tmladmin

ຍາງຂາວ

  1. ລະຫັດ: LT0336
  2. ຊື່ລາວ: ຍາງຂາວ
  3. ຊື່ວິທະຍາສາດ: Dipterocarpus alatus ex G.Don
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): APITONG GROUP (PH), CHHOEUTEAL (KH), DAU RAI (VN), KANYIN-BYU (MM), GNANG KHAO (LA), YANG NA (TH) Common names:  Shorea dammar, Burmese sal, Siamese sal, thitya.
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນປ່ຽນໃບ, ມີລວງສູງ 8 ມ, ໜ້າຕ້າງ 20 ຊມ, ລໍາຕົ້ນມີເປືອກໜາແຕກເປັນຮອງເລິກ. ກິ່ງ-ງ່າ: ມີຂົນ ອ່ອນໆ ແລະ ສັ້ນ ໃບ: ຮູບໄຂ່ ຫຼືື ຮູບໄຂ່-ຮູບຂອບຂະໜານ, ກົກໃບເປັນຮູບຫົວໃຈ, ປາຍໃບສ້ວຍມູມແຫຼມເລັກນ້ອຍ, ຫູໃບລົ່ນໄວ. ດອກ: ຈັດເປັນພົ້ວ, ດອກອອກສີບົວ, ກີບດອກ ມີ 5 ກີບ, ມີກ້ານສັ້ັ້ນ ຫຼື ບໍ່ມີກ້ານ ພວງກາບຕິດເຂົ້າກັນເປັນຫລອດ. ເກສອນ ປາຍກ້ານເກສອນຍາວກວ່າຮວຍເມັດລະອອງ, ໝາກ: ຮູບໄຂ່, ປີກໃຫຍ່ມີ 2 ປີກຍາວ ແລະ ມີປີກສັ້ນ 3 ປີກ. ການອອກໝາກ: ເດືອນເມສາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຍາງຂາວ ມີສີນໍ້າຕານແດງ ຫຼື ສີນໍ້າຕານເທົາ, ສ້ຽນຊື່, ເນື້ອໄມ້ຫຍາບ ແລະ ແຂງປານກາງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ຫຼາຍ ພາຍໃນມີສານສະກັດ ແບບ Tylose ແລະ Deposit, ເສັ້ນ (Ray) ເຫັນຊັດ, ພາເຣງຄິມາ (Parenchyma) ແບບປີກ ແລະ ປີກຕໍ່ (Aliform and Aliform confluent Parenchyma), ມີທໍ່ນໍ້າຢາງລຽງເປັນແລວຕັດເສັ້ນເຣ.

  1. ການນໍາໃຊ້: ໄມ້ຍາງໃຊ້ເຂົ້າເປັນສ່ວນສໍາຄັນໃນວຽກງານກໍ່ສ້າງເຊັ່ນ: ໂຄງຫລັງຄາ, ແປ້ນ, ໄມ້ອັດ ເຮັດເຮືືອ. ນໍ້າຢາງ (ນໍ້າມັນຍາງ) ໃຊ້ຈູດໄຟກະບອງ, ຢາເຮືອ ຫຼື ເຄື່ອງໃຊ້ໃນເຮືອນ ແລະ ໃຊ້ເປັນນໍ້າຢາຂັດເງົາ ເຄື່ອງເຟີນີເຈີ ແລະ ໃນເຊີງອຸດສະຫະກໍາ ນໍາໃຊ້ນໍ້າມັນຍາງ ເຮັດນໍ້າມຶກ, ສີ, ຂີ້ເຜີ້ງ ແລະ ນ້ຳຫອມ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນຢູ່ໃນປ່າຕືບປະເພດແຫ້ງຢູ່ລະດັບໜ້ານໍ້າທະເລເຖິງ 500 ແມັດ ແລະ ລະດັບປານກາງ ຕາມເຂດປ່າດິບຊື້ນ ແລະ ປ່າດິບແລ້ງ.
  3. ການກະຈາຍພັນ: ພົບໃນປະເທດມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ອິນເດຍ, ບັງກຼະລາເທດ, ສີລັງກາ, ຟິລິບປິນ. ສໍາລັບ ສປປ ລາວ ພົບເຫັນຢູ່ ຫຼາຍແຂວງໃນເຂດພາກ ກາງ ແລະ ພາກໃຕ້.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະ ປ່າໄມ້. ເປັນ VU ຂອງ Red list of IUCN.
  5. ໝາຍເຫດ: ເປັນປະເພດໄມ້ໃຫຍ່ ສາມາດຈໍາແນກໄດ້ງ່າຍ ລໍາຕົ້ນຊື່ ໃບໃຫຍ່ ໝາກ ມີ 2 ປີກຍາວ ແລະ 3 ປີກສັ້ນໆ ມັກມີຄີຕາມລ່ຽມໝາກ. ເປັນໄມ້ທີ່ປູກງ່າຍ ແລະ ກະຈາຍຕາມທໍາມະຊາດໄດ້ດີ.
  6. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide

To Forest Trees and Plants for Forestry of Central Laos. Faculty of Forest Science,

National University of Laos.

ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ (Wood Identification Manual of Lao Hardwood)

ຮສ. ປອ. ລັດສະໝີ ບຸບຜາ, ປອ. ອຸດອນ ສີຈະເລີນ, ເພັດລາສີ ສຸລະເດດ, ໂລທິມ ແຊເຕິນ, ປ໋ອງກີ ພົມມະຈັນ, ພູຫຼວງ ຈຸນລະມົນຕີ ແລະ ວັນສີ ເພັງທະແຈ່ມ

https://padme.rbge.org.uk/laos/list/Dipterocarpaceae/Dipterocarpus

http://59426801009.blogspot.com/2017/12/dipterocarpus-alatus-roxb-ex-gdon.html

https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).

ໝູນ

  1. ລະຫັດ: LT0330
  2. ຊື່ລາວ: ໝູນ
  3. ຊື່ວິທະຍາສາດ: Diospyros mun Chev. ex Lecomte
  4. ຕະກຸນ: EBENACEAE
  5. ຊື່ການຄ້າ: MOON (LA)
    Common names:
  1. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ໝູນເປັນໄມ້ຢືນຕົ້ນສູງເຖິງ 15 ມ, ລຳຕົ້ນເປືອກສີດໍາ ເປັນຮ່ອງແຕກຕື້ນໆ, ເປືອກດ້ານໃນສີນໍ້າຕານອ່ອນ. ກິ່ງອ່ອນມີຂົນ. ໃບດ່ຽວ, ຈັບແບບລຽງສະຫຼັບ, ແຜນໃບຮູບຮີ,​ ກົກໃບມົນ, ປາຍໃບແຫຼມ, ຂອບໃບລຽບມີຂົນ, ແຜນໃບໜາຄ້າຍໜັງ, ແຜນໃບດ້ານເທິງສີຂຽວເຂັ້ມເຫຼື້ອມມັນ, ແຜນໃບດ້ານລຸ້ມສີຂຽວອ່ອນ ປົນສີເທົາ, ເສັ້ນກາງໃບມີຂົນ, ໃບຫຼົ່ນ ຫຼື ໃບແຫ້ງຈະເປັນສີດໍາ. ຊໍ່ດອກເພດຜູ້ ແບບກະຈຸກ. ກາບດອກເຊື່ອມຕິດກັນເປັນຫຼອດ ປາຍແຍກ 4 ແສກ. ກີບດອກເຊື່ອມຕິດກັນເປັນຫຼອດ ປາຍແຍກເປັນ 4 ແສກ. ເກສອນຜູ້ມີ 16 ອັນ.​ ດອກເພດແມ່ ດອກດ່ຽວ, ອອກຢູ່ງ່າມໃບ ແລະ ຕາມກິ່ງ, ມີຂົນ,  ດອກຄ້າຍຄືດອກເພດຜູ້, ມີເກສອນຜູ້ເປັນໝັນ 10 ອັນ, ເຕົ້້າໄຂ່ຢູ່ເທິງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ໝູນ ມີນໍ້າຕານອອກຊົມພູແກມສີຂີ້ເທົ່າ, ມີລາຍ ຫຼື ເສັ້ນລີ້ວສີດຳ, ສ້ຽນສົນ ແລະ ເປັນຄື້ນເລັກໜ້ອຍ,  ເນື້ອໄມ້ລະອຽດສະໝໍ່າສະເໝີ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ແບບ ຄູ່ແຝດ (Multiple pore) ແລະ  ພໍຣ໌ດ່ຽວ (Solitary pore) ເລັກນ້ອຍ ແລະ ມີ ການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ມີສານສະກັດ ແບບ tylose , ເສັ້ນ (Ray) ເຫັນຊັດເຈນມີສານ Deposit ສີຂາວແຊກໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ Fine line parenchyma.

  1. ການນໍາໃຊ້: ໄມ້ໝູນເປັນໄມ້ເນື້ອແຂງ ແລະ ມີລາຍທີ່ສວາຍງາມ ນິຍົມມາຄວດລວດລາຍເປັນເຄື່ອງໃຊ້ ແລະ ເຄື່ອງປະດັບ
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ຄວາມສູງຈາກລະດັບໜ້ານໍ້າທະເລ ສູງເຖີງ 500 ມ.
  3. ການກະຈາຍພັນ: ກໍາປູເຈຍ, ຫວຽດນາ ແລະ ລາວ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, IUCN Redlist ໄດ້ຈັດຢູ່ໃນສະຖານະພາບ CR.
  5. ໝາຍເຫດ: ລຳຕົ້ນເປືອກສີດໍາ ເປັນຮ່ອງແຕກຕື້ນໆ, ແຜນໃບດ້ານເທິງສີຂຽວເຂັ້ມເຫຼື້ອມມັນ, ແຜນໃບດ້ານລຸ້ມສີຂຽວອ່ອນ ຫຼື ສີເທົາ, ເສັ້ນກາງໃບ ແລະ ຂອບໃບມີຂົນ, ໃບຫຼົ່ນ ຫຼື ໃບແຫ້ງຈະເປັນສີດໍາ.
  6. ເອກະສານອ້າງອີງ

ຂໍ້ຕົກລົງວ່າດ້ວຍການກໍານົດບັນຊີໄມ້ I, II ແລະ III. ເລກທີ 0448,  ລົງວັນທີ 6 ເມສາ 2021, ຂອງກະຊວງກະສິກໍາ ແລະ ປ່າໄມ້.

Diospyros mun A.Chev. & LecomteNotul. Syst. (Paris) 4: 106, 108, descr. (1928).

http://powo.science.kew.org/taxon/322742-1

 https://www.wood-database.com/mun-ebony/

https://www.iucnredlist.org/search?query=Diospyros%20mun%20&searchType=species

http://mediaphoto.mnhn.fr/media/1443409838587byYAelMuElCmq0cZ

ເຄັງ

  1. ລະຫັດ: LT0294
  2. ຊື່ລາວ: ເຄັງ
  3. ຊື່ວິທະຍາສາດ: Dialium cochinchinense Pierre
  4. ຕະກຸນ: FABACEAE
  5. ຊື່ການຄ້າ: KERANJI (MY), KHENG (LA), KRALANH (KH), VELVET TAMARIND (TH,VN)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນກົມ, ເປືອກສີເທົາ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 5–9 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບ​ໄຂ່, ຮູບຮີ, ໂຄນໃບມົນ ຫຼື ຮູບຫຼິ່ມ, ຂອບໃບລຽບ, ປາຍໃບແຫຼມ. ຊໍ່ດອກແບບແຕກແໜງປະສົມຫຼາຍຊັ້ນ, ອອກຢູ່ປາຍຍອດ. ດອກສີຂາວ. ກີບດອກມີ 5 ກີບ, ບານແລ້ວພັບລົງລຸ່ມ. ໝາກຄ້າຍຄືຮູບໄຂ່.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ເຄັງມີສີນໍ້າຕານອ່ອນຫານໍ້າຕານອົມມ່ວງ, ສ້ຽນສົນເລັກໜ້ອຍ, ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore)  ເປັນສ່ວນໃຫຍ່ ແລະ ແບບ ຄູ່ແຝດ (Multiple pore) ແລະ ມີການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍໆ ພາຍໃນມີສານ Deposit ສີເຫຼືອງຫຼື ສີນໍ້າຕານ, ເສັ້ນ (Ray) ເຫັນຊັດເຈນ ເປັນເສັ້ນແລບມີໄລຍະຫ່າງສະໝໍ່າສະເໝີ, ພາເຣັງຄິມາແບບເສັ້ນ ແລະ ສ່ວນຫຼາຍເປັນແບບຕາໜ່າງ (Reticulate parenchyma).

  1. ການນໍາໃຊ້: ມອກໄມ້ເປັນສີຂາວ, ແກນໄມ້ເປັນສີແດງປົນສີນ້ຳຕານ. ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ. ໝາກກິນໄດ້.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ປ່າໂຄກ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 800 ມ.
  3. ການກະຈາຍພັນ: ພົບໃນເຂດປະເທດຈີນ. ສໍາລັບ ສປປ ລາວ ພົບເຫັນຢູ່ທົ່ວໄປ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ NT ຂອງ Red list of IUCN. ໃນປັດຈຸບັນສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ໄປໃຊ້ເຮັດເຮືອນຫຼືເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ ເຊິ່ງອາດຈະເຮັດໃຫ້ຈຳນວນປະຊາກອນລົດໜ້ອຍລົງໃນຕໍ່ໜ້າ.
  5. ໝາຍເຫດ: ໄມ້ເຄັງສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງ ຊໍ່ດອກແບບແຕກແໜງປະສົມຫຼາຍຊັ້ນ, ສີຂາວ,ກີບດອກພັບລົງດ້ານລຸ່ມ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://en.wikipedia.org/wiki/Dialium_cochinchinense

https://www.iucnredlist.org/search?query=Dalbergia%20odorifera&searchType=species

https://padme.rbge.org.uk/laos/list/Leguminosae/Dialium

http://plantsoftheworldonline.org/taxon/urn:lsid:ipni.org:names:492297-1

ເກັດດໍາລາຍ

  1. ລະຫັດ: LT0288
  2. ຊື່ລາວ: ເກັດດໍາລາຍ
  3. ຊື່ວິທະຍາສາດ: Dalbergia oliveri Gamble ex Prain
  4. ຕະກຸນ: FABACEAE
  5. ຊື່ການຄ້າ: KHAM PHEE LEUNG, BLACKWOOD (TH), CAMLAI (VN), DOU BAIMON (LA), MADAMA (MM), NEANG NUON (KH), OSTIND (VN), ROSE WOOD (VN), ROSEWOOD (TH), TAMALAN (MM).
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 15–30 ມ. ລຳຕົ້ນກົມ, ເປືອກສີເທົາ ແຕກເປັນເກັດ, ກິ່ງງ່າມີຮອຍແຕກ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 13–17 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບໄຂ່, ປາຍໃບມົນ ຫຼື ຮຽວແຫຼມ. ຊໍ່ດອກແບບແຕກ        ແໜງປະສົມ, ອອກເປັນກຸ່ມຢູ່ງາມໃບໃກ້ຍອດ ແລະ ອອກຢູ່ປາຍຍອດ. ດອກສີມ່ວງ ຫຼື ສີມ່ວງປົນສີຂາວ, ຮູບຖົ່ວ. ກາບດອກມີ 5 ກາບ. ກີບດອກມີ 5 ກີບ, ບໍ່ສະເໝີກັນ. ເກສອນຜູ້ມີ 10 ອັນ. ເຕົ້າໄຂ່ມີຂົນ. ໝາກ ເປັນຝັກແປ, ຮູບຮີ, ມີ 1 ແກ່ນ ຫຼື ບາງຄັ້ງອາດມີຮອດ 2–3 ແກ່ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຄຳພີ້ເຫຼືອງ ມີສີມ່ວງຫາມ່ວງແກ່, ມີເສັ້ນແຊກສີດຳອ່ອນ ຫຼື ແກ່, ສ້ຽນສົນເປັນຄື້ນແຄບໆ, ເນື້ອໄມ້ລະອຽດປານກາງ, ແຂງ ແລະ ໜຽວຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບຄູ່ແຝດ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີ Tylose, ເສັ້ນ (Ray) ເຫັນບໍ່ຄ່ອຍຊັດເຈນເຫັນຊ່ວງເປັນເສັ້ນຖີ່ໆສະໝໍ່າສະເໝີ, ພາເຣງຄິມາ (Parenchyma) ແບບ ເປັນບໍ່ຕິດພໍຣ໌ (Metatracheal Parenchyma), ເປັນຕ່າງໜ່າງ Reticulate ມີພາເຮັງຄິມາແບບລາຍເປັນຄື້ນເລກນ້ອຍ (Ripple mark parenchyma).

  1. ການນໍາໃຊ້: ເປັນໄມ້ທີ່ມີເນື້ອໄມ້ແຂງ, ເນື້ອໄມ້ມີສີແດງເຂັ້ມ ເຮັດໃຫ້ມີລາຍໄມ້ທີ່ສວຍງາມ ແລະ ລະອຽດ ເປັນໄມ້ທີ່ນິຍົມຫຼາຍທີ່ສຸດ ໃນການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດີບ, ປ່າປະສົມ, ປ່າໂຄກ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 1,200 ມ.
  3. ການກະຈາຍພັນ: ພົບໃນປະເທດມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ສະຫວັນນະເຂດ, ສາລະວັນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ EN ຂອງ Red list of IUCN ແລະ ເປັນປະເພດ II ຂອງ CITES 2020. ໃນເມື່ອກ່ອນໄມ້ເກັດດຳລາຍພົບເຫັນຫຼາຍຕາມທຳມະຊາດ ແຕ່ໃນປັດຈຸບັນຈຳນວນປະຊາກອນໃນທຳມະຊາດແມ່ນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ເກັດດຳລາຍສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບປະສົມແບບຂົນນົກມີຍ່ອຍມີ 13–17 ໃບ, ຮູບໄຂ່, ປາຍໃບມົນ ຫຼື ຮຽວແຫຼມ, ດອກສີມ່ວງ ຫຼື ສີມ່ວງປົນສີຂາວ, ເຕົ້າໄຂ່ມີຂົນ. ໝາກມີ 1 ແກ່ນ ຫຼື ບາງຄັ້ງອາດມີຮອດ 2–3 ແກ່ນ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://padme.rbge.org.uk/laos/list/Leguminosae/Dalbergia

https://www.iucnredlist.org/search?query=Acacia%20auriculiformis%20&searchType=species

http://www.plantsoftheworldonline.org/taxon/urn:lsid:ipni.org:names:490372-1)

ດູ່ລາຍ

  1. ລະຫັດ: LT0287
  2. ຊື່ລາວ: ດູ່ລາຍ
  3. ຊື່ວິທະຍາສາດ: Dalbergia odorifera C.Chen
  4. ຕະກຸນ: FABACEAE
  5. ຊື່ການຄ້າ: DOU LAY
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 3–10 ມ. ລຳຕົ້ນກົມ, ເປືອກສີເທົາ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 11–17 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບ​ໄຂ່, ຮູບຮີ, ໂຄນໃບຮູບຫຼິ່ມ, ຂອບໃບລຽບ, ປາຍໃບຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບແຕກແໜງ, ຕັ້ງຂຶ້ນ, ອອກຢູ່ປາຍຍອດ. ດອກສີຂາວ ຫຼື ສີຂາວປົນສີເຫຼືອງເລັກ    ໜ້ອຍ. ກາບດອກມີ 5 ກາບ, ເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກ. ກີບດອກມີ 5 ກີບ, ບໍ່ສະເໝີກັນ. ເກສອນຜູ້ມີ 10 ອັນ, ໂຄນເຊື່ອມຕິດກັນ. ເຕົ້າໄຂ່ຈັບເທິງ, ມີ 1 ຫ້ອງ. ໝາກເປັນຝັກແປ, ສີຂຽວເຂັ້ມ, ໝາກແຫ້ງບໍ່ແຕກ, ໝາກມີປີກ. ແກ່ນມີ 1–3 ແກ່ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ດູ່ລາຍມີຄວາມແຕກຕາງກັນຢ່າງຊີ້ນເຊີງລະຫວ່າງ ມອກ ແລະ ແກ່ນໄມ້ ສີຂອງມອກໄມ້ມີສີເທົ່າປົນຂາວ, ແກ່ນໄມ້ມີສີມ່ວງຫາມ່ວງແກ່ ມີເສັ້ນແຊກສີດຳອ່ອນ ແລະ ແກ່,  ສ້ຽນສົນ, ເນື້ອໄມ້ລະອຽດປານກາງ, ແຂງ ແລະ  ໜຽວຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ແບບຄູ່ແຝດ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍໆ ບໍ່ສາມາດເຫັນດ້ວຍຕາເປົ່າ ພາຍໃນມີ Tylose, ເສັ້ນ (Ray) ເຫັນຂ້ອນຂ້າງຊັດເຈນເປັນເສັ້ນຖີ່ໆ, ພາເຣງຄິມາ (Parenchyma) ແບບ ເປັນບໍ່ຕິດພໍຣ໌ (Metatracheal Parenchyma) ກະຈັດກະຈາຍ (Diffuse), ແລະ ແບບເສັ້ນມີເລັກນ້ອຍ.

  1. ການນໍາໃຊ້: ມອກໄມ້ເປັນສີນ້ຳຕານ ຫຼື ສີນ້ຳຕານເຂັ້ມ, ແກນໄມ້ເປັນສີນ້ຳຕານເຂັ້ມປົນສີດຳ ຫຼື ອອກສີນໍ້າຕານແດງປົນສີດຳ ມີລວດລາຍທີ່ສວຍງາມ ແລະ ລະອຽດ ເປັນໄມ້ທີ່ນິຍົມຫຼາຍທີ່ສຸດ ໃນການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ ໃນພື້ນທີ່ທົ່ງພຽງ, ຕາມເນີນພູ ແລະ ມັກນິຍົມກັນມາປູກໃວ້ຕາມບ້ານເຮືອນ ຫຼື ປູກເປັນສວນ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–700 ມ.
  3. ການກະຈາຍພັນ: ປະເທດຈີນ. ສໍາລັບ ສປປ ລາວ ພົບເຫັນຢູ່ທົ່ວໄປ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ VU ຂອງ Red list of IUCN. ໃນເມື່ອກ່ອນໄມ້ດູ່ລາຍພົບເຫັນຫຼາຍຕາມເຂດປ່າປະສົມ, ແຕ່ໃນປັດຈຸບັນຈຳນວນປະຊາກອນໃນທຳມະຊາດແມ່ນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ດູ່ລາຍສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບເປັນໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 11–17 ໃບ, ຜົວໃບດ້ານເທິງສີຂຽວເຂັ້ມ, ຊໍ່ດອກແບບແຕກແໜງຕັ້ງຂຶ້ນ, ໝາກເປັນຝັກແປສີຂຽວເຂັ້ມ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://www.iucnredlist.org/search?query=Dalbergia%20odorifera&searchType=species

https://www.gbif.org/species/2968813

ກະບໍ້ນາງນວນ

  1. ລະຫັດ: LT0285
  2. ຊື່ລາວ: ກະບໍ້ນາງນວນ, ກະບໍ້ນາງນວນໃບຫອກ, ສະແນນ
  3. ຊື່ວິທະຍາສາດ: Dalbergia lanceolaria L.f.
  4. ຕະກຸນ: FABACEAE
  5. ຊື່ການຄ້າ: BOR NANG NUAN BAI HOUP HOK
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 5–10 ມ. ລຳຕົ້ນກົມ, ເປືອກສີນ້ຳຕານປົນສີເທົາ. ໃບປະສົມແບບຂົນນົກ, ໃບຍ່ອຍມີ 11–17 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບໄຂ່, ຮູບໄຂ່ປິ້ນ ຫຼື ຮູບ​ຮີ, ໂຄນໃບມົນ ຫຼື ຕັດ, ຂອບໃບລຽບ, ປາຍໃບວ້ຳແຫຼມ. ຊໍ່ດອກແບບກະຈະປະສົມ, ອອກຢູ່ງາມໃບໃກ້ຍອດ ຫຼື ປາຍຍອດ. ດອກສີຂາວ ຫຼື ສີຂາວປົນສີມ່ວງ. ໝາກເປັນຝັກແປ, ຮູບຂອບຂະໜານ. ແກ່ນມີ 1 ຫຼື ບາງຄັ້ງພົບຮອດສອງແກ່ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ກະບໍ້ນາງນວນມີສີເທົາ ສ້ຽນຊື່ ເນື້ອໄມ້ຂ້ອນຂ້າງລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ສ່ວນໃຫຍ່ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore) ປະປົນ,  ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ເຫັນຊັດເຈນ ມີສານ Tylose, ເສັ້ນ Ray ເຫັນຊັດເຈນເປັນແຖວຖີ່ໆ, ພາເຣງຄິມາ (Parenchyma) ແບບປີກ (Aliform) ແລະ ແບບເປັນແຖບຕິດພັນກັບພໍຣ໌ (Band confluent).

  1. ການນໍາໃຊ້: ເປັນພືດທີ່ມີເນື້ອໄມ້ແຂງ ທົນທານ, ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ.
  3. ການກະຈາຍພັນ: ພົບໃນປະເທດດິນເດຍ, ບັງກາເດດ, ສີລັງກາ, ຈີນ, ມ່ຽນມ້າ, ໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ແຂວງຊຽງຂວາງ, ຫຼວງພະບາງ, ວຽງຈັນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III, ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້. ໃນປັດຈຸບັນນຳໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໃບປະສົມແບບຂົນນົກ, ໃບຍ່ອຍມີ 11–17 ໃບ, ປາຍໃບວ້ຳແຫຼມ. ດອກສີຂາວ ຫຼື ສີຂາວປົນສີມ່ວງ. ໝາກເປັນຝັກແປ, ຮູບຂອບຂະໜານ. ແກ່ນມີ 1 ຫຼື ບາງຄັ້ງພົບຮອດສອງແກ່ນ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Leguminosae/Dalbergia

http://www.flowersofindia.net/catalog/slides/Takoli.html

https://data.nhm.ac.uk/dataset/56e711e6-c847-4f99-915a-6894bb5c5dea/resource/05ff2255-c38a-40c9-b657-4ccb55ab2feb?view_id=6ba121d1-da26-4ee1-81fa-7da11e68f68e&filters=genus%3Adalbergia%7CtypeStatus%3Atype

https://data.nhm.ac.uk/dataset/56e711e6-c847-4f99-915a-6894bb5c5dea/resource/05ff2255-c38a-40c9-b657-4ccb55ab2feb?view_id=6ba121d1-da26-4ee1-81fa-7da11e68f68e&filters=genus%3Adalbergia%7CtypeStatus%3Atype)

 

ຄໍາພີ້ເຂົາຄວາຍ

  1. ລະຫັດ: LT0279
  2. ຊື່ລາວ: ຄໍາພີ້ເຂົາຄວາຍ
  3. ຊື່ວິທະຍາສາດ: Dalbergia cultrata S.Ralph
  4. ຕະກຸນ: FABACEAE
  5. ຊື່ການຄ້າ: KHAM PHEE KHAO KHOUAY, BURMA BLACKWOOD (TH), YINDAIK (MM).
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 10–20 ມ. ລຳຕົ້ນກົມ, ເປືອກສີເທົາ ຫຼື ສີເທົາປົນສີນ້ຳຕານເຂັ້ມ, ກິ່ງງ່າມີຮອຍແຕກ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ (7-)11–13 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບໄຂ່, ຮູບ​ຮີ, ໂຄນໃບຮູບຫຼິ່ມ ຫຼື ມົນ, ຂອບໃບລຽບ, ປາຍໃບມົນ ຫຼື ວ້ຳ. ຊໍ່ດອກແບບແຕກແໜງປະສົມ, ອອກເປັນກຸ່ມຢູ່ງາມໃບໃກ້ຍອດ. ດອກສີຂາວ, ຮູບຖົ່ວ. ກາບດອກມີ 5 ກາບ. ກີບດອກມີ 5 ກີບ, ບໍ່ສະເໝີກັນ. ເກສອນຜູ້ມີ 10 ອັນ. ໝາກເປັນຝັກແປ, ມີ 1–2 ແກ່ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ມີສີນ້ຳຕານປົນສີເທົາ, ແກນໄມ້ເປັນສີແດງປົນສີດຳ ຫຼື ອອກສີນໍ້າຕານແດງປົນສີດຳ, ຄວາມເຂັ້ມຂອງສີຈະເພີ່ມຂຶ້ນຕາມອາຍຸຂອງຕົ້ນໄມ້ ເມື່ອປະໄວ້ດົນເນື້ອໄມ້ຈະມີສີເຂັ້ມຂຶ້ນເລື້ອຍໆ, ສ້ຽນຊື່ ຫາສ້ຽນສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງບໍ່ລະອຽດ. ລັກສະນະໂຄງສ້າງພາຍໃນເນື້ອໄມ້: ຈຸລັງ Vessels ມີຂະໜາດໃຫຍ່ ເຫັນດ້ວຍຕາເປົ່າ ແລະ ມີຈຳນວນຫຼາຍ ກະຈາຍແບບ Diffuse porous, ຮຽງຕົວແບບ radial rows of 2-4 or more (few) ພາຍໃນມີສານສະກັດ ແບບ Deposit ຢູ່ໃນ Vessel. ຈຸລັງ Parenchyma ຮຽງຕົວແບບ diffuse-in-aggregates, Aliform ແລະ confluent ຍາວຕໍ່ເນື່ອງກັນ. ຈຸລັງ Rays ມີລັກສະນະ Rays narrow. Large rays commonly less than 1 mm high..

  1. ການນໍາໃຊ້: ເປັນພືດທີ່ມີເນື້ອໄມ້ແຂງ ທົນທານ, ມີລາຍທີ່ສວຍງາມ, ເປັນໄມ້ທີ່ນິຍົມຫຼາຍທີ່ສຸດ ໃນການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ປ່າໂຄກ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 1,000 ມ.
  3. ການກະຈາຍພັນ: ພົບໃນປະເທດຈີນ, ມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງໄຊຍະບູລີ, ຊຽງຂວາງ, ຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ NT ຂອງ Red list of IUCN ແລະ ເປັນປະເພດ II ຂອງ CITES 2020. ໃນເມື່ອກ່ອນໄມ້ຄໍາພີ້ເຂົາຄວາຍພົບຫຼາຍຕາມເຂດປ່າດົງດິບ, ປ່າປະສົມ, ປ່າໂຄກ ແຕ່ໃນປັດຈຸບັນຈຳນວນປະຊາກອນໃນທຳມະຊາດແມ່ນ ໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ຄໍາພີ້ເຂົາຄວາຍສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ (7-) 11–13 ໃບ. ຊໍ່ດອກແບບແຕກແໜງປະສົມ, ອອກເປັນກຸ່ມຢູ່ງາມໃບໃກ້ຍອດ, ດອກສີຂາວ, ຮູບຖົ່ວ, ໝາກເປັນຝັກແປ, ມີ 1–2 ແກ່ນ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://padme.rbge.org.uk/laos/list/Leguminosae/Dalbergia

http://www.efloras.org/florataxon.aspx?flora_id=2&taxon_id=250094094

https://www.iucnredlist.org/search?query=Acacia%20auriculiformis%20&searchType=species

http://www.plantsoftheworldonline.org/taxon/urn:lsid:ipni.org:names:1006521-1)

 

ຂະຍຸງ

  1. ລະຫັດ: LT0278
  2. ຊື່ລາວ: ຂະຍຸງ
  3. ຊື່ວິທະຍາສາດ: Dalbergia cochinchinensis Pierre
  4. ຕະກຸນ: FABACEAE
  5. ຊື່ການຄ້າ: KHA GNOUNG, THAILAND ROSEWOOD (TH), KRANHOUNG (KH), SIAM ROSEWOOD (TH), TRAC (VN).
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 10–30 ມ. ລຳຕົ້ນກົມ, ເປືອກສີນ້ຳຕານປົນສີເທົາ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 7–9 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບ​ຮີ, ໂຄນໃບຮູບລິ່ມ, ຂອບໃບລຽບ, ປາຍໃບແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ດ້ານລຸ່ມສີຂຽວອ່ອນ. ຊໍ່ດອກແບບແຕກແໜງ, ໂຄ້ງ, ອອກຢູ່ປາຍຍອດ. ດອກສີຂາວ ຫຼື ສີຂາວປົນສີເຫຼືອງເລັກໜ້ອຍ. ກາບດອກມີ 5 ກາບ, ເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກ. ກີບດອກມີ 5 ກີບ, ບໍ່ສະເໝີກັນ. ເກສອນຜູ້ມີ 10 ອັນ, ໂຄນເຊື່ອມຕິດກັນ. ເຕົ້າໄຂ່ຈັບເທິງ, ມີ 1 ຫ້ອງ. ໝາກເປັນຝັກແປ, ໝາກແຫ້ງບໍ່ແຕກ, ໝາກມີປີກ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ມີສີນ້ຳຕານປົນສີເທົາ, ແກນໄມ້ເປັນສີແດງປົນສີດຳ ຫຼື ອອກສີນໍ້າຕານແດງປົນສີດຳ, ຄວາມເຂັ້ມຂອງສີຈະເພີ່ມຂຶ້ນຕາມອາຍຸຂອງຕົ້ນໄມ້ ເມື່ອປະໄວ້ດົນເນື້ອໄມ້ຈະມີສີເຂັ້ມຂຶ້ນເລື້ອຍໆ, ສ້ຽນຊື່ ຫາສ້ຽນສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງບໍ່ລະອຽດ. ລັກສະນະໂຄງສ້າງພາຍໃນເນື້ອໄມ້: ຈຸລັງ Vessels ມີຂະໜາດໃຫຍ່ ເຫັນດ້ວຍຕາເປົ່າ ແລະ ມີຈຳນວນຫຼາຍ ກະຈາຍແບບ Diffuse porous, ຮຽງຕົວແບບ radial rows of 2-4 or more (few) ພາຍໃນມີສານສະກັດ ແບບ Deposit ຢູ່ໃນ Vessel. ຈຸລັງ Parenchyma ຮຽງຕົວແບບ diffuse-in-aggregates, Aliform ແລະ confluent ຍາວຕໍ່ເນື່ອງກັນ. ຈຸລັງ Rays ມີລັກສະນະ Rays narrow. Large rays commonly less than 1 mm high..

  1. ການນໍາໃຊ້: ມອກໄມ້ເປັນສີນ້ຳຕານປົນສີເທົາ ຫຼື ສີນ້ຳຕານປົນສີເຫຼືອງອ່ອນ, ແກນໄມ້ເປັນສີແດງປົນສີດຳ ຫຼື ອອກສີນໍ້າຕານແດງປົນສີດຳ ມີລາຍທີ່ສວຍງາມ ແລະ ລະອຽດ ເປັນໄມ້ທີ່ນິຍົມຫຼາຍທີ່ສຸດ ໃນການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຕື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ ໃນພື້ນທີ່ທົ່ງພຽງ ແລະ ຕາມເນີນພູ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 400–600 ມ.
  3. ການກະຈາຍພັນ: ພົບໃນເຂດອາຊີຕາເວັນອອກສຽງໃຕ້ ເຊັ່ນ: ໄທ, ຫວຽດນາມ, ກໍາປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງໄຊຍະບູລີ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III, ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ VU ຂອງ Red list of IUCN ແລະ ເປັນປະເພດ II ຂອງ CITES 2020. ໃນເມື່ອກ່ອນໄມ້ຂະຍຸງພົບເຫັນຫຼາຍຕາມເຂດປ່າປະສົມ, ປ່າໂຄກ ແຕ່ໃນປັດຈຸບັນຈຳນວນປະຊາກອນໃນທຳມະຊາດແມ່ນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ຂະຍຸງສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບເປັນໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 7–9 ໃບ, ຊໍ່ດອກແບບແຕກແໜງໂຄ້ງງໍ, ດອກມີສີຂາວ ຫຼື ສີຂາວປົນສີເຫຼືອງເລັກນ້ອຍ, ໝາກເປັນຝັກແປ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກໍານົດບັນຊີໄມ້ປະເພດ I, II, III, ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://padme.rbge.org.uk/laos/list/Leguminosae/Dalbergia

https://www.delta-intkey.com/citeswood/en/www/fabdaco.htm

http://powo.science.kew.org/taxon/490142-1

http://powo.science.kew.org/taxon/490142-1)

ຮິ້ງຫອມຂຽວ

  1. ລະຫັດ: LT0273
  2. ຊື່ລາວ: ຮິ້ງຫອມຂຽວ, ຮິ້ງຂຽວ
  3. ຊື່ວິທະຍາສາດ: Dacrycarpus imbricatus (Blume) de Laub.
  4. ຕະກຸນ: PODOCARPACEAE
  5. ຊື່ການຄ້າ: HING HOM KHYO (LA), BLACK PIN (VN), PODO (MY,VN), SROL SOR (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຮິ້ງຫອມຂຽວ ເປັນໄມ້ຢືນຕົ້ນສູງເຖິງ 35 ມ. ລຳຕົ້ນ ຊື່, ເປັນຮູບທໍ່ກົມ. ເປືອກ ນອກສີນໍ້າຕານເຂັ້ມ ຫຼື ສີອອກດຳ, ເປືອກໃນສີສົ້ມ, ມີຢາງສີນໍ້າຕານ, ກິ່ງງ່າແຂງ, ຕັ້ງຊື່. ໃບ ມີສອງປະເພດ, ໃບຍ່ອຍຂອງງ່າອ່ອນແລະຕົ້ນອ່ອນ, ຮູບແຄບ, ຈັດເປັນຄູ່, ໃບຍ່ອຍຈັດເປັນ 2 ແຖວ, ມີປ່ອງອາກາດສີຂາວຢູ່ດ້ານລຸ່ມ, ກົກໃບເຊື່ອມເປັນເນື້ອດຽວ (ບໍ່ມີຈຸດຕໍ່), ຂອບໃບລຽບ, ປາຍໃບແຫຼມ, ບ້ຽວ, ໂຄ້ງເລກນ້ອຍ. ໃບຂອງກີ່ງງ່າແກ່ ຫຼື ກີ່ງງ່າທີ່ເປັນໝາກ, ຊ້ອນເຫຼື່ອມກັນ, ຮູບເກັດ, ຮູບກ່ຽວ, ກົກໃບລັກສະນະເປັນປກ, ປາຍໃບແຫຼມ. ໂຄນດອກເພດຜູ້ ຮູບໄຂ່ ຫຼື ຮູບຮີ, ອອກທາງຂ້າງ. ໂຄນດອກເພດແມ່ອອກດ່ຽວ ຫຼື ຈັບເປັນຄູ່, ຢູ່ປາຍກີ່ງງ່າ, ໂດຍປົກກະຕິແລ້ວຈະສົມບູນ 1 ອັນ, ມີຊ່ອງອາກາດ, ຖານຮອງດອກສີຂຽວປົນນໍ້າເງີນ, ຮູບໄຂ່ປີ້ນ. ແກ່ນ ຮູບກົມ, ເວລາສຸກເປັນສີນໍ້າຕານປົນສີອອກແດງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ລັກສະນະໂຄງສ້າງພາຍໃນເນື້ອໄມ້: ເນື້ອໄມ້ຮິ້ງຂຽວ ມີສີນໍ້າຕານອ່ອນ ສ້ຽນຊື່ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ ເຫັນໄດ້ຂ້ອນຂ້າງບໍ່ຊັດເຈນ, ເສັ້ນ (Ray) ມີໜ້ອຍເຫັນຊັດເຈນ ມີສານ Deposit ແຊກຢູ່ໃນເສັ້ນເຣ ແລະ ບໍ່ສາມາດເຫັນ ພາເຣງຄິມາ.

  1. ການນໍາໃຊ້: ເນື້ອໄມ້ລະອຽດ, ມີຄວາມທົນທານຕໍ່ປວກແລະແມງໄມ້, ເຮັດວຽກງ່າຍ. ໃຊ້ສໍາລັບການກໍ່ສ້າງທົ່ງໄປ, ການເຮັດກ່ອງ, ການເຮັດຕູ້, ເຄື່ອງຕົບແຕ່ງພາຍໃນ ຫຼື ເຟີນີເຈີ ແລະ ວຽກງານວິຈິດສິນ.
  2. ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າໄມ້ເຂດຮ້ອນ, ຕັ້ງແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 300 ເຖິງ 1000 ມ, ເປັນຊະນິດໄມ້ທີ່ຕ້ອງການແສງສະຫວ່າງ, ແຕ່ມີຄວາມທົນທານຕໍ່ກັບຮົ່ມເວລາຍັງອ່ອນ, ມັກດິນອຸດົມສົມບູນ, ຊຸ່ມ ແລະ ມີດິນຊາຍ.
  3. ການກະຈາຍພັນ: ພົບເຫັນໃນປະເທດ ອິນເດຍ, ມ້ຽນມ່າ, ຈີນ, ຫວຽດນາມ, ກຳພູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ປາປົວນິວກີນີ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ແລະ ອັດຕະປື. .
  4. ສະພາບການອະນຸລັກ: ເປັນຊະນິດໄມ້ປະເພດ 1 ຂອງບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນໄມ້ຍັງມີຢູ່ທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ ມີສອງປະເພດ, ໃບຍ່ອຍຂອງງ່າອ່ອນ ແລະ ຕົ້ນອ່ອນ ຮູບແຄບ, ຈັດເປັນຄູ່, ໃບຍ່ອຍຈັດເປັນ II ແຖວ, ຂອບໃບລຽບ, ປາຍໃບແຫຼມ, ບ້ຽວ, ໂຄ້ງເລກນ້ອຍ. ໃບຂອງກີ່ງງ່າແກ່ ຫຼື ກີ່ງງ່າທີ່ເປັນໝາກ, ຊ້ອນເຫຼື່ອມກັນ, ຮູບເກັດ, ຮູບກ່ຽວ, ກົກໃບລັກສະນະເປັນປີກ, ປາຍໃບແຫຼມ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

https://padme.rbge.org.uk/laos/list/Podocarpaceae

https://www.google.com/search?q=dacrycarpus+imbricatus

https://www.iucnredlist.org/search?query=Dacrycarpus%20imbricatus

ຮິ້ງຫອມ

  1. ລະຫັດ: LT0265
  2. ຊື່ລາວ: ຮິ້ງຫອມ, ຮິ້ງ​ເກັດ, ລອງເລັນ
  3. ຊື່ວິທະຍາສາດ: Cunninghamia konishii Hayata
  4. ຕະກຸນ: CUPRESSACEAE
  5. ຊື່ການຄ້າ: HING HOM (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຮິ້ງເກັດ ເປັນໄມ້ຢືນຕົ້ນ, ສູງເຖິງ 50 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ. ເປືອກ ເປືອກນອກສີນໍ້າຕານ, ລອກເປັນແຜ່ນບາງ, ເປືອກໃນ ສີແດງ. ໃບ ແຂງ, ຮູບແຂບ ແກມ ຮູບຫອກ. ໂຄນ ໂຄນເພດແມ່ ຂະໜາດ 1.8-3 x 1.2-2.5 ຊມ, ຮູບໄຂ່ກົມ, ໂຄນເພດຜູ້ເກີດຢູ່ປາຍ, ໂຄນອັດແໜ້ນ 1-3 ກຸ່ມ ເຖີງ 20 ກຸ່ມ, ຮູບຂອບຂະໜານ. ແກ່ນ ສີນໍ້າຕານເຂັ້ມ, ຮູບຂອບຂະໜານ, ຍາວເຖີງ 6 ມມ, ປະກອບດ້ວຍປີກບາງໆຢູູ່ດ້ານຂ້າງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຮິ້ງຫອມ ມີສີນໍ້າຕານປົນເຫຼືອງ ສ້ຽນຊື່ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣລັກສະນະເປັນຄື້ນໃຫຍ່ ຄ້າຍຄືວົງປີ, ເສັ້ນ (Ray) ມີໜ້ອຍເຫັນຊັດເຈນ ແຕ່່ສ່ວນໃຫຍ່ບໍ່ທອດຍາວຕິດຕໍ່ກັນ ມີສານ Deposit ແຊກຢູ່ໃນເສັ້ນເຣ ແລະ ບໍ່ສາມາດເຫັນ ພາເຣງຄິມາ.

  1. ການນໍາໃຊ້: ເນື້ອໄມ້ມີຄວາມທົນທານຕໍ່ການເນົ່າເປື່ອຍ ແລະ ປວກ, ນຳໃຊ້ງ່າຍ ແລະ ຂ້ອນຂ້າງໄວ, ໃຊ້ສຳຫຼັບວຽກກໍ່ສ້າງເຮືອນ,ເປັນໄມ້ເຕີບໂຕໄວ ເໝາະສົມໃນການປູກສ້າງສວນປ່າ, ປູກເປັນໄມ້ປະດັບ, ປູກຕາມແຄມຖະໜົນໃນເຂດພື້ນທີ່ສູງ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຮິ້ງເກັດ ເປັນໄມ້ທີ່ພົບເຫັນໃນປ່າດົງດິບຊຸ່ມຊື່ນ, ປ່າເຄິ່ງເຂດຮ້ອນ, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖິງ 2000 ມ.
  3. ການກະຈາຍພັນ: ຫວຽດນາມ, ຈີນ, ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຫົວພັນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ NT-EN ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຮິ້ງເກັດ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດໃບ ແຂງ, ຮູບແຂບ ແກມ ຮູບຫອກ
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

https://fdocuments.in/reader/full/conifers-of-vietnam

https://www.google.com/search?q=Cunninghamia+konishii

https://padme.rbge.org.uk/laos/list/Cupressaceae

https://www.iucnredlist.org/species/31258/2802692

https://www.researchgate.net/publication/275464908_Gymnosperms_of_Laos

https://threatenedconifers.rbge.org.uk/conifers/cunninghamia-konishii