tmladmin
ກະຈະລິມຊຳ
- ລະຫັດ: LT0380
- ຊື່ລາວ: ກະຈະ, ກະຈະລິມຊຳ
- ຊື່ວິທະຍາສາດ: Erythrophleum fordii
- ຕະກຸນ: FABACEAE
- ຊື່ການຄ້າ: KA CHA LIM XAM, LIM XANH (VN)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນ, ສູງເຖິງ 30 ມ. ລຳຕົ້ນກົມ, ເປືອກອອກສີດຳ ຫຼື ສີນ້ຳຕານປົນສີດຳ. ໃບປະສົມແບບຂົນນົກສອງຊັ້ນ, ໃບຍ່ອຍມີ 8–12 ໃບ, ໃບອ່ອນສີນໍ້າຕານ, ໃບຍ່ອຍຈັບແບບສະຫຼັບ, ຮູບໄຂ່, ຮູບໄຂ່ຫາຮູບຮີ, ໂຄນໃບມົນ ຫຼື ບ້ຽວ, ຂອບໃບລຽບ, ປາຍໃບຮຽວແຫຼມ. ຊໍ່ດອກແບບຮວງເຂົ້າປະສົມ, ອອກຕາມງ່າມໃບ, ເປັນຮວງຕັ້ງຂຶ້ນ. ດອກສີຂາວ. ໝາກເປັນຝັກແປ, ຜິວເປັນຕານ່າງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກະຈະ ມີສີເຫຼືອງປົນຂາວອອສີຂີ້ເທົ່າ, ມີສ້ຽນຊື່, ເນື້ອໄມ້ຫຍາບ ແຕ່ສະໍ່າສະເໝີ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ແບບຄູ່ແຝດ (Multiple pore) ມີໜ້ອຍ ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ພາຍໃນມີສານສະກັດ ແບບ Tyloset ແລະ Deposit ( Resin), ເສັ້ນ (Ray) ເຫັນຊັດເຈນມີສານ Deposit ສີຂາວແຊກໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບ Vasicentric and Aliform Parenchyma.
- ການນໍາໃຊ້: ມອກໄມ້ເປັນສີນ້ຳຕານປົນສີເຫຼືອງ, ແກນໄມ້ເປັນສີດຳປົນສີນ້ຳຕານເຂັ້ມ. ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ, ເຮັດເຕື່ອງເຟີນີເຈີຕ່າງໆ ຫຼື ແກະສະຫຼັກຕ່າງໆ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 500 ມ.
- ການກະຈາຍພັນ: ປະເທດຈີນ, ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່ແຂວງຄໍາມ່ວນ, ສະຫວັນນາເຂດ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ EN ຂອງ Red list of IUCN. ໃນປັດຈຸບັນສ່ວນຫຼາຍແມ່ນຖືກຕັດເພື່ອເອົາເນື້ອໄມ້ໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ຕາມການນິຍົມຂອງສັງຄົມ ເຊິ່ງອາດຈະເຮັດໃຫ້ຈຳນວນ ປະຊາກອນລົດ ໜ້ອຍລົງໃນຕໍ່ໜ້າ.
- ໝາຍເຫດ: ໄມ້ກະຈະ ຫຼື ໄມ້ກະຈະລິມຊຳສາມາດຈໍາແນກໄດ້ງ່າຍ ໂດຍສັງເກດເບິ່ງ ໃບເປັນປະສົມສອງຊັ້ນ, ໃບອ່ອນສີນ້ຳຕານ, ຊໍ່ດອກແບບຮວງເຂົ້າປະສົມ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Forest Research Institute Malasia, (2019). Equivalent Timber Name in Asian.
http://www.efloras.org/florataxon.aspx?flora_id=2&taxon_id=200012130
https://www.iucnredlist.org/search?query=Dalbergia%20odorifera&searchType=species
https://padme.rbge.org.uk/laos/list/Leguminosae/Erythrophleum
http://www.plantsoftheworldonline.org/taxon/urn:lsid:ipni.org:names:22390-1
http://www.plantsoftheworldonline.org/taxon/urn:lsid:ipni.org:names:22390-1)
ພ່າວແດງ
- ລະຫັດ: LT0370
- ຊື່ລາວ: ພ່າວແດງ
- ຊື່ວິທະຍາສາດ: Engelhardtia spicata Lechen ex Blume
- ຕະກຸນ: JUGLANDACEAE
- ຊື່ການຄ້າ: PHAO DEANG (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ພ່າວແດງ ເປັນໄມ້ຢືນຕົ້ນພັດໃບ, ສູງເຖິງ 30 ມ. ລຳຕົ້ນ ກົມ, ເປືອກສີຂີ່ເຖົ່າ ຫຼື ສີເຖົ່າປົນສີນໍ້າຕານ, ເປືອກຕົ້ນແກ່ແຕກເປັນເກັດສີ່ຫຼ່ຽມ, ເປືອກໃນ ສີເຫຼືອງປົນສີນໍ້າຕານ. ໃບ ປະສົມແບບຂົນນົກປາຍຄູ່ຊັ້ນດຽວ, ຮຽງສະຫຼັບ, ໃບຍ່ອຍມີ 3–5 ຄູ່, ໃບຍ່ອຍຈັບແບບສະຫຼັບ, ສະຫຼັບປະທັບກັນ ຫຼື ເກືອບກົງກັນຂ້າມ, ຮູບໄຂ່ ຫຼື ຮູບຂອບຂະໜານ, ໂຄນໃບບ້ຽວເລັກນ້ອຍ, ຂອບໃບລຽບ, ປາຍໃບແຫຼມ, ບໍ່ມີຫູໃບ. ຊໍ່ດອກ ເປັນຮວງແບບຫາງກະຮອກຈາກກີ່ງທີ່ບໍ່ມີໃບ, ດອກ ຂະໜາດນ້ອຍ, ເພດຜູ້ ແລະ ເພດແມ່ແຍກກັນຄົນລະດອກ ແຕ່ຢູ່ໃນກຸ່ມຊໍ່ດຽວກັນ, ດອກເພດຜູ້ຢູ່ລຸ່ມກີ່ງງ່າ, ກາບດອກມີ 4 ອັນ, ກີບດອກບໍ່ມີ, ເກສອນຜູ້ 8-13 ອັນ. ໝາກ ຮູບຊົງກົມ, ມີ3ປີກ, ປີກກາງຍາວກວ່າ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ສົມພ່າວມີສີເທົາ, ສ້ຽນສົນ, ເນື້ອໄມ້ຂ້ອນຂ້າງຫຍາບຊາ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ (90%) ແລະ ມີ ແບບ ຄູ່ແຝດ (Multiple pore) ຈຳນວນເລັກນ້ອຍ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ແລະຫ່າງກັນ ບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ຈຳນວນເລັກນ້ອຍ ເສັ້ນ (Ray) ເຫັນຊັດເຈນແຕ່ບໍ່ທອດຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບ Scanty.
- ການນໍາໃຊ້: ໄມ້ພ່າວແດງ ປະຊາຊົນໃຊ້ເຮັດຟືນ, ເນື້ອໄມ້ຂອງຕົ້ນອ່ອນໃຊ້ເຮັດເຊືອກ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າປະສົມໄມ້ໃບເຂັມ, ປ່າດົງດິບຮ່ອມພູ, ປ່າຂັ້ນສອງ, ເຂດພູພຽງ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 1000-1249 ມ.
- ການກະຈາຍພັນ: ຊະນິດນີ້ພົບເຫັນໃນປະເທດ ບູຕານ, ຈີນ, ອິນເດຍ, ໄທ, ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຫົວພັນ, ຫຼວງພະບາງ, ຊຽງຂວາງ, ຄໍາມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດພົບເຫັນທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ພືດຊະນິດນີ້ສາມາດຈຳແນກໄດ້ງ່າຍເຊັ່ນ ໃບປະສົມແບບຂົນນົກປາຍຄູ່, ຂອບໃບລຽບ, ຊໍ່ດອກແບບຫາງກະຮອກ, ໝາກມີ3ປີກ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ 1, 2 ແລະ 3 ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Lehmann, Greijmans & Shenman, 2003. Field guide to Forests and Trees of the Central
Highlands of Xieng Khouang Lao P.D.R.
Simon Gardner and at all, 2000. A Field Guide to Forest Trees of Northern Thailand.
ພ່າວຂຽວ
- ລະຫັດ: LT0369
- ຊື່ລາວ: ພ່າວຂຽວ
- ຊື່ວິທະຍາສາດ: Engelhardtia serrata Blume
- ຕະກຸນ: JUGLANDACEAE
- ຊື່ການຄ້າ: PHAO KHYO (LA), BEAD TREE (TH)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ພ່າວຂຽວ ເປັນໄມ້ຢືນຕົ້ນ, ສູງເຖິງ 12 ມ. ລຳຕົ້ນ ກົມ, ເປືອກສີຂີ່ເຖົ່າປົນສີດຳ. ໃບ ປະສົມແບບຂົນນົກຊັ້ນດຽວ, ຮຽງສະຫຼັບຮອບກີ່ງ, ໃບຍ່ອຍມີ 6–14 ໃບ, ໃບຍ່ອຍຈັບແບບກົງກັນຂ້າມ, ຮູບຮີ ຫຼືຮູບຮີແກມຮູບຫອກ, ໂຄນໃບມົນຫຼືບ້ຽວເລັກນ້ອຍ, ຂອບໃບຢັກ, ປາຍໃບແຫຼມ, ມີຂົນດົກໜາ, ໃບອ່ອນສີແດງຈືດ. ຊໍ່ດອກ ເປັນຮວງແບບຫາງກະຮອກ, ດອກ ເພດຜູ້ ແລະ ເພດແມ່ແຍກກັນຄົນລະຕົ້ນ, ດອກເພດຜູ້ເປັນກຸ່ມລວມກັນຍາວນ້ອຍກວ່າ 5ຊມ, ເກສອນຜູ້ 3-4 ອັນ, ດອກເພດແມ່ເປັນກຸ່ມລວມກັນຍາວ 6.5-15 ຊມ. ໝາກ ຮູບຊົງກົມ, ມີປີກເຄີ່ງກາງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ພ່າຂຽວມີສີເທົາ ສ້ຽນຊື່ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore), ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍບໍ່ສາມາດເຫັນດ້ວຍຕາເປົ່າ, ພາຍໃນມີສານ Tylose ແລະ Diposist (Gummy), ເສັ້ນ (Ray) ເຫັນຊັດເຈນ, ພາເຣງຄິມາ (Parenchyma) ແບບປີກ (Aliform Parenchyma) ແລະ ແບບປີກຕໍ່ (Aliform confluent).
- ການນໍາໃຊ້: ໄມ້ພ່າວຂຽວປະຊາຊົນໃຊ້ເຮັດຟືນ, ປູກສ້າງ, ຫຼັກຮົ້ວ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມໄມ້ໃບເຂັມ, ເຂດພພຽງ, ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລ 500–1600 ມ.
- ການກະຈາຍພັນ: ຈີນ, ໄທ, ອິນໂດເນເຊຍ, ຟີລິບປິ່ນ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ຊຽງຂວາງ, ຫຼວງພະບາງ, ຄໍາມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນຊະນິດພົບເຫັນທົ່ວໄປ LC ຂອງ Red list of IUCN.
- ໝາຍເຫດ: ພືດຊະນິດນີ້ສາມາດຈຳແນກໄດ້ງ່າຍເຊັ່ນ ໃບປະສົມແບບຂົນນົກປາຍຄີກ, ຂອບໃບຢັກແຂ້ວເລື່ອຍ, ມີຂົນປົກຄູມໜາແໜ້ນ, ຊໍ່ດອກແບບຫາງກະຮອກ, ໝາກມີປີກ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ, ລົງວັນທີ 6 ເມສາ 2021.
Lehmann, Greijmans & Shenman, 2003. Field guide to Forests and Trees of the Central
Highlands of Xieng Khouang Lao P.D.R.
Simon Gardner and at all, 2000. A Field Guide to Forest Trees of Northern Thailand.
https://en.wikipedia.org/wiki/Engelhardia_serrata
https://padme.rbge.org.uk/laos/list/Juglandaceae
https://www.google.com/search?q=Engelhardia+serrata+distribution&rlz
ເຕັນ
- ລະຫັດ: LT0348
- ຊື່ລາວ: ເຕັນ
- ຊື່ວິທະຍາສາດ: Duabanga grandiflora (DC.) Walp.
- ຕະກຸນ: LYTHRACEAE
- ຊື່ການຄ້າ: TEN (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ເຕັນເປັນໄມ້ຢືນຕົ້ນຂຽວຕະຫຼອດປີ ຫຼື ຜັດໃບໃນໄລຍະສັ້ນ, ສູງເຖິງ 40 ມ, ລໍາຕົ້ນຊື່, ກິ່ງງ່າຍາວ ແລະ ແຜ່ອອກໄປທາງຂ້າງ, ຕົ້ນແກ່ຈະມັກມີກິ່ງທີ່ຢ່ອນລົງລຸ່ມ. ເປືອກ ເປືອກຂອງຕົ້ນອ່ອນເປັນສີເຖົ່າອົມຂຽວ, ມີລາຍເປັນເສັ້ນ ສີນໍ້າຕານ, ກ້ຽງ, ມີປ່ອງອາກາດ. ເປືອກຂອງຕົ້ນແກ່ເປັນສີເຖົ່າ, ຊາ, ລອກອອກເປັນແຜ່ນໄດ້, ກີ່ງງ່າ ກີ່ງງ່າອ່ອນເປັນສີ່ຫຼ່ຽມ. ໃບ ໃບດ່ຽວ, ຈັບແບບກົງກັນຂ້າມ ແລະ ພຽງກັນຕາມກີ່ງງ່າ, ຮູບໄຂ່ ຫຼື ຮູບຂອບຂະໜານ, ປາຍໃບຮຽວແຫຼມສັ້ນ, ກົກໃບ ມົນ ຫຼື ຮູບຫົວໃຈເລັກໜ້ອຍ, ຂອບໃບລຽບ, ໃບອ່ອນສີສົ້ມ ຫຼື ແດງ, ກ້ຽງ ແລະ ເຫຼືອມ, ໃບແກ່ ດ້ານເທີງສີຂຽວເຂັ້ມ, ກ້ຽງ, ດ້ານລຸ່ມສີຂຽວອົມເຖົ່າ. ຊໍ່ດອກ ແບບກະຈ່າງ, ສັ້ນ ແລະ ຢ່ອນລົງລຸ່ມຢູ່ປາຍກິ່ງ. ດອກ ດອກບານໃນຊ່ວງກາງຄືນ, ເປັນສີຂາວ, ມີກິ່ນເໝັນ. ກາບດອກ ເປັນຮູບຖ້ວຍ, ມີ 6-7 ແຊກທີ່ເປັນສາມຫຼ່ຽມ, ມີເນື້ອສົດ ແລະ ໜາ, ເປັນສີຂຽວ, ກ້ຽງ. ກີບດອກ ກີບດອກສີຂາວ, 6-7 ກີບ, ບາງ ແລະ ຫຍໍ້. ເກສອນຜູ້ ເກສອນຜູ້ມີຈໍານວນຫຼາຍ, ສ້ວຍ, ຍາວກວ່າກີບດອກ. ເຕົ້າໄຂ່ ຈັບເທິງຖານດອກ. ໝາກ ແຫ້ງແຕກ, ຮູບໄຂ່ມົນ, ມີກາບເປັນຮູບຄືດາວຢູ່ທີ່ໂຄນ, ສີຂຽວ, ເວລາແກ່ຈະປ່ຽນເປັນສີນ້ຳຕານເຂັ້ມ, ແຂງຄ້າຍຄືເນື້ອໄມ້. ແກ່ນ ມີແກ່ນຂະໜາດນ້ອຍ, ເປັນຄືເສັ້ນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ລັກສະນະເນື້ອໄມ້: ເນື້ອໄມ້ເຕ່ນມີສີຂີ້ເທົ່າປະສົມສີເຫຼືອງອ່ອນ, ສ້ຽນຊື່. ລັກສະນະໂຄງສ້າງເນື້ອໄມ້: ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ແລະ ຄູ່ແຝດ (Multiple pore), ແບບຂອງການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ມີສານແຊກ ແບບ Tylose, ເສັ້ນ (Ray) ເຫັນຊັດເຈນ ມີສານສະກັດຕົກຄ້າງແບບ (Deposit) ເປັນສີຂາວແຊກຢູ່ໃນເສັ້ນເຣ, ພາເຣງຄິມາ (Parenchyma) ແບບອ້ອມຮອບພໍຣ໌ (Vasicentric Parenchyma) and ພາເຣງຄິມາ ແບບປີກ (Aliform Parenchyma).
- ການນໍາໃຊ້: ເປືອກໃຊ້ເປັນຢາປິ່ນປົວໄຂ້ຍຸງ ແລະ ປິ່ນປົວອະໄວຍະວະເພດຊາຍ, ຢາງໃຊ້ໃສ່ແຜເພື່ອກຳຈັດໜອນອອກ, ເນື້ອໄມ້ໃຊ້ເຮັດໄມ້ອັດ, ກັບ, ຫີບ, ໂລງສົບ, ເຄື່ອງຕົບແຕ່ງພາຍໃນ ແລະ ຫັດຖະກຳ. ຕົ້ນປູກໄວ້ປະດັບ ແລະ ໃຫ້ຮ່ົ່ມທີ່ດີ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບ, ປ່າປະສົມ, ຂອບປ່າ, ພື້ນທີ່ຊຸ່ມ ແຄມຫ້ວຍ ຫລື ແມ່ນຳ້, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖີງ 1200 ມ.
- ການກະຈາຍພັນ: ປາກິສຖານ, ຊີລັງກາ, ເນປ່ານ, ບູຕານ, ບັງກຣາເດັັດ, ອິນເດຍ, ມ້ຽນມ່າ, ຈີນ, ກຳຢູເຈຍ, ໄທ, ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງ ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້,ເປັນ LC ຂອງ Red list of IUCN. ໃນເມື່ອກ່ອນໄມ້ຕີນເປັດພົບເຫັນຫຼາຍໃນທຸກໆແຂວງຂອງລາວ ແຕ່ໃນປັດຈຸບັນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາໄມ້ໄປໃຊ້ເຂົ້າໂຮງງານໄມ້ອັດ ຫຼື ເຄື່ອງເຟີນີເຈີຕ່າງໆ ແລະ ພື້ນທີ່ມັນເກີດ ຖືກຕັດຖາງເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ, ພື້ນທີ່ປູກໄມ້ອຸດສະຫະກຳຊະນິດອື່ນໆ.
- ໝາຍເຫດ: ໄມ້ຕີນເປັດແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດສ່ວນໃບ ຈັບແບບວົງແຫວນ, ທຸກ ພາກສ່ວນມີຢາງສີຂາວ, ໝາກເປັນຝັກກົມຍາວເກີດເປັນຄູ່, ໝາກແກ່ແຫ້ງມີງີ້ວ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
Chika Kameda, Viengsamone Thammavong et al. 2019. A Field Guide To Forest Trees and
Plants For Forestry of Central Laos
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam.
BLUMEA 49: 201–349
https://www.google.com/search?q=Alstonia+scholaris
https://padme.rbge.org.uk/laos/list/Apocynaceae
https://www.iucnredlist.org/search?query= Alstonia+scholaris
ພະເຈົ້າຫ້າພະອົງ
- ລະຫັດ: LT0346
- ຊື່ລາວ: ພະເຈົ້າຫ້າພະອົງ, ແສນຕາລ້ອມ, ໄມ້ກູ້
- ວິທະຍາສາດ: Dracontomelon dao (Blanco) Merr. & Rolfe
- ຕະກຸນ: ANACARDIACEAE
- ຊື່ການຄ້າ: SAEN TALOM (LA), DAO (PH), DRACONTOMELON (PH), SENGKUANG (BN,MY)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ພະເຈົ້າຫ້າພະອົງ ຫຼື ໄມ້ ແສນຕາລ້ອມ ເປັນໄມ້ຢືນຕົ້ນ, ສູງເຖິງ 25-40 ມ. ລຳຕົ້ນ ເປືອກຂອງຕົ້ນແກ່ເປັນສີນໍ້າຕານອົມເຖົ່າ. ໃບປະສົມ ແບບຂົນນົກປາຍຄີກ, ຈັບແບບຮຽງສະຫຼັບ, ໃບຍ່ອຍມີ 6–9 ຄູ່, ຮູບຂອບຂະໜານ ຫຼື ຮູບຫອກ, ປາຍໃບຮຽວແຫຼມ, ກົກໃບບ້ຽວ, ຂອບໃບລຽບ, ໃບອ່ອນເປັນສີບົວອ່ອນ, ມີຂົນຜີວດ້ານລຸ່ມ, ໃບແກ່ສີຂຽວ ເຫຼື້ອມ, ກ້ຽງ. ຊໍ່ດອກ ແບບແຕກແໜງຫລາຍ. ດອກ ອອກສີຂຽວອ່ອນ-ສີຂາວ. ກາບດອກມີ 5 ກາບ, ເຊື່ອມຕິດກັນທີ່ກົກກາບ. ກີບດອກມີ 5 ກີບ. ເກສອນຜູ້ມີ 10 ອັນ. ເຕົ້າໄຂ່ຈັບເທິງຖານດອກ. ໝາກ ມົນກົມ, ຕອນດິບສີຂຽວ, ສຸກສີເຫລືອງມີ 5 ຕາ ອ້ອມໃຈກາງ, ມີ 5 ຮູ ຢູ່ເທີງ. ແກ່ນ ເປັນລ່ຽມ 5 ແກ່ນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ລັກສະນະເນື້ອໄມ້ ມອກໄມ້ມີສີຂີ້ເຖົ່າ, ແກນໄມ້ສີນໍ້າຕານແກມເຖົ່າ, ສ້ຽນຊື່ ຫາສ້ຽນສົນເລັກນ້ອຍ ເນື້ອໄມ້ຂ້ອນຂ້າງລະອຽດ.
ລັກສະນະໂຄງສ້າງເນື້ອໄມ້: ຈຸລັງ Vessels ແຜ່ກະຈາຍເປັນຮ່ອງແບບ Diffuse porous wood, ຮຽງຕົວແບບແຖບລັດສະໝີ radial row ແລະ ພາຍໃນມີສານສະກັດແບບ Tylose ເປັນແຜ່ນບາງໆ, ແຜ່ນ Perforation ຈັດແບບງ່າຍດາຍ. intervessel pits ຈັບສະຫຼັບ.
- ການນໍາໃຊ້: ນໍາໃຊ້ເຂົ້າໃນການກໍ່ສ້າງເຮືອນຊານ ແລະ ເຄື່ອງຕົບແຕ່ງພາຍໃນ, ໃບ ແລະ ໝາກໃຊ້ເປັນອາຫານ, ໝາກແກ່ໃຊ້ເປັນຢາປົວແຂ້ວແມງ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າດົງດິບຕາມແຄມນຳ້ ຫ້ວຍຮ່ອງ, ຄວາມສູງຈາກລະດັບໜ້ານໍ້າທະເລ ສູງເຖີງ 400 ມ.
- ການກະຈາຍພັນ: ອິນເດຍ, ອິນດູຈີນ, ແຫຼມມາເລເຊຍ, ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ບັນດາແຂວງ ພາກເໜືອ
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ໃນເມື່ອກ່ອນໄມ້ພະເຈົ້າຫ້າອົງພົບເຫັນຫຼາຍຕາມເຂດປ່າດົງດິບພາກເໜືອ, ແຕ່ໃນປັດຈຸບັນໜ້ອຍລົງຫຼາຍ ເນື່ອງຈາກວ່າໄມ້ໃຫຍ່ສ່ວນຫຼາຍແມ່ນຖືກຕັດເພື່ອເອົາໄມ້ໄປໃຊ້ເຮັດເຮືອນ ຫຼື ເຄື່ອງເຟີນີເຈີຕ່າງໆ ແລະ ພື້ນທີ່ມັນເກີດ ຖືກຕັດຖາງເພື່ອກິດຈະກຳອື່ນເຊັ່ນ: ການກະສິກຳ.
- ໝາຍເຫດ: ໄມ້ພະເຈົ້າຫ້າອົງແມ່ນສາມາດຈໍາແນກໄດ້ງ່າຍ ໂດຍສັງເກດສ່ວນກົກຂອງລຳຕົ້ນມັກເປັນພືງ, ແກ່ນມີຫ້າຕາ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
A field guide to Forest trees of Northern Thailand. 2000.
Flora of Thailand, vol. 10, part 3
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam. BLUMEA 49: 201–349
https://www.google.com/search?q=dracontomelon+dao
https://www.wood-database.com/wood-filter
https://www.google.com/search?q=anatomy%20of%20Dracontomelon%20dao
ຍາງຕູ່
- ລະຫັດ: LT0344
- ຊື່ລາວ: ຍາງຕູ່
- ຊື່ວິທະຍາສາດ: Dipterocarpus turbinatusF.Gaertn.
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): CHHOEUTEAL BRENG (KH), GNANG TOU (LA), KANYINNI (MM)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຕົ້ນຂຽວຕະຫລອດປີ, ສູງ 25-35 ມ, ລໍາຕົ້ນຍາວ ຊື່ຕົງດີ, ເປືອກນອກສີ ມົ່ນ ຮອຍແຕກຕື້ນເປັນຮ່ອງຍາວ ກິ່ງ-ງ່າ ເປັນເຮືອນຍອດກະແຈກກະຈາຍ. ມີນໍ້າຢາງ ໃບ: ຮູບໄຂ່, ກົກໃບມົນ, ປາຍໃບສ້ວຍມູມແຫຼມ ຫຼືືື ປາຍສຸດເປັນຕິ່ງສັ້ນໆ. ດອກ: ດອກບໍ່ມີກ້ານຈັດເປັນພົ້ວງ່າຍດາຍ, ໂຄນພວງກາບຕິດເຂົ້າກັນເປັນຫລອດກ້ຽງ ແລະ ບໍ່ມີຂົນ ເກສອນຈໍານວນ 30, ປາຍກ້ານເກສອນຮຽວ ແລະ ແຫຼມ ຍາວກວ່າຮວຍເກສອນ. ການອອກດອກ: ເດືອນພະຈິກ-ເດືອນມີນາ. ໝາກ: ຮູບມົນກົມປຸ້ມ, ໝາກຝັງໃນຫລອດກາບ ກ່າງອອກແຕ່ໂຄນປີກ ແລະ ມີ 2 ປີກຍາວ ແລະ 3 ປີກສັ້ນ ບໍ່ມີຂົນ ຫຼື ມີຂົນແກຢາຍຫ່າງໆ ການອອກໝາກ: ເດືອນມີນາ-ເດືອນມີຖຸນາ
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ມີສີນໍ້າຕານແດງ ແລະ ຈະປ່ຽນເປັນນໍ້າຕານ, ເນື້ອໄມ້ຂ້ອນຂ້າງຫຍາບຊາ, ສ້ຽນຊື່, ຄວາມໜາແໜ້ນ 865 kg/m3 ມີຄວາມທົນທານຕາມທຳມະຊາດ 5 ປີ. ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels ມີຂະໜາດນ້ອຍຫາກາງ ກະຈາຍແບບ Diffuse porous, ການຮຽງຕົວແບບດ່ຽວ Solitary pore ເປັນສ່ວນໃຫຍ່ (90%) ແລະ Silica ຫຼາຍກວ່າ 0.05%.
- ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງປະເພດຕ່າງໆ: ນໍາໃຊ້ເຮັດເສົາ, ໄມ້ອັດ ແລະ ປະເພດແຜນແປ້ນ ນໍ້າຢາງເພິ່ນໃຊ້ເຮັດກະບອງ, ທາງອຸດສາຫະກໍາ ມັນຖືກນໍາໃຊ້ເຂົ້າໃນການເຮັດສີສໍາລັບເຮືອນ ແລະ ເຮືອ, ແລະ ອົງປະກອບການເຄືອບຕ້ານການກັດກ່ອນສໍາລັບທາດເຫຼັກ.
- ແຫຼ່ງທີ່ຢູ່ອາໃສ: ພົບໃນປ່າດົງດິບທີ່ມີຄວາມຊຸ່ມ ແລະ ປ່າເຄິ່ງຜັດໃບ, ໃນລະດັບສູງ700 ມ ຈາກລະດັບນໍ້າທະເລ, ມັກພົບເປັນກຸ່ມ.
- ການກະຈາຍພັນ: ມ່ຽນມ້າ, ໄທ, ຈີນຕອນໃຕ້, ອິນເດຍ, ບັງກະລາເດັດ, ກໍາປູເຈັ້ຍ, ຫວຽດນາມ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງວຽງຈັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະ ປ່າໄມ້. ເປັນ VU ຂອງ Red list of IUCN.
- ໝາຍເຫດ: ລໍາຕົ້ນມັກແຕກ ກິ່ງ-ງ່າ ເຮືອນຍອດ ກະແຈກກະຈາຍ ໃບຮູບໄຂ່ ກ້ານຊໍ່ດອກ ແບບງ່າຍດາຍ ປີກໝາກ ຈະຮຽວຍາວ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science,
National University of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
http://www.suansavarose.com/index.php?mo=3&art=42350913
https://padme.rbge.org.uk/laos/list/Dipterocarpaceae
http://tropical.theferns.info/viewtropical.php?id=Dipterocarpus+turbinatus
ກຸງ
- ລະຫັດ: LT0343
- ຊື່ລາວ: ໄມ້ກຸງ
- ຊື່ວິທະຍາສາດ: Dipterocarpus tuberculatus
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): IN (MM), KHLONG (KH), KOUNG (LA), PHLUANG (TH), YANG PKLUNG (TH)
Common names:
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຕົ້ນຊື່ຕົງດີ, ສູງ 15 ມ, ຮອຍແຕກເປັນຮ່ອງເສັ້ນຍາວ ເປືອກອ່ອນສີນໍ້າຕານແກມສີຂີ້ເຖົ່າ ມີນໍ້າຢາງ. ກິ່ງ-ງ່າ: ບໍ່ມີຂົນ, ຍອດອ່ອນມີກາບຫຸ້ມສີບົວ-ເຫຼືອງອ່ອນເປັນຮູບທໍ່ກົມ. ໃບ: ເປັນໃບດ່ຽວ, ຮຽງສະລັບ. ຮູບໄຂ່, ກົກໃບວ່້າເປັນຮູບຫົວໃຈ, ປາຍໃບສ້ວຍມູມແຫຼມ, ຂອບໃບເປັນຄື້ນຖີ່ໆ, ຫຼັງໃບສີເຫຼືອງອ່ອອນ. ດອກ: ຈັດເປັນພົ້ວອອກຕາມງ່າມໃບ, ດອກບໍ່ມີກ້ານ ຫຼື ກ້ານສັ້ນ, ການອອກດອກ: ເດືອນມີນາ-ເດືອນພືດສະພາ. ໝາກ: ຮູບມົນກົມ ຫຼື ຮູບໄຂ່ປາຍແຫຼມ ແລະ ມີຂົນຫຸ້ມທົ່ວໄປ; ປີກໝາກຝັງແໜ້ນໃນຫລອດກາບ ບໍ່ມີຂົນ ຫຼື ມີຂົນແກຢາຍຫ່າງໆ ສັ້ນ 3 ຍາວ 2 ອັນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ກຸງ ມີສີນໍ້າຕານແກມແດງ, ສ້ຽນສົນ ແລະ ເປັນຄື້ນ, ເນື້ອໄມ້ຫຍາບ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ຫຼາຍ ພາຍໃນມີສານສະກັດ ແບບ Tylose ແລະ Deposit (gummy), ເສັ້ນ (Ray) ເຫັນຊັດເປັນເສັ້ນໃຫຍ່ສະຫຼັບກັບເສັ້ນແລບ, ພາເຣງຄິມາ (Parenchyma) ແບບປີກ ແລະ ກະຈັດກະຈາຍ (Aliform and Diffuse Parenchyma), ມີທໍ່ຢາງລຽງສັ້ນໆຢູ່ໃກ້ພໍຣ໌.
- ການນໍາໃຊ້: ເພິ່ນນໍາໃຊ້ເຂົ້າໃນການເຮັດເສົາເຮືອນ, ເຮັດແປ້ນປູ, ໄມ້ຄໍ້າ ແລະ ເຮັດເຮືອ. ໃຊ້ໃບຫໍ່ສິ່ງຂອງທຸກຢ່າງ ແລະ ມຸງຕູບ. ນໍ້າຢາງ ແຕ່ກ່ອນເພິ່ນນໍາໃຊ້ຈູພໄຟເຮັດກະບອງ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ກຸງເປັນໄມ້ທີ່ບໍ່ທົນທານຕໍ່ຄວາມບໍ່ສະໝໍ່າສະເໝີຂອງພູມອາກາດປານໃດ, ມັກພົບເຫັນຕາມປະເພດປ່າໂຄກຜັດປ່ຽນໃບ ແລະ ໃນປ່າດົງດິບແລ້ງ ທີ່ມີຄວາມສູງ 800-1000 ມ ໃນລະດັບຄວາມສູງ.
- ການກະຈາຍພັນ: ມ່ຽນມ້າ, ໄທ, ບັງກາລະເທດ ສໍາລັບ ສປປ ລາວ ພົບເຫັນ ສ່ວນຫຼາຍແມ່ນແຈກຢາຍຢູ່ເຂດພາກໃຕ້, ແລະ ໃນບາງພື້ນທີ່ຂອງເຂດພາກກາງ.
- ສະພາບການອະນຸລັກ: ເປັນໄມ້ປະເພດ III ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະ ປ່າໄມ້. ເປັນ NT ຂອງ Red list of IUCN.
- ໝາຍເຫດ: ໂດຍທົ່ວໄປໄມ້ກຸງ ລໍາຕົ້ນມີສີມົ່ນ ຫຼື ອອກໂຕ່ນໆ ຫູໃບສັ້ນ ແລະ ປູ້ມ ໃບມີຂົນດົກໜາ ແລະ ເປັນຮູບຫົວໃຈ ລວງຍາວເກືອບເທົາກັບລວງກ້ວງ, ກ້ານກົກໃບມຸກດີ, .
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Dipterocarpaceae
http://www.suansavarose.com/index.php?mo=3&art=42350913
http://tropical.theferns.info/viewtropical.php?id=Dipterocarpus+tuberculatus
https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).
ຊາດ
- ລະຫັດ: LT0341
- ຊື່ລາວ: ຊາດ
- ຊື່ວິທະຍາສາດ: Dipterocarpus obtusifolius ex Miq.
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): HIANG (TH), KANYIN-GOK (MM),KERUING (TH), TBENG (KH), ZAD (LA)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນ, ສູງ 10ມ, ໜ້າຕ້າງ 25 ຊມ. ລໍາຕົ້ນເປັນທໍ່ກົມ ແລະ ຕັ້ງຊືື່ ເປືອກນອກ ແຕກເປັນສະເກັດ ງ່າມັກຈັດໂຮມຢູ່ເທິງປາຍຂອງຕົ້ນ, ກິ່ງ-ງ່າ: ປົກຫຸ້ມດ້ວຍຂົນແຂງ ແລະ ຍາວ. ໃບ: ຮູບໄຂ່ຂ້ອນຂ້າງມົນ ຫຼື ຮູບໄຂ່-ຮຸບສ້ວຍມົນ,ໃບອ່ອນສີນໍ້າຕານໄໝ້, ໃບແກ່: ໜ້າໃບສີຂຽວເຫຼື້ອມ, ຫຼັງໃບສີໝົ່ນ . ໂຄນໃບມົນ ຫຼື ຄ້າຍຮູບຫົວໃຈ, ປາຍໃບມົນ ແຄມໃບເປັນວັກຕື້ນໆ, ຜັດປ່ຽນໃບຕາມລະດູການ. ຫູໃບຕົກລົ່ນໄວ. ດອກ: ຈັດເປັນພົ້ວຢູ່ງ່າມໃບ. ມີຂົນຍາວປົກຫຸ້ມຢ່າງດົກໜາ. ດອກມີຂະໜາດໃຫຍ່, ມີສີບົວ ຫຼືື ອອກສີແດງ, ມີກ້ານສັ້ນໆຫຼືບໍ່ມີ, ພວງກາບຕິດກັນເປັນຫລອດປຸ້ງອອກ, ມີຂົນຫຸ້ມຫໍ່ດ້ານນອກໄວ້ຢ່າງດົກໜາ, ກີບດອກດ້ານໃນມີຂົນເປັນຍ່ານໆ, ເກສອນຈໍານວນ 30. ເຕົ້າໄຂ່ປົກຄຸມດ້ວຍຂົນສັ້ນໆ. ການອອກດອກ: ເດຶອນກຸມພາ-ເດືືອນມີນາ. ໝາກ: ຮູບໄຂ່ກວ້າງ ຫຼື ຮູບມົນ, ເສັ້ນຜ່າກາງ 2,5-3 ຊມ, ຝັງໃນຫລອດໂຄນປີກໝາກ ສັ້ນ 3 ຍາວ 2; ການອອກໝາກ: ເດືອນເມສາ-ເດືອນພືືດສະພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຊາດ ມີສີແດງອ່ອນ ຫານໍ້າຕານປົນແດງ, ສ້ຽນຂ້ອນຂ້າງຊື່, ເນື້ອໄມ້ຫຍາບແຕ່ສະໝໍ່າສະເໝີ ແລະ ແຂງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ຫຼາຍ ພາຍໃນມີສານສະກັດ ແບບ Deposit ສີຂາວອັດຢູ່ບາງພໍຣ໌, ເສັ້ນ (Ray) ເຫັນຊັດເປັນເສັ້ນໃຫຍ່ສະຫຼັບກັບເສັ້ນແລບຖີ່ກວ່າໄມ້ກຸງ, ພາເຣງຄິມາ (Parenchyma) ແບບປີກ ແລະ ຮອບພໍຣ໌ (Aliform and Vasicentric Parenchyma), ມີທໍ່ຢາງລຽງສັ້ນໆຢູ່ໃກ້ພໍຣ໌.
- ການນໍາໃຊ້: ແມ່ນໄມ້ທີ່ບໍ່ທົນທານຕໍ່ປວກ ແລະ ຕໍ່ຄວາມບໍ່ສະໝໍ່າສະເໝີ ຂອງພູມອາກາດປານໃດ. ເພິ່ນນໍາໃຊ້ໄມ້ໃນການເຮັດເຮືອ. ການກໍ່ສ້າງອາຄານສະຖານທີ. ຢູ່ເຂດຊົນນະບົດ. ການນໍາໃຊ້ເຮັດຝາ ຫຼື ເຮັດຫລັງຄາຕູບເປັນຂອງທໍາມະຊາດ. ນໍ້າມັນຂອງຕົ້ນໄມ້ຊາດມີຢ່າງຫລວງຫລາຍ. ທັງເຂັ້ມຂຸ້ນ, ແຕ່ກ່ອນນໍາໃຊ້ເຮັດກະບອງ.
- ແຫຼ່ງທີ່ຢູ່ອາໃສ: ມັກເກີດຢູ່ປ່າໂຄກ ແລະ ປ່າປະສົມ, ຢູ່ຕາມປ່າດົງດິບແລ້ງ, ຕາມປົກກະຕິຈະພົບເຫັນໃນບໍລິເວນເປີດ ພື້ນທີ່ສູງເຖິງ 1400 ມ.
- ການກະຈາຍພັນ: ມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ,ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ສະຫວັນນະເຂດ, ຄໍາມ່ວນ, ຫຼວງພະບາງ, ຈໍາປາສັກ, ສາລະວັນ ແລະ ອັດຕະປື.
- ສະພາບການອະນຸລັກ: ເປັນໄມ້ປະເພດ (ຍັງບໍ່ໄດ້ຈັດປະເພດ) ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະ ປ່າໄມ້. ເປັນ NT ຂອງ Red list of IUCN.
- ໝາຍເຫດ: ຕົ້ນຊາດສາມາດຈໍາແນກໄດ້ງ່າຍ, ເນື່ອງຈາກວ່າມີລໍາຕົ້ນຊືື່ ໃບມີຂະໜາດໃຫຍ່ ແລະ ມີເສັ້ນກ່າງໃບຊັດເຈນ, ຍອດອ່ອນເປັນຫຼອດກົມຍາວ-ເຫຼື້ອມສີຂຽວອ່ອນແກມເຫຼືອງ-ບົວ, ໝາກ ມີຂະໜາດໃຫຍ່ ແລະ ມີຄີຕາມລ່ຽມໝາກ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide To Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
ຄູ່ມືກວດ ພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ (Wood Identification Manual of Lao Hardwood) (Assoc. Prof. Dr. Latsamy Boupha, Dr. Oudone Sychaleun, Phetlasy Souladeth, Lothim Xeatern, Pongki Phommachanh, Phoulouang Chounlamounty &Vanhsy Phengthajam), May 2018.
https://www.wood-database.com/wood-filter
https://padme.rbge.org.uk/laos/list/Dipterocarpaceae/Dipterocarpus
ຍາງສາແບງ
- ລະຫັດ: LT0339
- ຊື່ລາວ: ຍາງສາແບງ
- ຊື່ວິທະຍາສາດ: Dipterocarpus intricatus Dyer
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): GNANG SA BEANG (LA), TRACH (KH), YANG KRAT (TH)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ ລໍາຕົ້ນຊື່, ສູງ 10 -15ມ, , ເປືອກນອກສີເທົາແກມສີນໍ້າຕານ, ກິ່ງ-ງ່າອ່ອນ ມີຂົນເປັນຈຸ້ມທົ່ວໄປ ໃບ: ເປັນໃບດຽວ ເປັນຮູບໄຂ່, ໃບອ່ອນສີນໍ້າຕານເຂັ້ມ, ກົກໃບມົນຫາ ເປັນຮູບຫົວໃຈ, ປາຍໃບສ້ວຍມູມເຫວີ ຄ້າຍວີ, ມີຂົນເປັນຈຸ້ມແຂງປົກຫຸ້ມທັງສອງດ້ານ, ໃບລົ່ນຕາມລະດການ, ຫູໃບຖືກປົກຫຸ້ມດ້ວຍຂົນເປັນຈຸ້ມແຂງທີ່ແໜ້ນໜາ. ດອກ: ຈັດເປັນພົ້ວ, ມີຂົນເປັນຈຸ້ມປົກຫຸ້ມ, ດອກມີກ້ານສັ້ນຫຼືບໍ່່ມີກ້ານ ໃບຊ້ອນດອກມີຂົນດົກໜາ ແລະ ຕົກລົ່ນໄວ. ດອກມີ 5 ກີບ ມີສີໝົ່ນອົມບົວ, ກາບຕິດກັນເປັນຫລອດ. ເກສອນຈໍານວນ 30 ອັນ, ເຕົ້າໄຂ່ ແລະ ຄໍເຕົ້າໄຂ່ມີຂົນດົກໜາ. ການອອກດອກ: ເດືອນທັນວາ-ເດືອນກຸມພາ. ໝາກ: ຮູບມົນກົມ, ບໍມີຂົນ ແລະ ຝັງຢູ່ໃນຫລອດພວງກາບ, ແຊກຂ້າງຍັບຍໍ່ຈໍານວນ ຍາວ 2 ປີກ ແລະ ສັ້ນ 3 ປີກ: ປີກຍາວມີເສັ້ນກ່າງ 3 ເສັ້ນ ການອອກໝາກ: ເດືອນມີນາ-ເດືອນພຶດສະພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຍາງສະແບງ ມີສີນໍ້າຕານອົມແດງ ແລະ ປົນເທົ່າ, ສ້ຽນສົນ ແລະ ເປັນຄື້ນເລັກໜ້ອຍ, ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ແຂງປານກາງ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເກືອບທັງໝົດ ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ຫຼາຍ ພາຍໃນມີສານສະກັດ ແບບ Tylose ແລະ Deposit (gummy), ເສັ້ນ (Ray) ເຫັນຊັດ, ພາເຣງຄິມາ (Parenchyma) ແບບປີກ ແລະ ປີກຕໍ່ (Aliform and Aliform confluent Parenchyma), ມີທໍ່ຢາງແບບດ່ຽວ.
- ການນໍາໃຊ້: ເປັນໄມ້ປະເພດແຂງ, ຄຸນນະພາບສູງ, ເພິ່ນນໍາໃຊ້ເຂົ້າໃນການປຸກສ້າງ, ແປ້ນປູ, ໄມ້ຝານ ຫຼືືໃຊ້ເຮັດລົດມ້າ, ກວຽນ. ນອກນັ້ນຍັງໃຊ້ເຮັດເຄື່ອງໃຊ້ສອຍພາຍໃນເຮືອນອີກ, ນໍ້າມັນເຄີຍໃຊ້ເຮັດກະບອງໃນເມື່ອກ່ອນ.
- ແຫຼ່ງທີ່ຢູ່ອາໃສ: ບາງຄັ້ງເພິ່ນພົບເຫັນຊະນິດນີ້ຢູ່ໃນປ່າລັກກສະນະປ່າສະແບງສົດ ຫຼື ບໍ່ ກໍ່ປະປົນຢູ່ນໍາໄມ້ຈິກ ຢູ່ໃນປ່າຕືືບຊຸ່ມ ຫຼື ປ່າໃບໄມ້ລົ່ນຕາມລະດູການ.
- ການກະຈາຍພັນ: ໄທ, ຫວຽດນາມ, ກໍາປູເຈຍ. ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງວຽງຈັນ, ສະຫວັນນະເຂດ, ຄໍາມ່ວນ, ຈໍາປາສັກ ແລະ ອັດຕະປື
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະ ປ່າໄມ້. ເປັນ EN ຂອງ Red list of IUCN.
- ໝາຍເຫດ: ຕົ້ນສາແບງເປັນລໍາຕົ້ນຊື່. ຮ່ອງແຕກຂອງລໍາຕົ້ນເປັນພູໃຫຍ່ ແລະ ໜາ, ຫຼັງໃບມົ່ນ, ເຫັນເສັ້ນກ່າງໃບຢ່າງຊັດເຈນ, .
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide
To Forest Trees and Plants for Forestry of Central Laos. Faculty of Forest Science,
National University of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Dipterocarpaceae/Dipterocarpus
https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).
http://tropical.theferns.info/viewtropical.php?id=Dipterocarpus+intricatus
ຍາງແດງ
- ລະຫັດ: LT0337
- ຊື່ລາວ: ຍາງແດງ
- ຊື່ວິທະຍາສາດ: Dipterocarpus costatus C.F.Gaertn.
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): CHHOEUTEAL BANGKUOY (KH), KANYIN-NI (MM), KERUING (MY), GNANG DEANG (LA), YANG PAI (TH)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ, ລໍາຕົ້ນຕັ້ງຊື່ ສູງ 25-40 ມ, ເປືອກ ໜາມີສີນໍ້າຕານ ຫຼື ສີນໍ້າຕານເຂັ້ມ, ແຕກເປັນເກັດ ໜາ. ກິ່ງ-ງ່າອ່ອນ ມີສີຂຽວ ໃບ: ດ່ຽວ ເປັນຮູບໄຂ່, ກົກໃບມົນສ້ວຍມູມເກືອບມົນ, ປາຍໃບສ້ວຍມູມແຫຼມເປັນຕິ່ງໜາມ, ຂອບໃບເປັນຄື້ນຖີ່ໆ ດອກ: ຈັດເປັນພົ້ວຢູ່ປາຍ. ດອກອອກສີບົວ, ການອອກດອກ: ເດືອນພະຈິກ-ມັງກອນ. ໝາກ: ຮູບໄຂ່ ຫຼື ກົມ, ປົກຫຸ້ມດ້ວຍຂົນສັ້ນໆ, ໝາກຢູ່ໃນຫລອດກາບຍາວ (ປີກໝາກ) ຍາວ 2 ແລະ ສັ້ນ 3 ອັນ, ການອອກໝາກ: ເດືອນທັນວາ-ເດືອນກຸມພາ
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ມີສີນໍ້າຕານແດງປົນເທົາ ແປຮູບໃໝ່ໆ ແຕ່ຈະປ່ຽນເປັນນໍ້າຕານ, ເນື້ອໄມ້ຂ້ອນຂ້າງຫຍາບຊາ, ສ້ຽນຊື່, ຄວາມໜາແໜ້ນ 865 kg/m3 ມີຄວາມທົນທານຕາມທຳມະຊາດ 5 ປີ.
ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels ມີຂະໜາດນ້ອຍຫາກາງ ກະຈາຍແບບ Diffuse porous, ການຮຽງຕົວແບບດ່ຽວ Solitary pore ເປັນສ່ວນໃຫຍ່ (90%) ແລະ Silica ຫຼາຍກວ່າ 0.05%.
- ການນໍາໃຊ້: ໄມ້ຍາງແດງເປັນໄມ້ເນື້ອແຂງ ມັກເຈາະເຮັດເຮືອ, ຄານເຮືອນ, ຄານລໍ້ ເຄື່ອງໃຊ້ໃນເຮືອນ, ຢາງ (ນໍ້າມັນຍາງ ເພິ່ນນໍາໃຊ້ຈູດໄຟເຮັດກະບອງ.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນພົບເຫັນຢູ່ໃນປ່າດົງດິບຂຽວຕະຫລອດປີ, ປ່າດິບແລ້ງ ມັກເກີດເປັນກຸ່ມຈະເປັນປ່າໄມ້ຍາງແດງສົດ, ບໍ່ປະປົນກັບຊະນິດອື່ນ
- ການກະຈາຍພັນ: ພົບໃນປະເທດມ່ຽນມ້າ, ໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ. ສໍາລັບ ສປປ ລາວ ພົບເຫັນຢູ່ເຂດພາກກາງ ແລະ ພາກໃຕ້.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີສະບັບເລກທີ 0448 ຂອງກະຊວງກະສິກໍາ ແລະປ່າໄມ້. ເປັນ VU ຂອງ Red list of IUCN.
- ໝາຍເຫດ: ເປັນປະເພດໄມ້ໃຫຍ່ ສາມາດຈໍາແນກໄດ້ງ່າຍ ມັກເກີດຕາມປ່າໂຄກ ລໍາຕົ້ນຊື່ ໃບໃຫຍ່ ໝາກ ມີ 2 ປີກຍາວ ແລະ 3 ປີກສັ້ນໆ ມັກມີຄີຕາມລ່ຽມໝາກ. ເປັນໄມ້ທີ່ປູກງ່າຍ ແລະ ກະຈາຍຕາມທໍາມະຊາດໄດ້ດີ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide
To Forest Trees and Plants for Forestry of Central Laos. Faculty of Forest Science,
National University of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
https://padme.rbge.org.uk/laos/list/Dipterocarpaceae/Dipterocarpus

































































