tmladmin

1 3 4 5 6 7 11

ຈໍາປາປ່າ

  1. ລະຫັດ: LT0559
  2. ຊື່ລາວ: ຈໍາປາປ່າ
  3. ຊື່ວິທະຍາສາດ: Magnolia champaca (L.) Baill. ex Pierre
  4. ຕະກຸນ: MAGNOLIACEAE
  5. ຊື່ການຄ້າ: CHAM PA PA (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຈຳປາປ່າ ເປັນໄມ້ຢືນຕົ້ນຂຽວຕະຫຼອດຂະໜາດໃຫຍ່, ສູງເຖິງ 35 ມ. ລຳຕົ້ນ  ເປືອກນອກ ສີເຖົ່າອົມສີນໍ້າຕານອົມ, ເປືອກໃນ ສີຄີມຈືດ, ເມື່ອເຮົາຕັດ ຫລື ຖາກເປືອກຈະກາຍເປັນສີເຫຼືອງເຂັ້ມທັນທີ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບໄຂ່ແຄບ, ປາຍໃບຮຽວ ຫຼື ແຫຼມ, ໂຄນໃບແຫຼມ ຫຼື ປູ້, ຂອບໃບລຽບ, ໃບອ່ອນມີຂົນລຽບ, ໃບແກ່ກ້ຽງ ຫຼື ມີຂົນກະຈາຍຫ່າງໆ ໂດຍສະເພາະເສັ້ນໃບເບື້ອງລຸ່ມ, ມີຫູໃບຂະໜາດໃຫຍ່ສີນໍ້າຕານ. ຊໍ່ດອກ ເປັນດອກດຽ່ວອອກຕາມງ່າມໃບ, ສີເຫຼືອງແກມສີສົ້ມ. ກາບດອກ ແລະ ກີບດອກ ມີ 8-12 ອັນ. ເກສອນຜູ້ ມີຈໍານວນຫຼາຍ. ເຕົ້າໄຂ່ ຈັບເທິງຖານດອກ. ໝາກ ຫ້ອຍເປັນພວງລວມກັບແບບຫລວມໆຢູ່ເທີງແກນ, ໝາກຍ່ອຍຮູບໄຂ່ ຫຼື ຂ້ອນຂ້າງກົມ. ແກ່ນ ສີສີແດງເຫຼື້ອມ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ມີສີຂາວແກມເຫຼືອງ, ແກນໄມ້ສີນໍ້າຕານເຂັ້ມ ຫຼື ຂ້ອນຂ້າງດຳ, ຄວາມເຂັ້ມຂອງສີຈະເພີ່ມຂື້ນຕາມອາຍຸ ເມື່ອປະໄວ້ດົນເນື້ອໄມ້ມີສີນໍ້າຕານອອກແດງເຂັ້ມ, ສ້ຽນຊື່ ຫາສ້ຽນສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງບໍ່ລະອຽດ.

ເນື້ອໄມ້ຈຳປີປ່າແກນເຫຼືອງມີສີເຫຼືອງອ່ອນ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ 2-4 ຈຸລັງ (Multiple pore),  ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງມີ Tylose, ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນຂະໜາດໃຫຍ່, ພາເຣງຄິມາ (Parenchyma) ແບບເປັນແຖບ Boundary.

  1. ການນໍາໃຊ້: ມອກໄມ້ເປັນສີນໍ້າຕານຈືດ, ແກນໄມ້ເປັນສີ ສີນໍ້າຕານເຂັ້ມ ຫຼື ຂ້ອນຂ້າງດຳລາຍສວຍງາມ ແລະ ລະອຽດ. ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຟີນີເຈີຕ່າງໆ ລະດັບດີ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບເຂດສູງ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 1000–2000 ມ.
  3. ການກະຈາຍພັນ: ໄທ, ສໍາລັບ ສປປ ລາວ ພົບເຫັນຢູ່ ເມືອງຮ້ຽມ ແຂວງຫົວພັນ, ເມືອງຄູນ ແລະ ເມືອງໝອກ ແຂວງຊຽງຂວາງ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ໃນເມື່ອກ່ອນໄມ້ຈຳປີປ່າພົບເຫັນຫຼາຍ ແຕ່ໃນປັດຈຸບັນມີແນວໂນ້ມໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ສ່ວນຫຼາຍແມ່ນຖືກຕັດເພື່ອເອົາມາເຮັດການກໍ່ສ້າງເຮືອນ, ຄ້າຂາຍ ແລະ ພື້ນທີ່ຊະນິດນີ້ເກີດ ຖືກທຳລາຍເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ, ກໍ່ສ້າງໂຄງລ່າງພື້ນຖານ.
  5. ໝາຍເຫດ: ໄມ້ຈຳປີປ່າ ແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດ ມີຫູໃບຂະໜາດໃຫຍ່ ມີຂົນສີນໍ້າຕານ ໂດຍສະເພາະປາຍຍອດອ່ອນ, ດອກສີຂາວ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://www.google.com/search?q=Magnolia+baillonii

ຈໍາປີປ່າ

  1. ລະຫັດ: LT0558
  2. ຊື່ລາວ: ຈໍາປີປ່າ
  3. ຊື່ວິທະຍາສາດ: Magnolia baillonii Pierre
  4. ຕະກຸນ: MAGNOLIACEAE
  5. ຊື່ການຄ້າ: CHAM PI PA (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຈຳປີປ່າ ເປັນໄມ້ຢືນຕົ້ນຂຽວຕະຫຼອດປີຂະໜາດໃຫຍ່, ສູງເຖິງ 40 ມ. ລຳຕົ້ນ  ເປືອກນອກ ສີນໍ້າຕານອົມເທົາ, ເປືອກໃນ ສີ ສີນໍ້າຕານອົມແດງ. ໃບ ເປັນໃບດ່ຽວ, ຈັບແບບຮຽງສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ປາຍໃບແຫຼມ, ໂຄນໃບແຫຼມ ຫຼື ປູ້, ຂອບໃບລຽບ, ໃບອ່ອນປົກຄຸມດ້ວຍຂົນສີນໍ້າເງີນລຽບ, ໃບແກ່ເປັນສີຂຽວເຂັ້ມ ແລະ ເຫຼື້ອມ, ກ້ຽງ, ມີຫູໃບຂະໜາດໃຫຍ່ສີນໍ້າຕານ. ຊໍ່ດອກ ເປັນດອກດຽ່ວອອກຕາມງ່າມໃບ, ສີຂາວ. ກາບດອກ ແລະ ກີບດອກ ມີ 12-18 ອັນ, ສ່ວນຢູ່ຊັ້ນນອກ ຈະເປັນຮູບຫອກ, ຊັ້ນໃນຮູບແຄບ. ເກສອນຜູ້ ມີຈໍານວນຫຼາຍ. ເຕົ້າໄຂ່ ຈັບເທິງ. ໝາກ ເປັນເປັນໝາກກຸ່ມລວມຢູ່ເທີງແກນ, ໝາກຍ່ອຍຮູບໄຂ່ ຫຼື ຂ້ອນຂ້າງກົມ. ແກ່ນ ສີສີແດງເຫຼື້ອມ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຈຳປີປ່າແກນດຳ ມີສີນໍ້ານຕານອອກດຳ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ 2-4 ຈຸລັງ (Multiple pore),  ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ພາຍໃນມີສານສະກັດແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ Boundary.

  1. ການນໍາໃຊ້: ມອກໄມ້ເປັນສີນໍ້າຕານຈືດ, ແກນໄມ້ເປັນສີ ສີນໍ້າຕານເຂັ້ມ ຫຼື ຂ້ອນຂ້າງດຳລາຍສວຍງາມ ແລະ ລະອຽດ. ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຟີນີເຈີຕ່າງໆ ລະດັບດີ ຫຼື ແກະສະຫຼັກຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບເຂດສູງ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 1000–2000 ມ.
  3. ການກະຈາຍພັນ: ໄທ, ສໍາລັບ ສປປ ລາວ ພົບເຫັນຢູ່ ເມືອງຮ້ຽມ ແຂວງຫົວພັນ, ເມືອງຄູນ ແລະ ເມືອງໝອກ ແຂວງຊຽງຂວາງ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ໃນເມື່ອກ່ອນໄມ້ຈຳປີປ່າພົບເຫັນຫຼາຍ ແຕ່ໃນປັດຈຸບັນມີແນວໂນ້ມໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ສ່ວນຫຼາຍແມ່ນຖືກຕັດເພື່ອເອົາມາເຮັດການກໍ່ສ້າງເຮືອນ, ຄ້າຂາຍ ແລະ ພື້ນທີ່ຊະນິດນີ້ເກີດ ຖືກທຳລາຍເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ, ກໍ່ສ້າງໂຄງລ່າງພື້ນຖານ.
  5. ໝາຍເຫດ: ໄມ້ຈຳປີປ່າ ແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດ ມີຫູໃບຂະໜາດໃຫຍ່ ມີຂົນສີນໍ້າຕານ ໂດຍສະເພາະປາຍຍອດອ່ອນ, ດອກສີຂາວ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

Simon Gardner and at all, 2000. A Field Guide to Forest Trees of Northern Thailand.

https://www.google.com/search?q=Magnolia+baillonii

 

 

 

 

 

 

ໝີ່ຫອມ

  1. ລະຫັດ: LT0548
  2. ຊື່ລາວ: ໝີ່ຫອມ, ບົງຂາວ
  3. ຊື່ວິທະຍາສາດ: Litsea monopetala (Roxb.) Pers.
  4. ຕະກຸນ: LAURACEAE
  5. ຊື່ການຄ້າ: MI HOM (LA), BELEUY SLEUK THOM (KH), MEDANG (MY), ONDON-LAUKYA (MM), BOI LOI GIAY (VN),
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນ, ສູງ 10–15 ແມັດ. ລຳຕົ້ນກົມ, ເປືອກສີເທົາ, ມີຢາງໄສ ແລະ ໜຽວ, ມີກິ່ນຫອມ, ກິ່ງງ່າອ່ອນມີຂົນ    ໜາແໜ້ນ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່ປິ້ນ, ໂຄນໃບມົນ, ຂອບໃບລຽບ, ປາຍໃບມົນ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມກິ່ງງ່າ ແລະ ງາມໃບ, ມີ 4–6 ດອກ ຫຼື ຫຼາຍກວ່ານັ້ນ. ວົງກີບດອກມີ 5 ຫຼື 6 ກີບ, ສີເຫຼືອງປົນສີຂາວ. ເກສອນຜູ້ມີ 9 ອັນ, ຮຽງກັນເປັນ 3 ວົງ.        ໝາກຄ້າຍຄືຮູບໄຂ່ຍາວ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ມອກໄມ້ມີສີນ້ຳຕານປົນສີເທົາ, ແກນໄມ້ເປັນສີແດງປົນສີດຳ ຫຼື ອອກສີນໍ້າຕານແດງປົນສີດຳ, ຄວາມເຂັ້ມຂອງສີຈະເພີ່ມຂຶ້ນຕາມອາຍຸຂອງຕົ້ນໄມ້ ເມື່ອປະໄວ້ດົນເນື້ອໄມ້ຈະມີສີເຂັ້ມຂຶ້ນເລື້ອຍໆ, ສ້ຽນຊື່ ຫາສ້ຽນສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງບໍ່ລະອຽດ. ລັກສະນະໂຄງສ້າງພາຍໃນເນື້ອໄມ້: ຈຸລັງ Vessels ມີຂະໜາດໃຫຍ່ ເຫັນດ້ວຍຕາເປົ່າ ແລະ ມີຈຳນວນຫຼາຍ ກະຈາຍແບບ Diffuse porous, ຮຽງຕົວແບບ radial rows of 2-4 or more (few) ພາຍໃນມີສານສະກັດ ແບບ Deposit ຢູ່ໃນ Vessel. ຈຸລັງ Parenchyma ຮຽງຕົວແບບ diffuse-in-aggregates, Aliform ແລະ confluent ຍາວຕໍ່ເນື່ອງກັນ. ຈຸລັງ Rays ມີລັກສະນະ Rays narrow. Large rays commonly less than 1 mm high..

  1. ການນໍາໃຊ້: ເປືອກບົງຂາວນຳໃຊ້ເຮັດທູບບູຊາ, ເຮັດທູບກັນຍຸງ. ໃຊ້ຕາບ ຫຼື ຈອດຮອຍຮົ່ວ, ໃຊ້ທາໄມ້ເພື່ອປ້ອງກັນປວກ ແລະ ມອດ. ໃນສະໄໝກ່ອນ ຄົນບູຮານໄດ້ນຳໃຊ້ເປືອກບົງຂາວປະສົມກັບດິນແລ້ວປັ້ນເປັນຮູບປັ້ນ, ຮູບຫລໍ່ ໃນການສ້າງວັດວາອາຮາມ ຫຼື ເຮັດເຄື່ອງໃຊ້ສວຍເຊັ່ນ: ປັ້ນໝໍ້, ຫລໍ່ໄຫ ແລະ ອື່ນໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນຕາມແຄມທາງປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 1500 ມ.
  3. ການກະຈາຍພັນ: ພົບໃນເຂດປະເທດບູຖານ, ອິນເດຍ, ບູຖານ, ປາກິດສະຖານ, ມ່ຽນມ້າ, ໄທ, ຫວຽດນາມ, ເນປານ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຫຼວງພະບາງ, ວຽງຈັນ, ຈຳປາສັກ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ LC ຂອງ Red list of IUCN. ເປັນໄມ້ທີ່ພົບເຫັນຕາເຂດປ່າດົງດິບ, ປ່າປະສົມ, ແຕ່ໃນປັດຈຸບັນ ຖືກຕັດເພື່ອ ເປັນສິນຄ້າຕ່າງໆ.
  5. ໝາຍເຫດ: ໄມ້ໝີ່ຫອມຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງເປືອກມີຢາງໄສ ແລະ ໜຽວ, ມີກິ່ນຫອມ, ກິ່ງງ່າອ່ອນມີຂົນໜາແໜ້ນ. ຊໍ່ດອກແບບດິ້ວຄັນຮົ່ມ, ມີ 4–6 ດອກ ຫຼື ຫຼາຍກວ່ານັ້ນ. ວົງກີບດອກມີ 5 ຫຼື 6 ກີບ. ເກສອນຜູ້ມີ 9 ອັນ, ຮຽງກັນເປັນ 3 ວົງ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.efloras.org/florataxon.aspx?flora_id=2&taxon_id=200008870

https://www.iucnredlist.org/search?query=Cinnamomum%20aromaticum&searchType=species

https://padme.rbge.org.uk/laos/list/Lauraceae/Litsea

https://www.phakhaolao.la/kb/0000371?q=Litsea%20monopetala&p=search

http://www.plantsoftheworldonline.org/taxon/urn:lsid:ipni.org:names:465855-1

 

 

 

 

 

 

ໝີ່ດົງ

  1. ລະຫັດ: LT0542
  2. ຊື່ລາວ: ໝີ່ດົງ
  3. ຊື່ວິທະຍາສາດ: Litsea glutinosa (Lour.) C.B.Rob.
  4. ຕະກຸນ: LAURACEAE
  5. ຊື່ການຄ້າ: MI DONG (LA), KROPUL BAI (KH), MI MEN (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນ, ສູງເຖິງ 15 ມ. ລຳຕົ້ນກົມ, ເປືອກສີເທົາເຂັ້ມ, ກິ່ງງ່າອ່ອນມີຂົນສີເທົາປົນສີເຫຼືອງ. ໃບເປັນໃບດ່ຽວ, ອອກແບບສະຫຼັບ, ຮູບໄຂ່ປິ້ນ, ຮູບໄຂ່ປິ້ນຫາຮູບຂອບຂະໜານ ຫຼື ຮູບຮີຫາຮູບຫອກ, ໂຄນໃບຮູບຫຼິ່ມ ຫຼື ມົນ, ຂອບໃບລຽບ, ປາຍໃບມົນ ຫຼື ກົມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວ, ມີຂົນອ່ອນນຸ້ມທັງສອງດ້ານ, ກ່າງໃບຂັ້ນສອງມີ 5–12 ຄູ່. ຊໍ່ດອກແບບດິ້ວຄັນຮົ່ມ, ມີ 1–3 ດອກ, ອອກຢູ່ຕາມງ່າມໃບ. ເກສອນຜູ້ມີຫຼາຍ 15 ຫຼື ຫຼາຍກວ່ານັ້ນ. ໝາກກົມ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ໝີ່ດົງ ມີສີນໍ້າຕານປົນເທົ່າ, ມີສ້ຽນສົນ ແລະ ເປັນຄື້ນ, ເນື້ອໄມ້ລະອຽດສະໝໍ່າສະເໝີ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15.  ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບ ຄູ່ແຝດ (Multiple pore) ແລະ ມີ ການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເປົ່າ, ມີສານສະກັດ ແບບ tylose, ເສັ້ນ (Ray) ເຫັນຊັດເຈນມີສານ Deposit ສີຂາວແຊກໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ Vasicentric parenchyma.

  1. ການນໍາໃຊ້: ເປັນພືດທີ່ນຳໄປໃຊ້ເປັນສ່ວນປະກອບຂອງຢາຕ່າງໆ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນຕາມແຄມທາງປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 500–1900 ມ.
  3. ການກະຈາຍພັນ: ພົບໃນເຂດປະເທດບູຖານ, ອິນເດຍ, ມ່ຽນມ້າ, ໄທ, ຫວຽດນາມ, ເນປານ, ຟິລິບປິນ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຫົວພັນ, ຊຽງຂວາງ, ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນໄມ້ປະເພດ LC ຂອງ Red list of IUCN. ເປັນໄມ້ທີ່ພົບເຫັນຫຼາຍຕາມແຄມທາງເຂດປ່າດົງດິບ, ປ່າປະສົມ, ແຕ່ໃນປັດຈຸບັນ ຖືກຕັດເພື່ອ ເປັນສ່ວນປະກອບຂອງຢາ.
  5. ໝາຍເຫດ: ໄມ້ແຄນາງຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງກິ່ງງ່າອ່ອນມີຂົນສີເທົາປົນສີເຫຼືອງ, ແຜ່ນໃບໜາຄ້າຍຄືໜັງ, ມີຂົນອ່ອນນຸ້ມທັງສອງດ້ານ. ເກສອນຜູ້ມີຫຼາຍ 15 ຫຼື ຫຼາຍກວ່ານັ້ນ. ໝາກກົມ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.efloras.org/florataxon.aspx?flora_id=2&taxon_id=200008844

https://www.iucnredlist.org/search?query=Cinnamomum%20aromaticum&searchType=species

https://padme.rbge.org.uk/laos/list/Lauraceae/Litsea

http://www.plantsoftheworldonline.org/taxon/urn:lsid:ipni.org:names:465709-1

 

 

 

 

 

ສີໄຄຕົ້ນ

  1. ລະຫັດ: LT0541
  2. ຊື່ລາວ: ສີໄຄຕົ້ນ
  3. ຊື່ວິທະຍາສາດ: Litsea cubeba (Lour.) Pers.
  4. ຕະກຸນ: LAURACEAE
  5. ຊື່ການຄ້າ: SI KHAI TON
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຢືນຕົ້ນ, ສູງເຖິງ 10 ມ, ລໍາຕົ້ນ, ໃບ ແລະ ໝາກມີກິນຫອມ. ລຳຕົ້ນກົມ, ເປືອກເວລາຍັງອ່ອນເປັນສີຂຽວປົນສີເຫຼືອງອ່ອນ, ແກ່ແລ້ວອອກສີເທົາເຂັ້ມ, ກ້ຽງ. ໃບເປັນໃບດ່ຽວ, ອອກແບບສະຫຼັບ, ຮູບໄຂ່ແຄບ ຫຼື ຮູບຫອກ, ໂຄນໃບຮູບຫຼິ່ມ, ຂອບໃບເປັນຄື້ນ, ປາຍໃບຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນປົນສີເທົາ, ກ່າງໃບຂັ້ນສອງມີ 7–10 ຄູ່. ຊໍ່ດອກແບບດິ້ວຄັນຮົ່ມ ຫຼື ກະຈຸກ, ມີ 4–6 ດອກ, ອອກຢູ່ຕາມກິ່ງງ່າ ຫຼື ຕາມງ່າມໃບ. ດອກສົມບູນເພດ, ສີຂາວ, ເມື່ອດອກແກ່ເປັນສີເຫຼືອງ. ໃບປະດັບດອກມີ 4 ອັນ. ກີບລວມມີ 6 ກາບ. ເກສອນຜູ້ມີຫຼາຍອັນ. ເຕົ້າໄຂ່ຈັບເທິງ, ກ້ຽງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ສີໄຄຕົ້ນມີສີເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ (Multiple pore),  ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍຫາປານກາງ ມີສານສະກັດ ແບບ tylose , ເສັ້ນ (Ray) ເຫັນຂ້ອນຂ້າງຊັດເຈນບາງເສັ້ນບໍ່ທອດຍາວຕໍ່ເນື່ອງ ມີສານສະກັດຕົກຄ້າງແບບ Deposit ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ Diffuse Parenchyma.

  1. ການນໍາໃຊ້: ເປັນໄມ້ທີ່ນິຍົມເອົາເປືອກ, ແກນໄມ້, ຮາກ, ໃບ ໄປສະກັດເອົາສານນ້ຳຫອມຕ່າງໆ ຫຼື ເປັນສວ່ນປະສົມຂອງອາຫານ, ນຳໄປໃຊ້ເປັນສ່ວນປະກອບຂອງຢາ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນຕາມແຄມທາງປ່າດົງດິບ, ປ່າປະສົມ, ປ່າຂັ້ນສອງ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 500–1200 ມ.
  3. ການກະຈາຍພັນ: ພົບໃນເຂດປະເທດຈີນ ແລະ ເຂດອາຊີຕາເວັນອອກສຽງໃຈ້. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ.
  4. ສະພາບການອະນຸລັກ: ເປັນໄມ້ທີ່ພົບເຫັນຫຼາຍຕາມແຄມທາງເຂດດົງດິບ, ປ່າປະສົມ, ປ່າຂັນສອງ ແຕ່ໃນປັດຈຸບັນ ຖືກຕັດເພື່ອເອົາເປືອກ, ເນື້ອໄມ້ ແລະ ຮາກ ໄປສະກັດເອົານ້ຳມັນຫອມລະເຫີຍ ແລະ ນຳໃຊ້ເປັນສ່ວນປະກອບຂອງຢາ.
  5. ໝາຍເຫດ: ໄມ້ແຄນາງຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງເປືອກເວລາຍັງອ່ອນເປັນສີຂຽວປົນສີເຫຼືອງອ່ອນ, ແກ່ແລ້ວອອກສີເທົາເຂັ້ມ. ຊໍ່ດອກແບບດິ້ວຄັນຮົ່ມ ຫຼື ກະຈຸກ, ມີ 4–6 ດອກ, ກີບລວມມີ 6 ກາບ.
  6. ເອກະສານອ້າງອີງ

ສຸລິວັນ ຫຼ້າໜໍ່ສະຫວັນ, ວິຈິດ ລຳໄຊ, ຄຳຟ້າ ຈັນທະວົງສາ ແລະ ແກ້ວອຸດອນ ສຸວັນນະກຸມມານ (2021). ຄູ່ມືພາກສະໜາມ ຊະນິດພືດໃນເຂດປ່າສະຫງວນພູຈອມວອຍ ແຂວງບໍລິຄຳໄຊ.

Forest Research Institute Malasia, (2019). Equivalent Timber Name in Asian.

http://www.efloras.org/florataxon.aspx?flora_id=2&taxon_id=200008831

https://padme.rbge.org.uk/laos/list/Lauraceae/Litsea

http://www.plantsoftheworldonline.org/taxon/urn:lsid:ipni.org:names:465621-1)

 

 

 

 

ກໍ່ສາກ

  1. ລະຫັດ: LT0536
  2. ຊື່ລາວ: ກໍ່ສາກ
  3. ຊື່ວິທະຍາສາດ: Lithocarpus truncatus (King ex Hook.f.) Rehder.
  4. ຕະກຸນ: FAGACEAE
  5. ຊື່ການຄ້າ (Trade names) : KHOS (KH), KOR KOR SAK (LA)
    Common names: KOR DIEAW (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ເປັນໄມ້ຕົ້ນສູງ 10 ມ, ເປັນໄມ້ຢືນຕົ້ນຂຽວຕະຫຼອດປີເຕີບໂຕຊ້າ, ເປືອກສີຂີ້ເທົ່າ, ມີຮອຍແຕກບາງເລັກນ້ອຍ. ໃບ: ໃບດ່ຽວ, ຮຽງສະລັບ, ເປັນຮູບຂະໜານ ຫຼື ຮູບໃບຫອກກັບ, ໃບອ່ອນສີແດງເຂັ້ມມີຂົນສີນໍ້າຕານ, ໃບແກ່ເຫຼື້ອມເປັນ, ປາຍໃບແຫຼມຍາວ ແລະ ກົກໃບແຄບ.  ດອກ: ດອກເປັນຊໍ່ຍາວ, ສ່ວນຫລາຍແຕກເປັນຂະແໜງ. ການອອກດອກ: ເດືອນເມສາ-ເດືອນມີຖຸນາ. ໝາກ:  ໝາກຕິດກັນເປັນກຸ່ມ, ໜາ ແລະ ມີເນື້ອແຂງ, ໝາກຮູບຈວຍກາບຫຸ້ມໝາກເກືອບທັງໝົດໜ່ວຍຍົກເວັ້ນຊ່ວງປາຍ, ເກັດເຊື່່ອມຕິດກັນ ແລະ ປົກຄຸມເກືອບທັງໝົດ ການອອກ ໝາກ: ເດືອນກໍລະກົດ-ເດືອນຕຸລາ

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ກໍ່ສັກ ມີສີນໍ້າຕານໄໝ້ເຂັ້ມມີ, ສ້ຽນຊື່ ຫາສົນເລັກໜ້ອຍ, ເນື້ອໄມ້ຂ້ອນຂ້າງຫຍາບ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore),  ແບບຂອງການຮຽງຕົວແບບພໍຣ໌ລູກໂສ້ ,  ພໍຣ໌ມີຂະໜາດໃຫຍ່ມີ Tylose, ເສັ້ນ (Ray) ເຫັນເປັນເສັ້ນນ້ອຍຖີ່ໆຊັດເຈນ ສະຫຼັບກັບ Multiseriate ray ເປັນແຖບໃຫຍ່ສີຂາວ (ສາມາດເຫັນດ້ວຍຕາເປົ່າ) ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບຕິດພໍຣ໌ ເປັນແຖວແຄບໆ Fine line ຕັດຜ່ານເສັ້ນເຣຕາມແລວ Tangential ລັກສະນະເປັນຄື້ນ.

  1. ການນໍາໃຊ້: ເປັນໄມ້ເນື້ື້ອແຂງ ແລະ ໜັກ, ເພິ່ນນິຍົມນໍາໃຊ້ເປັນໄມ້ຟືນ, ໃຊ້ເຮັດຖ່ານ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນລັກສະນະປ່າປ່າດົງດິບແລ້ງຕາມລະດັບຄວາມສູງຈາກກລະດັບນໍ້າທະເລ 1203 ມ.
  3. ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ ປະເທດມຽນມາ, ໄທ, ຫວຽດນາມ, ອິນເດຍ ແລະ ພາກໃຕ້ຂອງ ສປ ຈີນ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຫົວພັນ, ແຂວງ ຊຽງຂວາງ ແລະ ຈໍາປາສັກ
  4. ສະພາບການອະນຸລັກ: ເປັນໄມ້ປະເພດບໍມີໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້.
  5. ໝາຍເຫດ: ຈະສັງເກດເຫັນໄດ້ງ່າຍ ປາຍໃບແຫຼມຍາວ, ໝາກຮູບຈວຍຫຸ້ມໝາກເກືອບທັງໝົດໜ່ວຍ ຍົກເວັ້ນຊ່ວນປາຍ, ເກັດເຊື່່ອມຕິດກັນ.
  6. ເອກະສານອ້າງອີງ

Forest Research Institute Malasia, (2019). Equivalent Timber Name in Asian.

http://www.dnp.go.th/botany/PDF/publications/saranukrom.pdf

http://www.plantsoftheworldonline.org/taxon/urn:lsid:ipni.org:names:359034-1

https://padme.rbge.org.uk/laos/list/Fagaceae/Lithocarpus

https://www.nhbs.com/field-guide-to-forest-trees-of-northern-thailand-book

 

ເປືອຍດອກຂາວ

  1. ລະຫັດ: LT0496
  2. ຊື່ລາວ: ເປືອຍດອກຂາວ
  3. ຊື່ວິທະຍາສາດ: Lagerstroemia tomentosaPresl
  4. ຕະກຸນ: LYTHRACEAE
  5. ຊື່ການຄ້າ: PUAY DOK KHAO (LA), LEZA (MM), LEZA WOOD (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ເປືອຍດອກຂາວ ເປັນໄມ້ຢືນຕົ້ນຜັດໃບຂະໜາດໃຫຍ່, ສູງເຖິງ 35 ມ, ເຮືອນຍອດແຄບ ແລະ ກີ່ງງ່າຮຽວຍາວ. ລໍາ ຊື່,. ເປືອກ ແຕກສີ່ຫຼ່ຽມ ຫຼື ແຕກເປັນແແຜ່ນບາງໆ, ສີຂີ້ເຖົ່າປົນສີນໍ້າຕານ, ມີຮອຍແຜເປືອກທີ່ເປັນເກັດລອກອອກເປັນຕາມົນ ຫລາຍຂະໜາດ, ເປືອກໃນບາງ, ມີຊັ້ນສີນໍ້າຕານ ແລະ ຊັ້ນສີຂາວ. ໃບ ດ່ຽວ, ຮຽງກົງກັນຂ້າມ, ຮູບໃບຫອກ, ປາຍໃບແຫຼມ ແລະ ກົກໃບປູ້ ຫຼື ມົນ. ໃບອ່ອນສີ ເຫຼືອງ ປົນແດງ, ກ້ຽງ. ຊໍ່ດອກ ອອກເປັນກຸ່ມຢູ່ປາຍກີ່ງ. ດອກ ດອກເປັນສີຂາວ, ມີຂົນສີເຫຼືອງປົກຄຸມ, ກາບດອກ ມີ 5-6 ແຊກ, ມີ 10-12 ສັນ, ກີບດອກມົນ, ກ້ານກີບຮຽວຍາວ, ເກສອນຜູ້ ມີ 6-7 ອັນ, ເກສອນແມ່ມີຂົນ. ໝາກ ແຫ້ງແຕກ, ຮູບມົນ ຫຼື ຮູບໄຂ່, ສີນໍ້າຕານເຂັ້ມ, ກ້ຽງ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ລັກສະນະເນື້ອໄມ້ ມອກໄມ້ ແລະ ແກນໄມ້ແຕກຕ່າງກັນ, ມອກໄມ້ມີສີຂາວແກມສີຊົມພູອ່ອນ ແກນໄມ້ມີສີເຖົ່າແກມນໍ້າຕານເລັກນ້ອຍ, ເນື້ອໄມ້ລະອຽດ, ມີສ້ຽນຊື່, ໃສ່ກົບຕົບແຕ່ງ ແລະ ຕອກຕະປູງ່າຍ, ຄຸນສົມບັດດ້ານແຮງກົ່ງ: 1219 kg/cm2, ຄວາມໜາແໜ້ນ: 680 kg/m3 ຄວາມທົນທານ: 9 ປີ. ລັກສະນະໂຄງສ້າງເນື້ອໄມ້ ຈຸລັງ Vessels ກະຈາຍແບບ Diffuse porous wood ແລະ semi ring porous, ຮຽງຕົວແບບ Solitary ເປັນສ່ວນໃຫຍ່ ແລະ ແບບ multiple 2-7 ພຽງເລັກນ້ອຍ, ພາຍໃນມີສານສະກັດບາງຈໍານວນແບບ Tylose, ຈຸລັງ Parenchyma ຮຽງຕົວແບບ Banded ແລະ Scanty. ຈຸລັງ Rays ມີລັກສະນະ Uniseriate rays ເຫັນບໍ່ຊັດເຈນ.

  1. ການນໍາໃຊ້: ໄມ້ໃຊ້ກໍ່ສ້າງທົ່ວໄປ, ຕົບແຕ່ງພາຍໃນ, ປູກເປັນໄມ້ໃຫ້ຮົ່ມ, ໄມ້ປະດັບ, ໄມ້ອັດ, ແກະສະລັກ, ແປ້ນປູພື້ນ, ເຮັດເຮືອ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າເຂດຕໍ່າ, ປ່າປະສົມ, ປ່າຂັ້ນສອງ. ມີຄວາມສູງຈາກລະດັບໜ້ານໍ້າທະເລແຕ່ 219 ມ ຂື້ນໄປ.
  3. ການກະຈາຍພັນ: ພົບເຫັນຢູ່ປະເທດຈີນ, ມ້ຽນມ່າ, ໄທ, ຫວຽດນາມ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຫຼວງພະບາງ, ຄຳມ່ວນ ແລະ ເມືອງປະທຸມພອນ ແຂວງຈຳປາສັກ.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ໃນບັນຊີ II ຂອງຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ ສະບັບເລກທີ 0448/ກປ. ເປັນຊະນິດທີ່ມີທົ່ວໄປບໍ່ໄດ້ຮັບການປະເມີນ (NE) ຂອງ Red list of IUCN
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍໂດຍສັງເກດເບີ່ງເປືອກ ສີນໍ້າຕານປົນສີຂີ້ເຖົ່າ, ມີຮອຍແຜເປືອກທີ່ເປັນເກັດລອກອອກເປັນຕາມົນ ຫລາຍຂະໜາດ, ດອກສີຂາວ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ 1, 2 ແລະ 3 ສະບັບເລກທີ 0448/ກປ, ລົງວັນທີ 6 ເມສາ 2021

https://www.iucnredlist.org/search?query=Lagerstroemia%20tomentosa

https://www.google.com/search?q=Lagerstroemia+tomentosa

http://www.efloras.org/florataxon.aspx?flora_id=2&taxon_id=200014652

https://padme.rbge.org.uk/laos/list/Lythraceae

 

ເປືອຍແດງນ້ອຍ

  1. ລະຫັດ: LT0490
  2. ຊື່ລາວ: ເປືອຍແດງນ້ອຍ, ເປືອຍອອນ
  3. ຊື່ວິທະຍາສາດ: Lagerstroemia floribunda Jack
  4. ຕະກຸນ: LYTHRACEAE
  5. ຊື່ການຄ້າ: PUAY DEANG NOI (LA), BUNGOR (MY)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ເປືອຍແດງນ້ອຍ ເປັນໄມ້ຢືນຕົ້ນຜັດໃບ, ສູງເຖິງ 25 ມ, ລໍາຕົ້ນຊື່,. ເປືອກ ລຽບ ຫຼື ລອກເປັນແຜ່ນບາງໆ, ສີນໍ້າຕານປົນສີແດງແລະສີຂີ້ເຖົ່າ. ໃບ ດ່ຽວ, ຮຽງສະຫຼັບ, ເປັນຮູບຮີ ຫຼື ຮູບໃບຫອກ, ປາຍໃບແຫຼມ ແລະ ກົກໃບປູ້ ຫຼື ມົນ. ໃບອ່ອນສີບົວປົນສີນໍ້າຕານ, ມີຂົນ, ໃບແກ່ສີຂຽວເຂັ້ມ, ກ້ຽງ. ຊໍ່ດອກ ອອກເປັນກຸ່ມຢູ່ປາຍກີ່ງ. ດອກ ດອກເປັນສີບົວເຂັ້ມ ຫຼື ມ່ວງ, ກາບດອກ ມີ 10-12 ສັນຍາວ, ມີ 5-6 ແຊກ. ໝາກ ໝາກແຫ້ງແຕກ, ຮູບຂອບຂະໜານ, ສີນໍ້າຕານເຂັ້ມ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ເປືອຍດອກ​ແດງ ມີສີແດງອ່ອນອົມຂາວ ຄ້າຍຄືສີນໍ້າຕານອົມເທົາ, ສ້ຽນຊື່, ເນື້ອໄມ້ລະອຽດປານກາງ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ແຝດ (Multiple pore) ຈຳນວນເລັກນ້ອຍ,  ແບບຂອງການຮຽງຕົວບໍ່ເດັ່ນຊັດ,  ການກະຈາຍເປັນ ແບບມີວົງປີ (Ring porous), ພໍຣ໌ມີຂະໜາດໃຫຍ່ພຽງແຖວດຽວໃນຕົ້ນລະດູ ພາຍໃນພໍຣ໌ ມີ Tylose ເກືອບທຸກພໍຣ໌ ນອກນັ້ນ ມີຂະໜາດນ້ອຍໆ ພາຍໃນມີ Tylose ບາງພໍຣ໌, ເສັ້ນ (Ray) ເຫັນບໍ່ຄ່ອຍຊັດເຈນ, ພາເຣງຄິມາ (Parenchyma) ແບບເປັນເສັ້ນ (Fine Line confluent).

  1. ການນໍາໃຊ້: ໄມ້ໃຊ້ກໍ່ສ້າງທົ່ວໄປ, ຕົບແຕ່ງພາຍໃນ, ປູກເປັນໄມ້ໃຫ້ຮົ່ມ, ໄມ້ປະດັບ, ໄມ້ອັດ, ແກະສະລັກ, ແປ້ນປູພື້ນ, ເຮັດເຮືອ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າເຂດຕໍ່າ, ເນື້ອທີ່ເປີດແປນ, ປາຂັ້ນໜຶ່ງ, ປ່າຂັ້ນສອງ, ປາລຽບແຄມນໍ້າ. ມີຄວາມສູງຈາກລະດັບໜ້ານໍ້າທະເລແຕ່ 112 ມ ຂື້ນໄປ.
  3. ການກະຈາຍພັນ: ພົບເຫັນຢູ່ປະເທດຈີນ, ໄທ, ອິນໂດເນເຊຍ, ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ເມືອງປະທຸມພອນ, ແຂວງຈຳປາສັກ
  4. ສະພາບການອະນຸລັກ: ເປັນຊະນິດໄມ້ໃນບັນຊີ II ຂອງຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ ສະບັບເລກທີ 0448/ກປ. ເປັນຊະນິດທີ່ມີທົ່ວໄປບໍ່ໄດ້ຮັບການປະເມີນ (NE) ຂອງ Red list of IUCN
  5. ໝາຍເຫດ: ໄມ້ຊະນິດນີ້ຈຳແນກໄດ້ງ່າຍໂດຍສັງເກດເບີ່ງເປືອກ ສີນໍ້າຕານປົນສີແດງແລະສີຂີ້ເຖົ່າ, ດອກສີບົວເຂັ້ມຫລືສີມ່ວງ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ 1, 2 ແລະ 3 ສະບັບເລກທີ 0448/ກປ, ລົງວັນທີ 6 ເມສາ 2021

https://www.iucnredlist.org/search?query=Lagerstroemia%20floribunda

https://www.google.com/search?q=Lagerstroemia+floribunda

https://padme.rbge.org.uk/laos/list/Lythraceae

https://asianplant.net/Lythraceae/Lagerstroemia_floribunda.htm

ເປືອຍເປືອກໜາ

  1. ລະຫັດ: LT0487
  2. ຊື່ລາວ: ເປືອຍເປືອກໜາ, ໄມ້ເປືອຍໃຫຍ່, ໄມ້ລ້ານ, ໄມ້ເປືອຍ
  3. ຊື່ວິທະຍາສາດ: Lagerstroemia calyculata Kurz
  4. ຕະກຸນ: LYTHRACEAE
  5. ຊື່ການຄ້າ: PUAY PUAK NA (LA), LEZA-BYU (MM), TA BAEK (TH)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ເປືອຍເປືອກໜາ ເປັນໄມ້ຢືນຕົ້ນຜັດໃບ, ສູງເຖິງ 35 ມ, ລໍາຕົ້ນຊື່, ມັກເປັນພຶງ ຫຼື ມິຮ່ອງໃກ້ກົກ, ມີກິ່ງງ່າສ້ວຍຍາວ, ເຮືອນຍອດຂ້ອນຂ້າງແຄບ ແລະເປັນຮູບຄ້າຍຄືຟອຍກວາດ. ເປືອກ ເປືອກຂອງຕົ້ນອ່ອນເປັນສີຂີ້ເຖົ່າອົມຂຽວ ຫຼື ສີນໍ້າຕານອ່ອນ, ລຽບ ແລະ ລອກອອກເປັນແຜ່ນບາງ, ບາງເທື່ອມີໜາມ. ເປືອກຂອງຕົ້ນແກ່ເປັນສີຂີ້ເຖົ່າອົມຄີມ, ລຽບດີ, ລອກອອກເປັນແຜ່ນບາງ ແລະ ເປັນຮອຍດ່າງສີນໍ້າຕານອົມເຖົ່າ ແລະ ສີຂາວທີ່ບໍ່ສະໝໍ່າສະເໝີ. ກິງງ່າ ກິ່ງງ່າອ່ອນສ້ວຍຍາວ, ມີຂົນ. ໃບ ໃບດ່ຽວ, ຮຽງກົງກັນຂ້າມ, ເປັນຮູບຮີ ຫຼື ຮູບໃບຫອກ, ປາຍໃບແຫຼມ ແລະ ກົກໃບປູ້ ຫຼື ມົນ. ໃບອ່ອນເປັນສີສົ້ມ, ປົກຄຸມດ້ວຍຂົນສີເຫຼືອງຢ່າງໜາແໜ້ນ. ໃບແກ່ດ້ານເທີງກ້ຽງ, ດ້ານລຸ່ມມີຂົນ. ຊໍ່ດອກ ແບບແຕກຂະ ແໜງ, ອອກຕາມປາຍກິ່ງ. ດອກ ດອກເປັນສີຂາວ, ກາບດອກເປັນຮູບຖ້ວຍທີ່ມີ 6 ແຊກ, ມີຂົນສີເຫຼືອງຕາມດ້ານນອກຢ່າງດົກໜາ, ກີບດອກມີ 6 ກີບ, ເປັນສີຂາວ, ຮູບໄຂ່ປີ້ນ. ເກສອນຜູ້ ເກສອນຜູ້ມີຈໍານວນຫຼາຍ, ຂະໜາດບໍ່ສະເໝີກັນ. ເຕົ້າໄຂ່ ຈັບກາງຖານດອກ, ມີ 5 ຫຼື 6 ຫ້ອງ . ໝາກ ໝາກແຫ້ງແຕກ, ຮູບໄຂ່, ມີກາບປົກຫຸ້ມຢູ່ 1/3 ຂອງໝາກ, ເປັນສີຂຽວເວລາຍັງອ່ອນ, ເວລາແກ່ຈະເປັນສີນໍ້າຕານເຂັ້ມ ແລະ ເຫຼື້ອມ, ເວລາແຫ້ງຈະແຕກອອກເປັນ 6 ສ່ວນ. ແກ່ນ  ແກ່ນຂະໜາດນ້ອຍ, 0.5 ຊມ, ມີປີກແຄບ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ລັກສະນະເນື້ອໄມ້ ມອກໄມ້ ແລະ ແກນໄມ້ແຕກຕ່າງກັນ, ມອກໄມ້ມີສີຂາວແກມສີຊົມພູອ່ອນ ແກນໄມ້ມີສີເຖົ່າແກມນໍ້າຕານເລັກນ້ອຍ, ເນື້ອໄມ້ລະອຽດ, ມີສ້ຽນຊື່, ໃສ່ກົບຕົບແຕ່ງ ແລະ ຕອກຕະປູງ່າຍ, ຄຸນສົມບັດດ້ານແຮງກົ່ງ: 1219 kg/cm2, ຄວາມໜາແໜ້ນ: 680 kg/m3 ຄວາມທົນທານ: 9 ປີ. ລັກສະນະໂຄງສ້າງເນື້ອໄມ້ ເນື້ອໄມ້: ເປືອຍເປືອກໜາ, ເປືອຍດອກ​ແດງ ມີສີເທົາ ຫຼືສີນໍ້າຕານອົມເທົາ ສ້ຽນຊື່ ເນື້ອໄມ້ລະອຽດປານກາງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ແຝດ (Multiple pore),  ແບບຂອງການຮຽງຕົວບໍ່ເດັ່ນຊັດ,  ການກະຈາຍເປັນ ແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ບາງ ພໍຣ໌ ມີ Tylose, ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບເປັນແຖບ (Banded confluent).

  1. ການນໍາໃຊ້: ມອກໄມ້ເປັນສີຂາວ, ແກນໄມ້ເປັນສີເຫຼືອງອົມເຖົ່າ ຫຼື ສີນໍ້າຕານ. ເນື້ອໄມ້ມີລາຍເປັນຄື້ນ, ມັກມີຕາ ຫຼື ເປັນໂກນຢູ່ທາງໃນ, ແຕກງ່າຍໃນເວລາທີ່ເລື່ອຍ ຫຼື ອົບແຫ້ງ, ຂັດເງົາເຫຼື້ອມດີ ແລະ ສວຍງາມ. ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ປູພື້ນ, ເຄື່ອງຕົບແຕ່ງພາຍໃນ.
  2. ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມຜັດໃບ, ມັກຢູ່ໃນປ່າເຫຼົ່າປະສົມກັບໄມ້ປ່ອງ, ໃນພື້ນທີ່ທົ່ງພຽງ ແລະ ຕາມເນີນພູ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 800 ມ. ເຕີບໃຫຍ່ໄດ້ໃນຫຼາຍປະເພດດິນ, ມັກຫຼາຍແມ່ນດິນທີ່ມີຊັ້ນດິນໜາ ແລະ ລະບາຍນໍ້າໄດ້ດີ. ບາງຄັ້ງເກີດເປັນກຸ່ມ.
  3. ການກະຈາຍພັນ: ພົບເຫັນຢູ່ ຫວຽດນາມ, ກຳຢູເຈຍ, ໄທ. ສໍາລັບ ສປປ ລາວ ພົບເຫັນຢູ່ເກືອບທຸກແຂວງ ສຳລັບພາກກາງ ແລະ ພາກໃຕ້.
  4. ສະພາບການອະນຸລັກ: ເປັນຊະນິດໄມ້ໃນບັນຊີ II ຂອງຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ ສະບັບເລກທີ 0448/ກປ. ເປັນຊະນິດທີ່ມີທົ່ວໄປບໍ່ໄດ້ຮັບການປະເມີນ (NE) ຂອງ Red list of IUCN
  5. ໝາຍເຫດ: ອີງຕາມທ່ານ Chika Kameda, Viengsamone Thammavong et al. 2019. ໃນປຶ້ມຄູ່ມືພາກສະໜາມ ” A Field Guide To Forest Trees and Plants For Forestry of Central Laos ” ໄດ້ກ່າວໄວ້ວ່າ ໄມ້ເປືອຍເປືອກໜາ Lagerstroemia calyculata Kurz ຄ້າຍຄືໄມ້ເປືອຍເປືອກບາງ (Lagerstroemia cochinchinensis Pierre) ແລະ ໄມ້ເປືອຍຂາວ ( tomentosa C. Presl) ແຕ່ວ່າໄມ້ເປືອຍເປືອກບາງຈະມີດອກທີ່ໃຫຍ່ກວ່າ ແລະ ເປັນສີບົວອົມມ່ວງ, ໄມ້ເປືອຍຂາວຈະມີດອກ ຂາວທີ່ໃຫຍ່ກວ່າ ແລະ ມີ 12 ສັນຕາມກາບດອກ.
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.

Chika Kameda, Viengsamone Thammavong et al. 2019. A Field Guide To Forest Trees and

Plants For Forestry of Central Laos

Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam.

BLUMEA 49: 201–349

https://www.google.com/search?q=Lagerstroemia+calyculata

https://padme.rbge.org.uk/laos/list/Lythraceae

https://www.iucnredlist.org/search?query=Lagerstroemia%20calyculata

ຮິ້ງເກັດໃບຍາວ

  1. ລະຫັດ: LT0479
  2. ຊື່ລາວ: ຮິ້ງ​ເກັດໃບຍາວ, ຮິ້ງ (ເຫຼືອງ)
  3. ຊື່ວິທະຍາສາດ: Keteleeria evelyniana
  4. ຕະກຸນ: PINACEAE
  5. ຊື່ການຄ້າ: HING KET BAI NGAO (LA)
  6. ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
  • ລັກສະນະໂຄງສ້າງພາຍນອກ

ໄມ້ຮິ້ງເກັດໃບຍາວ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ສູງເຖິງ 40 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ. ເປືອກ ເປືອກນອກ ເປັນເກັດ, ສີນໍ້າຕານອົມສີຂີ້ເຖົ່າ, ເປືອກໃນ ສີນໍ້າຕາມອົມມ່ວງ. ໃບ ດ່ຽວ, ຮູບຮຽວແຄບ, ຮຽງສະຫຼັບ ຫຼື ສະຫຼັບຮອບກີ່ງ. ໂຄນໃບ ຮູບຫຼີ້ມ, ປາຍໃບແຫຼມ ຫຼື ມົນ. ດອກ ດອກຜູ້ ເກີດຢູ່ດ້ານຂ້າງ ຫຼື ປາຍຍອດ,  ດອກແມ່ ເປັນໂຄນດ່ຽວ ແລະ ຕັ້ງຂື້ນ. ໂຄນໝາກ ເກີດຢູ່ດ້ານຂ້າງ ຫຼື ປາຍຍອດ, ຮູບໄຂ່ ຫຼື ຮູບທໍ່ກົມ, ຂະໜາດ 12-20 x 3-6 ຊມ, ໂຄນໝາກແກ່ທຸກໆປີ, ແຂງ ເໝືອນເນື້ອໄມ້, ມີຄວາມທົນທານ, ເກັດໂຄນໝາກຮູບດອກຈັນ, ກົກເກັດເກືອບຄືຮູບຕິ່ງຫູ, ຂອບເກັດຮູບແຂ້ວ. ແກ່ນ ເຫຼື້ອມ, ສີເຫຼືອງ-ສີນໍ້າຕານ, ຮູບໄຂ່, ຍາວເຖີງ 26 ມມ, ປະກອບດ້ວຍຕ່ອມນໍ້າມັນຂະໜາດໃຫຍ່ ແລະ ມີປີກ.

  • ລັກສະນະໂຄງສ້າງພາຍໃນເນື້ອໄມ້

ເນື້ອໄມ້ຮິ້ງເກັດໃບຍາວ ມີສີນໍ້າຕານເຂັ້ມ ສ້ຽນຊື່ ເນື້ອໄມ້ລະອຽດ, ມີລາຍສີເຂັ້ມກ່ວາສີພື້ນ, ໜຽວ ແລະ ອ່ອນ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Hand lens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີທໍ່ນໍ້າຢາງ (ນໍ້າມັນ) ເປັຈຸດຂາວໆກະຈາຍຢູ່ທົວໜ້າຕັດເຂດໄມ້ຕົ້ນລະດູ, ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ແລະ ບໍ່ສາມາດເຫັນ ພາເຣງຄິມາ.

  1. ການນໍາໃຊ້: ເນື້ອໄມ້ມີຄວາມທົນທານຕໍ່ການເນົ່າເປື່ອຍ ແລະ ປວກ, ນຳໃຊ້ງ່າຍ ແລະ ຂ້ອນຂ້າງໄວ, ໃຊ້ສຳຫຼັບວຽກກໍ່ສ້າງເຮືອນ, ເຮືອ, ແປ້ນປູ, ມຸງຫຼັງຄາ, ເຄື່ອງຕົບແຕ່ງພາຍໃນ, ຢາງຂອງເປືອກໃຊ້ເປັນຢາພື້ນເມືອງ, ນໍ້າມັນຂອງແກ່ນໃຊ້ເປັນເຊື້ອເພີງ, ທູບ, ເຮັດສະບູ່, ຍອດອ່ອນໃຊ້ເຮັດເຈັ້ຍ.
  2. ແຫຼ່ງທີ່ຢູ່ອາໃສ: ໄມ້ຮິ້ງເກັດໃບຍາວ ຫຼື ຮິ້ງເຫຼືອງ ເປັນໄມ້ທີ່ພົບເຫັນໃນປ່າຂັ້ນໜຶ່ງ ແລະ ຂັ້ນສອງ ໃນປ່າດົງດິບຊຸ່ມຊື່ນ, ປ່າປະສົມໃບເຂັມ-ໃບກວ້າງ ມັກພົບເຫັນປົນກັບປ່າກໍ່, ບາງຄັ້ງພົບເຫັນໃນແຄມນໍ້າ, ປ່າໂຄກເຂດສູງ, ປ່າຮ່ອມພູ, ຄວາມສູງຈາກລະດັບໜ້ານໍ້າທະເລ ແຕ່ (500-) 800-1600 (-2000 ມ).
  3. ການກະຈາຍພັນ: ພາກໃຕ້ຈີນ, ພະມ້າ, ໄທ, ກຳປູເຈຍ, ຫວຽດນາມ, ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄຳມ່ວນ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື
  4. ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ກໍາລັງຖືກຄຸກຄາມ VU ຂອງ Red list of IUCN.
  5. ໝາຍເຫດ: ໄມ້ຮິ້ງເກັດໃບຍາວ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເປືອກເປັນເກັດ, ໃບຮູບແຂບ, ໂຄນໝາກຮູບທໍ່ກົມຍາວ ແລະ ຕັ້ງຂື້ນ,
  6. ເອກະສານອ້າງອີງ

ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,

ລົງວັນທີ 6 ເມສາ 2021.

Hoang Van Sam, Khamseng Nanthavong, Keßler, P.J.A., 2004. Trees of Laos and Vietnam

Lehmann, Greijmans & Shenman, 2003. Field guide to Forests and Trees of the Central Highlands of Xieng Khouang Lao P.D.R.

https://padme.rbge.org.uk/laos/list/Pinaceae

https://www.iucnredlist.org/search?query=Keteleeria%20evelyniana

 

1 3 4 5 6 7 11