແຫຼມ, ແຜນໃບໜາຄ້າຍໜັັງ, ສີຂຽວໂໝກ ຫຼື ສີຂຽວປົນສີເທົາ, ມີຕ່ອມສີດໍາທັງສອງດ້ານ, ເສັ້ນກາງໃບສີແດງ. ຊໍ່ດອກ ກ້ານຊໍ່ດອກດ່ຽວກົມ, ປາຍແຕກແບບດິ້ວຄັນຮົ່ມ, ອອກຢູ່ງ່າມໃບ, ມີ 5-11 ດອກ. ຕາໃບຮູບໄຂ່, ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍດ້ານປາຍມີສວນທີ່ຢືນຍາວອອກມາ. ເກສອນຜູ້ຈໍານວນຫຼາຍ. ເກສອນແມ່ ເຕົ້້າໄຂ່ຢູ່ລະຫວ່າງກາງ. ໝາກກົມ ໝາກແກ່ປາຍໝາກແຫ້ງແລ້ວແຕກ.
- ລັກສະນະໂຄງສ້າງພາຍໃນ
ລັກສະນະໂຄງສ້າງລະອຽດເນື້ອໄມ້:ຈຸລັງ Vessels ການກະຈາຍເປັນແບບ diffuse-porous; Rays ຄວາມກວ້າງຂອງ ray 1–3 cells; 104: ຈຸລັງ ray ທັງຫມົດ procumbent; (106: ຈຸລັງ ray ຂອງຮ່າງກາຍ procumbent ກັບຫນຶ່ງແຖວຂອງ upright ແລະ/ຫຼື ຈຸລັງຂອບສີ່ຫຼ່ຽມ); 116: ≥ 12 ຈຸລັງ ray ຕໍ່ມມ.
- ການນໍາໃຊ້: ໄມ້ວິກໃບແຄບເປັນໄມ້ເສດຖະກິດທີ່ນໍາເຂົ້າມາປູກ ທີ່ໃຊ້ໃນການກໍ່ສ້າງ, ເຮັດເຄື່ອງໃຊ້ເຟິນິເຈີ ແລະ ຍັງນໍາມາເຮັດເປັນໄຍກະດາດ. ປັດຈຸບັນແມ່ນມີການສົ່ງເສີມປູກເປັນໄມ່ເສດຖະກິນຢ່າງແພ່ຫຼາຍ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ວິກໃບແຄບສາມາດປູກໄດ້ທົ່ວໄປ ຕາມສວນ ຫຼື ແຄມນາເຂົ້້າ.
- ການກະຈາຍພັນ: ປະເທດຈີນ, ດິນເດຍ, ກໍາປູເຈຍ, ອິນໂດເນເຊຍ, ມະເລເຊຍ, ໄທ, ແລະ ສປປ ລາວ.
- ສະພາບການອະນຸລັກ: IUCN Relist ໄດ້ຈັດຢູ່ໃນສະຖານະພາບ NT.
- ໝາຍເຫດ: ໄມ້ວິກໃບແຄບເປືອກລໍາຕົ້ນ ສີດໍາປົນສີເທົາ, ສີຂາວ, ສີນໍ້າຕານ ຫຼື ສີແດງ, ເປືອກກ້ຽງ ແລະ ລອກ, ທຸກພາກສວນມີກິ່ນຫອມ. ກິ່ງງ່າສີແດງປົນສີບົວ. ແຜນໃບຮູບໃບຫອກກ້ວາງ, ແຜນໃບແກ່ຮູບໃບຫອກຈະແຄບລົງ ແລະ ໃບຈະໂຄ້ງບິດ ຫຼື ບ້ຽວ, ແຜນໃບສີຂຽວໂໝກ ຫຼື ສີຂຽວປົນສີເທົາ, ເສັ້ນກາງໃບສີແດງ. ຖານຮອງດອກຮູບຖ້ວຍ, ເຄິ່ງໜຶ່ງມີຝາປິດຮູບຈວຍດ້ານປາຍມີສວນທີ່ຢືນຍາວອອກມາ.
- ເອກະສານອ້າງອີງ:
A checklist of plants in Lao PDR. 2016. Korea National Arboretum of Korea forest service.
Chen, J. and L. A. Craven. 2007. Myrtaceae. In Flora of China Vol. 13: 326.
https://www.gbif.org/occurrence/3039303065#occurrencePage_media
https://www.gbif.org/occurrence/912245696#occurrencePage_media
https://www.gbif.org/occurrence/3044769265#occurrencePage_media
https://www.iucnredlist.org/search?query=Diospyros%20mun%20&searchType=species
http://www.plantsoftheworldonline.org/taxon/urn:lsid:ipni.org:names:592777-1
https://floraofgibraltar.myspecies.info/dicots/eucalyptus-camaldulensis-dehnh
https://en.wikipedia.org/wiki/Eucalyptus_camaldulensis
https://uses.plantnet-project.org/en/Eucalyptus_camaldulensis_(PROTA)
ລຽງຝ້າຍ
- ລະຫັດ: LT0375
- ຊື່ລາວ: ລຽງຝ້າຍ
- ຊື່ວິທະຍາສາດ: Eriolaena candollei Wall.
- ຕະກຸນ: MALVACEAE
- ຊື່ການຄ້າ: LIENG FAY
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນສູງເຖິງ 12 ມ, ລຳຕົ້ນເປືອກສີເທົາ. ກິ່ງງ່າມີຂົນ. ໃບດ່ຽວຈັບແບບສະຫຼັບ, ແຜນໃບ ຮຸບ ຫຼື ເກືອບມົນ, ໃບອ່ອນມີຂົນຮູບດາວ, ປາຍໃບແຫຼມ, ຂອບໃບເປັນແສກມົນບໍ່ສະໝໍ່າສະເໝີ, ກົກໃບວໍ້າຮູບຫົວໃຈ, ເສັ້ນໃບມີ 5-7 ເສັ້ນ, ກ້ານໃບຍາວ. ຊໍ່ດອກກົມໃຫຍ່ແຜອອກກວ້າງ, ມີຫຼາຍດອກອອກຢູ່ປາຍຍອດ ແລະ ງ່າມໃບ, ມີໃບປະດັບ, ດອກສີເຫຼືອງ, ກາບດອກມີ 5 ກາບ, ຮູບແຖບ ຫຼື ຮູບ ຂອບຂະໜານ, ມີຂົນສີນໍ້າຕານ ຫຼື ສີເຫຼືອງ. ກີບດອກມີ 5 ກີບ, ສີເຫຼືອງ, ຮູບຂອບຂະໜານແກມຮູບຮີ ສ່ວນປາຍວໍ້າຕື້ນ, ກົກແຄບ ແລະ ເປັນກ້ານໜາມີຂົນ, ກີບດອກໂຄ້ງໄປດ້ານຫຼັງ ຫຼົນງ່າຍ. ເກສອນຜູ້ຈໍານວນຫຼາຍ ສີເຫຼືອງ ກົກເຊື່ອມຕິດກັບຖານຮອງດອກ ແລະ ອ້ອມຮອມເກສອນເພດແມ່ປາຍເປັນແສກ 5-10 ແສກ. ໝາກແກ່ແຕກທາງລວງຍາວ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ລຽງຝ້າຍມີສີແດງເຂັ້ມ, ມີສີສົ້ມ ແລະ ສີນ້ຳຕານ, ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels ມີຂະໜາດນ້ອຍຫາກາງ ກະຈາຍແບບ Semi-ring-porous, ການຮຽງຕົວແບບດ່ຽວ Solitary vessels (59%), ການຮຽງຕົວແບບຄູນ 2 ເທົ່າ Multiples of 2 (29%), ການຮຽງຕົວແບບ 3 ເທົ່າ Multiples of 3 (9%), ການຮຽງຕົວແບບເກີນ 3 ເທົ່າ Multiples of over 3 (7%),ຈຸ ລັງ vessels ມີ 27 ~ 43 / mm2 , ສະເລ່ຍ 35 /ມມ; ຝາເສັ້ນໄຍແມ່ນບາງໆ. ຮູບຮ່າງບໍ່ສະຫມໍ່າສະເຫມີຂອງ ລັງສີ (ray), 1 ຫາ 2 ແຖວຂອງຈຸລັງຕັ້ງຊື່ຢູ່ຂອບ; ຈໍານວນຫນ້ອຍສາຍລັງສີ(ray) ຂອງປະເພດດຽວກັນ; 13-21/um, ສະເລ່ຍຂອງ(ray) 19 um; ຈຸລັງຮູບສີ່ຫຼ່ຽມມົນແມ່ນທົ່ວໄປ, ມີບາງຮູບຈຸລັງຕັ້ງຊື່ຂອງຈຸລັງເປັນສີ່ຫຼ່ຽມ; ບໍ່ມີການລວມຢູ່ໃນຈຸລັງລັງສີ(ray); ກາບຈຸລັງຖືກແບ່ງອອກເປັນຊຸດຂອງຫຼາຍລັງສີ (ray). parenchyma axial ແມ່ນຕິດກັບທໍ່ຈຸລັງ vessel.
- ການນໍາໃຊ້: ເນື້ອໄມ້ ໃຊ້ງານກໍ່ສ້າງທົ່ວໄປ, ເຮັດເສົາ, ປ່ອງຢ້ຽມ, ປະຕູ, ແກະສະຫຼັກ ແລະ ເຟີນິເຈີເຄື່ອງໃຊ້ຕ່າງ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປ່ຽນໃບ, ຄວາມສູງຈາກລະດັບໜ້ານໍ້າທະເລ ສູງເຖີງ 800-1400 ມ.
- ການກະຈາຍພັນ: ຈີນ, ອິນເດຍ, ບູຕານ, ມ້ຽນມ່າ, ໄທ, ຫວຽດນາ ແລະ ລາວ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
- ໝາຍເຫດ: ແຜນໃບມີຂົນ ມີເສັ້້ນໃບອອກຈາກກົກໃບ 5-7ເສັ້ນ. ກີບດອກມີ 5 ກີບ, ສີເຫຼືອງ, ຮູບຂອບຂະໜານແກມຮູບຮີ ສ່ວນປາຍວໍ້າຕື້ນ, ກົກແຄບ ແລະ ເປັນກ້ານໜາມີຂົນ, ກີບດອກໂຄ້ງໄປດ້ານຫຼັງ ຫຼົນງ່າຍ.
- ເອກະສານອ້າງອີງ
A checklist of plants in Lao PDR. 2016. Korea National Arboretum of Korea forest service.
Newman, M. F., S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and Armstrong, K. 2007. A Checklist of the Vascular Plants of Lao PDR. Royal Botanic Garden Edinburgh, Edinburgh.
Tang, Y., Michael, G., Gilbert & Laurence J. Dorr. Flora of China. Sterculiaceae. Vol.12: 324, 325
http://www.qsbg.org/database/botanic_book%20full%20option/search_detail.asp?botanic_id=1467
http://apps.kew.org/herbcat/getImage.do?imageBarcode=K000380331
https://www.gbif.org/occurrence/1265743236#occurrencePage_media
http://www.dnp.go.th/botany/PDF/publications/saranukrom.pdf
http://www.qsbg.org/Database/plantdb/herbarium/herbarium-specimen.asp?qsbgno=110532
https://artsandculture.google.com/asset/eriolaena-candollei-wall/iAFYULxu6BFAuA
http://powo.science.kew.org/taxon/urn:lsid:ipni.org:names:38694-1
http://www.guihaiajournal.com/ch/reader/download_pdf_file.aspx?journal_id=gxzw&file_name
ຮິ້ງຫອມແດງ
- ລະຫັດ: LT0274
- ຊື່ລາວ: ຮິ້ງຫອມແດງ, ຮິ້ງນໍ້າ
- ຊື່ວິທະຍາສາດ: Dacrydium elatum (Roxb.) Wall. ex Hook
- ຕະກຸນ: PODOCARPACEAE
- ຊື່ການຄ້າ: HING HOM DEANG(LA), HING NAM (LA), MELOOR (VN), OUK (TH), RU (TH), SEMPILOR (MY), SRAUL KRAHAM (KH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຮິ້ງຫອມແດງ ຫຼື ຮິ້ງນໍ້າ ເປັນໄມ້ຢືນຕົ້ນສູງເຖິງ 40 ມ. ລຳຕົ້ນ ຊື່, ກີ່ງງ່າຕັ້ງຊື່, ເຮືອນຍອດຮູບໂຄ້ງໃຫຍ່. ເປືອກ ສີນໍ້າຕານ. ໃບ ມີສອງປະເພດ, ກ້ຽວວຽນ. ໃບອ່ອນ ແລະ ໃບຂອງຕົ້ນອ່ອນມີຮູບຮ່າງເປັນສະວານ, ຕັ້ງຊື່, ຍາວ 0.8-2 ຊມ. ໃບຢູ່ກີ່ງງ່າທີ່ມີໂຄນຄ້າຍຄືເກັດຮູບສາມລ່ຽມ, ແຂງ, ກົກໃບບໍ່ມີກ້ານ ເຊື່ອມເປັນເນື້ອດຽວກັນ, ປາຍໃບໂຄ້ງ. ໂຄນດອກຜູ້ອອກດ່ຽວ, ຢູ່ປາຍກີ່ງ, ຮູບທໍ່ກົມ, ຍາວ 0.7-0.9 ຊມ, ໂຄນດອກເພດແມ່ອອກດ່ຽວຫຼືຈັດເປັນກຸ່ມນ້ອຍ, ອອກທາງຂ້າງ ຫຼື ຢູ່ປາຍຍອດ, ມີພຽງໄຂ່ອັນດຽວທີ່ຖືກຂະຫຍາຍຕົວກາຍເປັນແກ່ນ. ແກ່ນ ຮູບໄຂ່, ແກ່ນແກ່ສີນໍ້າຕານ ຫາ ດໍາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຮິ້ງຫອມແດງ ມີສີນໍ້າຕານປົນເຫຼືອງ ເມື່ອປະໃຫ້ແຫ້ງຈະປ່ຽນເປັນສີເຫຼືອງຫຼ ສີເຫຼືອງແກມເທົາ, ສ້ຽນຊື່ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣລັກສະນະເປັນຄື້ນໃຫຍ່ ຄ້າຍຄືວົງປີ, Rays exclusively uniseriate ມີຄວາມສູງແບາງເຣ ເຖິງ 4 ຈຸລັງ ແລະ ລະດັບກາງ 5-15 ຈຸງລັງ, ພາເຣງຄິມາ Diffuse axial parenchyma.
- ການນໍາໃຊ້: ເນື້ອໄມ້ລະອຽດ, ມີຄວາມທົນທານຕໍ່ຄວາມຄົດງໍ. ໃຊ້ສໍາລັບການກໍ່ສ້າງທົ່ວໄປ, ເຮັດເຮືອ, ກໍ່າປັ່ນ, ຕູ້, ເຄື່ອງຕົບແຕ່ງ ຫຼື ເຟີນີເຈີ ແລະ ວຽກງານວິຈິດສິນ. ນໍ້າມັນທີ່ກັ່ນມາຈາກເນື້ອໄມ້ ເປັນຢາປົວກະເພາະ.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າໄມ້ເຂດຮ້ອນ, ຕັ້ງແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 700 ເຖິງ 2000 ມ, ເປັນຊະນິດໄມ້ທີ່ຕ້ອງການແສງສະຫວ່າງ, ແຕ່ມີຄວາມທົນທານຕໍ່ກັບຮົ່ມເວລາຍັງອ່ອນ, ມັກດິນອຸດົມສົມບູນ, ດິນຊຸ່ມຊື່ນ, ແຄມນໍ້າແຄມຊຳ, ແລະ ມີດິນຊາຍ. ມັກເກີດປົນກັບ ໄມ້ຮິ້ງຂຽວ, ໄມ້ໂລ່ງເລ່ງ, ໄມ້ກໍ່ຊະນິດຕ່າງໆ.
- ການກະຈາຍພັນ: ພົບເຫັນໃນປະເທດ ອິນເດຍ, ມ້ຽນມ່າ, ຈີນ, ຫວຽດນາມ, ກຳພູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.
- ສະພາບການອະນຸລັກ: ເປັນຊະນິດໄມ້ປະເພດ I ຂອງບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນໄມ້ຍັງມີຢູ່ທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ ມີສອງປະເພດ, ໃບຍ່ອຍຂອງງ່າອ່ອນ ແລະ ຕົ້ນອ່ອນ ຮູບແຄບ, ຈັດເປັນຄູ່, ໃບຍ່ອຍຈັດເປັນ 2 ແຖວ, ຂອບໃບລຽບ, ປາຍໃບແຫຼມ, ບ້ຽວ, ໂຄ້ງເລກນ້ອຍ. ໃບຂອງກີ່ງງ່າແກ່ ຫຼື ກີ່ງງ່າທີ່ເປັນໝາກ, ຊ້ອນເຫຼື່ອມກັນ, ຮູບເກັດ, ຮູບກ່ຽວ, ກົກໃບລັກສະນະເປັນປີກ, ປາຍໃບແຫຼມ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam
https://padme.rbge.org.uk/laos/list/Podocarpaceae
https://www.google.com/search?q=Dacrydium+elatum
https://www.iucnredlist.org/search?query=Dacrydium%20elatum
http://www.botanyvn.com/cnt.asp?param=edir&v=Dacrydium%20elatum
https://www.dnp.go.th/botany/mindexdictdetail.aspx?runno=5598
ຮິ້ງເກັດໜາມຈີນ
- ລະຫັດ: LT0266
- ຊື່ລາວ: ໄມ້ຮິ້ງເກັດໜາມຈີນ, ໄມ້ໂລ່ງເລ່ງໃບຫາງນົກຍຸງ
- ຊື່ວິທະຍາສາດ: Cunninghamia lanceolata (Lamb.) Hook.
- ຕະກຸນ: CUPRESSACEAE
- ຊື່ການຄ້າ: HING KET NAM CHIN (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຮິ້ງເກັດໜາມຈີນ ເປັນໄມ້ຢືນຕົ້ນ, ສູງເຖິງ 50 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ. ເປືອກ ເປືອກນອກສີເຖົ່າເຂັ້ມ ຫາ ສີນໍ້າຕານເຂັ້ມ, ແຕກເປັນຮອຍຕາມທາງຍາວ, ແຕກເປັນແຜ່ນທີ່ບໍ່ສະໝໍ່າສະເໝີກັນ. ໃບ ສີຂຽວເຂັ້ມ, ເຫຼື້ອມຕາມແກນກາງໃບ, ຮູບຫອກແຄບ, ຊື່ ຫຼື ຄ້າຍຄືຮູບກ່ຽວ, ມີປີກແປຍາວຕາມແກນກາງຈົນສຸດ, ມີຕ່ອມອາກາດປະກົດຂຶ້ນທັງສອງດ້ານ, ມີແປ້ງສີຂາວ ຫຼື ບາງຄັ້ງກໍ່ບໍ່ມີ, ກົກໃບຕັດ, ຂອບໃບຢັກຮູບແຂ້ວ, ໂດຍສະເພາະຕົ້ນແກ່ມີ ແຂ້ວ 18-55 ແຂ້ວໃນແຕ່ລະຂ້າງ, ປາຍໃບ ປົກກະຕິສົມມາດ ແລະ ໝູນເປັນກຽວ. ໂຄນ ໂຄນເກສອນຜູ້ ເປັນກຸ່ມຢູ່ປາຍ 1-3 ອັນ, ຮູບໄຂ່ກວ້າງ, ແຕ່ລະກຸ່ມມີ 8-20 ໂຄນ, ບາງຄັ້ງມີ 2-3 ອັນອ້ອມຮອບໂຄນແກ່ນ, ໂຄນຮູບຂອບຂະໜານແຄບ. ແກ່ນ ສີນໍ້າຕານເຂັ້ມ, ຮູບຂອບຂະໜານ ຫຼື ຮູບໄຂ່ແຄບ, ມີປີກແຄບຢູ່ດ້ານຂ້າງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຮິ້ງເກັດໜາມຈີນ ມີສີນໍ້າຕານ ຫຼື ນໍ້າຕານແກມເທົາ ມອກແ ລະແກນໄມ້ມີສີຕ່າງກັນ ສ້ຽນຊື່ ເນື້ອໄມ້ລະອຽດ, ມີວົງປີຊັດເຈນ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore), Ray exclusively uiniseriate (ເປັນເຣແຖວດຽວທັງໝົດ) ມີສານ Deposit ແຊກຢູ່ໃນເສັ້ນເຣ ແລະ ພາເຣງຄິມາແບບ Diffuse ແລະ Tangentially zonate axial parenchyma.
- ການນໍາໃຊ້: ເນື້ອໄມ້ມີຄວາມທົນທານຕໍ່ການເນົ່າເປື່ອຍ ແລະ ປວກ, ນຳໃຊ້ງ່າຍ ແລະ ຂ້ອນຂ້າງໄວ, ໃຊ້ສຳຫຼັບວຽກກໍ່ສ້າງເຮືອນ, ຂົວ, ເຮືອ, ເສົາໄຟຟ້າ, ເຄື່ອງຕົບແຕ່ງ ແລະ ເສັ້ນໄຍ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ຮິ້ງເກັດໜາມຈີນ ເປັນໄມ້ທີ່ພົບເຫັນໃນປ່າປະສົມໃບກວ້າງ ຫຼື ປ່າຍ່ອມນ້ອຍ, ປ່າເນີນພູຫີນ, ຂ້າງຖະໜົນ, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖິງ 200-2800 ມ.
- ການກະຈາຍພັນ: ຈີນ, ຫວຽດນາມ, ກຳຢູເຈຍ, ສໍາລັບ ສປປ ລາວ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ຮິ້ງເກັດ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດໃບ ປາຍໃບແຫຼມຄ້າຍຄືໜາມ, ມີແຖບປາກໃບສີຂາວ ໂດຍສະເພາະຕົ້ນທີ່ຢູ່ຮົ່ມ ແລະ ຕົ້ນອ່ອນ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
http://www.efloras.org/florataxon.aspx?flora_id=2&taxon_id=200005394
https://www.google.com/search?q=Cunninghamia+lanceolata
https://padme.rbge.org.uk/laos/list/Cupressaceae
https://www.iucnredlist.org/search?query=Cunninghamia%20lanceolata&searchType=species
ຍົມຫີນ
- ລະຫັດ: LT0233
- ຊື່ລາວ: ຍົມຫີນ
- ຊື່ວິທະຍາສາດ: Chukrasia tabularis Juss.
- ຕະກຸນ: MELIACEAE
- ຊື່ການຄ້າ: YOM HIN (LA), CHICRASSY (VN), CHITTAGONG WOOD (TH), LAT HOA (VN), SURIAN BATU (MY,VN), VORYAUNG (KH), YINMA (MM), YOMHIN (VN)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຍົມຫີນ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ, ສູງເຖິງ 35 ມ. ລຳຕົ້ນ ຊື່, ກົມ, ເປືອກ ນອກສີນໍ້າຕານເຂັ້ມ, ແຕກເປັນຮ່ອງຕາມທາງຍາວ, ເປືອກໃນ ສີແດງ. ໃບ ໃບປະສົມຂົນນົກປາຍຄູ່ຊັ້ນດຽວ, ໃບຍ່ອຍ ຈັບແບບຮຽງສະຫຼັບ ຫຼື ເກືອບກົງກັນຂ້າມ, ຮູບໄຂ່ແຄບ, ກົກໃບບ້ຽວ, ປາຍໃບຮຽວແຫລມ, ຂອບໃບແກ່ລຽບ. ຊໍ່ດອກ ແຕກຂະແໜງ, ອອກຕາມງ່າມໃບ, ດອກ ສີເຫຼືອງຈືດ, ກາບດອກ 5 ກາບ, ມີຂົນສີນໍ້າຕານປົກຄຸມດົກໜາ, ກີບດອກ ແຄບ, 4-5 ກີບ, ປາຍກີບໂຄ້ງກັບເລັກນ້ອຍ, ເກສອນຜູ້ມີ 10 ອັນ, ເປັນຫຼອດຮູບທໍ່ກົມ, ສ່ວນປາຍຂ້ອນຂ້າງແຄບ. ໝາກ ຮູບໄຂ່, ໝາກອ່ອນ ສີເຫຼືອງປົນເຖົ່າ, ມີຂົນປົກຄມເລັກນ້ອຍ, ໝາກແກ່ ເປັນຮອຍຫ່ຽວ, ແຕກເປັນ 3 ສ່ວນ. ແກ່ນ ມີປີກ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຍົມຫີນໃນເຂດມອກໄມ້ມີສີນໍ້າຕານອ່ອນ, ແກນໄມ້ມີສີນໍ້ຕານອອກເຫຼືອງເມື່ອນໍາໄປແປຮູບໄມ້ມີສີນໍ້າຕານອອກເຫຼືອງ ແລະ ປຽນເປັນສີນໍ້ຕານເຂັ້ມເມື່ອແຫ້ງ ເນື້ອໄມ້ມີຄວາມລະອຽດສະໝໍ່ສະເໝີ ສ້ຽນສົນເລັກນ້ອຍ, ດ້ານຂ້າງຕາມລວງກວ້າງຂອງແຜ່ນໄມ້ພົບເປັນຮອຍເສັ້ນເປັນຊ່ວງ ຫຼື ເປັນໄລຍະ ເກີດຈາກຊ່ວງຂອງວົງປີທີ່ມີ Therminal parenchyma ໃນເຂດມອກໄມ້ຍົມຫີນ.ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ, ວົງປີເຫັນຂອບເຂດຊັດເຈນ (Growth ring boundaries distinct) ການກະຈາຍຂອງພໍຣ໌ (Pore) ມີລັກສະນະກະແຈກກະຈາຍສະໝ່ຳສະເໝີ (Diffuse porous), ຮຽງຕົວເປັນແບບດ່ຽວ (Solitary) ແລະ ແບບຄູ່ (Radial multiple, ພາຍໃນພໍຣ໌ (Pore) ມີສານສະກັດ 2 ຊະນິດຄື: Tylose ແລະ ນໍ້າຢາງ Gummy (deposit) ບັນຈຸຢູ່ໃນບາງຈຸລັງ. ມີ ເຣທີ່ມີແຖວດຽວ ແລະ ເຣທີ່ມີ3-10 seriate ເປັນ Procumbent ແລະ ດ້ານນອກມີ upright or square ray ທັງໝົດ, ການຮຽງຕົວຂອງຈຸລັງ Parenchyma ມີ 3 ແບບຄື: Axial parenchyma scanty paratracheal, ແບບອ້ອມຮອບກັບຈຸລັງ Vessels. (vasicentric Parenchyma) ແລະ Parenchyma ເກີດເປັນແຖບ ຫຼື ເປັນແຖວ(ມີຄວາມກ້ວາງຫຼາຍກ່ວາ 4 ຈຸລັງ ໃນທ້າຍລະດູ (terminal parenchyma).
- ການນໍາໃຊ້: ເນື້ອໄມ້ໃຊ້ສຳລັບວຽກງານກໍ່ສ້າງທົ່ວໄປ, ເຮືອ, ກຳປັ່ນ, ໝອນລາງລົດໄຟ, ເຮັດເຄື່ອງຕົບແຕ່ງພາຍໃນ, ເຄື່ອງດົນຕີ, ໄມ້ອັດ, ໄມ້ຝານ, ແກະສະຫຼັກ ແລະ ເຫຍື່ອຍເຈັ້ຍ, ເປືອກໃຊ້ເປັນຢາພື້ນເມືອງ, ດອກໃຊ້ເຮັດສີເຫຼືອງຍ້ອມຜ້າ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ຍົມຫີນພົບເຫັນໃນປ່າພູຫີນປູນ, ປ່າດົງດິບ, ປ່າປະສົມ, ປ່າລຽບແຄມນໍ້າ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 150 – 800 ມ.
- ການກະຈາຍພັນ: ສີລັງກາ, ອິນເດຍ, ເນປ່ານ, ມ້ຽນມ່າ, ຈີນ, ໄທ, ຫວຽດນາມ, ກໍາປູເຈຍ, ຍີ່ປຸ່ນ, ມາເລເຊຍ. ອິນໂດເນເຊຍ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດມີທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ມືສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງ ເປືອກນອກ ສີນໍ້າຕານເຂັ້ມ, ເປືອກໃນ ສີແດງ ໃບສັ້ນແຕ່ກວ້າງກວ່າຍົມຊະນິດອື່ນ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Chika Kameda, Viengsamone Thammavong et al. 2019. A Field Guide To Forest Trees and Plants For Forestry of Central Laos
Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam
Simon Gardner and at all, 2000. A Field Guide to Forest Trees of Northern Thailand.
https://www.google.com/search?q=chukrasia%20tabularis%20fruit
https://www.iucnredlist.org/search?query=Chukrasia%20tabularis&searchType=species
ຂາມປ້ອມແດງໃບສີ່ແສກ
- ລະຫັດ: LT0224
- ຊື່ລາວ: ຂາມປ້ອມແດງໃບສີ່ແສກ
- ຊື່ວິທະຍາສາດ: Cephalotaxus oliveri
- ຕະກຸນ: TAXACEAE
- ຊື່ການຄ້າ: KHAM POM DENG BAI SI SAEK (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຂາມປ້ອມແດງໃບສີ່ແສກ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີຂະໜາດນ້ອຍ ສູງພຽງແຕ່ 4 ມ. ລຳຕົ້ນ ຊື່, ເປືອກ ເປັນເກັດ, ສີເຫຼືອງ ຫຼື ສີນໍ້າຕານປົນ ສີຂີ້ເຖົ່າ. ໃບ ແຄບຍາວ ຫາ ຮູບຫອກ, ມີລັກສະນະເປັນໜັງ, ຈັບເປັນມູມ 55 ໍ- 70 ໍ ກັບແກນກີ່ງງ່າຂ້າງ, ມີແຖບປ່ອງອາກາດປົກຄຸມພື້ນຜີວເບື້ອງລຸ່ມ. ໂຄນແກ່ນ ອອກດ່ຽວ. ແກ່ນ ຮູບໄຂ່ປີ້ນ, ຮູບໄຂ່, ແຕ່ສ່ວນຫຼາຍຮູບມົນກົມ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຂາມປ້ອມໃບສີ່ແຊກ ມອກໄມ້ ແລະ ແກນໄມ້ມີສີຄ້າຍຄືກັນ ມີນ້ຳຕານ ຫຼື ນໍ້າຕານແກມເທົາ ເມື່ອປະໃຫ້ແຫ້ງໄມ້ຈະມີສີເຫຼືອງສີເຫຼືອງແກມເທົາ. ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ລະອຽດ, ເຫັນຂອບເຂດວົງປີຊັດເຈນ (Ringe porous). ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ສານສະກັດ Tylose, ການກະຈາຍເປັນແບບມີວົງປີ, ພໍຣ໌ມີຂະໜາດນ້ອຍ ແລະ ມີສານສະກັດ ແບບ tylose, Rays exclusively uniseriate, ຄວາມສູງສະເລ່ຍມີຕໍ່າປະມານ 4 ຈຸງລັງລົງມາ, ພາເຣງຄິມາ ແບບ Diffuse axial parenchyma.
- ການນໍາໃຊ້: ເນື້ອໄມ້ ມີຄຸນນະພາບ, ທົນທານຕໍ່ປວກ ແລະ ແມງໄມ້. ໃຊ້ເຮັດດ້າມເຄື່ອງມື, ຫັດຖະກຳ, ເຄື່ອງຕົບແຕ່ງພາຍໃນ. ແກ່ນໃຊ້ເປັນຢາພື້ນເມືອງທີ່ມີຄຸນນະພາບດີ, ເປືອກໃຊ້ ແກ້ໄຂ້, ຢາຕ້ານມະເລັງ. ນອກຈາກນັ້ນຍັງປູກເປັນໄມ້ປະດັບ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ ພົບເຫັນໃນປ່າໄມ້ໃບເຂັມ, ປ່າໄມ້ໃບກວ້າງ ແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 300-1800 ມ.
- ການກະຈາຍພັນ: ພົບເຫັນໃນປະເທດ ອິນເດຍ, ຈີນ, ຫວຽດນາມ, ໄທ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງ ຄຳມ່ວນ.
- ສະພາບການອະນຸລັກ: ເປັນຊະນິດໄມ້ທີ່ຍັງບໍ່ໄດ້ບັນທືກໄວ້ໃນບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດໄມ້ທີ່ກໍາລັງຖືກຄຸຸກຄາມ VU ຂອງ Red list of IUCN.
- ໝາຍເຫດ: ໃບ ແຄບຍາວ ຫາ ຮູບຫອກ, ມີລັກສະນະເປັນໜັງ, ຈັບເປັນມູມ 55 ໍ- 70 ໍ ກັບແກນກີ່ງງ່າຂ້າງ, ມີແຖບປ່ອງອາກາດປົກຄຸມພື້ນຜີວເບື້ອງລຸ່ມ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
https://conifersociety.org/conifers/cephalotaxus-oliveri
https://www.iucnredlist.org/search?query=Cephalotaxus%20oliveri
Jiang Xiaomei. 2010. Atlas of Gymnosperms Woods of China. Science Press. ISBN-9787030261380


































































