tmladmin
ແຕ້ຫໍ້
- ລະຫັດ: LT0745
- ຊື່ລາວ: ແຕ້ຫໍ້, ແຕ້ໜາມ
- ຊື່ວິທະຍາສາດ: Sindora siamensis ex Miq.
- ຕະກຸນ: FABACEAE
- ຊື່ການຄ້າ: TEA HOR (LA), GU (VN), KOKOH (KH), MAKHA-TAE (VN), SEPETIR (VN), SINDORA (TH), SINDUR (VN)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ, ສູງເຖິງ 25 ແມັດ. ລຳຕົ້ນຊື່, ກົມ, ເປືອກສີນ້ຳຕານແກ່, ກ້ຽງ ຫຼື ມີຮອຍແຕກເລັກນ້ອຍ. ໃບປະສົມ ແບບຂົນນົກປາຍຄູ່, ໃບຍ່ອຍ 4–6 ໃບ, ຮູບໄຂ່ຫາຮູບຮີ, ປາຍແຫຼມເປັນຕິ່ງ ຫາ ມົນ, ໂຄນໃບມົນ, ຂອບໃບລຽບ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມ ສີນ້ຳຕານ. ຊໍ່ດອກ ແບບແຕກແໜງ, ສີນ້ຳຕານ, ອອກຕາມງ່າມໃບ ຫຼື ປາຍຍອດ. ໝາກ ແປແຂງ, ມີໜາມກະຈາຍທົ່ວໝາກ, ປ່ຍໜາມມີນ້ຳຢາງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ລັກສະນະໂຄງສ້າງພາຍໃນເນື້ອໄມ້: ເນື້ອໄມ້ແຕ້ຮໍມີນໍ້າຕານແກ່ ມີລາຍຊຶ່ງເປັນສີແກ່ກ່ວາສີພື້ນ ສ້ຽນສົນເນື້ອຂ້ອນຂ້າງຫຍາບແຕ່ສະໝໍ່າສະເໝີ ເປັນມັນແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ 2-3 ຈຸລັງ(Multiple pore)ມີ ຈຳນວນເລັກນ້ອຍ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານການຫາໃຫຍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ແລະ Deposit ເປັນບາງພໍຣ໌, ເສັ້ນ (Ray) ເຫັນຊັດເຈນມີມີສານສະກັດຕົກຄ້າງແບບ Deposit ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ vasicentric, Aliform ແລະ ແບບເກີດຕາມຂອບວົງປີເຂດເນື້ອໄມ້ທ້າຍລະດູ (Terminal Boundary) ເປັນໄລຍະ.
- ການນໍາໃຊ້: ເນື້ອໄມ້ແຂງສີນ້ຳຕານ ຫຼື ສີແດງ ແລະ ມີຈຸດສີດຳ. ມອກໄມ້ເປັນສີເທົາປົນສີນ້ຳຕານ, ສາມາດແປຮູບໄດ້ງ່າຍ ແລະ ມີຄວາມສວຍງາມ. ເປັນໄມ້ທີ່ນິຍົມນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–800 ມ.
- ການກະຈາຍພັນ: ພົບເຂດປະເທດມ່ຽນມ້າ, ໄທ, ຫວຽດນາມ, ກຳປູເຈຍ, ບັງກາເດດ, ມາເລເຊຍ. ສໍາລັບ ສປປ ລາວ ພົບຢູ່ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນາເຂດ, ຈຳປາສັກ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ພົບເຫັນຕາມເຂດປ່າດົງດິບ, ປ່າປະສົມ, ປ່າໂຕກ ແຕ່ປະຈຸບັນຈໍານວນປະຊາກອນແມ່ນໜ້ອຍລົງ ຍ້ອນມີການນໍາໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
- ໝາຍເຫດ: ໄມ້ແຕ້ຫໍ້ ສັງເກດເບິ່ງໄດ້ງ່າຍ ໃບມີຂົນສີນ້ຳຕານ, ໝາກມີໜາມແຂງ ກະຈາຍທົ່າໝາກ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.
- Larsen, S.S. Larsen & J.E. Vidal. 1980. Leguminosae- Caesalpiniaceae. Flore du Cambodge, Laos et Vietnam, No 18. Museum National d’Histoire Naturelle.
https://padme.rbge.org.uk/laos/list/Leguminosae/Sindora
https://www.phakhaolao.la/kb/0000223
https://www.iucnredlist.org/search?query=Pterocarpus%20indicus&searchType=species
https://plants.jstor.org/stable/10.5555/al.ap.specimen.u0003318
ແຕ້ລາວ
- ລະຫັດ: LT0744
- ຊື່ລາວ: ແຕ້ລາວ, ແຕ້ຮໍຂາວ, ແຕ່ຮໍຟ້າຍ
- ຊື່ວິທະຍາສາດ: Sindora laotica
- ຕະກຸນ: FABACEAE
- ຊື່ການຄ້າ: TAE LAO
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນກົມ, ເປືອກສີນ້ຳຕານ, ມີຕຸ່ມຮອຍແຕກ. ໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 4–6 ໃບ, ໃບຍ່ອຍຈັບແບບສະຫຼັບ, ຮູບໄຂ່, ບ້ຽວ, ໂຄນໃບມົນ ຫຼື ຮູບຫຼິ່ມ, ຂອບໃບລຽບ, ປາຍໃບຮຽວແຫຼມ ຫຼື ຕິ່ງແຫຼມ, ໃບກ້ຽງທັງສອງດ້ານ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍຍອດ. ໝາກເປັນຝັກ, ຮູບຂອບຂະໜານ ຫຼື ຮູບຮີ, ມີໜາມແຂງ, ກະຈາຍແບບຫ່າງໆ, ຢູ່ປາຍໜາມມີນ້ຳຢາງສີຂາວ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຕ້ຮໍ ສ່ວນມອກມີສີຂີ້ເທົ່າ, ສ່ວນແກ່ນມີນໍ້າຕານແກ່, ມີລາຍເປັນສີແກ່ກວ່າສີພື້ນ, ສ້ຽນສົນເລັກໜ້ອຍ,ເນື້ອຂ້ອນຂ້າງຫຍາບ ແຕ່ສະໝໍ່າສະເໝີ ແລະ ແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ 2-3 ຈຸລັງ(Multiple pore)ມີ ຈຳນວນເລັກນ້ອຍ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານການຫາໃຫຍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ແລະ Deposit ເປັນບາງພໍຣ໌, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ Deposit ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ vasicentric, Aliform ແລະ ແບບເກີດຕາມຂອບວົງປີເຂດເນື້ອໄມ້ທ້າຍລະດູ (Terminal Boundary) ເປັນໄລຍະ.
- ການນໍາໃຊ້: ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 300–1000 ມ.
- ການກະຈາຍພັນ: ພົບເຫັນໃນເຂດປະເທດຫວຽດນາມ. ສໍາລັບ ສປປ ລາວ ພົບຢູ່ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ.
- ສະພາບການອະນຸລັກ: ຍັງບໍ່ທັນຈັດເຂົ້າໃນບັນຊີ ຄຸ້ມຄອງ ພົບເຫັນຕາມເຂດປ່າດົງດິບ, ປ່າປະສົມ, ແຕ່ປະຈຸບັນໄດ້ນໍາໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
- ໝາຍເຫດ: ໄມ້ແຕ້ລາວ ສັງເກດເບິ່ງໄດ້ງ່າຍ ໃບກ້ຽງ, ໝາກມີໜາມແຂງ ກະຈາຍແບບຫ່າງໆ, ປາຍໜາມມີຢາງສີຂາວ.
- ເອກະສານອ້າງອີງ
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.
- Larsen, S.S. Larsen & J.E. Vidal. 1980. Leguminosae- Caesalpiniaceae. Flore du Cambodge, Laos et Vietnam, No 18. Museum National d’Histoire Naturelle.
https://padme.rbge.org.uk/laos/list/Leguminosae/Sindora
ຮັງ
- ລະຫັດ: LT0741
- ຊື່ລາວ: ຮັງ
- ຊື່ວິທະຍາສາດ: Shorea siamensis
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): BALAU (MY), DARK RED MERANTI (TH), INGYIN (MM), LIGHT RED MERANTI (TH), RAING PHNOM (KH), RED LAUAN (TH), HANG (LA)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງເຖິງ 20 ມ, ລຳຕົ້ນຊື່, ງ່າຢາຍຫ່າງໆກັນ. ເປືອກ: ສີເທົາເຂັ້ມ, ມີຮອຍແຕກເລິກຢູ່ຕາມລວງຍາວ, ເປືອກໜາ. ເປືອກໃນສີນໍ້າຕານປົນແດງ, ມີນໍ້າສີອອກເຫຼືອງ. ກິ່ງ-ງ່າ ບໍ່ມີຂົນ ຫຼື ມີຂົນເລັກນ້ອຍ. ໃບ: ໃບດ່ຽວຮຽງສະລັບ, ເປັນຮູບໄຂ່ ຫຼື ຮູບໄຂ່-ຮູບຂະໜານ ຫລື ຮູບໄຂ່-ຮອບຂະ ໜານ, ກົກໃບວໍ້າເປັນຮູບຫົວໃຈ, ປາຍໃບສ້ວຍມູມເຫວີຫາມົນ ຫຼື ມີປາຍຕິ່ງແຫຼມ; ໜ້າໃບກ້ຽງ ແລະ ໃບລົ່ນຕາມລະດູການ, ຫູໃບວໍ້າຢູ່ໂຄນເປັນຮູບຫົວໃຈ, ຕົກລົ່ນໄວ. ດອກ: ຈັດເປັນພົ້ວສັບສົນຢູ່ງ່າມໃບ, ດອກມີກ້ານສັ້ນໆ ອອກສີເຫຼືອງ ແລະ ມີກິ່ນຫອມ, ກີບດອກຕິດກັນ ເຕົ້າໄຂ່ບໍ່ມີຂົນ. ການອອກດອກ: ເດືອນມີນາ. ໝາກ: ຮູບໄຂ່ປາຍແຫຼມ ແລະ ແຂງ ບໍມີຂົນ, ປີກຍາວ 3 ປີກ ບໍ່ມີຂົນ, ປີກນ້ອຍ 2 ປີກ, ການອອກໝາກ: ເດືືອນເມສາ-ເດືອນພືດສະພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຮັງ ມີສີນໍ້າຕານອ່ອນ ຫຼື ສີນໍ້າຕານອົມເຫຼືອງ, ສ້ຽນສົນ, ເນື້ອໄມ້ຫຍາບແຕ່ສະໝໍ່າສະເໝີ, ແຂງຫຼາຍ ແລະ ໜັກ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ຫຼາຍກວ່າ ພໍຣ໌ແຝດ (Multiple) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີສານສະກັດ ແບບ Tylose ເກຶອບທຸກພໍຣ໌, ເສັ້ນ (Ray) ເຫັນຊັດ, ພາເຣງຄິມາ (Parenchyma) ແບບ Diffuse in agregate ແລະ ປີກ (Aliform Parenchyma), ມີທໍ່ນໍ້າຢາງຕໍ່ລຽງຍາວຕັດເສັ້ນເຣ.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນິຍົມນໍາໃຊ້ເຂົ້າໃນການກໍ່ສ້າງເຊັ່ນ: ເສົາເຮືອນ, ຄານ ແລະ ຂົວ, ໃບໃຊ້ຕົ້ມກັບນໍ້າອາບເປັນຢາແກ້ອາການວິງວຽນຫົວ. ເປືອກໃຊ້ເປັນຢາແກ້ພະຍາດຖອກທ້ອງ. ໃບນໍາມາຕໍາພອກຮັກສາແຜ.
- ແຫຼ່ງທີ່ຢູ່ອາໃສ: ພົບທົ່ວໄປຢູ່ໃນປ່າໂຄກປະເພດແຫ້ງໃນພື້ນທີ່ຮາບພຽງ, ໃບລົ່ນຕາມລະດູການ. ສ່ວນໃຫຍ່ເຕີບໂຕຢູ່ໃນບ່ອນ ເຂດເຊື່ອມໂຊມ. ມີຄວາມສູງຈາກລະດັບນໍ້າທະເລ 200 ມ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ຫວຽດນາມ, ມາລເຊຍ, ກໍາປູເຈັຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ບໍລິຄໍາໄຊ, ແຂວງ ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ສາລະວັນ, ຈໍາປາສັກ ແລະ ແຂວງ ອັດຕະປື.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
- ໝາຍເຫດ: ຈຳແນກໄດ້ໂດຍເປືອກແຕກເປັນຮ່ອງເລິກ ທຽບໃສ່ໄມ້ຈິກ ແມ່ນແຕກຕ່າງກັນ ແລະ ໃບຈະນ້ອຍກວ່າ. ໃບເປັນຮູບໄຂ່-ຮູບຂອບຂະໜານ, ໃບມີຖານເປັນຮູບຫົວໃຈ ແລະ ໂດຍປົກກະຕິແລ້ວມີຂົນຢູ່ດ້ານລຸ່ມ ແລະ ມີຫູໃບເປັນຮູບຄ້າຍຄືກັນ ໃນລະດູແລ້ງຈະສັງເກດງ່າຍ, ເມື່ອໃບແກ່ເປັນສີແດງ-ສີສົ້ມ ແລະ ໃບອ່ອນມີສີແດງສົດໃສ, ກ່າງຂັ້ນສອງ ມີ 12-16 ຄູ່.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
http://www.dnp.go.th/botany/PDF/publications/saranukrom.pdf
https://padme.rbge.org.uk/laos/list/Dipterocarpaceae/shorea
https://www.phakhaolao.la/en/kb/0000013
http://www.suansavarose.com/index.php?mo=3&art=42350913
http://www.plantsoftheworldonline.org/taxon/urn:lsid:ipni.org:names:321447-1
ແຄນຂະຍອມ
- ລະຫັດ: LT0740
- ຊື່ລາວ: ແຄນຂະຍອມ
- ຊື່ວິທະຍາສາດ: Shorea roxburghiiDon
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): KHAEN KHA GNOM (LA), POPEL(KH), SEN MU (VN), WHITE MERANTI (MY)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງເຖິງ 10ມ, ລຳຕົ້ນ ມີປີກຮາກແຕ່ບໍ່ແຈ້ງປານໃດ ຫຼື ບໍມີປີກຮາກ, ເປືອກຕົ້ນອ່ອນສີນໍ້າຕານປົນສີຂີ້ເຖົ່າຈາງ, ຕົ້ນໄມ້ແກ່: ສີເທົາເຂັ້ມ, ມີຮອຍແຕກຕາມແນວຕັ້ງ. ເປືອກຊັ້ນໃນມີສີເຫຼືອງຈາງ. ກິ່ງ-ງ່າ ອ່ອນມີເເກັດສີນໍ້າຕານ ບໍ່ມີຂົນ ຫຼືື ມີຂົນແລບແຈກຢາຍຫ່າງໆ. ໃບ: ໃບດ່ຽວຮຽງສະລັບ, ໃບຮູບຮອບຂະໜານ ຫຼື ຮູບສ້ວຍປາຍ ມົນ-ຮູບຂອບຂະໜານ, ກົກໃບມົນ, ປາຍໃບສ້ວຍມູມເຫວີ ແລະ ມີຕິ່ງແຫຼມສັ້ນໆ ຢູ່ປາຍສຸດ. ຫູໃບມີຂົນອ່ອນໆ ແລະ ຕົກລົ່ນໄວ. ດອກ: ຈັດເປັນພົ້ວສັບສົນຕາມງ່າມໃບ, ດອກອອກສີຂາວ, ມີກິ່ນຫອມ ແລະ ບໍ່ມີກ້ານ. ກີບດອກຕິດກັນຢູ່ສ່ວນຕີນ, ເຕົ້າໄຂ່ບໍ່ມີຂົນ. ການອອກດອກ: ເດືອນມີນາ-ເດືືອນເມສາ. ໝາກ: ຮູບໄຂ່, ກ້ຽງມີຕິ່ງປາຍ ແລະ ບໍ່ມີຂົນ, ປີກໝາກ 5 ປີກ: ປີກໃຫຍ່ 3 ປີກບໍ່ມີຂົນ ມີກ່າງຖີ່ໆ ຕາມລວງຍາວ, ປີກນ້ອຍ 2 ປີກ. ການອອກໝາກ: ເດືືອນມີນາ-ເດືອນມີຖຸນາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຄນຄະຍອມ ມີສີເຫຼືອງອ່ອນ, ປະໄວ້ດົນໆຈະປ່ຽນເປັນນໍ້າຕານ, ມີເສັ້ນສີດຳຊຶ່ງເປັນທໍ່ນໍ້າມັນ, ສ້ຽນສົນ ແລະ ເປັນຄື້ນເລັກໜ້ອຍ, ເນື້ອໄມ້ຂ້ອນຂ້າງຫຍາບ, ແຂງ ແລະ ໜຽວ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ພໍຣ໌ແຝດ, ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ພາຍໃນມີສານສະກັດ ແບບ Tylose ແລະ Deposit, ເສັ້ນ (Ray) ເຫັນຊັດ, ພາເຣງຄິມາ (Parenchyma) ແບບເປັນເສັ້ນ, ແບບປີກ ແລະ ປີກຕໍ່ (Fine Line, Aliform and Aliform confluent Parenchyma), ມີທໍ່ຢາງລຽງເປັນແຖວຍາວຕັດກັບເສັ້ນເຣ.
- ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງເຮືອນ ເຊັ່ນ: ແປ້ນປູ, ຂື່, ໃຊ້ເຮັດເຮືອ ແລະ ນໍາໃຊ້ໃນເຄືື່ອງເຮືອນໃຊ້ຢູ່ຮົມ.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ. ມີຄວາມສູງຈາກລະດັບນໍ້າທະເລ 100 ມ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ເຂດ ຕາເວັນອອກຂອງປະເທດອິນເດຍ, ປະເທດມຽນມາ, ໄທ, ກໍາປູເຈັຍ ແລະ ພາກໃຕ້ຂອງແຫຼມມາເລເຊັຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ນະຄອນຫຼວງ, ສະຫວັນນະເຂດ, ແລະ ຈໍາປາສັກ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ VU ຂອງ Red list of IUCN.
- ໝາຍເຫດ: ໃບຈະສັງເກດເຫັນໄດ້ງ່າຍເປັນຮູບຂອບຂະໜານ, ກ່າງຂັ້ນສອງ 14-16 ຄູ່. ປີກໃຫຍ່ 3 ປີກບໍ່ມີຂົນ ມີກ່າງຖີ່ໆ ຕາມລວງຍາວ, ປີກນ້ອຍ 2 ປີກ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ(Wood Identification Manual of Lao
Hardwood) (Assoc. Prof. Dr. Latsamy Boupha, Dr. Oudone Sychaleun, Phetlasy Souladeth, Lothim Xeatern, Pongki Phommachanh, Phoulouang Chounlamounty&Vanhsy Phengthajam)
https://padme.rbge.org.uk/laos/list/Dipterocarpaceae/Shorea
http://tropical.theferns.info/viewtropical.php?id=Shorea+roxburghii
https://www.google.com/search?q=http://www.kew.org/herbcatimg/Shorea+roxburghii
ຈິກໂຄກ
- ລະຫັດ: LT0739
- ຊື່ລາວ: ຈິກໂຄກ
- ຊື່ວິທະຍາສາດ: Shorea obtusa ex Blume
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): BURMA SAL (TH), BURMESE SAL (TH), CHIK KHOK (LA), PHCHEK (KH), SIAMESE SAL (TH), THIT-YA (MM), THITYA (TH)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງເຖິງ 15 ມ, ລຳຕົ້ນຊື່ຕຼົງ ເປືອກລໍາແກ່: ມີສີເທົ່າເຂັ້ມປົນດໍາ, ມີຮອຍແຕກແລະເປັນເກັດ, ເປືອກຊັ້ນໃນມີສີບົວຫາສີນໍ້າຕານອົມເຫຼືອງ, ມີຢາງໃສອອກສີເຫຼືອງ. ກິ່ງ-ງ່າ ມີຂົນເປັນຈຸ້ມຕາກອອກຫຸ້ມທົ່ວໄປ. ໃບ: ໃບດຽວຮຽງສະລັບ, ສ່ວນຫລາຍມີຮູບຮອບຂະໜານ,ໃບອ່ອນສີແດງ, ກົກໃບບ້ຽວ, ປາຍໃບສ້ວຍມູມເຫວີຫາມົນ, ຫູໃບຕົກລົ່ນໄວ. ດອກ: ຈັດເປັນພົ້ວສັບສົນຢູ່ປາຍກິ່ງ ແລະ ຢູ່ຕາມງ່າມໃບ, ພວງດອກມີສີເຫຼືອງ ແລະ ມີກິ່ນຫອມ, ກີບດອກບໍ່ຕິດກັນ, ມີຂົນອ່ອນໆຢັ່ງຢາຍຢູ່ດ້ານນອກ. ເກສອນຈໍານວນ 26-29 ອັນ, ການອອກດອກ: ເດືອນກຸມພາ-ເດືືອນມີນາ. ໝາກ ຮູບຮຽວແຄບ, ປາຍແຫຼມ, ມີຂົນອ່ອນຢັ່ງຢາຍ, ປີກຍາວ 3 ປີ ມີຂົນຫ່າງໆ, ປີກນ້ອຍ 2 ປີກຂະໜາດບໍ່ເທົ່າກັນ. ການອອກໝາກ: ເດືືອນເເມສາ-ເດືອນພືດສະພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຈິກ ມີສີນໍ້າຕານແກມແດງ, ສ້ຽນສົນ ເປັນຄື້ນເລັກໜ້ອຍ, ເນື້ອໄມ້ຫຍາບແຕ່ສະໝໍ່າສະເໝີ, ແຂງຫຼາຍ ແລະ ໜຽວ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ພໍຣ໌ແຝດ (Multiple) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີສານສະກັດ ແບບ Tylose ເກືອບທຸກພໍຣ໌ , ເສັ້ນ (Ray) ເຫັນຊັດ, ພາເຣງຄິມາ (Parenchyma) ແບບ Diffuse, ແບບປີກ (Aliform Parenchyma) ແລະ ແບບປີກຕໍ່ (Aliform confluent), ມີທໍ່ນໍ້າຢາງຕໍ່ລຽງຍາວຕັດເສັ້ນເຣ.
- ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງເຊັ່ນ: ເຮັດແປ້ນປູ, ວົງປະຕູ, ເຮັດເຮືອ, ເຮັດເຄື່ອງມືກະສິກໍາ, ເຮັດເສົາ ແລະ ເຄືື່ອງໃຊ້ສອຍພາຍໃນເຮືອນ, ເປັນໄມ້ທີ່ທົນທານຕໍ່ການປ່ຽນແປງຂອງພູມອາກາດພໍສົມຄວນ.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ໃນປ່າໂຄກ ໃບລົ່ນຕາມລະດູການ. ມີຄວາມສູງຈາກລະດັບນໍ້າທະເລ 200 ມ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ກໍາປູເຈັຍ ແລະ ພາກໃຕ້ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ວຽງຈັນ, ຫຼວງພະບາງ, ນະຄອນຫຼວງ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ແຂວງ ສາລະວັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ NT ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍໃບເດັ່ນຊັດເຈນ ຈະໃຫຍ່ກວ່າຖ້າທຽບໃສ່ໃບຮັງ, ເປັນຮູບໄຂ່ກ້ວາງ, ໃບອ່ອນ ສີແດງເຂັ້ມ. ຮອຍແຕກຂອງເປືອກ ເປັຮເກັດ. ມີປີກໝາກປີກໃຫຍ່ 3 ປີກ, ປີກນ້ອຍ 2 ປີກຂະໜາດບໍ່ເທົ່າ,
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ (Wood Identification Manual of Lao
Hardwood) (Assoc. Prof. Dr. Latsamy Boupha, Dr. Oudone Sychaleun, Phetlasy Souladeth, Lothim Xeatern, Pongki Phommachanh, Phoulouang Chounlamounty&Vanhsy Phengthajam)
Forest Research Institute Malasia, (2019). Equivalent Timber Name in Asian.
https://tropical.theferns.info/viewtropical.php?id=Shorea+obtusa
ຄ່ຽນ
- ລະຫັດ: LT0737
- ຊື່ລາວ: ຄ່ຽນ
- ຊື່ວິທະຍາສາດ: Shorea henryana Pierre ex Laness
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): DARK RED MERANTI (MY), LIGHT RED MERANTI (MY), KHIEN (LA).
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນຜັດປ່ຽນໃບລຳຕົ້ນຊື່ຕຼົງສູງເຖິງ 30-40 ມ, ປຸ້ມໃບເປັນຮູບມົນ, ມີເຮືອນຍອດມົນບໍ່ສະໝໍ່າສະເໝີ. ກິ່ງ-ງ່າ ມີຂົນແຂງປົກຫຸ້ມທົ່ວໆໄປ. ໃບ: ເປັນຮູບໄຂ່-ຮູບຫອກ ຫລື ຮອບຂະໜານ, ຫຼັງໃບມີຂົນຍາວເປັນຈຸ້ມໆ ຫຼືື ບໍ່ມີຂົນ, ກົກໃບມົນ , ປາຍໃບສ້ວຍມູມແຫຼມ, ກ້ານໃບມີຂົນຍາວ. ຫູໃບຕົກລົ່ນໄວ. ດອກ: ຈັດເປັນພວງສັບສົນ, ກ້ານ ພວງດອກເປັນລ່ຽມເລັກນ້ອຍມີຂົນຫ່າງໆ ແລະ ດອກມີກ້ານສັ້ນ, ກີບດອກຕິດກັນ, ມີຂົນຍາວອອກສີຂາວ. ເກສອນຈໍານວນ 22-30. ການອອກດອກ: ເດືອນຕຸລາ-ເດືືອນທັນວາ. ໝາກ ເປັນຮູບໄຂ່, ປີກໝາກປີກໃຫຍ່ 3 ປີກ ມີກ່າງແລບໆ ຢ່າງດົກໜາຕາມລວງຂວາງ, ປີກນ້ອຍ 2 ປີກ. ການອອກໝາກ: ເດືືອນພະຈິກ-ເດືອນມັງກອນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ມີສີນໍ້າຕານອ່ອນໆ ປົນເຫຼືອງ ແກນໄມ້ມີມີສີເທົາປົນເຫລືອງ ເມືີ່ອແຫ້ງມີສີນໍ້າຕານເຂັ້ມຂຶ້ນ ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ກ້ຽງດີ ສະໝໍ່າສະເໝີ ເປັນໄມ້ສ້ຽນຫາສ້ຽນສົນເລັກນ້ອຍ. ຈຸລັງ Vessels ມີຂະ ໜາດປານກາງ ມີຈໍານວນຫລາຍກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ແລະ radial multiple. ຈຸລັງ Parenchyma ຮຽງຕົວແບບ Paratracheal scanty, ຈຸລັງ Rays ມີລັກສະນະ Uniseriate rays 1-7.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ເຂົ້າໃນການກໍ່ສ້າງປະເພດເສົາເພືື່ອຮັບນໍ້າໜັກ, ໃຊ້ເຮັດເຮືອ ແລະ ເຄືື່ອງໃຊ້ປະເພດລໍ້, ຂົວ.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ, ປ່າໂຄກ ຢູ່ດິນແກມຊາຍຫລາຍ ແລະ ມີຫີນປູນປະສົມ.
- ການກະຈາຍພັນ: ພົບເຫັນຢູ່ ປະເທດມຽນມາ, ໄທ, ພາກໃຕ້ຫວຽດນາມ, ແຫຼມມາລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ບໍລິຄໍາໄຊ, ຈໍາປາສັກ ແລະ ອັດຕະປື.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ En ຂອງ Red list of IUCN.
- ໝາຍເຫດ: ປີກໝາກປີກໃຫຍ່ 3 ປີກ ມີກ່າງແລບໆ ຢ່າງດົກໜາຕາມລວງຂວາງ, ປີກນ້ອຍ 2 ປີກ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Dipterocarpaceae/Shorea
http://tropical.theferns.info/viewtropical.php?id=Shorea+henryana
การจำแนกไม้ woods-identification – ดาวน์โหลดหนังสือ | 51-100 หน้า | PubHTML5
ໝີ່ຄາຍ
- ລະຫັດ: LT0725
- ຊື່ລາວ: ໝີ່ຄາຍ
- ຊື່ວິທະຍາສາດ: Schima wallichii (DC.) Korth.
- ຕະກຸນ: THEACEAE
- ຊື່ການຄ້າ: MI KHAY (LA), ME KAY (LA), CHINESE GUGER TREE (TH), MANGTAN (VN), NEEDLE WOOD (TH), PHAONG ROMORS (KH), PUSPA (ID), PUSPA SCHIMA (VN), SAMAK (MY,VN), TALO (VN)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ໝີ່ຄາຍ ເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນ ຊື່, ກົມ, ເປືອກຕົ້ນອ່ອນ ສີຂີ້ເຖົ່າ ປົນ ແດງ ຫຼື ສີຂີ້ເຖົ່າເຂັ້ມ, ແຕກເປັນສີ່ຫຼ່ຽມເລັກນ້ອຍ, ເປືອກຕົ້ນແກ່ສີຂີ້ເຖົ່າເຂັ້ມ, ແຕກເປັນເກັດສີ່ຫຼຽ່ມເລີກ, ເປືອກໃນສີນໍ້າຕານເຂັ້ມ, ມີເສັ້ນໄຍ ທີ່ເຮັດໃຫ້ຜີວໜັງລະຄາຍເຄືອງ ຫຼື ຄັນ. ໃບ ດ່ຽວ, ຈັບແບບຮຽງສະຫຼັບ ຫຼື ສະຫຼັບຮອບກີ່ງ, ຮູບໄຂ່ ຫາ ຮູບ ຫອກ ຫຼື ຮູບຮີກວ້າງ, ໃບອ່ອນ ສີສົ້ມ ຫາ ສີແດງ ປົນສີນໍ້າຕານ, ປົກຄຸມດ້ວຍຂົນສີນໍ້າເງີນຢ່າງໜາແໜ້ນ, ກົກໃບຮູບຫຼີ້ມ, ປາຍໃບແຫຼມ ຫາ ແຫຼມຍາວ, ຂອບໃບ ແບບແຂ້ວເລື່ອຍຫຼາຍ ຫຼື ໜ້ອຍ. ດອກ ອອກດ່ຽວ ຫຼື ເປັນກຸ່ມຕາມງ່າມໃບ ໄກ້ກັບປາຍກີ່ງ, ກາບດອກ ມີ 5 ກາບ, ເກືອບມົນ, ກ້ຽງ, ກີບດອກມີ 5 ກີບ, ຕິດກັນໜ້ອຍໜຶ່ງທີ່ກົກກີບ, ຮູບໄຂ່ປີ້ນ, ສີຂາວ, ກິ່ນຫອມ, ເກສອນຜູ້ມີຈໍານວນຫຼາຍ, ຂະໜາດບໍ່ເທົ່າກັນ, ເຕົ້າໄຂ່ມີ 5 ຊ່ອງ. ໝາກ ແຫ້ງເນື້ອແຂງ,ຮູບມົນກົມ, ເວລາແກ່ຈະແຕກເປີດອອກເປັນ 5 ວາວ. ແກ່ນ ຮູບໄຕ, ສີນໍ້າຕານຈືດ, ມີປີກ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ໝີ່ຄາຍ ຫຼື ຄາຍໂສ້ ມີສີອອນອ່ອນ, ສ້ຽນຊື່, ເນື້ອໄມ້ຂ້ອນຂ້າງຫຍາບ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ, ພໍຣ໌ (Pore) ມີຈຳນວນຫຼວງຫຼາຍ, ປະມານ 90% ເປັນ ແບບ ພໍຣ໌ດ່ຽວ (Solitary pore) ແລະ ແບບ ຄູ່ແຝດ (Multiple pore) ຈຳນວນເລັກນ້ອຍ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose , ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບ Diffuse.
- ການນໍາໃຊ້: ເນື້ອໄມ້ແຂງ, ໃຊ້ສຳລັບກໍ່ສ້າງ, ເຄື່ອງຕົບແຕ່ງພາຍໃນທົ່ວໄປ, ໄມ້ອັດ, ເຮືອ, ເຄື່ອງໃຊ້ການກະສິກໍາ. ໃບໃຊ້ສຳລັບເປັນອາຫານສັດ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ໝີ່ຄາຍ ເປັນໄມ້ທີ່ມັກແສງໂດຍສະເພາະຕົ້ນແກ່, ແຕ່ເວລາຍັງນ້ອຍເປັນໄມ້ທົນຮົ່ມ, ພົບເຫັນໃນປ່າຂັ້ນໜຶ່ງ ແລະ ຂັ້ນສອງ, ເກີດປົນກັບປ່າໄມ້ໃບເຂັມ ແລະ ປ່າກໍ່, ພູພຽງ, ດີນລະບາຍນໍ້າໄດ້ດີ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ ເຖີງ 1500ມ. ຢູ່ຫວຽດນາມພົບເຫັນໃນລະດັບສູງເຖີງ 3000 ມ.
- ການກະຈາຍພັນ: ອິນເດຍ, ມ້ຽນມ່າ, ຈີນ, ຫວຽດນາມ, ກຳປເຈຍ, ມາເລເຊຍ, ຟີລິບປິ່ນ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ຫຼວງພະບາງ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງ ສາລະວັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດຍັງມີທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ໄມ້ໝີ່ຄາຍສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ໃບອ່ອນ ສີສົ້ມ ຫາ ສີແດງ ປົນສີນໍ້າຕານ, ປົກຄຸມດ້ວຍຂົນສີນໍ້າເງີນຢ່າງໜາແໜ້ນ. ເປືອກຕົ້ນແກ່ສີຂີ້ເຖົ່າເຂັ້ມ, ແຕກເປັນເກັດສີ່ຫຼຽ່ມເລີກ, ເປືອກໃນມີເສັ້ນໄຍ ທີ່ເຮັດໃຫ້ຜີວໜັງລະຄາຍເຄືອງ(ຄາຍ) ຫຼື ຄັນ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam
https://padme.rbge.org.uk/laos/list/Theaceae
ຈອງບານ
- ລະຫັດ: LT0721
- ຊື່ລາວ: ຈອງບານ
- ຊື່ວິທະຍາສາດ: Scaphium macropodum(Miq.) Beumée ex
- ຕະກຸນ: MALVACEAE
- ຊື່ການຄ້າ: KEMBANG SEMANGKOK (BN,ID,MY), CHONG BAN (LA), SAMRORNG (KH)
Common names: Malva Nut - ພັນລະນາລັກສະນະພືດສາດ: (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ຕົ້ນໝາກຈອງເປັນໄມ້ຢືນຕົ້ນ, ສູງເຖິງ 40 ມ. ເປືອກລໍາຕົ້ນສີເທົາປົນສີນໍ້າຕານ, ແຕກເປັນຮ່ອງຕື້ນໆຕາມທາງຍາວ, ເປືອກໃນເປັນເນື້ອສີບົວປົນສີແດງ. ໃບດ່ຽວ ຈັບແບບລຽງສະຫຼັບ, ໃບມີລາຍຮູບແບບ, ເສັ້ນໃບ 5-7 ເສັ້ນ, ຕົ້ນອາຍຸ 1 ປີແຜນໃບຮູບໄຂ່ຫາຮູບຂອບຂະໜານ, ເມື່ອຕົ້ນໄດ້ອາຍຸໄດ້ 2 ປີ ໃບຈະເປັນຮູບແບບຝາມືເປັນແສກວໍ້າ 2 ແສກ, ເມື່ອຕົ້້ນອາຍຸ 3-4 ປີຂື້ນໄປໃບຈະເປັນຮູບແບບຝາມືເປັນແສກວໍ້າ 5-7 ແສກ, 4 ປີຂື້ນໄປຈະກັບເປັນຮູບໄຂ່ຫາຮູບຂອບຂະໜານ, ປາບໃບຮຽວແຫຼມ, ຂອບໃບລຽບ, ກົກໃບມົນ ຫຼື ວໍ້າເປັນຮູບຫົວໃຈ, ແຜນໃບໜາຜິວໃບເຫຼືອມັນ, ກ້ານໃບຍາວ, ຍອດອ່ອນສີນໍ້າຕານ. ຊໍ່ດອກແບບປະສົມກະຈຸກອອກຢູ່ງ່າມໃບ ແລະ ປາຍກິ່ງ. ດອກແຍກເພດ, ກາບດອກເຊື່ອຕິດກັນເປັນຫຼອດ, ມີຂົນ. ກີບດອກມີ 5 ກີບ ແຍກກັນເປັນ 5 ແສກ. ໝາກຮູບເຮືອ ຫຼື ຄ້າຍກະສວຍ, ເມື່ອແກ່ແລ້ວຈະແຕກອອກ, ແກ່ນຮູບຮີມີເນື້ອເຫຍື້ອຫຸ່ມ ແກ່ນແກ່ຜິວສີນໍ້າຕານຫຽວແຫ້ງ ແລະ ເປັນຂຸມ, ແກ່ນເມື່ອຖືກນໍ້າຫຼືແຊ່ນໍ້າຈະຂະຫຍາຍໂຕມີລັກສະນະຄ້າຍວຸ້ນ.
- ລັກສະນະໂຄງສ້າງພາຍໃນ
ເນື້ອໄມ້ຈອງບານ ມີສີນໍ້າຕານປົນແກມເຫຼືອງອ່ອນອອກຂາວ ຫາສີນໍ້າຕານຄໍ້າ, ສ້ຽນຊື່, ເນື້ອໄມ້ຫຍາບແຕ່ສະໝໍ່າສະເໝີ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ ແລະ ພໍຣ໌ແຝດ (Multiple pore) ເລັກນ້ອຍ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ພາຍໃນມີສານສະກັດ ແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ເປັນເສັ້ນໃຫຍ່ ແລະ ເສັ້ນແລບໆ ສະຫຼັບກັນ, ພາເຣງຄິມາ (Parenchyma) ແບບກະຈັດກະຈາຍ ປີກ, ປີກຕໍ່ ແລະ ເປັນເສັ້ນທີ່ເຊັດເຈນແຖວຊື່ຍາວຕໍ່ເນື່ອງ, ມີທໍ່ຢາງທີ່ມີຂະໜາດໃຫຍ່ລຽນກັນເປັນໜຶ່ງແຖວຕາມແລວສຳຜັດ.
- ການນໍາໃຊ້: ແກນໄມ້ເປັນສີເຫຼືອງອ່ອນ ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ ແລະ ເຟີນີເຈີ. ນອກຈາກແກນໄມ້ແລ້ວ ຍັງມີການນໍາໃຊ້ໝາກຢ່າງກວ້າງຂວາງ ໃນຫຼາຍປະເທດເຊັ່ນ: ກໍາປູເຈຍ, ອິນໂດເນເຊຍ, ມະເລເຊຍ, ສິງກະໂປ, ໄທ, ຫວຽດນາມ ແລະ ສປປ ລາວ, ຊຶ່ງນໍາໃຊ້ໃນການປຸງແຕ່ງອາຫານ ແລະ ປະສົມໃສ່ເຄື່ອງດື່ມ. ແກ່ນ ນໍາໃຊ້ເປັນຢາປົວທ້ອງບິດ, ທ້ອງຖອກ ແລະ ປົວຫືດ. ໃນພາກໃຕ້ຂອງລາວ ປະຈຸບັນປະຊາຊົນເກັບກູ້ໝາກສົ່ງຂາຍຕາມຕະຫຼາດ ໃນລາຄາ 80.000-100.000 ກີບ.
- ແຫຼ່ງທີ່ຢູ່ອາໃສ: ພົບໃນປ່າປະສົມ ແລະ ປ່າດົງດິບ, ລະດັບສູງຈາກໜ້ານໍ້າທະເລ 500-1.200 ມ.
- ການກະຈາຍພັນ: ປະເທດກໍາປູເຈຍ, ອິນໂດເນເຊຍ, ມະເລເຊຍ, ສິງກະໂປ, ໄທ, ຫວຽດນາມ ແລະ ສປປ ລາວ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, IUCN ໄດ້ຈັດຢູ່ໃນສະຖານະພາບ LC ຫຼື LR. ໃນເມື່ອກ່ອນຕົ້ນໝາກຈອງພົບເຫັນຫຼາຍໃນພາກໃຕ້ ສປປ ລາວ ແຕ່ປະຈຸບັນລົດໜ້ອຍຖ່ອຍລົງ ຍ້ອນການເກັບກູ້ແບບດັບສູນ, ການຂະໜາຍພື້ນທີ່ການກະເສດ ແລະ ພື້ທີ່ຢູ່ອາໃສ, ນອກຈາກນັ້ນການຕັດໄມ້ໃນເຂດໃກ້ຄຽງຍັງເປັນການທໍາລາຍປະຊາກອນຂອງຕົ້ນໝາກຈອງອີກດ້ວຍ.
- ໝາຍເຫດ: ຕົ້ນໝາກຈອງບານສາມາດຈໍາແນກໄດ້ງ່າຍ ເນື່ອງຈາກວ່າມີລໍາຕົ້ນຊື່ຕົງ, ໃບມີລາຍຮູບແບບ, ເສັ້ນໃບ 5-7 ເສັ້ນ, ໝາກຮູບເຮືອ ຫຼື ຄ້າຍກະສວຍ, ເມື່ອແກ່ແລ້ວຈະແຕກອອກ, ແກ່ນຮູບຮີມີເນື້ອເຫຍື້ອຫຸ່ມ ແກ່ນແກ່ຜິວສີນໍ້າຕານຫຽວແຫ້ງ ແລະ ເປັນຂຸມ, ແກ່ນເມື່ອຖືກນໍ້າຫຼືແຊ່ນໍ້າຈະຂະຫຍາຍໂຕມີລັກສະນະຄ້າຍວຸ້ນ.
- ເອກະສານອ້າງອີງ:
ຂໍ້ຕົກລົງວ່າດ້ວຍການກໍານົດບັນຊີໄມ້ I, II ແລະ III. ເລກທີ 0448, ລົງວັນທີ 6 ເມສາ 2021, ຂອງກະຊວງກະສິກໍາ ແລະ ປ່າໄມ້.
A checklist of plants in Lao PDR. 2016. Korea National Arboretum of Korea forest service.
Newman, M. F., S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and Armstrong, K. 2007. A Checklist of the Vascular Plants of Lao PDR. Royal Botanic Garden Edinburgh, Edinburgh.
http://powo.science.kew.org/taxon/825025-1
https://medthai.com/%E0%B8%AA%E0%B8%B3%E0%B8%A3%E0%B8%AD%E0%B8%87/
https://www.iucnredlist.org/search?query=Engelhardia%20serrata%20&searchType=species
http://www.tropical.theferns.info/viewtropical.php?id=caphium+macropodum
ກໍ່ສາ
- ລະຫັດ: LT0689
- ຊື່ລາວ: ກໍ່ສາ
- ຊື່ວິທະຍາສາດ: Quercus griffithii f. & Thomson ex Miq.
- ຕະກຸນ: FAGACEAE
- ຊື່ການຄ້າ (Trade names) : KOR SA (LA)
Common names: Ring Cupped Oak - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນຜັດປ່ຽນໃບຂະໜາດກາງສູງ 20 ມ, ເຮືອນຍອດເປັນຮູບຂອບຂະໜານ. ເປືອກສີເທົາ ຫຼື ສີນໍ້າຕານປົນສີອອກແດງ, ມີຮອຍແຕກຕາມລວງຍາວ. ໃບ: ໃບດ່ຽວ, ປົ່ງແບບວຽນສະລັບຈັດເປັນວົງ, ໃບຮູບໄຂ່ປີ້ນຫາຮູບຮີ, ໃບອ່ອນສີແດງ, ໃບແກ່ດ້ານເທິງເຫຼື້ອມເປັນສີຂຽວເຂັ້ມ, ແຄມໃບເປັນແຊັກແຫຼມ, ປາຍໃບສ້ວຍແຫຼມ ກ້ານໃບຍາວ. ດອກ: ດ່ຽວ ຫຼື ເປັນຈຸ້ມເປັນສອງຫາສາມ, ຮູບຊົງເປັນຈອກ, ເກັດເປັນຮູບໄຂ່ຫາສາມຫຼ່ຽມ. ອອກດອກໃນເດືອນກຸມພາ-ມີນາ. ໝາກ: ເປັນຮູບສ້ວຍຫາຮູບໄຂ່, ມີໜຶ່ງສວນສາມ ເຖິງ ເຄິ່ງໜຶ່ງ ຄວາມຍາວຂອງໝາກຖືກຫຸ້ມຢູ່ໃນຈອກຫຸ້ມສີນໍ້າຕານເຂັ້ມ, ການອອກໝາກ: ເດືືອນຕຸລາ-ເດືອນພະຈິກ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກໍ່ສາມີສີເທົາ ສ້ຽນຊື່. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນແຖວໃນເຂດຕົ້ນລະດູມີຂະໜາດໃຫຍ່ເປັນແຖວຕາມລວສຳຜັດພຽງໜຶ່ງແຖວ ແລະ ມີຂະໜາດນ້ອຍໆແຕກໂຕນໃນເຂດທ້າຍລະດູ, ແບບຂອງການຮຽງຕົວແບບລູກໂສ້ທີ່ມີລັກສະນະຂ້ອນຂ້າງສະຫຼຽງ (Oblique), ການກະຈາຍເປັນແບບເຫັນວົງປີຊັດ (Ring porous), ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນແລບໆ ສະຫຼັບເສັ້ນແຖບກ້ວາງສາມາດເຫັນດ້ວຍຕາເປົ່າ ມີສານ Deposit ແຊກຢູ່ໃນເຣ ເປັນສີຂາວ, ພາເຣງຄິມາ (Parenchyma) ແບບ Reticulate parenchyma ທີ່ມີຂະໜາດຄວາມກວ້າງຂອງແຖບເທົ່າກັບຂະໜາດຄວາມກວ້າງຂອງ ray ແລະ ໄລຍະຫ່າງລະຫວ່າງແຖບ parenchyma ເທົ່າກັບໄລຍະຫວ່າງເຣ ເຮັດໃຫ້ຕິດກັນເປັນຮູບຕາໜ່າງແຫ.
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ສໍາລັບເສົາຮົ້ວ, ໄຖ, ໃຊ້ເປັນພື້ນທີ່ສໍາລັບປູກເຫັດ. ລັກສະນະພິເສດຂອງໄມ້ກໍສາແມ່ນມີລະບົບຮາກທີ່ຢັ່ງເລິກລົງໃນດິນ ແລະ ສາມາດປ້ອງກັນຈາກການເຊາະເຈື່ອນຂອງດິນໄດ້.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນໃນປ່າປະສົມ ແລະ ປ່າດົງດິບແຫ້ງແລ້ງ ສາມາດເກີດ ຮ່ວມກັນກັບກໍແຄະ ໄມ້ແປກສາມໃບ ແລະ ໄມ້ຮີ້ງ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ຫວຽດນາມ, ພາກກາງ ແລະ ພາກໃຕ້ຂອງ ສປ ຈີນ ແລະ ພາກເໜືອຂອງ ອິນເດຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຊຽງຂວາງ.
- ສະພາບການອະນຸລັກ: ເປັນໄມ້ປະເພດບໍໄດ້ຢູ່ໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
- ໝາຍເຫດ: ຈະສັງເກດໃບປົ່ງດ່ຽວວຽນສະລັບ, ແຄມໃບເປັນແຊັກແຫຼມ, ກ່າງຂັ້ນສອງ 12–18 ເສັ້ນຢູ່ແຕ່ລະດ້ານຂອງກ່າງກາງ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Fagaceae
http://temperate.theferns.info/plant/Quercus+griffithii
https://treesandshrubsonline.org/articles/quercus/quercus-griffithii
http://www.plantsoftheworldonline.org/taxon/urn:lsid:ipni.org:names:296220-1
ກໍ່ຫີນ
- ລະຫັດ: LT0686
- ຊື່ລາວ: ກໍ່ຫີນ
- ຊື່ວິທະຍາສາດ: Quercus chrysocalyx Hickel & A.Camus
- ຕະກຸນ: FAGACEAE
- ຊື່ການຄ້າ (Trade names): CHENE OAK (VN), KHOS (KH), KOR HIN (LA)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງ 15 ມ, ເປືອກສີຂຽວປົນສີນໍ້າຕານ ຫຼື ສີຂຽວປົນສີຂີ້ເຖົ່າ, ແຕກເປັນສະເກັດ, ເປືອກທາງໃນສີນໍ້າຕານ ຫຼື ສີບົວອ່ອນ. ໃບ: ໃບດ່ຽວ, ຮຽງສະລັບ ເປັນຮູບຮີ ຫຼື ຮູບຂອບຂະໜານ, ຂອບໃບລຽບ, ປາຍໃບແຮວແຫຼມ ຜິວໃບກ້ຽງ, ໜ້າໃບສີຂຽວເຂັ້ມເປັນມັນເຫຼື້ອມ, ຫຼັງໃບສີຈາງໆອອກທອງ, ກ້ານໃບງໍເລັກນ້ອຍ. ດອກ: ຊໍ່ດອກອອກເປັນກະຈູກ, ດອກຍ່ອຍບໍ່ມີກ້ານດອກ ດອກມີກິ່ນ, ລົ່ນງ່າຍ, ຊໍ່ດອກແຍກຊໍ່ ຫຼື ຮ່ວມຊໍ່, ຊໍ່ດອກເພດແມ່ຢູ່ກົກຊໍ່, ຊໍ່ດອກເພດຜູ້ຢູ່ປາຍ ແລະ ແຕກຂະແໜງຫລາຍ, ປາຍຍອດເກສອນແມ່ມີ 3 ອັນ. ການອອກດອກ: ເດືອນກັນຍາ-ເດືອນທັນວາ. ໝາກ: ໝາກເຊື່ອມຕໍ່ກັນເປັນກຸ່ມ, ໝາກແກ່ແຂງ, ຜິວກ້ຽງຮູບກົມ ຫຼື ສ້ວຍຮີ ຄ້າຍຮູບໝາກຂ້າງ. ການອອກໝາກ: ເດືືອນມີຖຸນາ-ເດືອນກັນຍາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກໍ່ຫີນ ມີສີເຫຼືອງປົນເທົ່າ ເຖິງສີນໍ້າຕານປົນເທົ່າ, ສ້ຽນຊື່ ເຖິງສົນບໍ່ສະໝໍ່າສະເໝີ, ເນື້ອຫຍາບຊາ ແລະ ແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore), ການຮຽງຕົວແບບ ພໍຣ໌ສະຫຼຽງກັບເຣ (pore oblique) ມີສານແຊກແບບ Tylose, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ສາມາດເຫັນດ້ວຍຕາເປົ່າ ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນແລບໆຖີ່ໆ, ພາເຣງຄິມາ (Parenchyma) ແບບກຸ່ມກະຈາຍ (Diffuse in aggregate Parenchyma).
- ການນໍາໃຊ້: ເປັນໄມ້ເນື້ື້ອແຂງ, ເພິ່ນນໍາໃຊ້ເຂົ້າໃນການກໍ່ສ້າງຕ່າງໆ, ໝາກກິນໄດ້.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ, ປ່າປະສົມ, ປ່າຜັດປ່ຽນໃບ, ປ່າດົງດິບ, ດິນປົນຫີນ ທີ່ມີຄວາມສູງຈາກລະດັບນໍ້າທະເລ 239 ມ ຂື້ນໄປ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ, ໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່: ເຂດພາກເໜືອ ແລະ ແຂວງ ສະຫວັນນະເຂດ ແລະ ແຂວງ ຄໍາມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດບໍຢູ່ບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
- ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍຊໍ່ດອກອອກເປັນກະຈູກ, ໝາກເຊື່ອມຕໍ່ກັນເປັນກຸ່ມ ກາບຫຸ້ມໝາກສີຂຽວອ່ອນ ຜິວກາບໝາກມີເສັ້ນໂຄ້ງໄປມາ 3-4 ເສັ້ນ.
- ເອກະສານອ້າງອີງ
http://www.dnp.go.th/botany/PDF/publications/saranukrom.pdf
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Fagaceae
http://www.plantsoftheworldonline.org/taxon/urn:lsid:ipni.org:names:358430-1
http://www.phargarden.com/main.php?action=viewpage&pid=202
Flora of Thailand and volume Nine Part Three




























































