tmladmin

ດູ່

  1. ລະຫັດ: LT0658
  2. ຊື່ລາວ: ດູ່, ດູ່ປ່າ
  3. ຊື່ວິທະຍາສາດ: Pterocarpus macrocarpus Kurz
  4. ຕະກຸນ: FABACEAE
  5. ຊື່ການຄ້າ:  DU  (LA), AMBOINE (VN), BURMESE ROSEWOOD (TH), DANG HUONG (VN), PADAUK (MM,VN), PRADOO (VN), THNONG (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນກົມ, ເປືອກສີເທົາເຖິງສີນ້ຳຕານປົນສີສົ້ມ, ມີຢາງສີແດງ. ໃບປະສົມແບບຂົນນົກປາຍຄີກ, ໃບຍ່ອຍມີ 4–10 ໃບ, ໃບຍ່ອຍຈັບແບບ​ສະຫຼັບ, ຮູບຮີເຖິງຮູບໄຂ່, ໂຄນໃບມົນ ຫຼື ຮູບຫຼິ່ມ, ຂອບໃບລຽບ, ປາຍໃບຮຽວແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ. ຊໍ່ດອກແບບກະຈະ ຫຼື ແບບແຕກແໜງ, ອອກຕາມງ່າມໃບ ຫາຍາກທີ່ຈະອອກຢູ່ປາຍຍອດ. ດອກສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີຂົນ. ໝາກເປັນຝັກແປ, ຮູບເກືອບກົມ, ຂ້ວນໝາກວ້ຳເຂົ້າ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ດູ່ ມີຄວາມແຕກຕ່າງກັນຢ່າງຊີ້ນເຊີງລະຫວ່າງມອກ ແລະ ແກນ, ສ່ວນມອກມີສີຂີ້ເທົ່າ ແລະ ສ່ວນແກນມີສີແດງອົມຊົມພູ, ມີເສັ້ນສີພື້ນເຂັ້ມເປັນລວດລາຍງາມ, ສ້ຽນສົນເປັນຄື້ນ, ເນື້ອໄມ້ລະອຽດປານກາງ, ແຂງ ແລະ ໜຽວ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ພໍຣ໌ແຝດ, ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ ຫາແບບເຫັນວົງປີບໍ່ຊັັດເຈນ (Diffuse porous  to semi ring porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີສານສະກັດ ແບບ Tylose ແລະ Deposit ເກືອບທຸກພໍຣ໌, ເສັ້ນ (Ray) ເຫັນຊັດເປັນເສັ້ນແລບໆຖີ່ໆ, ພາເຣງຄິມາ (Parenchyma) ແບບປີກ ແລະ ປີກຕໍ່ (Aliform and Aliform confluent Parenchyma).

  1. ການນໍາໃຊ້: ມອກໄມ້ເປັນສີນ້ຳຕານປົນສີເທົາ ຫຼື ສີນ້ຳຕານປົນສີເຫຼືອງອ່ອນ, ແກນໄມ້ເປັນສີແດງເຂັ້ມປົນສີດຳ ຫຼື ອອກສີນໍ້າຕານແດງປົນສີດຳ ມີລາຍທີ່ສວຍງາມ ແລະ ລະອຽດ ເປັນໄມ້ທີ່ນິຍົມຫຼາຍທີ່ສຸດ ໃນການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ..
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ ໃນພື້ນທີ່ທົ່ງພຽງ, ຕາມເນີນພູ ແລະ ມັກນິຍົມກັນມາປູກໃວ້ຕາມບ້ານເຮືອນ ຫຼື ປູກເປັນສວນ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 200–900 ມ.
  3. ການກະຈາຍພັນ: ປະເທດມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ທົ່ວໄປ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ EN ຂອງ Red list of IUCN. ພົບເຫັນຫຼາຍຕາມເຂດປ່າປະສົມ, ປ່າໂຄກ ແຕ່ໃນປັດຈຸບັນຈຳນວນປະຊາກອນໃນທຳມະຊາດແມ່ນໜ້ອຍລົງ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ດູ່ເລືອດ ສັງເກດເບິ່ງໄດ້ງ່າຍ ລຳຕົ້ນມີຢາງສີແດງ, ເປັນໃບປະສົມແບບຂົນນົກປາຍຄີກ, ໝາກຮູບເກືອບກົມ, ຂ້ວນນໝາກວ້ຳ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349.

https://padme.rbge.org.uk/laos/list/Leguminosae/Pterocarpus

https://www.iucnredlist.org/search?query=Pterocarpus%20indicus&searchType=species

http://www.plantsoftheworldonline.org/taxon/urn:lsid:ipni.org:names:516502-1

ກະດອງ

  1. ລະຫັດ: LT0647
  2. ຊື່ລາວ: ກະດອງ, ຮີ້ງອອງ
  3. ຊື່ວິທະຍາສາດ: Podocarpus neriifolius Don
  4. ຕະກຸນ: PODOCARPACEAE
  5. ຊື່ການຄ້າ: KA DONG, HING-ONG (LA), BLACK PINE, PODOCARP (TH), THITMIN-PO (MM), THONG TRE (VN)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ກະດອງ ເປັນໄມ້ຢືນຕົ້ນສູງເຖິງ 35 ມ. ລຳຕົ້ນ ຊື່, ຮູບທໍ່ກົມ. ເປືອກ ສີນໍ້າຕານ ປົນສີຂີ້ເຖົ່າ, ລອກອອກເປັນແຜ່ນຕາມທາງຍາວຂອງລໍາຕົ້ນ. ກີ່ງງ່າແຜ່ອອກ ຫຼື ຕັ້ງຂື້ນ. ໃບ ດ່ຽວ, ລຽງສະຫຼັບ, ຮູບຮີ ຫຼື ຮູບໃບຫອກ, ປົກກະຕິຈະໂຄ້ງເລັກນ້ອຍ, ມີລັກສະນະເປັນໜັງ, ເສັ້ນກາງໃບດ້ານລຸ່ມຍົກສູງຂື້ນເລັກນ້ອຍ, ກົກໃບຮູບຫຼີ້ມ, ປາຍໃບແຫຼມຍາວ. ໃບອ່ອນກວ້າງກວ່າ, ປາຍໃບປູ້ມີຕິ່ງແຫຼມ. ໂຄນດອກ ເພດຜູ້ດ່ຽວ ຫຼື ເປັນຈຸ້ມ 2 ຫາ 4 ອັນ, ໂດຍປົກກະຕິບໍ່ມີກ້ານດອກ, ມີໃບຊ້ອນດອກດອກຈຳນວນຫຼາຍ, ຈັດລຽງເປັນແບບວຽນສະຫຼັບຮອບກີ່ງ. ໂຄນດອກເພດແມ່ ອອກດ່ຽວ, ອອກທາງຂ້າງ. ຖານຮອງດອກສີີແດງປົນສົ້ມ. ໂຄນໝາກ ຮູບໄຂ່. ແກ່ນ ແກ່ສີຂຽວ ຫາ ມ່ວງ, ຊັ້ນນອກມີເນື້ອສົດ ຫຼື ເນື້ອເຫຍື່ອຍຫໍ່ຫຸ່ມ, ຊັ້ນກາງ ແຂງເໝືອນຫີນ, ຊັ້ນໃນ ເປັນແຜ່ນເໝືອນເຈັ້ຍ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ກະດອງມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ 2-3 ຈຸລັງ  (Multiple pore), ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງ ພາຍໃນມີສານສະກັດ ແບບ tylose, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບ Diffuse ແລະ Scanty Parenchyma.

  1. ການນໍາໃຊ້: ເນື້ອໄມ້ລະອຽດ, ມີຄວາມທົນທານຕໍ່ຄວາມຄົດງໍ. ໃຊ້ສໍາລັບການກໍ່ສ້າງທົ່ວໄປ, ເຮັດເຮືອ, ກໍ່າປັ່ນ, ຕູ້, ເຄື່ອງຕົບແຕ່ງ ຫຼື ເຟີນີເຈີ ແລະ ວຽກງານວິຈິດສິນ. ນໍ້າມັນທີ່ກັ່ນມາຈາກເນື້ອໄມ້ ເປັນຢາປົວກະເພາະ.
  2. ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າໄມ້ເຂດຮ້ອນ, ຕັ້ງແຕ່ລະດັບຄວາມສູງຈາກໜ້ານໍ້າທະເລ 700 ເຖິງ 2000 ມ, ເປັນຊະນິດໄມ້ທີ່ຕ້ອງການແສງສະຫວ່າງ, ແຕ່ມີຄວາມທົນທານຕໍ່ກັບຮົ່ມເວລາຍັງອ່ອນ, ມັກດິນອຸດົມສົມບູນ, ດິນຊຸ່ມຊື່ນ, ແຄມນໍ້າແຄມຊຳ, ແລະ ມີດິນຊາຍ. ມັກເກີດປົນກັບ ໄມ້ຮີ້ງຂຽວ, ໄມ້ໂລ່ງເລ່ງ, ໄມ້ກໍ່ຊະນິດຕ່າງໆ.
  3. ການກະຈາຍພັນ: ພົບເຫັນໃນປະເທດ ອິນເດຍ, ມ້ຽນມ່າ, ຈີນ, ຫວຽດນາມ, ກຳພູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ. ສຳລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ທີ່ຍັງບໍ່ໄດ້ບັນທືກໄວ້ໃນບັນຊີ 0448/ກປ ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນໄມ້ທີ່ໄກ້ຈະຖືກໄພຂົ່ມຂູ່ໃນອະນາຄົດ NT ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍ ໂດຍສັງເກດໃບ ແລະໂຄນດອກ: ໃບດ່ຽວ, ລຽງສະຫຼັບ, ຮູບຮີ ຫຼື ຮູບໃບຫອກ, ໂຄ້ງເລັກນ້ອຍ, ມີລັກສະນະເປັນໜັງ, ໂຄນດອກເພດແມ່ອອກດ່ຽວ, ອອກທາງຂ້າງ. ຖານຮອງດອກສີີແດງປົນສົ້ມ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

https://padme.rbge.org.uk/laos/list/Podocarpaceae

https://www.google.com/search?q=podocarpus+neriifolius

https://www.iucnredlist.org/search?query= podocarpus%20neriifolius

http://www.botanyvn.com/cnt.asp?param=edir&v= podocarpus%20neriifolius

 

ແປກສອງຍອຍ

  1. ລະຫັດ: LT0643
  2. ຊື່ລາວ: ໄມ້ແປກສອງຍອຍ
  3. ຊື່ວິທະຍາສາດ: Pinus merkusii & de Vriese
  4. ຕະກຸນ: PINACEAE
  5. ຊື່ການຄ້າ: PEAK SONG BAI (LA), MERKUS’S PINE (TH), MINDORO PINE (PH,TH), SRAL (KH), SUMATRAN PINE (TH), TINYU (MM), TUSAM (ID), TWO NEEDLED PINE (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ແປກສອງຍອຍ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງເຖິງ 50 ມ. ລຳຕົ້ນ ຊື່, ເຮືອນຍອດຮູບທໍ່ກົມ, ມີຢາງ. ເປືອກ ນອກໜາ, ເປືອຕົ້ນອ່ອນ ສີແດງ, ເປືອກຕົ້ນແກ່ ສີນໍ້າຕານເຂັ້ມ ຫຼື ສີດຳ, ແຕກເປັນຮ່ອງເລີກຕາມທາງຍາວຂອງລຳຕົ້ນ, ເປືອກໃນ ສີ ນໍ້າຕານແດງ. ໃບ ຮູບເຂັມ ອອກເປັນຈຸ້ມ ແຕ່ລະຈຸ້ມ ມີ 2 ໃບຍ່ອຍ, ເຊິ່ງລວມກັນເປັນກຸ່ມ ແຕ່ລະກຸ່ມມີກາບຫຸ້ມກຸ່ມໃບສີແດງ, ລຽງໃບແບບວຽນສະຫລັບຮອບກິ່ງ (Spiral) ກຸ່ມໃບຈະໜາແໜ້ນບໍລິເວນປາຍກິ່ງ, ດ້ານໜ້າຕັດຂອງໃບຈະມີລັກສະນະເປັນຮູບເຄິ່ງວົງກົມ, ຈະມີປ່ອງອາກາດຢູ່ຕາມທັງສອງຫນ້າຂອງໃບ, ກາບຫຸ້ມໃບສີແດງ,  ໂຄນດອກ ໂຄນເພດຜູ້ ຍາວ 18-25 ມມ, ກວ້າງ 5 ມມ, ໂຄນເພດແມ່ຮູບໄຂ່ ຫຼື ຮູບຈວຍ. ແກ່ນ ຮູບໄຂ່, ແປ ແລະ ມີປີກບາງໆ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

 

ເນື້ອໄມ້ແປກສອງຍອຍ ມີສີນໍ້າຕານປົນເຫຼືອງ ຫຼື ສີນໍ້າຕານແກມສີຊົມພູ ສ້ຽນຊື່ ເນື້ອໄມ້ຂ້ອນຂ້າງຫຍາບຊາ, ມີລາຍສີເຂັ້ມກ່ວາສີພື້ນ, ໜຽວ ແລະ ອ່ອນ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Hand lens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີທໍ່ນໍ້າຢາງ (ນໍ້າມັນ) ເປັຈຸດຂາວໆກະຈາຍຢູ່ທົວໜ້າຕັດ ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ, ເສັ້ນ (Ray) ເຫັນຊັດເຈນ ແລະ ບໍ່ສາມາດເຫັນ ພາເຣງຄິມາ.

  1. ການນໍາໃຊ້: ເປັນເນື້ອໄມ້ອອ່ນ ແລະ ເບົາຖືກນໍາໃຊ້ເປັນໄມ້ທອ່ນ, ເຄື່ອງມື, ການກໍ່ສ້າງທົ່ວໄປ, ໄມ້ຂີດໄຟ ແລະ ເຈ້ຍເຮັດ, ເຮືອ, ເຮັດວົງກົບ, ສຳລັບຕົ້ນໄມ້ໃຫ່ຍແລະເຕີບໂຕຊ້າມັນພະລິດແປກແດງ ແລະ ຖືກສົ່ງຂາຍຕາມຕະຫລາດທ້ອງຖິ່ນ, ເຮັດເຄື່ອງເຟີນີເຈີ, ເສົາໄຟຟ້າຊົ່ວຄາວ, ບາງເທື່ອໃຊ້ເຮັດຟືນດັງ, ຢາງເປັນວັດຖຸດິບສຳລັບໂຮງງານອດສະຫະກຳປຸງແຕ່ງ ເປັນຢາປົວພະຍາດ, ສີ, ສີເຄື່ອງພິມ, ນໍ້າຫອມ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ແປກສອງຍອຍ ພົບເຫັນໃນເຂດພູພຽງ, ດິນເປັນກົດ, ດິນຕື້ນ, ປ່າໄມ້ໃບເຂັມ, ປ່າແປກລ້ວນ, ປ່າໄມ້ໃບເຂັມເຂດພູສູງ, ເປີ້ນພູ ແລະ ຮ່ອມພູເຂດສູງ, ຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 800-1200ມ ຫາຍາກ 500 ແລະ 2000 ມ.
  3. ການກະຈາຍພັນ: ຈີນ, ມ້ຽນມາ, ໄທ, ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ, ກຳປູເຈຍ, ຟີລິນປິ່ນ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ( ມ. ຈອມເພັດ) ຫົວພັນ, ຊຽງຂວາງ, ວຽງຈັນ (ພູເຂົາຄວາຍ), ບໍລິຄໍາໄຊ (ມ. ຄຳເກີດ), ຄໍາມ່ວນ (ມ. ນາກາຍ), ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ຍັງພົບ ເຫັນທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ແປກສອງໃບ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ຈຸກໜຶ່ງມີສອງໃບຍ່ອຍ ເປືອກສີ ນໍ້າຕານເຂັ້ມ ຫຼື ດຳ, ເປືອກແກເປັນຮ່ອງເລີກຕາມທາງຍາວຂອງລໍາຕົ້ນ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

Conifers of Vietnam

Gymnosperm of Laos

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

https://padme.rbge.org.uk/laos/list/Pinaceae

https://www.iucnredlist.org/search?query=Pinus%20merkusii%20&searchType=species

ແປກສາມຍອຍ

  1. ລະຫັດ: LT0641
  2. ຊື່ລາວ: ແປກສາມຍອຍ
  3. ຊື່ວິທະຍາສາດ: Pinus kesiya Royle ex Gordon
  4. ຕະກຸນ: PINACEAE
  5. ຊື່ການຄ້າ: PEAK SAM NGOY (LA) THREE NEEDLED PINE (TH), BENGUET PINE (PH,TH), KHASI PINE (TH), KHASIA PINE (TH), KHASYA PINE (VN), THONG (VN), PINE (VN), SRAL (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ແປກ ສາມຍອຍ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງເຖິງ 45 ມ. ລຳຕົ້ນ ຊື່, ເຮືອນຍອດຮູບທໍ່ກົມ, ມີຢາງ. ເປືອກ ເປືອກນອກ ເມື່ອອາຍຸແກ່ ແຕກຕາມທາງຍາວຂອງລຳຕົ້ນ, ສີນໍ້າຕານອົມແດງ ຫຼື ສີນໍ້າຕານອົມສົມພູ່ອ່ອນ, ເປືອກໃໃນ ສີ ນໍ້າຕານແດງ. ໃບ ຮູບເຂັມ ອອກເປັນຈຸ້ມ ແຕ່ລະຈຸ້ມ ມີ 3 ໃບຍ່ອຍ, ເຊິ່ງລວມກັນເປັນກຸ່ມ ແຕ່ລະກຸ່ມມີກາບຫຸ້ມກຸ່ມໃບ, ລຽງໃບແບບວຽນສະຫລັບຮອບກິ່ງ (Spiral) ກຸ່ມໃບຈະໜາແໜ້ນບໍລິເວນປາຍກິ່ງ, ໃບແກ່ເຕັມທີ່ຈະມີຄວາມຍາວ 10-25 ຊມ. ໃບສີຂຽວເຂັ້ມ ແລະ ນ້ອຍກວ່າແປກສອງໃບ. ດ້ານໜ້າຕັດຂອງໃບຈະມີລັກສະນະເປັນຮູບເຄິ່ງວົງກົມ, ຈະມີປ່ອງອາກາດຢູ່ຕາມທັງສອງຫນ້າຂອງໃບ. ໂຄນດອກ ໂຄນເພດຜູ້ ແລະ ເພດແມ່ຢູ່ຄົນລະກຸ່ມ ແຕ່ຢູ່ຕົ້ນດ່ຽວກັນ, ໂຄນເພດຜູ້ ຮູບຄ້າຍຄືຫາງກະຮອກ ອອກເປັນກຸ່ມຢູ່ປາຍກີ່ງ, ສີເຫຼືອງຈືດ, ໂຄນເພດແມ່ອອກດ່ຽວ ຫຼື ເປັນຄູ່, ຮູບໄຂ່ ຫຼື ຮູບຈວຍ. ແກ່ນ ຮູບໄຂ່, ມີປີກບາງຮູບຂອບຂະໜານ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ແປກສາມຍອຍ ມີສີນໍ້າຕານອ່ອນ ຫຼື ເຫຼືອງ ມີລາຍສີເຂັ້ມກ່ວາສີພື້ນ, ສ້ຽນຊື່ ເນື້ອໄມ້ລະອຽດ.  ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີທໍ່ນໍ້າຢາງ (ນໍ້າມັນ) ເປັນຈຸດຂາວໆກະຈາຍຢູ່ທົ່ວໜ້າຕັດ, ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ, ເສັ້ນ (Ray) ເຫັນຊັດເຈນ ແລະ ບໍ່ສາມາດເຫັນ ພາເຣງຄິມາ.

  1. ການນໍາໃຊ້: ເປັນເນື້ອໄມ້ອອ່ນ ແລະ ເບົາຖືກນໍາໃຊ້ເປັນໄມ້ທອ່ນເຄື່ອງມືແລະການກໍ່ສ້າງ ເຮືອນເຮັດກັບໄມ້ຂີດໄຟ ແລະ ເຈ້ຍເຮັດເຮືອເຮັດວົງກົບສຳລັບຕົ້ນໄມ້ໃຫ່ຍແລະເຕີບໂຕຊ້າມັນພະລິດແປກແດງ ແລະ ຖືກສົ່ງຂາຍຕາມຕະຫລາດທ້ອງຖິ່ນເຮັດເຄື່ອງເຟີນີເຈີເສົາໄຟຟ້າຊົ່ວຄາວບາງເທື່ອໃຊ້ເຮັດຟືນດັງ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ແປກສາມຍອຍນີ້ພົບເຫັນໃນປ່າດົງດີບຊຸ່ມຊື່ນເຂດສູງ, ພູພຽງ, ປ່າໄມ້ໃບເຂັມເຂດພູສູງ, ເປີ້ນພູ ແລະ ຮ່ອມພູເຂດສູງ, ຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ 1000-2300ມ ຫາຍາກ 800 ມ.
  3. ການກະຈາຍພັນ: ອິນເດຍ, ຈີນ, ມ້ຽນມາ, ໄທ, ຫວຽດນາມ,ກຳປູເຈຍ, ມາເລເຊຍ, ຟີລິນປິ່ນ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫຼວງນໍ້າທາ, ຫົວພັນ, ຊຽງຂວາງ, ສາລະວັນ, ເຊກອງ ແລະ ອັດຕະປື.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ຍັງພົບເັຫນທົ່ວໄປ LC ຂອງ Red list of IUCN.
  5. ໝາຍເຫດ: ໄມ້ແປກສາມໃບ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບີ່ງໃບ ຈຸກໜຶ່ງມີສາມໃບຍ່ອຍເປືອກສີ ນໍ້າຕານອົມແດງ, ເປັນເກັດຂ້ອນຂ້າງລຽບກວ່າແປກສອງໃບ
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Conifers of Vietnam

Gymnosperm of Laos

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://padme.rbge.org.uk/laos/list/Pinaceae

 

 

ສະຝາງເຫຼືອງ

  1. ລະຫັດ: LT0632
  2. ຊື່ລາວ: ສະຝາງເຫຼືອງ, ອະລາງ
  3. ຊື່ວິທະຍາສາດ: Peltophorum dasyrrhachis (Miq.) Kurz
  4. ຕະກຸນ: FABACEAE
  5. ຊື່ການຄ້າ: SA FANG LUENG (LA), COPPER POD (TH), JEMERLANG (MY), LIM VANG (VN), NON SI (TH), TREAS (KH), YELLOW FLAME (MY,TH), YELLOW POINCIANA (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນ, ສູງເຖິງ 20 ມ, ມີຫູໃບເປັນແສກແບບຕານ່າງຫຸ້ມຍອດ. ລຳຕົ້ນກົມ, ເປືອກສີນໍ້າຕານ, ເປືອກດ້ານໃນສີນໍ້າຕານປົນສີແດງ, ປາຍຍອດອ່ອນມີຂົນສີນໍ້າຕານແດງ. ໃບປະສົມແບບຂົນນົກສອງຊັ້ນ,  ໃບຍ່ອຍມີ 7–19 ຄູ່. ຊໍ່ດອກແບບກະຈະ, ຫ້ອຍລົງ, ອອກຕາມງ່າມໃບໃກ້ຍອດ. ດອກສົມບູນເພດ, ສີເຫຼືອງ. ໝາກເປັນຝັກແປ, ຮູບຮີແກມຮູບຫອກປິ້ນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ສະຝາງ ມີສີຊົມພູຫານໍ້າຕານແກມແດງ ເນື້ອເປັນມັນເຫຼື້ອມ, ມີສ້ຽນຊື່ ຫຼື ສົນເປັນຄື້ນເລັກໜ້ອຍ, ເນື້ອໄມ້ຫຍາບປານກາງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ແບບຄູ່ແຝດ (Multiple pore) ມີໜ້ອຍ ແບບການຮຽງຕົວແບບບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີສານສະກັດ ແບບ Deposit ເປັນບາງພໍຣ໌, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບປີກ ແລະ ປາຍລະດູ (Termina Parenchyma).

  1. ການນໍາໃຊ້: ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີ ຫຼື ແກະສະຫຼັກຕ່າງໆ, ປູກຟື້ນຟູປ່າ, ເປັນໄມ້ປະດັບ, ເປັນຢາ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ, ແຄມທາງທົ່ວໄປ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 500 ມ.
  3. ການກະຈາຍພັນ: ພົບໃນປະເທດຈີນ, ໄທ, ກໍາປູເຈຍ, ບໍນຽວ, ສະເລວີສີ, ມາເລເຊຍ, ສຸມາດຕາ, ຈາວ່າ. ສໍາລັບ ສປປ ລາວ ພົບເຫັນຢູ່ແຂງໄຊຍະບູລີ, ຫຼວງພະບາງ, ຄຳມ່ວນ, ສະຫວັນນາເຂດ, ອັດຕະປື.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້. ປັດຈຸບັນໄດ້ນໍາໄປໃຊ້ເຮັດເຮືອນ, ເຄື່ອງເຟີນີເຈີຕ່າງໆ, ປູກຟື້ນຟູປ່າ, ປູກເປັນໄມ້ປະດັບ.
  5. ໝາຍເຫດ: ສາມາດຈໍາແນກໄດ້ງ່າຍ ມີຫູໃບເປັນແສກແບບຕານ່າງຫຸ້ມຍອດ. ຊໍ່ດອກກະຈະຫ້ອຍລົງ, ສີເຫຼືອງ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Leguminosae/Peltophorum

https://www.phakhaolao.la/kb/0000640

http://www.plantsoftheworldonline.org/taxon/urn:lsid:ipni.org:names:60469466-2

 

 

ຫົວຫຼົ້ນ

  1. ລະຫັດ: LT0630
  2. ຊື່ລາວ: ຫົວໂລ້ນ, ຫົວຫຼົ້ນ
  3. ຊື່ວິທະຍາສາດ: Parkia sumatrana Miq.
  4. ຕະກຸນ: FABACEAE
  5. ຊື່ການຄ້າ:  HOUA LON (LA), PETAI (MY), ROYAUNG (KH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງເຖິງ 25 ມ. ລຳຕົ້ນກົມ, ເປືອກສີນ້ຳຕານປົນສີຂຽວ, ມີຮອຍແຕກ. ໃບປະສົມແບບຂົນນົກສອງຊັ້ນ, ໃບຍ່ອຍມີ 12–27 ຄູ່, ໃບຍ່ອຍຈັບແບບ​ກົງກັນຂ້າມ, ຮູບແຖບ, ໂຄນໃບຕັດ ຫຼື ວ້ຳ, ຂອບໃບລຽບ, ປາຍໃບມົນ. ບໍ່ມີກ້ານໃບ ຫຼື ສັ້ນທີ່ສຸດ. ຊໍ່ດອກແບບກະຈຸກກົມ, ມີຂະໜາດໃຫຍ່, ອອກປາຍຍອດ, ກ້ານຊໍ່ດອກຍາວ. ໝາກເປັນຝັກແປ, ມ້ວນເປັນກຽວ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຫົວໂລ້ນ ມີສີຂີ້ເທົ່າປົນເຫຼືອງອ່ອນອອກຂາວ, ສ້ຽນສົນເລັກນ້ອຍ, ເນື້ອໄມ້ຂ້ອນຂ້າງລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ມີ ແບບ ຄູ່ແຝດ 2-3 ຈຸລັງ (Multiple pore) ມີ Tylose ເລັກນ້ອຍ,  ການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ແລະ ຫ່າງກັນ ບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ຈຳນວນເລັກນ້ອຍ, ເສັ້ນ (Ray) ເຫັນຊັດເຈນ ຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບປີກ ແລະ ປີກຕໍ່ (Aliform and aliform confluent parenchyma).

  1. ການນໍາໃຊ້: ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 1,000 ມ.
  3. ການກະຈາຍພັນ: ພົບໃນປະເທດມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ, ບໍນຽວ, ສະເລວີສີ, ມາເລເຊຍ, ອິນໂດເນເຊຍ, ສຸມາດຕາ. ສໍາລັບ ສປປ ລາວ ພົບເຫັນຢູ່ແຂງໄຊຍະບູລີ, ຫຼວງພະບາງ, ຄຳມ່ວນ, ສະຫວັນນາເຂດ, ອັດຕະປື.
  4. ສະພາບການອະນຸລັກ: ປັດຈຸບັນໄດ້ນໍາໄປໃຊ້ເຮັດເຮືອນ, ເຄື່ອງເຟີນີເຈີຕ່າງໆ ເຊິ່ງອາດຈະມີຈໍານວນປະຊາກອນໜ້ອຍລົງໃນຕໍ່ໜ້າ.
  5. ໝາຍເຫດ: ສາມາດຈໍາແນກໄດ້ງ່າຍ. ຊໍ່ດອກແບບກະຈຸກກົມໃຫຍ່, ກ້ານຊໍ່ດອກຍາວ.
  6. ເອກະສານອ້າງອີງ

Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Leguminosae/Parkia

http://powo.science.kew.org/taxon/urn:lsid:ipni.org:names:512233-1

http://www.biotik.org/laos/species/p/parsu/parsu_07_en.html

https://colplanta.org/taxon/urn:lsid:ipni.org:names:512233-1

http://hawkspy.blogspot.com/2007/08/parkia-speciosa.html

ຊີ

  1. ລະຫັດ: LT0628
  2. ຊື່ລາວ: ຊີ
  3. ຊື່ວິທະຍາສາດ: Parashorea dussaudii Tardieu
  4. ຕະກຸນ: DIPTEROCARPACEAE
  5. ຊື່ການຄ້າ (Trade names): XI (LA)
    Common names
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນລຳຕົ້ນຊື່ຕົງສູງເຖິງ 10 ມ, ເປືອກເປັນເກັດໆ, ສີນໍ້າຕານອົມສີຂີ້ເຖົ່າປົນຂຽວ ແລະ ມີເມັດສີດໍາ, ມີຮອຍແຕກແຫງເລັກນ້ອຍ.  ດ້ານນອກເປືອກບາ. ກິ່ງ-ງ່າ ເກືືອບເປັນລ່ຽມມີຂົນອອ່ນໆ ແຈກຢາຍທົ່ວໄປ. ໃບ:  ຮູບສ້ວຍປາຍມົນ-ຮູບຫອກ, ກົກໃບວໍ້າເປັນຮູບຫົວໃຈ, ປາຍໃບສ້ວຍ; ໜ້າໃບເຫຼື້ອບໍ່ມີຂົນທັງສອງດ້ານ, ໃບລົ່ນາມລະດູການ, ກ້ານໃບບໍ່ມີຂົນ. ດອກ: ຈັດເປັນພົ້ວສັບສົນ, ມີຂົນເປັນຈຸ້ມໆແຈກຢາຍທົ່ວໆໄປ; ໃບຊ້ອນດອກເປັນຮູບແຮວແປ-ຮູບຫອກ, ຕົກລົ່ນໄວ, ກີບດອກມີຂົນຢັ່ງຢາຍຢູ່ທັງສອງດ້ານ, ຄໍເຕົ້າໄຂ່ບໍ່ມີຂົນ. ການອອກດອກ: ເດືອນມີນາ ໝາກ: ເປັນຮູບໄຂ່, ປາຍແຫລມເລັກນ້ອຍ, ກາບດອກຂະຫຍາຍຕົວເວລາກາຍເປັນ ປີກໝາກ ປີກໃຫຍ່ມີຮູບຮຽວ-ຮູບຂອບຂະໜານ, ບິດບ້ຽວເລັກນ້ອຍ, ປີກໝາກປີກນ້ອຍມີປາຍແຫຼມ ການອອກໝາກ: ເດືືອນເມສາ-ເດືອນພືດສະພາ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຊີມີສີນໍ້າຕານ ແກ່ນມີສີເຂັ້ມກວ່າມອກເລັກໜ້ອຍ, ສ້ຽນຊື່, ເນື້ອໄມ້ຫຍາບຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ  ແບບ ຄູ່ແຝດ (Multiple pore), ການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ເຫັນຊັດ ເປົ່າ ມີສານສະກັດ ແບບ tylose ຈຳນວນເລັກນ້ອຍ, ເສັ້ນ (Ray) ເຫັນຊັດເຈນ ຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບກະຈາຍ (Diffuse) ແລະ ແບບປີກ Aliform parenchyma ). ມີທໍ່ຢາງລຽງກັນຕັດກັບເສັ້ນເຣ.

  1. ການນໍາໃຊ້: ເປັນໄມ້ປະເພດແຂງ, ເພິ່ນນໍາໃຊ້ເຂົ້າໃນການກໍ່ສ້າງ, ຂີ້ຊີມີຫລາຍໃຊ້ສໍາລັບຢາຄຸ ຫຼື ແອ່ງຕ່າງໆ ເພື່ອໃຊ້ໃນຄົວເຮືອນ ແລະ ໃຊ້ຢາເຮືອ.
  2. ແຫຼ່ງທີ່ຢູ່ອາໃສ: ແມ່ນຊະນິດທີ່ເກີດສະເພາະຢູ່ລາວ, ຢູ່ໃນປ່າເຄິ່ງຂຽວຕະຫລອດປີ, ຢູ່ລະດັບຕໍ່າ.
  3. ການກະຈາຍພັນ: ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ (ຍັງບໍ່ທັນຈັດປະເພດ) ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
  5. ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍເປັນໄມ້ທີ່ມີ ປີກໝາກຍາວ ແລະ ມີສີແດງສົດ.
  6. ເອກະສານອ້າງອີງ

ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997

https://www.google.com/search?

https://padme.rbge.org.uk/laos/list/Dipterocarpaceae/Parashorea

ສະໂກ

  1. ລະຫັດ: LT0610
  2. ຊື່ລາວ: ສະໂກ
  3. ຊື່ວິທະຍາສາດ: Neonauclea purpurea (Roxb.) Merr.
  4. ຕະກຸນ: RUBIACEAE
  5. ຊື່ການຄ້າ: SA KO
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງ 10 15 ມ. ລໍາຕົ້ນ ແລະ ກິ່ງງ່າກົມ, ເປືອກສີເທົາເຂັ້ມ, ມີຮອຍແຕກເປັນຮ່ອງຕາມລໍາຕົ້ນ. ໃບດ່ຽວ, ຈັບແບບກົງກັນຂ້າມ, ຮູບໄຂ່, ໂຄນໃບມົນ, ປາຍໃບແຫຼມ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນກ່າງໃບຂັ້ນສອງມີ 10 12 ຄູ່. ຫູໃບອອກກົງກັນຂ້າມສະຫຼັບກັບກ້ານໃບ, ຮູບຮີ. ຊໍ່ດອກ ແບບກະຈຸກກົມ, ອອກຕາມປາຍຍອດ, ສີຂາວ ຫຼື ສີເຫຼືອງ. ດອກສົມບູນເພດ. ກາບດອກ ມີ 5 ກາບ, ໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກ. ກີບດອກ ມີ 5 ກີບ, ເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກ. ເກສອນຜູ້ ມີ 5 ອັນ. ເຕົ້າໄຂ່ ຈັບລຸ່ມ, ມີ 4 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຍອດເກສອນແມ່ແຍກເປັນ 2 ແສກ, ຍາວ 2 2,7 ມມ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ສະໂກມີສີເຫຼືອງອ່ອນອອກຂາວ, ສ້ຽນສົນເລັກນ້ອຍ, ເນື້ອໄມ້ຫຍາບຊາເລັກໜ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ຄູ່ແຝດ (Multiple pore) ເປັນສ່ວນໃຫຍ່ (90%) ແລະ ມີ ພໍຣ໌ດ່ຽວ (Solitary pore) ຈຳນວນເລັກນ້ອຍ,  ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ຈຳນວນເລັກນ້ອຍ, ເສັ້ນ (Ray) ເຫັນຊັດເຈນມີສານສະກັດຕົກຄ້າງແບບ Deposit ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ ​Diffuse in aggregate  to fine line.

  1. ການນໍາໃຊ້: ເປັນໄມ້ເນື້ອອ່ອນ, ອອກສີຂາວ ນໍາໃຊ້ເຂົ້າໃນໂຮງງານເຈ້ຍ, ໄມ້ອັດ ຫຼື ເຄື່ອງເຟີນີເຈີຕ່າງໆຕົບແຕ່ງພາຍໃນ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນແຄມນໍ້າຕາມປ່າດົງດິບ, ປ່າປະສົມ, ຕາມແຄມທາງ ສູງຈາກລະດັບໜ້ານໍ້າທະເລເຖິງ 1000 ມ.
  3. ການກະຈາຍພັນ: ຈີນ, ໄທ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນແຕ່ພາກເໜືອເຖິງພາກໃຕ້.
  4. ສະພາບການອະນຸລັກ: ເປັນພືດທີ່ພົບເຫັນທົ່ວໄປ ແຕ່ໃນປັດຈຸບັນໄດ້ນໍາເອົາເນື້ອເປັນເຄື່ອງເຟີນີເຈີຕ່າງໆຕົບແຕ່ງພາຍໃນ ຫຼື ເຂົ້າໃນໂຮງງານ ເຊິ່ງອາດຈະເຮັດໃຫ້ຈຳນສນປະຊາກອນໜ້ອຍລົງໃນຕໍ່ໜ້າ.
  5. ໝາຍເຫດ: ໄມ້ສະໂກສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງມີຫູໃບອອກກົງກັນ້ຂາມສະຫຼັບກັບກ້ານໃບ, ຊໍ່ດອກກະຈຸກກົມ, ອອປຢູ່ປາຍຍອດ.
  6. ເອກະສານອ້າງອີງ

ສຸລິວັນ ຫຼ້າໜໍ່ສະຫວັນ, (2554). ຄວາມຫຼາກຫຼາຍຂອງໄມ້ຢືນຕົ້ນ ແລະ ໄມ້ພຸ່ມຂອງພືດຕະກຸນເຂັມໃນເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ສປປ ລາວ. ບົດວິທະຍານິພົນປະລິນຍາໂທວິທະຍາສາດ ພາກວິຊາຊີວະວິທະຍາ, ຄະນະວິທະຍາສາດ, ມະຫາວິທະຍາໄລຂອນແກ່ນ ປະເທດໄທ.

ສຸລິວັນ ຫຼ້າໜໍ່ສະຫວັນ, ວິຈິດ ລຳໄຊ, ຄຳຟ້າ ຈັນທະວົງສາ ແລະ ແກ້ວອຸດອນ ສຸວັນນະກຸມມານ (2021). ຄູ່ມືພາກສະໜາມ ຊະນິດພືດໃນເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄຳໄຊ.

https://www.phakhaolao.la/kb/0000233?q=Anthocephalus%20chinensis&p=search

https://www.europeana.eu/en/item/11651/_Botany_L_2900767

 

 

 

 

ກະທ່ອນ

  1. ລະຫັດ: LT0581
  2. ຊື່ລາວ: ກະທ່ອນ, ຄໍາພີ້ຈັ່ນ
  3. ຊື່ວິທະຍາສາດ: Millettia erythrocalyx Gagnep.
  4. ຕະກຸນ: FABACEAE
  5. ຊື່ການຄ້າ: KA THONE
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຢືນຕົ້ນ, ສູງເຖິງ 15 ມ. ລຳຕົ້ນກົມ, ເປືອກສີນ້ຳຕານປົນສີດຳ, ກິ່ງງ່າມີຮອຍແຕກ. ໃບປະສົມແບບຂົນນົກ, ຈັບແບບ​ສະຫຼັບ, ໃບອ່ອນສີເຫຼືອງອ່ອນ, ໃບຍ່ອຍມີ 7–11 ໃບ, ຮູບ​ໄຂ່ຫາຮູບຫອກ ຫຼື ຮູບຮີຫາຮູບຫອກ, ໂຄນໃບຮູບຫົວໃຈແຄບ, ຂອບໃບລຽບ, ປາຍໃບຮຽວຍາວເປັນຫາງ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ຍອດ, ຕາໜື່ງເກີດ 2–3 ດອກ. ໝາກເປັນຝັກແປ, ຮູບຫອກປິ້ນ, ສີຂຽວ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ປະດົງເຫຼືອງ ມີສີເຫຼືອງ ຫຼື ເຫຼືອງອົມນໍ້າຕານ ມີລາຍສີເຫຼືອງອ່ອນອອກຂາວ ແລະ ສີນໍ້າຕານເຂັ້ມ (ລາຍຫວາຍ)ສ້ຽນຊື່ ເປັນຄື້ນ, ເນື້ອໄມ້ຂ້ອນຂ້າງລະອຽດເປັນມັນວາວ ໜັກ ແຂງ ໜຽວ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບຄູ່ແຝດ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍຫາປານກາງ ພາຍໃນມີສານສະກັດ ແບບ Deposit ສີຂາວຢູ່ບາງຈຸລັງ, ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນຖີ່ໆ, ພາເຣງຄິມາ (Parenchyma) ແບບ ເປັນແຖບກ້ວາງເຫັນຊັດເຈນ (Broad conspicuous Banded Parenchyma).

  1. ການນໍາໃຊ້: ມອກໄມ້ສີເຫຼືອງອ່ອນ, ແກນໄມ້ສີເຫຼືອງປົນສີນ້ຳຕານ ມີເນື້ອໄມ້ແຂງໃນການນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຄື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 600–700 ມ.
  3. ການກະຈາຍພັນ: ພົບຢູ່ປະເທດຈີນ, ໄທ, ຫວຽດນາມ, ກຳປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງໄຊຍະບູລີ, ສະຫວັນນາເຂດ, ອັດຕະປື.
  4. ສະພາບການອະນຸລັກ: ເປັນໄມ້ທີ່ພົບເຫັນຫຼາຍຕາມເຂດປ່າປະສົມ, ປ່າໂຄກ ແຕ່ໃນປັດຈຸບັນຈໍານວນປະຊາກອນໃນທຳມະຊາດແມ່ນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ທີ່ແຂງ, ສວຍງາມ ແລະ ມີຄຸນຄ່າໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ.
  5. ໝາຍເຫດ: ໄມ້ປະດົງເຫຼືອງສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງໃບເປັນໃບປະສົມແບບຂົນນົກ, ໃບອ່ອນສີເຫຼືອງອ່ອນ, ມີໃບຍ່ອຍ 7–11 ໃບ, ຊໍ່ດອກຕາໜຶ່ງມີ 2–3 ດອກ, ໝາກເປັນຝັກແປ, ຮູບຫອກປິ້ນ, ເນື້ອໄມ້ສີເຫຼືອງ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

https://padme.rbge.org.uk/laos/list/Leguminosae/Millettia

http://www.efloras.org/florataxon.aspx?flora_id=2&taxon_id=242302012

https://plants.jstor.org/stable/10.5555/al.ap.specimen.p02753316

 

ເຫຼັກ

  1. ລະຫັດ: LT0575
  2. ຊື່ລາວ: ເຫຼັກ
  3. ຊື່ວິທະຍາສາດ: Mesua ferrea
  4. ຕະກຸນ: CALOPHYLLACEAE
  5. ຊື່ການຄ້າ: BOSNEAK (KH), CEYLON IRONWOOD (TH), GANGAW (MM), KA THANG (LA)
    Common names: Mesua
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ເຫຼັກເປັນໄມ້ຢືນຕົ້ນຂຽວຕະຫຼອດປີສູງເຖິງ 30 ມ,  ລຳຕົ້ນເປືອກສີເທົາເຂັ້ມ ຫາ ສີ ນໍ້າຕານ, ບາງກິ່ງງ່າມີຂົນ, ເປືອກເປັນຮອຍແຕກຕື້ນໆຫຼຸດຫຼົນຫຼົນງ່າຍ, ເປືອກດ້ານໃນມີນໍ້າຢາງສີເຫຼືອງອ່ອນ, ກິ່ງກ້ານຫ້ອຍລົງ. ໃບດ່ຽວຈັບແບບກົງກັນຂ້າມ, ແຜນໃບຮູບຫອກ ຫຼື ຮູບຂອບຂະໜານຫາຮູບຮີ, ປາຍໃບຮຽວແຫຼມ, ຂອບໃບລຽບ, ກົກໃບແຫຼມ, ແຜນໃບໜາ, ເທິງແຜນໃບກ້ຽງສີຂຽວ, ກ້ອງແຜນໃບເປັນສີເທົາ, ຍອດອ່ອນສີແດງປົນສີບົວ. ດອກດ່ຽວ ຫຼື 2 ດອກ, ມີກິ່ນ, ດອກສົມບູນເພດ, ອອກຕາມງ່າມໃບ ຫຼື ກິ່ງກ້ານ. ດອກສີຂາວ ຫຼື ເຫຼືອງ. ກາບດອກມີ 4 ກາບ, ຮູບບ່ວງ, ໜາ ແລະ ແຂງຕິດທົນ. ກີບດອກ 5 ກີບຊ້ອນກັນ, ກີບດອກຮູບໄຂ່ປີ້ນ, ປາຍບານ ແລະ ວໍ້າຢູ່ກົກກີບ. ເກສອນຜູ້ ຈໍານວນຫຼາຍ,​ ສີເຫຼືອງ ເປັນຝອຍ. ເກສອນແມ່ເຕົ້າໄຂ່ຈັບເທິງ. ໝາກຮູບໄຂ່, ເນື້ອແຂງ, ສີສົ້ມ ເມື່ອແກ່ເປັນສີນໍ້າຕານ, ປາຍໝາກໂຄ້ງແຫຼມ, ເປືອກມີຮອຍແຕກສີນໍ້າຕານ, ເປືອກເປັນເສັ້ນໃຍ ແລະ ມີຍອດຍາງໜຽວ,​ກາບດອກຕິດທົນ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ເຫຼັກ ມີສີແດງຄໍ້າ, ເປັນມັນເຫຼື້ອມ, ສ້ຽນຊື່, ເນື້ອໄມ້ຂອນຂ້າງຫຍາບ, ແຂງ ແລະ ໜຽວ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ ແລະ ພໍຣ໌ແຝດ (Multiple pore) ມີໜ້ອຍ, ມີການຮຽງຕົວແບບແບບພໍຣ໌ ສະຫຼຽງ (Oblique pore), ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີສານສະກັດ ແບບ Tylose ແລະ Deposit, ເສັ້ນ (Ray) ເຫັນຊັດເປັນເສັ້ນແລບຖີ່ໆ, ພາເຣງຄິມາ (Parenchyma) ແບບເສັ້ນ (Fine Line Parenchyma) ບາງຄັ້ງບໍ່ຕໍ່ເນື່ອງກັນ.

  1. ການນໍາໃຊ້: ເນື້ອໄມ້ແຂງໃຊ້ງານກໍ່ສ້າງທົ່ວໄປ, ເຮັດເສົາ, ປ່ອງຢ້ຽມ, ປະຕູ, ແກະສະຫຼັກ ແລະ ເຟີນິເຈີເຄື່ອງໃຊ້ຕ່າງ. ຍອດອ່ອນນໍາມາກິນເປັນຜັກສົດ, ດອກ ແລະ ແກ່ນສາມາດນໍາມາກັ່ນເປັນນໍ້າມັນຫອມລະເຫີຍເປັນສ່ວນປະກອບເຄື່ອງສໍາອາງ, ເປືອກລໍາຕົ້ນນໍາມາບົດເປັນຜົງແຕ່ງກິ່ນເຮັດທູບໄຕ້ບູຊາ. ຕົ້ນໄມ້ເຫຼັກຍັງນິຍົມມາປູກເປັນໄມ້ປະດັບ. ແລະນອກຈາກນັ້ໜແຕ່ລະພາກສ່ວນຍັງນໍາມາໃຊ້ໃນການປຸງແຕ່ງເປັນຢາຫຼາກຫຼາຍພະ ຍາດ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປ່ຽນໃບ, ຄວາມສູງຈາກລະດັບໜ້ານໍ້າທະເລ 500-600 ມ.
  3. ການກະຈາຍພັນ: ຈີນ, ສີລັງກາ ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ລາວ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
  5. ໝາຍເຫດລຳຕົ້ນເປືອກສີເທົາເຂັ້ມ ຫາ ສີ ນໍ້າຕານ, ເປືອກດ້ານໃນມີນໍ້າຢາງສີເຫຼືອງອ່ອນ. ກ້ອງແຜນໃບເປັນສີເທົາ, ໃບຍອດອ່ອນສີແດງປົນສີບົວ. ດອກດ່ຽວ ຫຼື 2 ດອກ, ມີກິ່ນຫອມ, ໝາກຮູບໄຂ່, ເນື້ອແຂງ, ສີສົ້ມ ເມື່ອແກ່ເປັນສີນໍ້າຕານ, ປາຍໝາກໂຄ້ງແຫຼມ.
  6. ເອກະສານອ້າງອີງ

A checklist of plants in Lao PDR. 2016. Korea National Arboretum of Korea forest service.

Newman, M. F., S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and Armstrong, K. 2007. A Checklist of the Vascular Plants of Lao PDR. Royal Botanic Garden Edinburgh, Edinburgh.

Xi-wen LiJie LiNorman K. B. Robson & Peter Stevens.2007. Flora of China. Clusiaceae. Vol.13: 38

https://medthai.com/%E0%B8%9A%E0%B8%B8%E0%B8%99%E0%B8%99%E0%B8%B2%E0%B8%84/

http://powo.science.kew.org/taxon/428832-1

https://www.gbif.org/occurrence/gallery?taxon_key=7330039&type_status=TYPE