tmladmin

ຂາມປ້ອມແດງໃບສອງແສກ

  1. ລະຫັດ: LT0223
  2. ຊື່ລາວ: ຂາມປ້ອມແດງໃບສອງແສກ
  3. ຊື່ວິທະຍາສາດ: Cephalotaxus manniif.
  4. ຕະກຸນ: TAXACEAE
  5. ຊື່ການຄ້າ: KHAM POM DENG BAI SONG SAEK (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຂາມປ້ອມແດງໃບສອງແສກ ເປັນໄມ້ຢືນຕົ້ນສູງເຖິງ 20 ມ ມີໜ້ອຍສູງເຖີງ 30 ມ, ເຮືອນຍອດແຄບ. ລຳຕົ້ນ ຊື່, ຮູບທໍ່ກົມ. ເປືອກ ສີນໍ້າຕານຈືດ ຫຼື ສີນໍ້າຕານປົນແດງ, ເປືອກລອກເປັນແຜ່ນບາງໆ. ໃບ ແຄບຍາວ ຫຼື ຮູບຫອກ, ບາງຄັ້ງຮູບໂຄ້ງເລັກນ້ອຍ, ລຽງກົງກັນຂ້າມ, ຜີວໃບເບື້ອງເທີງສີຂຽວເຂັ້ມ, ເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວ ຢູ່ສອງຟາກຂ້າງຂອງເສັ້ນກາງໃບ, ຍາວຂະໜານກັບຂອບໃບ ແຕ່ກົກຫາປາຍໃບ, ຂອບໃບລຽບ, ປາຍໃບຕິ່ງແຫຼມ ຫຼື ຕິ່ງໜາມ. ໂຄນ ແບບຕ່າງເພດຢູ່ຕ່າງຕົ້ນກັນ, ໂຄນເພດແມ່ ອອກດ່ຽວ ຫຼື ເກີດຮ່ວມກັນ 2-3 ອັນ, ໂຄນອ່ອນສີຂຽວ, ໂຄນແກ່ສີແດງ. ໂຄນເພດຜູ້ ຈະນ້ອຍ, ຮູບຮ່າງມົນ, ລວມກັນເປັນກຸ່ມຕາມງ່າມໃບ, 6-8 ອັນ. ແກ່ນ ຮູບໄຂ່ປີ້ນ ຫຼື ຮູບສ້ວຍ, ປາຍແຫຼມ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຂາມປ້ອມໃບສອງແຊກ ມີສີເທົາແກມ​ແດງ​​ ຫຼື ສີເທົາແກມນໍ້າຕານໄໝ້, ຂອບເຂດວົງປີບໍ່ເຫັນ ເປັນປະເພດ Diffuse porous ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ  ມີຂະໜາດໃຫຍ່, ຮຽງຕົວເປັນເສັ້ນສະຫຼຽງ (Solitary pore outline angular), Simple perforation plate ພາຍໃນມັກພົບເຫັນມີສານສະກັດ Tylose, ແລະ ຍັງພົບເຫັນ Gum ແລະ Deposite ອື່ນໆບັນ​ຈຸ​ຢູ່​ໃນ​ບາງພໍຣ໌,  ເສັ້ນ (Ray) ເຫັນເປັນເສັ້ນແລບໆຊັດເຈນຍາວຕິດຕໍ່ກັນ ສ່ວນໃຫຍ່ຈະມີ 4-10ແຖວ ຄວາມສູງຫຼາຍກ່ວາ 1 ມິນລີແມັດ, ມີ Procumbent ray  ແລະ ມີຫຼາຍກ່ວາ 4 ແຖວ ເປັນ Upright ແລະ ຫຼື square ray ຢູ່ທາງສອງຂອບ, ມີ Prismatic crystals in upright and / or square ray cells ພາເຣງຄິມາ (Parenchyma)ມີແບບ Scanty paratrachieal ມີແບບເປັນເສັ້ນ ແບບແບບຕາໜ່າງແຫ (Reticulate parenchyma), ປະກົດມີ Septate fiber.

  1. ການນໍາໃຊ້: ເນື້ອໄມ້ ມີຄຸນນະພາບ, ທົນທານຕໍ່ປວກ ແລະ ແມງໄມ້. ໃຊ້ເຮັດດ້າມເຄື່ອງມື, ຫັດຖະກຳ, ເຄື່ອງຕົບແຕ່ງພາຍໃນ. ແກ່ນໃຊ້ເປັນຢາພື້ນເມືອງທີ່ມີຄຸນນະພາບດີ, ເປືອກໃຊ້ ແກ້ໄຂ້, ຢາຕ້ານມະເລັງ. ນອກຈາກນັ້ນຍັງປູກເປັນໄມ້ປະດັບ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຊະນິດນີ້ ມັກເກີດແບບກະແຈກກະຈາຍໃນປ່າດົງດິບເຄິ່ງເຂດຮ້ອນ, ປ່າຫີນປູູນ, ດີນແຫ້ງແລ້ງ, ແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 500-1500 ມ.
  3. ການກະຈາຍພັນ: ພົບເຫັນໃນພາກໃຕ້ຂອງຈີນ, ຫວຽດນາມ, ມ້ຽນມ່າ, ໄທ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງ ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ທີ່ຍັງບໍ່ໄດ້ບັນທືກໄວ້ໃນບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດໄມ້ທີ່ກໍາລັງຖືກຄຸຸກຄາມ VU ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ, ຜີວໃບເບື້ອງເທີງສີຂຽວເຂັ້ມ, ເບື້ອງລຸ່ມ ມີປ່ອງອາກາດເປັນແຖບສີຂາວຢູ່ສອງຟາກຂ້າງຂອງເສັ້ນກາງໃບຍາວຂະໜານກັບຂອບໃບແຕ່ກົກຫາປາຍໃບ, ປາຍໃບຕິ່ງແຫຼມ ຫຼື ຕິ່ງໜາມ
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,  ລົງວັນທີ 6 ເມສາ 2021.

Conifers of Vietnam

Gymnosperms of Lao

https://threatenedconifers.rbge.org.uk/conifers/cephalotaxus-mannii

https://www.iucnredlist.org/search?query= Cephalotaxus%20mannii

https://www.google.com/search?q=Cephalotaxus+mannii

ເລັນເລ່

  1. ລະຫັດ: LT0144
  2. ຊື່ລາວ: ເລັນເລ່
  3. ຊື່ວິທະຍາສາດ: Calocedrus macrolepis Kurz
  4. ຕະກຸນ: CUPRESSACEAE
  5. ຊື່ການຄ້າ: LEN LE (LA), PAEK LOM (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ເລັນເລ່ ເປັນໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນ ຊື່, ແຕກກີ່ງງ່າງ່າຍ, ເຮືອນຍອດກວ້າງ. ເປືອກສີນໍ້າຕານ ຫາ ສີນໍ້າຕານອົມແດງ, ຕົ້ນອ່ອນເປືອກກ້ຽງ, ຕົ້ນແກ່ ເປືອກຫຍາບຊາ ແລະ ຮອຍແຕກຍາວ. ໃບ ຄ້າຍຄືເກັດ, ແປ, ຮຽງເປັນ 2 ຄູ່, ແຕ່ລະໃບຄູ່ໃນຈະແບນ ຫລື ແປ ແລະ ແນບກັບລຳຕົ້ນ, ໃບຄູ່ນອກຮູບເຮືອ, ປົກກະຕິປະກອບດ້ວຍແຜ່ນປ່ອງອາກາດຈະແຈ້ງ. ໂຄນ: ໂຄນເພດແມ່ເກີດຢູ່ປາຍ, ດ່ຽວ, ເມື່ອແກ່ສີນໍ້າຕານອົມແດງ, ຮູບກັບສ້ວຍແກມຂອບຂະໜານ. ແກ່ນ ມີ 2 ປີກ ຂະໜາດບໍ່ເທົ່າກັນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

 

ເນື້ອໄມ້ເລັ່ນເລ້ ມີສີນໍ້າຕານ ຫຼື ນໍ້າຕານແກມເທົາ  ມອກໄມ້ ແລະ ແກນໄມ້ ມີສີຕ່າງກັນ, ມີຂອບເຂດວົງປີຊັດເຈນ ເຫັນໄດ້ຈາກຄວາມແຕກໂຕນ ຂອງສີເຂດເນື້ອໄມ້ຕົ້ນລະດູ ຫາ ເຂດເນື້ອໄມ້ທ້າຍລະດູ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ບໍ່ມີ ພໍຣ໌ (Pore), Ray tracheids ບໍ່ເຫັນ ຫຼື ຫາຍາກທີ່ສຸດ. Ray exclusively Uniseriate, ຄວາມສູງສະເລ່ຍຂອງເຣລະດັບປານກາງ 5 ຫາ 15 ຈຸລັງ. ພາເຣງຄິມາ (Parenchyma) ແບບກະຈັດກະຈາຍ ແລະ ແບບ Marginal axial parenchyma.

  1. ການນໍາໃຊ້: ເນື້ອໄມ້ ແຂງ, ຊື່ ເນື້ອໄມ້ສວຍງາມ ແລະ ມີກິ່ນຫອມ, ທົນທານຕໍ່ປວກ ແລະ ແມງໄມ້, ນຳໃຊ້ງ່າຍ. ນຳໃຊ້ວຽກກໍ່ສ້າງ, ຕູ້, ເຄື່ອງຕົບແຕຕ່ງພາຍໃນ, ຫັດຖະກໍາ, ເຮັດທູບ ແລະ ນໍ້າມັນຫອມ, ຕົ້ໜນ້ອຍເປັນໄມ້ປະດັບ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ເລັນເລ່ ເປັນໄມ້ຕ້ອງການຮົ່ມ ພົບເຫັນໃນປ່າປະສົມຂັ້ນໜຶ່ງ, ປ່າດົງດິບ, ປ່າດົງດິບຊຸ່ມຊື່ນ, ຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 800–1500 ມ.
  3. ການກະຈາຍພັນ: ພາກເໜືອຂອງອິນເດຍ, ພາກຕາເັນອອກສ່ຽງເໜືອຂອງມ່ຽນມ້າ, ພາກໃຕ້ ຈີນ, ໃຕ້ຫວັນ, ພາກຕາເວັນອອກສຽ່ງເໜືອຂອງໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງວຽງຈັນ, ໄຊສົມບູນ ແລະ ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ NT-EN ຂອງ Red list of IUCN.
  5. ໝາຍເຫດ: ໄມ້ເລັນເລ່ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດໃບ ຄ້າຍຄືເກັດ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

https://fdocuments.in/reader/full/conifers-of-vietnam

https://www.google.com/search?q=Calocedrus+macrolepis

https://padme.rbge.org.uk/laos/list/Cupressaceae

https://www.iucnredlist.org/search?query=Calocedrus%20macrolepis%20

https://www.researchgate.net/publication/275464908_Gymnosperms_of_Laos

ແດງ

  1. ລະຫັດ: LT0875
  2. ຊື່ລາວ: ແດງ
  3. ຊື່ວິທະຍາສາດ: Xylia xylocarpa (Roxb.) W.Theob.
  4. ຕະກຸນ: FABACEAE
  5. ຊື່ການຄ້າ:  DEANG (LA), DANG (VN), IRONWOOD (TH), PYINKADO (MM), SOKRAM (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ແດງເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງເຖິງ 40 ມ, ໃບອ່ອນສີນ້ຳຕານ. ລໍາຕົ້ນກົມ, ເປືອກສີນ້ຳຕານປົນສີຄີມ ຫຼື ອອກສີແດງ, ມີຕ່ອມເປັນຮອຍ. ຫູໃບເປັນເສັ້ນ, ຍາວ 3–4 ມມ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ມີໃບຍ່ອຍ 6–14 ໃບ, ຮູບໄຂ່ ຫຼື ຮູບຮີ, ຜົວໃບດ້ານເທີງກ້ຽງ, ຜິວໃບດ້ານລຸ່ມມີຂົນ. ຊໍ່ດອກແບບກະຈຸກກົມ. ດອກສີຂາວປົນສີເຫຼືອງອ່ອນ. ໝາກຮູບຮີ ຄ້າຍຄືມິດ. ແກ່ນຮູບຮີ, ສີນ້ຳຕານ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ແດງ ມີສີແດງ ຫຼື ນໍ້າຕານອົມແດງ,  ສ້ຽນສົນເປັນຄື້ນເລັກນ້ອຍ, ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບຄູ່ແຝດ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບມີວົງປີ (Ring porous), ພໍຣ໌ມີຂະໜາດໃຫຍ່ສ່ວນໃຫຍ່ກະຈາຍໃນເຂດຕົ້ນລະດູ ຢູ່ທ່າຍລະດູມີໜ້ອຍ ຫຼື ເກືອບບໍ່ມີ ພາຍໃນມີສານສະກັດ ແບບ Tylose ເປັນຈຳນວນຫຼາຍ ໃນເຂດເນື້ອໄມ້ຕົ້ນລະດູ, ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນຖີ່ໆ, ພາເຣງຄິມາ (Parenchyma) ແບບປີກ and ປາຍລະດູ (Terminal Parenchyma).

  1. ການນໍາໃຊ້: ເນື້ອໄມ້ແຂງສີນ້ຳຕານ ຫຼື ສີແດງ. ມອກໄມ້ເປັນສີເທົາປົນສີນ້ຳຕານ, ສາມາດແປຮູບໄດ້ງ່າຍ ແລະ ມີຄວາມສວຍງາມ. ເປັນໄມ້ທີ່ນິຍົມນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–600 ມ.
  3. ການກະຈາຍພັນ: ພົບເຫັນໃນປະເທດອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ກຳປູເຈຍ. ສໍາລັບ ສປປ ລາວ ພົບຢູ່ແຂວງຄຳມ່ວນ, ສະຫວັນນາເຂດ, ຈຳປາສັກ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ພົບເຫັນຕາມເຂດປ່າປະສົມ, ປ່າໂຄກ ແຕ່ປະຈຸບັນຈໍານວນປະຊາກອນແມ່ນໜ້ອຍລົງ ຍ້ອນມີການນໍາໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ແດງສັງເກດເບິ່ງໄດ້ງ່າຍ ໃບອ່ອນສີນ້ຳຕານ, ເປືອກສີນ້ຳຕານປົນສີຄີມ ຫຼື ອອກສີແດງ, ຫູໃບເປັນເສັ້ນ, ຊໍ່ດອກກະຈຸກກົມ, ໝາກຮູບຮີຄ້າຍຄືມີດ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://padme.rbge.org.uk/laos/list/Leguminosae/Xylia

https://www.phakhaolao.la/kb/0000217?q=Xylia%20xylocarpa&p=search

https://www.iucnredlist.org/search?query=Pterocarpus%20indicus&searchType=species

http://www.plantsoftheworldonline.org/taxon /urn:lsid:ipni.org:names:886077-1

 

 

 

 

 

 

 

ຊີດານ

  1. ລະຫັດ: LT0844
  2. ຊື່ລາວ: ຊີດານ
  3. ຊື່ວິທະຍາສາດ: Vatica odorata (Griff.) Symington
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): CHROMAS (KH), KAMYIN (MM), NARIG GROUP (PH), PHANCHAM (TH), RESAK (BN), SAK HIN (VN), XI DAN (LA)
    Common names:
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຕົ້ນສູງເຖິງ 20-30 ມ, ລຳຕົ້ນຊື່, ບາງຄັ້ງມີປີກຮາກ. ເປືອກສີ ສີເທົາ, ເປືອກໃນມີເສັ້ນໃຍຫຼາຍ. ກິ່ງ-ງ່າ ເວລາຍັງອ່ອນມີຂົນເປັນຈຸ້ມໆສີນໍ້າຕານແດງຫຸ້ມຫໍ່ທົ່ວໄປ. ໃບ: ໃບດ່ຽວ, ອອກຮຽງສະຫຼັບ, ສ່ວນຫຼາຍ ໃບມີຮູບສ້ວຍປາຍມົນ-ຮູບຂອບຂະໜານ, ປາຍສຸດມີຕິ່ງສັ້ນໆ, ເນື້ອໃບໜາ, ຫູໃບຮູບຂອບຂະໜານ. ດອກ: ຊໍ່ດອກແຕກແໜງຈັດເປັນພົ້ວ, ດອກອອກສີເຫຼືອງຈືດ, ກາບດອກບໍ່ເທົ່າກັນ, ກີບດອກ ບິດເວລາຍັງອ່ອນ. ການອອກດອກ: ເດືອນພະຈິກ-ເດືືອນມີນາ. ໝາກ: ຮູບປຸ້ມ, ຫຸ້ມຫໍ່ດ້ວຍຂົນ, ປີກໝາກປີກໃຫຍ່ 2 ປີກ ມີກ່າງຊື່, ປີກນ້ອຍ 3 ປີກ. ປາຍສ້ວຍເກືອບແຫຼມ. ການອອກໝາກ: ເດືືອນທັນວາ-ເດືອນເມສາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ມີສີຂາວປົນເທົາ ຫຼື ນໍ້າຕານອ່ອນ ແກນໄມ້ສີນໍ້າຕານ ເຖິງນໍ້າຕານເຂັ້ມ ເນື້ອໄມ້ ລະອຽດສະໝໍ່າສະເໝີ ແລະ ເນື້ອໄມ້ສ້ຽນສົນ. ຄຸນສົມບັດດ້ານແຮງກົ່ງ: 1960 kg/cm2 ແລະ ຄວາມໜາແໜ້ນ: 1060 kg/m3. ຈຸລັງ Vessels ກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ພາຍ ໃນມີສານສະກັດບາງຈໍານວນແບບ Tylose. ຈຸລັງ Parenchyma ຮຽງຕົວແບບ diffuse, Aliform ແລະ Marginal ແລະ ຈຸລັງ Rays ມີລັກສະນະ Uniseriate rays.

  1. ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການກໍ່ສ້າງເຊັ່ນ:  ແປ້ນປູ, ໂຕະຕັ່ງ ແລະ ເຄື່ອງໃຊ້ໃນຮົ່ມ ແລະ ນອກຮົ່ມ. ນໍ້າຢາງ ປະຊາຊົນນໍາໃຊ້ເຮັດກະບອງ. ເປັນປະເພດໄມ້ທີ່ທົນຕໍ່ກັບປວກ ແລະ ແມງໄມ້.
  2. ແຫຼ່ງທີ່ຢູ່ອາໃສ: ເພິ່ນພົບເຫັນຕົ້ນໄມ້ຊະນິດນີ້ຢູ່ໃນປ່າດິບແລ້ງ,  ປະເພດດິນປົນຊາຍຫລາຍ.
  3. ການກະຈາຍພັນ: ປະເທດມຽນມາ, ໄທ, ກໍາປູເເຈັຍ,ຫວຽດນາມ, ຟິລິບປິນ, ມາເລເຊັຍ, ສປ ຈີນ ແລະ ອິນໂດເນເຊັຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ວຽງຈັນ, ນະຄອນຫຼວງ, ຄໍາມ່ວນ, ສະຫວັນນະເຂດ ສາລະວັນ ແລະ ແຂວງ ຈໍາປາສັກ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
  5. ໝາຍເຫດ: ບາງຄັ້ງມີປີກຮາກ, ເປືອກໃນມີເສັ້ນໃຍຫຼາຍ ຈະສັງເກດເຫັນກ່າງໃບຂັ້ນສອງ 9-15 ຄູ່, ກ່າງຂັ້ນສາມຈັດເປັນຕາໜ່າງຖີ່, ເຫັນຈະແຈ້ງທັງສງດ້ານຂອງໃບ, ປີກໝາກປີກໃຫຍ່ 2 ປີກ ມີກ່າງຊື່, ປີກນ້ອຍ 3 ປີກ. ສ້ວຍປາຍເກືອບແຫຼມ
  6. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997

Forest Research Institute Malasia, (2019). Equivalent Timber Name in Asian.

https://www.researchgate.net/publication/233639651_Trees_of_Laos_and_Vietnam_A_Field_Guide_to_100_Economically_or_Ecologically_Important_Species

http://www.dnp.go.th/botany/PDF/publications/saranukrom.pdf

http://www.plantsoftheworldonline.org/taxon/urn:lsid:ipni.org:names:321685-1

https://tropical.theferns.info/viewtropical.php?id=Vatica+odorata

https://pubhtml5.com/iytc/fyme/basic/51-100/WOODS IDENTIFICATION

https://padme.rbge.org.uk/laos/list/Dipterocarpaceae/Vatica

https://www.phakhaolao.la/en/kb/0000966?t%5B0%5D=69&t%5B1%5D=83&page=10&p=browse

ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ (Wood Identification Manual of Lao

Hardwood) (Assoc. Prof. Dr. Latsamy Boupha, Dr. Oudone Sychaleun, Phetlasy Souladeth, Lothim Xeatern, Pongki Phommachanh, Phoulouang Chounlamounty&Vanhsy Phengthajam).

ຊີເປືອກບາງ

  1. ລະຫັດ: LT0843
  2. ຊື່ລາວ: ຊີເປືອກບາງ
  3. ຊື່ວິທະຍາສາດ: Vatica harmandiana Pierre
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): RESAK (MY), XI PUAK BANG (LA)
    Common names:
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນສູງ 15-20 ມ, ລຳຕົ້ນຊື່ດີ, ເປືອກສີໝົ່ນ ແລະ ແຕກເເປັນຮ່ອງ, ເປືອກຊັ້ນໃນສີນໍ້າຕານປົນແດງ ແລະ ມີນໍ້າຢາງສີຂາວ-ເຫຼືອງ. ກິ່ງ-ງ່າ ອ່ອນຫຸ້ມຫໍ່ດ້ວຍຂົນອ່ອນໆ ແລະ ສັ້ນ. ໃບ: ຮູບຂອບຂະໜານ ຫາ ຮູບສ້ວຍປາຍມົນ, ກົກໃບມົນ ຫຼື ເກືອບມົນ ປາຍສ້ວຍປາຍແຫຼມ; ໃບໜາ ແລະ ບໍ່ມີຂົນທັງສອງດ້ານ, ກ້ານໃບບໍ່ມີຂົນ. ດອກ: ຈັດເປັນພວງ, ດອກອອກສີຂາວ. ກາບດອກກາບໃຫຍ່ 2 ກາບ, ຮູບບຂອບຂະໜານ ປາຍສ້ວຍມູມແຫຼມ, ກາບນ້ອຍ 3 ກາບ, ກີບບດອກດ້ານນອກມີຂົນສັ້ນໆ. ໝາກ ມີຕິ່ງສັ້ນໆ ຢູ່ປາຍສຸດ, ປີກໝາກປີກໃຫຍ່ມີ 2 ປີກ ມີກ່າງເປັນໂຄ້ງຕາມແຄມຂອງປີກ, ປີກນ້ອຍ 3 ປີກ. ການອອກໝາກ: ເດືືອນພືດສະພາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ ແລະ ແກນໄມ້ມີຄວາມແຕກຕ່າງກັນ ມອກໄມ້ມີສີຈາງເຫຼືອງ ແກນໄມ້ມີສີນໍ້າຕານປົນເຫຼືອງເມືີ່ອແຫ້ງມີສີນໍ້າຕານເຂັ້ມຂຶ້ນ ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ກ້ຽງດີ ສະໝໍ່າສະເໝີ ເປັນໄມ້ສ້ຽນຫາສ້ຽນສົນເລັກນ້ອຍ. ຈຸລັງ Vessels ມີຂະໜາດປານກາງ ມີຈໍານວນຫລາຍກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ແລະ radial multiple. ຈຸລັງ Parenchyma ຮຽງຕົວແບບ Paratracheal scanty, Unilaterally.

  1. ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງເຮືອນ, ເຮັດຂົວ ແລະ ການປຸກສ້າງປະເພດຕ່າງ, ເປັນໄມ້ທີ່ທົນທານຕໍ່ກແດດ-ຝົນ ໄດ້ດີ.
  2. ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ ເຂດລະດັບນໍ້າທະເລທີ່ຕໍ່າ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ກໍາປູເຈັຍ, ຫວຽດນາມ, ມາລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ສະຫວັນນະເຂດ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ DD ຂອງ Red list of IUCN.
  5. ໝາຍເຫດ: ຈໍາແນກໄດ້ງ່າຍ ໃບໜາ ແລະ ບໍ່ມີຂົນທັງສອງດ້ານ, ປີກໝາກປີກໃຫຍ່ມີ 2 ປີກ, ມີກ່າງເປັນໂຄ້ງຕາມແຄມຂອງປີກ, ປີກນ້ອຍມີ 3 ປີກ, ກ່າງຂັ້ນສອງ 6-10 ຄູ່, ບາງຄັ້ງມີເຖີງ 12 ຄູ່, ກ່າງຂັ້ນສາມຈັດເປັນຖີ່ໆ ເຫັນງ່າຍທັງສອງດ້ານຂອງໃບ.
  1. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Dipterocarpaceae/Shorea

http://www.plantsoftheworldonline.org/taxon/urn:lsid:ipni.org:names:321643-1

https://padme.rbge.org.uk/laos/list/Dipterocarpaceae/Vatica

https://herb.in.th/

ເກັດລິ່ນ

  1. ລະຫັດ: LT0833
  2. ຊື່ລາວ: ເກັດລິ່ນ, ເບັນຮອກ, ເບັນຝ້າຍ
  3. ຊື່ວິທະຍາສາດ: Toxicodendron succedaneum (L.) Kuntze
  4. ຕະກຸນ: ANACARDACEAE
  5. ຊື່ການຄ້າ: KET LIN, SON (VN).
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ເກັດລິ່ນ ເປັນໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ, ສູງເຖິງ 40 ມ. ລຳຕົ້ນ  ເປືອກຕົ້ນອ່ອນ ເປັນເກັດຕື້ນໆ, ເປືອກແກ່ເປັນເກັດເລີກ, ສີນໍ້າຕານອົມເຖົ່າ. ໃບປະສົມ ແບບຂົນນົກປາຍຄີກ, ຈັບແບບຮຽງວຽນສະຫຼັບ, ໃບຍ່ອຍມີ 4–6 ຄູ່, ຮຽງກົງກັນຂ້າມ ຫລື ເກືອບກົງກັນຂ້າມ,  ຮູບຫອກ ຫຼື ຮູູບຂອບຂະໜານ ແກມ ຮູບໄຂ່, ປາຍໃບຮຽວແຫຼມ, ກົກໃບປູ້ ຫລື ມົນ, ຂອບໃບລຽບ, ໃບອ່ອນສີແດງເຂັ້ມ, ກ້ຽງ ແລະ ເຫຼື້ອມ, ໃບແກ່ເປັນສີຂຽວ ກ້ຽງ ແລະ ເຫຼື້ອມ. ຊໍ່ດອກ ແບບແຕກແໜງ, ອອກຢູ່ປາຍຍອດ. ດອກ ສີເຫຼືອງອ່ອນ ຫຼື ສີຂຽວອ່ອນ. ກາບດອກ ມີ 5 ແຊກ, ຮູບໄຂ່ ຫຼື ມົນ. ກີບດອກມີ 5 ແຊກ, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ. ເກສອນຜູ້ມີ 5 ອັນ. ເຕົ້າໄຂ່ຈັບເທິງ. ໝາກ  ເປັນອອກເປັນຊໍ່, ຮູບມົນກົມ, ໝາກອ່ອນສີແດງ ເມື່ອແກ່ຈະກາຍເປັນສີຟ້າອ່ອນ ຫາ ດຳ. ແກ່ນ ມີ 1 ແກ່ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

 

ເນື້ອໄມ້ເກັດລິ່ນມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore),  ແບບຂອງການຮຽງຕົວບໍ່ເດັ່ນຊັດ ຂ້ອນຂ້າງສະຫຼຽງກັບເຣ (Oblique), ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງ, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບຮອບພໍຣ໌ (Vasicentric Parenchyma) ແລະ ແບບ scanty.

  1. ການນໍາໃຊ້: ເນື້ອໄມ້ສວຍງາມ, ແຂງ, ໜັກ ແລະ ມີຄວາມທົນທານຕໍ່ປວກ, ແຕ່ໃຊ້ງານຍາກ, ສ່ວນໃຫຍ່ໃຊ້ເຮັດ ຄານ, ເສົາໃນວຽກງານກໍ່ສ້າງ. ສານທານິນຈາກໃບ ແລະ ເປືອກ ສາມາດນຳໃຊ້ເປັນແລກເກີທາໄມ້, ໝາກມີກິ່ນຫອມໃຊ້ເປັນຢາປົວພະຍາດ, ອາຫານ ແລະ ເຄື່ອງສຳອາງ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ເກັດລິ່ນພົບເຫັນຫຼາຍຕາມເຂດເນີນພູສູງ, ປ່າດົງດິບ, ປ່າປະສົມ, ປ່າໂຄກແຫ້ງແລ້ງ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 800–2200 ມ.
  3. ການກະຈາຍພັນ: ຈີນ, ມ່ຽນມ້າ, ໄທ, ຫວຽດນາມ, ຍີ່ປຸ່ນ ແລະ ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ຫົວພັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ຈຳປາສັກ ແລະ ອັດຕະປື.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ໃນເມື່ອກ່ອນໄມ້ເກັດລິ່ນພົບເຫັນຫຼາຍຕາມເຂດເນີນພູສູງ, ປ່າດົງດິບ, ປ່າປະສົມ, ປ່າໂຄກແຕ່ໃນປັດຈຸບັນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ສ່ວນຫຼາຍແມ່ນຖືກຕັດເພື່ອເອົາມາເຮັດເສົາເຮືອນ ຄານເຮືອນ, ແລະ ພື້ນທີ່ມັນເກີດ ຖືກຕັດຖາງເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ.
  5. ໝາຍເຫດ: ໄມ້ເກັດລິ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເປືອກ ເປັນເກັດ ຄ້າຍຄືເກັດໂຕລິ່ນ, ໃບອ່ອນ ສີແດງ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

Forests and Trees of the Central Highlands of Xieng Khouang, Lao P.D.R

https://www.google.com/search?q=Toxicodendron

https://www.iucnredlist.org/search?query=Toxicodendron%20succedan

https://www.google.com/search?q=wood+anatomy+of+Toxicodendron+succedaneum

ຍົມຫອມ

  1. ລະຫັດ: LT0829
  2. ຊື່ລາວ: ຍົມຫອມ
  3. ຊື່ວິທະຍາສາດ: Toona ciliataRoem.
  4. ຕະກຸນ: MELIACEAE
  5. ຊື່ການຄ້າ: NGOM TOUNG (LA), LA KHET QUA NHO (VN), RED CEDAR (TH), SURIAN (MY), THITKADO (MM)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

 

ໄມ້ຍົມຫອມ ເປັນໄມ້ຢືນຕົ້ນອຫຼົ່ນໃບຕາມລະດູການ, ສູງເຖິງ 40 ມ. ລຳຕົ້ນ ຊື່, ກົມ, ມັກເປັນພຶງ ເມື່ອຕົ້ນໃຫຍ່ເຕັມທີ່, ເປືອກ ເປືອກນອກ ສີຂີ້ເຖົ່າປົນສີນໍ້າຕານ, ແຕກເປັນເກັດສີ່ຫຼ່ຽມ, ເປືອກໃນ ສີສົ້ມປົນສີນໍ້າຕານ. ໃບ ໃບປະສົມຂົນນົກປາຍຄູ່ຊັ້ນດຽວ, ໃບຍ່ອຍ ຈັບແບບຮຽງສະຫຼັບ ຫຼື ເກືອບກົງກັນຂ້າມ, ຮູບໄຂ່ແຄບ, ກົກໃບບ້ຽວ, ປາຍໃບຮຽວແຫລມ, ຂອບໃບແກ່ລຽບ. ຊໍ່ດອກ ແຕກຂະແໜງ, ອອກຕາມງ່າມໃບ, ດອກ ສີຂາວ, ກາບດອກ 5 ກາບ, ປາຍກາບມົນ, ກີບດອກ ກົກກີບຕິດກັນ, ປາຍກີບແຍກເປັນ 5 ກີບ,  ເກສອນຜູ້ມີ 5 ອັນ. ໝາກ  ຮູບຮີ, ໝ!ກແກ່ ສີນໍ້າຕານເຂັ້ມ ຫຼື ຂ້ອນຂ້າງດໍາ, ແຕກເປັນ 5 ສ່ວນ. ແກ່ນ ມີປີກບາງໆຢູ່ 2 ສົ້ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຍົມຫອມຍອດແດງມີຂີ້ເທົ່າ, ເປັນມັນເຫຼື້ອມ, ສຽ້ນຊື່, ໜຽວອ່ອນ, ຜິວໄມ້ລຽບ ແລະ ມີກິນຫອມ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Ha ndlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນຫຼາຍ ແລະ ຄູ່ແຝດ (Multiple pore),  ການກະຈາຍເປັນແບບເຄິ່ງວົງປີ (ວົງປີເຫັນບໍ່ຊັດເຈນ) (Semi ring porous) ເຖິງແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ຢູ່ພາຍໃນມີສານຕົກຄ້າງ ຫຼື ສານສະກັດ ແບບ Deposit and tylose ເກືອບທຸກຈຸລັງ, ເສັ້ນເຣ (Ray) ເຫັນຊັດເຈນ ມີສີແຈ້ງກ່ວາສີພື້ນ, ພາເຣງຄິມາ ແບບ ອ້ອມຮອບພໍຣ໌ (Parenchyma) ແບບຕົ້ນລະດູ ( initial) ແຕ່ບໍ່ຄ່ອຍຕິດຕໍ່ກັນຕະຫຼອດ

  1. ການນໍາໃຊ້: ເນື້ອໄມ້ໃຊ້ສຳລັບ ວຽກງານກໍ່ສ້າງເຮືອນ, ເຮືອ, ເຮັດເຄື່ອງຕົບແຕ່ງພາຍໃນ, ເຄື່ອງດົນຕີ, ໄມ້ອັດ, ໄມ້ຝານ, ແກະສະຫຼັກ, ສໍ. ເຮັດສີຍ້ອມຜ້າ. ເປືອກໃຊ້ເຮັດໜັງຟອກ ເຮັດກະເປົາ, ເຮັດເຊືອກ, ເປືອກໃຊ້ເປັນຢາພື້ນເມືອງ ແກ້ ໂລກບິດ, ຢາຊູກຳລັງ, ບາດແຜ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ມືພົບເຫັນໃນປ່າຂັ້ນໜຶ່ງ, ປ່າຂັ້ນສອງຊຸ່ມຊື່ນ, ປ່າດົງດິບຊຸ່ມຊື່ນ, ປ່າຮ່ອມພູ, ແຄມນໍ້າ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖີງ 1500 ມ.
  3. ການກະຈາຍພັນ: ໄທ, ມ້ຽນມ່າ, ຫວຽດນາມ, ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຊຽງຂວາງ
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດມີທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ມືສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງເປືອກນອກ ສີຂີ້ເຖົ່າປົນສີນໍ້າຕານ, ແຕກເປັນເກັດສີ່ຫຼ່ຽມ, ເປືອກໃນ ສີສົ້ມປົນສີນໍ້າຕານ, ດອກ ສີຂາວ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

https://www.prota4u.org/database/protav8.asp?g=pe&p=Toona+ciliata+M.Roem

Lehmann, Greijmans & Shenman, 2003. Field guide to Forests and Trees of the Central Highlands of Xieng Khouang Lao P.D.R.

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://www.iucnredlist.org/search?query=Toona%20ciliata&searchType=species

 

ສະພຸງ

  1. ລະຫັດ: LT0828
  2. ຊື່ລາວ: ສະພຸງ
  3. ຊື່ວິທະຍາສາດ: Tetrameles nudifloraBr.
  4. ຕະກຸນ: TETRAMELACEAE
  5. ຊື່ການຄ້າ (Trade names) BAING (MM), MENGKUNDOR (MY), SA PHOUNG (LA), SPONG (KH), TUNG (VN)
    Common names:
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນຜັດປ່ຽນໃບຂະໜາດໃຫຍ່, ສູງເຖິງ 8 ແມັດ ລຳຕົ້ນສູງ ແລະ ຊື່, ມີປີກຮາກຄໍ້າໃຫຍ່ ແລະ ຮາກເລືອຕາມໜ້າດິນ ຢູ່ເທິງຫີນ. ເປືອກຕົ້ນອ່ອນ: ສີນໍ້າຕານປົນສີຂີ້ເຖົ່າມີຕຸ່ມເປັນວົງໃຫຍ່ສີຂາວ, ລຽບ, ມັກມີຮອຍຫ່ຽວ. ຕົ້ນແກ່: ສີເທົາປົນສີນໍ້າຕານ, ລຽບ ແລະ ເຫຼື້ອມ, ເປືອກໃນໜາ ແລະ ມີເນື້ອອ່ອນ, ສີເຫຼືອງ-ສີນໍ້າຕານຈາງເປັນເສັ້ນໃຍ. ໃບ: ໃບດ່ຽວ, ວຽນສະລັບກັນ, ເປັນຈຸ້ມຢູ່ໃກ້ກັບປາຍກິ່ງງ່າ, ຮູບໄຂ່ກວ້າງ ຫຼື ຮູບຫົວໃຈ, ປາຍສ້ວຍມົນສັ້ນ ແລະ ສ້ວຍມົນ ຫຼື ຖານເປັນຮູບຫົວໃຈ, ຂອບໃບເປັນແຂ້ວເລື່ອຍບໍ່ສະໝໍ່າສະເໝີ, ກ້ານໃບຮຽວ​ຍາວ. ດອກ: ດອກຜູ້ ແລະ ດອກເພດແມ່ຢູ່ຕ່າງຕົ້ນກັນ, ດອກເພດຜູ້: ກາບດອກ 4 ກາບ; ບໍ່ມີກີບດອກ, ຖ້າມີ 1–4; ເກສອນເພດຜູ້ 4,  ກົງກັນຂ້າມກັບກາບດອກ. ດອກເພດແມ່: ດອກເປັນຮວງຢ່ອນລົງ, ສີຂຽວ, ເປັນຮູບກະດິ່ງ ຫຼື ເປັນຮູບກາບດອກ, ຮູບແຂ້ວເລື່ອຍ 4 ແຂ້ວຢູ່ປາຍ, ບາງຄັ້ງມີແຂ້ວນ້ອຍ 1 ຫຼື 2 ອັນ,  ບໍ່ມີກີບດອກ. ການອອກດອກ: ເດືອນມີນາ-ເດືອນເມສາ. ໝາກ: ຮູບໄຂ່ ຫຼື ຮູບກົມ, ປາຍມົນ, ແກ່ນມີຫຼາຍ, ຂະໜາດນ້ອຍຫຼາຍ, ໝາກແຫ້ງໄຂໄດ້ແບບແຄບຊູນ. ການອອກໝາກ: ເດືືອນພືດສະພາ-ເດືອນມີຖຸນາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ພຸງ ມີສີຂາວອອກ​ເທົາ ​ເມື່ອປະໄວ້ດົນຈະເປັນສີເຫຼືອງອ່ອນ ສີຂອງມອກ ແລະ ສີຂອງແກນບໍ່ຕ່າງກັນ (ໄມ້ບໍ່ມີແກນ) ມີ ສ້ຽນຊື່ ເນື້ອໄມ້ຂ້ອນຂ້າງຫຍາບຊາ ແລະ ອ່ອນ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບ ຄູ່ແຝດ (Multiple pore) ແລະ ມີ ການຮຽງຕົວແບບບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່, ເສັ້ນ (Ray) ເຫັນຊັດເຈນ ແລະ ຂາດເປັນຊ່ວງໆ, ພາເຣງຄິມາ (Parenchyma) ແບບປີກ (Aliform parenchyma).

 

  1. ການນໍາໃຊ້: ເພິ່ນໃຊ້ສໍາລັບເປັນແປ້ນຕີແບບຊີມັງ ສໍາລັບການກໍ່ສ້າງເຮືອນ, ພື້ນ, ໄມ້ອັດ, ປູພື້ນ ແລະ ກ່ອງບັນຈຸ. ຮາກຄໍ້າໃຫຍ່ໄດ້ຖືກນໍາໃຊ້ສໍາລັບການເຮັດເປັນກະດານ.
  2. ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າດົງດິບ, ປ່າຜັດປ່ຽນໃບ, ທັງໃນປ່າດົງດິບ ແລະ ປ່າດົງດິບຢູ່ໃນພື້ນທີ່ຮາບພຽງຢູ່ໃກ້ກັບຫ້ວຍ, ຢູ່ໃນຄວາມຄ້ອຍຊັນຂອງພູຫີນ, ພູຫີນປູນ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ ມຽນມາ, ຈີນ , ໄທ, ບູຖານ, ເນປານ, ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ ແລະ ອິນເດຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຄໍາມ່ວນ, ໄຊຍະບູລີ ແລະ ແຂວງວຽງຈັນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN.
  5. ໝາຍເຫດ: ຈະສັງເກດໄດ້ງ່າຍລໍາຕົ້ນ, ເປືອກເຫຼື້ອມເປັນເງົາ ແລະ ຮາກຄໍ້າໃຫຍ່ ຫຼື ຮາກແຜ່ກະຈາຍລາມຢູ່ພື້ນຫຼາຍລັກສະນະ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field

Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.

https://padme.rbge.org.uk/laos/list/Datiscaceae/Tetrameles 

http://www.plantsoftheworldonline.org/taxon/urn:lsid:ipni.org:names:316103-1

https://www.flowersofindia.net/catalog/slides/False%20Hemp%20Tree.html

http://www.efloras.org/florataxon.aspx?flora_id=2&taxon_id=200014478

https://apps.lucidcentral.org/rainforest/text/entities/tetrameles_nudiflora.htm

http://www.tropicaltimber.info/specie/saphbinung-tetrameles-nudiflora/

https://www.researchgate.net/publication/233639651_Trees_of_Laos_and_Vietnam_A_Field_Guide_to_100_Economically_or_Ecologically_Important_Species

 

 

ສັກ

  1. ລະຫັດ: LT0816
  2. ຊື່ລາວ: ສັກ
  3. ຊື່ວິທະຍາສາດ: Tectona grandis L.f.
  4. ຕະກຸນ: LAMIACEAE
  5. ຊື່ການຄ້າ (Trade names) : JATI (BN,ID,MY), MAISAK (KH), SAK (LA), TEAK (MM,TH), TEKLA (PH)
    Common names: Teak
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນຜັດປ່ຽນໃບສູງເຖິງ 30 ແມັດ, ລຳຕົ້ນຕັ້ງຊື່. ເປືອກຕົ້ນອ່ອນ: ມີສີນໍ້າຕານປົນສີຄີມຈາງ, ກ້ຽງ ຫຼື ມີຮອຍແຕກເລັກນ້ອຍຕາມລວງຍາວ. ເປືອກຕົ້ນແກ່: ສີຂີ້ເທົ່າ-ສີນໍ້າຕານ, ມີຮອຍແຕກຕື້ນ ແລະ ເປັນແຜ່ນບາງ, ເປືອກໃນມີສີແດງ, ມີເສັ້ນໃຍ. ກິ່ງ-ງ່າ ເປັນຮູບສີ່ລ່ຽມ, ປົກຄຸມດ້ວຍຂົນຮູບດາວ. ໃບ: ໃບດ່ຽວ, ກົງກັນຂ້າມ, ຮູບສ້ວຍກວ້າງຫາຮູບໄຂ່ປີ້ນ, ຂອບໃບເປັນແຂ້ວເລື່ອຍເລັກນ້ອຍ. ໃບອ່ອນມີຂົນປົກຄຸມຢ່າງດົກໜາສີເຫຼືອງ, ເນື້ອໃບບາງ ໃບແກ່ຫຍາບຢູ່ດ້ານເທິງ, ຢູ່ດ້ານລຸ່ມມີຂົນອ່ອນ. ດອກ:  ຊໍ່ດອກກແຕກແໜງ, ກ້ານຊໍ່ດອກໃຫຍ່, ຢູ່ໃກ້ປາຍຍອດຂອງກິ່ງ. ດອກສີຂາວ, ສີບົວ, ໃບຊ້ອນດອກຮູບສ້ວຍ. ກາບດອກເປັນຮູບກະດິງ-ຮູບຫົວ. ການອອກດອກ: ເດືອນກໍລະກົດ-ເດືອນສິງຫາ. ໝາກ: ເປັນຮູບກົມມີຂົນອ່ອນດົກໜາ, ເປັນເນື້ອມີແກນ, ອ້ອມຮອບດ້ວຍກາບດອກບາງ, ມີສີຂຽວເວລາຍັງອ່ອນ, ສີນໍ້າຕານຈາງເວລາແກ່.  ການອອກໝາກ: ເດືອນກັນຍາ-ເດືອນທັນວາ

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ສີຂອງມອກ ແລະ ແກນໄມ້ມ ຄວາມແຕກຕ່າງກັນເລັກນ້ອຍ ມອກໄມ້ສີນໍ້າຕານປົນສີເຫຼືອງອ່ອນ ຫາສີນໍ້າຕານອ່ອນ ຈະຊໍ້າຂຶ້ນປ່ຽນເປັນສີນໍ້າຕານປົນສີຄໍາຢ່າງວ່ອງໄວ ແກນໄມ້ສີນໍ້າຕານປົນສີຄໍາສະລັບກັບຈຸດດ່າງສີດໍາຢູ່ຕາມເສັ້ນທໍ່ລໍາລຽງນໍ້າ (Vessel). ສ້ຽນຊືີ່, ເນື້ອໄມ້ລະອຽດປານກາງ, ການຫົດຕົວຕໍ່າ (ດ້ານລັດສະໝີ 2.6%, ບໍລິມາດ 7.2%, ດ້ານສໍາພັດ 5.3%), ມີຄວາມໜາແໜ້ນ 65g/cm3, ຄວາມຖ່ວງຈໍາເພາະ 0.55-0.66, MOR 97.1 MPa ແລະ ຄວາມແຂງ 4,740 N

ຈຸລັງ Vessels ກະຈາຍແບບ Ring-porous or semi-ring-porous, ຮຽງຕົວແບບ solitary ເປັນສ່ວນໃຫຍ່ ແລະ multiples ຢູ່ພາຍໃນຈຸລັງບາງຈໍານວນບັນຈຸສານສະກັດ tyloses ແລະ Deposits. ຈຸລັງ Parenchyma ຮຽງຕົວແບບ vasicentric ແລະ Banded (initial boundary) ແລະ Rays ສາມາດເບິີ່ງເຫັນລະອຽດໂດຍແວ່ນຂະຫຍາຍ.

  1. ການນໍາໃຊ້: ເປັນໄມ້ເນື້ອແຂງມີສີເຫຼືອງເຂັ້ມ, ທົນທານຕໍ່ກັບປວກແລະແມງໄມ້. ໃຊ້ສໍາລັບການກໍ່ສ້າງເຮືອນ. ໄມ້ສັກມີເນື້ອໄມ້ສວຍງາມສາມາດເຮັດເປັນເຄື່ອງໃຊ້ຕ່າງໆ ທີ່ມີຄວາມນິຍົມສູງ, ໂດຍສະເພາະແມ່ນເຄື່ອງເຟີນິເຈີ, ເສົາເຮືອນ, ເຄື່ອງດົນຕີຕ່າງໆ. ປະຈຸບັນໃນລາວເຮົາກໍ່ມີການປູກເປັນຈຳນວນຫຼວງຫາຍໂດຍສະເພາະແຂວງຫຼວງພະບາງ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ສັກເຕີບໃຫຍ່ຢູ່ໃນປ່າປ່ຽນໃບເຂດຮ້ອນປະສົມ ແລະ ຄວາມສູງຕໍ່າກວ່າ 1000 ແມັດ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ ມຽນມາ, ຈີນ , ໄທ, ກໍາປູເຈັຍ, ອິນເດຍ, ອິນໂດເນເຊັຍ ແລະ ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ໄຊຍະບູລີ ແລະ ຫຼວງພະບາງ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
  5. ໝາຍເຫດ: ຈະສັງເກດໄດ້ງ່າຍ ດ້ວຍມົງກຸດໃບທີ່ກວ້າງຂວາງພ້ອມດ້ວຍດອກ, ໃບແກ່ຫຍາບຢູ່ດ້ານເທິງ, ມີຂົນອ່ອນຢູ່ດ້ານລຸ່ມ, ມີປີກອອກຢູ່ປາຍ, ມີປີກແຄບ. ເສັ້ນໃບ 7-12 ຄູ່, ກ້ານຊໍ່ດອກໃຫຍ່, ກິ່ງງ່າເປັັນສີ່ຫຼ່ຽມ
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field

Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.

ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ (Wood Identification Manual of Lao Hardwood), Assoc. Prof. Dr. Latsamy Boupha, Dr. Oudone Sychaleun, Phetlasy Souladeth, Lothim Xeatern, Pongki Phommachanh, Phoulouang Chounlamounty&Vanhsy Phengthajam)

https://www.doa.go.th/pvp/wp-content/uploads/2020/04/woods-identification.pdf

https://www.researchgate.net/publication/233639651_Trees_of_Laos_and_Vietnam_A_Field_Guide_to_100_Economically_or_Ecologically_Important_Species

https://www.phakhaolao.la/en/kb/0000239?t%5B0%5D=81&t%5B1%5D=56&t%5B2%5D=68&t%5B3%5D=54&p=browse

https://tropical.theferns.info/viewtropical.php?id=Tectona+grandis

http://www.plantsoftheworldonline.org/taxon/urn:lsid:ipni.org:names:864923-1

 

 

 

ຍານແດງ

  1. ລະຫັດ: LT0767
  2. ຊື່ລາວ: ຍານແດງ
  3. ຊື່ວິທະຍາສາດ: Styrax benzoides Craib
  4. ຕະກຸນ: STYRACACEAE
  5. ຊື່ການຄ້າ (Trade names) : NGAN DEANG (LA)
    Common names:   
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນຕົ້ນໄມ້ຂະໜາດກາງ ມີຄວາມສູງ 25 ມ, ລໍາຕົ້ນຊື່ຕົງ ຫຼື ອາດຈະງໍງົດໂຄ້ງ. ເປືອກນອກບໍ່ລຽບ, ສີຂີ້ເທົ່າ, ມີຮອຍແຕກທາງຂວາງ, ເປືອກໃນບາງມີສີເທົ່າຈາງ. ກິ່ງ-ງ່າເປັນຮູບທໍ່ກົມ, ຕາມກິ່ງ່າບໍລິເວນຊອກໃບມັກພົບຕ່ອມມີລັກສະນະເປັນຖົງຍາວຄ້າຍດາບ. ໃບ: ໃບດ່ຽວຮຽງສະລັບ, ໃບຮູບໄຂ່ກວ້າງຫາຮູບຫອກ, ກົກໃບມົນ ແລະ ບ້ຽວເລັກນ້ອຍເນື້ອໃບຄ້ອນຂ້າງໜາ, ຂອບໃບລຽບ ຫຼື ເປັນຄື້ນເລັກນ້ອຍ, ໃບແຫ້ງອອກສີນໍ້າຕານແດງ ກ້ຽງບໍ່ມີຂົນຫຼືເສັ້ນກ່າງຂັ້ນຕົ້ນມີຂົນອ່ອນດົກໜາ, ປາຍແຫຼມເປັນຕິ່ງ. ດອກ: ຊໍ່ດອກອອກທາງຂ້າງເປັນຊໍ່ສັ້ນໆ ຕາມຊອກໃບ ແລະ ປາຍກິ່ງກີບລ້ຽງໂຄນເຊື່ອມຕິດກັນເປັນຮູບຖ້ວຍນ້ອຍໆ ປາຍແຍກເປັນ 5 ແສກ, ກີບດອກ 5 ກີບຮູບຂອບຂະໜານ, ດອກສີຂາວ, ມີກິ່ນຫອມ, ດອກມີກ້ານ ຫຼື ຊໍ່ດອກແຕກແຫນງ. ອອກດອກ: ເດືອນມີນາ-ເດືອນເມສາ. ໝາກ: ໝາກແບບເນື້ອເມັດດຽວ, ເປັນຮູບໄຂ່, ປາຍເປັນຕິ່ງແຫຼມ, ໝາກແຫ້ງແຍກເປັນ 3 ປ່ຽງ, ເມັດກົມ, ສີນໍ້າຕານ. ການອອກໝາກ: ເດືືອນພືດສະພາ-ເດືອນມີຖຸນາ

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຍານແດງມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ 2-4 ຈຸລັງ (Multiple pore) ເປັນສ່ວນຫຼາຍ (90%) ແລະ  ພໍຣ໌ດ່ຽວ (Solitary pore) ມີຈຳນວນເລັກນ້ອຍ, ການກະຈາຍເປັນແບບມີວົງປີ (Ring porous), ພໍຣ໌ມີຂະໜາດນ້ອຍ, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບອ້ອມຮອບພໍຣ໌ (Vasicentric Parenchyma), ແບບ Diffuse in aggregate parenchyma,  ມີທໍ່ຢາງເປັນແຖວຕາມແລວ tangential ບັນຈຸນໍ້າຢາງ.

  1. ການນໍາໃຊ້: ຍານເປັນຢາງທີ່ມີກິ່ນຫອມ ຊຶຶ່ງໄດ້ຈາກລໍາຕົ້ນ ເພື່ອໃຊ້ພິທີກໍາຕ່າງໆ, ສໍາລັບຢູ່ຕ່າງປະເທດເພິ່ນມັກນໍາໃຊ້ເຂົ້າໃນການເຮັດນໍ້າຫອມ, ຢາດົມ, ເຄື່ອງສໍາອາງ, ສານກັນບູດ, ປະສົມໃນຢາສູບ ແລະ ໃຊ້ໃນທາງການແພດ, ການນວດດ້ວຍນໍ້າມັນຫອມຈາກຍານເຮັດໃຫ້ຮ່າງກາຍອົບອຸ່ນ. ນອກນີ້, ຍານຍັງຖືກໃຊ້ເພື່ອຂ້າເຊື້ອ ຕາມບາດແຜ່ ແລະ ປົວອາການໄອ, ເປັນ​ຫວັດ ຫຼື ໂລກປອດ.
  2. ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າເລົ່າ, ປ່າດົງ ແລະ ຕາມເປີ້ນ ຫຼື ສັນພູ, ມັກເກີດປະສົມກັບປ່າໄມ້ປ່ອງ ມີຄວາມສູງຈາກລະດັບນໍ້າທະເລ 1149 ມ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ມຽນມາ, ສປຈີນ, ໄທ ແລະ ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຫົວພັນ, ຫຼວງພະບາງ, ອຸດົມໄຊ ແລະ ຜົ້ງສາລີ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດບໍຢູ່ໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
  5. ໝາຍເຫດ: ຈະສັງເກດໄດ້ງ່າຍ ເສັ້ນຂະແໜງໃບມີ 6-8 ຄູ່,  ເສັ້ນໃບຍ່ອຍເປັນແບບຊັ້ນຂັ້ນໃດ ເຫັນຊັດເຈນທາງໜ້າໃບ, ກ່າງຂັ້ນສາມຈັດຮຽງແບບຂະໜານ, ໝາກແຫ້ງແຍກເປັນ 3 ປ່ຽງ,  ມັນເປັນໄມ້ປະເພດໃຫຍ່ໄວ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.qsbg.org/database/botanic_book%20full%20option/search_detail.asp?botanic_id=886

http://www.efloras.org/florataxon.aspx?flora_id=2&taxon_id=210002125

https://www.bloggang.com/viewdiary.php?id=fasaiwonmai&month=032013&date=11&group=2&gblog=486

A manual of 100 commercial and traditional products

http://www.plantsoftheworldonline.org/taxon/urn:lsid:ipni.org:names:826731-1

https://padme.rbge.org.uk/laos/list/Styracaceae