tmladmin
ບົກ
- ລະຫັດ: LT0475
- ຊື່ລາວ: ບົກ
- ຊື່ວິທະຍາສາດ: Irvingia malayana Oliv.ex Bennett
- ຕະກຸນ: IRVINGACEAE
- ຊື່ການຄ້າ: BOK (LA), BONGIN (ID), CHAMBAK (KH), PAUH KIJANG (MY) SOKRAM (KH)
Common names: Barking Deer`s Mango - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນ, ສູງເຖິງ 45 ມ, ຫຼົ່ນໃບໃນຊ່ວງເວລາສັ້ນໆ, ປາຍຍອດງໍ ຮູບກ່ຽວ. ລຳຕົ້ນຊື່, ມີພຶງ ຫຼື ປີກບາງໆ, ເປືອກມີສີເທົາປົນສີນໍ້າຕານ. ໃບດ່ຽວ, ຈັບແບບສະຫຼັບ, ເປັນຮູບຮີແກມຮູບຂອບຂະໜານເຖິງຮູບຮູບຫອກ ຫຼື ຮູບຂອບຂະໜານ, ໂຄນໃບມົນ, ຂອບໃບລຽບ, ປາຍໃບແຫຼມ. ຊໍ່ດອກແບບແຕກແໜງ, ດອກມີກິ່ນຫອມ, ສີຂາວນວນປົນສີເຫຼືອງອ່ອນ. ໝາກຮູບໄຂ່, ມີເນື້ອ, ໝາກອອ່ນສີຂຽວ, ໝາກແກ່ສີເຫຼືອງອ່ອນ, ມີ exocarp ແລະ endocarp ເປັນສີສົ້ມ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ບົກມີສີເທົາປົນນໍ້າຕານ, ສ້ຽນສົນ ແລະ ເປັນຄື້ນເລັກນ້ອຍ, ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ (90%) ແລະ ມີ ແບບ ຄູ່ແຝດ (Multiple pore) ຈຳນວນເລັກນ້ອຍ ມີ Tylose ເລກນ້ອຍ, ການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍ ແລະ ຫ່າງກັນ ບໍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ຈຳນວນເລັກນ້ອຍ, ເສັ້ນ (Ray) ເຫັນຊັດເຈນ ຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບຕາໜ່າງແຫ (Reticulate parenchyma).
- ການນໍາໃຊ້: ສ່ວນຫຼາຍແມ່ນນິຍົມເອົານື້ອໄມ້ໄປເຜົາເຮັດຖ່ານ. ໝາກເປັນອາຫານສັດ. ແກ່ນສາມາດກິນໄດ້ ແລະ ເປັນສິນຄ້າ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໃນປ່າປະສົມ, ປ່າໂຄກ ທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລເຖິງ 600 ມ.
- ການກະຈາຍພັນ: ປະເທດໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ສຸມາດຕາ, ບໍນຽວ. ສໍາລັບ ສປປ ລາວ ພົບແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນາເຂດ, ຈຳປາສັກ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ I, II, III ສະບັບເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ LC ຂອງ Red list of IUCN. ພົບເຫັນຕາມເຂດປ່າປະສົມ, ປ່າໂຄກ ປະຈຸບັນນິຍົມນໍາໄປເຜົາຖານຂາຍ.
- ໝາຍເຫດ: ໄມ້ບົກສັງເກດເບິ່ງໄດ້ງ່າຍ ຍອດອ່ອນງໍຄ້າຍຄືຮູບກ່ຽວ, ໝາກມີ exocarp ແລະ endocarp ເປັນສີສົ້ມ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, (2021). ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II, III ສະບັບເລທີ 0448. ນະຄອນຫຼວງວຽງຈັນ ສປປ ລາວ.
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field Guide To Forest Trees and Plants For Forestry of Central Laos. Faculty of Forest Science, National Univeristy of Laos.
NAFRI, NUoL, SNV. 2007. Non-Timber Forest Products in the Lao PDR. A Manual of 100 Commercial and Traditional Products. The National Agriculture and Forestry Research Institute. Vientiane, Lao PDR.
Greijmans, M. and C. Phongoudome. 2002. An Assessment of the Conservation Status of Selected Tree Species in Lao P.D.R. The Lao Journal of Agriculture and Forestry, Laos.
Forest Herbarium, Royal Forest Department, Bangkok, Thailand.
https://padme.rbge.org.uk/laos/list/Irvingiaceae
https://www.phakhaolao.la/kb/0000346?q=Irvingia%20malayana&p=search
https://www.iucnredlist.org/search?query=Pterocarpus%20indicus&searchType=species
https://asianplant.net/Irvingiaceae/Irvingia_malayana.htm
http://www.plantsoftheworldonline.org/taxon/urn:lsid:ipni.org:names:813775-1)
ແຄນເຮືອ
- ລະຫັດ: LT0466
- ຊື່ລາວ: ແຄນເຮືອ
- ຊື່ວິທະຍາສາດ: Hopea odorata
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): KHAEN HEAU (LA), KOKI MASAO(KH), LIGHT HOPEA (VN), MALABAR IRON WOOD (TH), MERAWAN (MY,VN), SACE (TH),TAKHIAN-THONG (VN), TAKIAN(TH), THINGAN (MM,TH)
Common names: IRON WOOD
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນຂຽວຕະຫລອດປີລຳຕົ້ນຊື່ຕົງສູງເຖິງ 15 ມ, ມີປີກຮາກ. ເປືອກ ຕົ້ນອ່ອນ: ສີຂີ້ເຖົ່າຈືດໆທີ່ມີຮູບແບບສີຂາວ, ມີຮອຍແຕກເລັກນ້ອຍ ເປັນເກັດໆ, ຕົ້ນແກ່: ສີນໍ້າຕານອົມສີຂີ້ເຖົ່າ, ມີຮອຍແຕກ ແລະ ເປັນເກັດເປັນຕ່ອນຍາວ. ດ້ານນອກເປືອກໜາ, ເປືອກໃນສີເຫຼືອງຈາງໆ. ກິ່ງ-ງ່າ ກ້ຽງ. ໃບເປັນຮູບໄຂ່-ຮູບຂອບຂະໜານ ຫລື ຮູບຮີ, ມີລັກກສະນະໂຄ້ງຄ້າຍກ່ຽວ. ກົກ ບ້ຽວເລັກນ້ອຍ, ປາຍໃບແຫຼມ, ໃບທັງສອງດ້ານບໍ່ມີຂົນ. ຫູໃບນ້ອຍ ແລະ ຕົກລົ່ນໄວ. ດອກ: ຈັດເປັນພວງສັບສົນ. ດອກອອກສີຂາວ, ກິ່ນຫອມ, ກ້ານສັ້ນໆ. ກາບດອກ 5, ມີຂົນ. ກີບບິດບ້ຽວເລັກນ້ອຍ, ມີສີເຫລືອງຈາງ, ການອອກດອກ: ເດືອນມີນາ-ເດືືອນເມສາ ໝາກ ເປັນຮູບໄຂ່, ກາບດອກຂະຫຍາຍຕົວເວລາກາຍເປັນ ປີກໝາກ ປີກໃຫຍ່ມີຮູບຮຽວ-ຮູບຂອບຂະໜານ, ບິດບ້ຽວເລັກນ້ອຍ, ປີກໝາກປີກນ້ອຍມີປາຍແຫຼມ ການອອກໝາກ: ເດືືອນເມສາ-ເດືອນພືດສະພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຄນເຮືອ ມີສີນໍ້າຕານອົມເຫຼືອງ, ມີເສັ້ນສີເທົ່າ ຫຼື ຂາວຜ່ານ ສະເໝີຊຶ່ງເປັນທໍ່ຢາງ, ສ້ຽນສົນເລັກໜ້ອຍ ເນື້ອໄມ້ຂ້ອນຂ້າງລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບແຝດ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ ພາຍໃນມີ Tylose ເປັນບາງພໍຣ໌, ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນໃຫຍ່, ພາເຣງຄິມາ (Parenchyma) ແບບ ກະຈັດກະຈາຍ (Diffuse Parenchyma) ແລະ (Aliform Parenchyma). ມີທໍ່ຢາງເປັນແລວລຽນຕັດເສັ້ນເຣ.
- ການນໍາໃຊ້: ໃຊ້ສຳລັບຈຸດປະສົງຕ່າງໆເຊັ່ນ: ນໍາໃຊ້ເຮັດແປ້ນປູ, ໄມ້ອັດ, ໄມ້ຝານ, ເຄື່ອງໄມ້, ເຄື່ອງປະດັບໃນເຮືອນ. ເນື້ອໄມ້ໃຊ້ໃນການກໍ່ສ້າງ ແລະ ແຂງ, ການກໍ່ສ້າງເຮືອນ, ຖັນເຮືອນ, ຕົບແຕ່ງພາຍໃນ, ພື້ນເຮືອນ, ເຟີນີເຈີ, ແລະ ການກໍ່ສ້າງເຮືອ.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບທົ່ວໄປ, ປ່າດົງດິບ ແລະ ປ່າປ່ຽນໃບ, ຢູ່ລຸ່ມລະດັບຄວາມສູງ 200-600 ມ.
- ການກະຈາຍພັນ: ປະເທດ ມຽນມາ, ອິນເດຍ, ອິນດູຈີນ, ໄທ, ກໍາປູເຈັຍ, ປາປົວນິວກີນີ, ອິນໂດເນເຊຍ, ມາເລເຊຍ, ຟີລິບປີ່ນ ແລະ ເກາະສະໂລມອນ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ວຽງຈັນ, ຊຽງຂວາງ, ນະຄອນຫຼວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ ? ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດໄດ້ງ່າຍ; ມີປີກຮາກ, ຫຼັງໃບມີຕຸ່ມໃສ່ສີເຫຼືອງອ່ອນຈັບຢູ່ກ່າງໃບຕິດກັບກົກເສັ້ນໃບ
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997
https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field GuideTo Forest Trees and Plants for Forestry of Central Laos. Faculty of Forest Science, National Univeristy of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
https://www.doa.go.th/pvp/wp-content/uploads/2020/04/woods-identification.pdf
ຄູ່ມືກວດພິສູດບາງຊະນິດພັນໄມ້ທີ່ສໍາຄັນຂອງລາວ(Wood Identification Manual of Lao
Hardwood) ຮສ. ປອ. ລັດສະໝີ ບຸບຜາ, ປອ. ອຸດອນ ສີຈະເລີນ, ເພັດລາສີ ສຸລະເດດ, ໂລທິມ ແຊເຕິນ,
ປ໋ອງກີ ພົມມະຈັນ, ພູຫຼວງ ຈຸນລະມົນຕີ ແລະ ວັນສີ ເພັງທະແຈ່ມ.
https://www.ingentaconnect.com/content/nhn/blumea/2004/00000049/f0020002/art00001?crawer=true
ແຄນເຮືອຢ່ອງ
- ລະຫັດ: LT0465
- ຊື່ລາວ: ແຄນເຮືອຢ່ອງ
- ຊື່ວິທະຍາສາດ: Hopea helferi (Dyer) Brandis
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): KHAEN SEE DONG (LA), KOKIDEK (KH), KRABOK KRANG (TH),THINGAN-NET (MM)
Common names:
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຢືນຕົ້ນສູງ 25 ມ, ລຳຕົ້ນບິດ, ແລະ ມີເນື້ອແຂງ. ເຮືືອນຍອດຮູບກວຍງວມ ຫຼືື ຮູບຊົງກະບອກ ເປືອກ ສີນໍ້າຕານປົນສີເທົາອ່ອນ, ແຕກເປັນສະເກັດທົ່ວໄປ, ເປືອກໃກ້ສະເກັດເປັນສີນໍ້າຕານເຂັ້ມ, ຊັ້ນໃນສີຊົມພູ, ໝອກໄມ້ສີເຫຼືອງອອ່ນ ຫຼື ສີນໍ້າຕານແກມເຫຼືອງ. ກິ່ງ-ງ່າມີຂົນກະຈູກຮູບດາວສັ້ນໆ ຕາມກິ່ງອອ່ນ, ມີຫູໃບ. ໃບ:ດ່ຽວ ລຽງສະຫລັບເປັນຮູບຂະໜານ ຫຼື ຮູບໃບຫອກຍາວ, ກົກບ້ຽວ ແລະ ວໍ້າ, ປາຍໃບເປັນຕິ່ງແຫຼມສັ້ນໆ, ແຜນໃບຂ້ອນຂ້າງບາງ, ດ້ານເທີງກ້ຽງເປັນມັນ ແລະ ປ່ຽນເປັນສີນໍ້າຕານອົມເຫຼືອງ ຫຼື ນໍ້້າຕານແດງເມືືື່ອໃບແຫ້ງ. ດອກ: ຊໍ່ດອກຍາວແບບຊໍ່ແຍກຂະແໜງ, ມີກິ່ນຫອມ ກີບດອກມີ 5 ກີບ. ໝາກ ເປັນຮູບໄຂ່, ປີກຍາວຮູບໄມ້ພາຍ 2 ປີກ, ປີກສັ້ນ 3 ປີກ, ກົກປີກຫຸ້ມຫມົດໝາກແຕ່ບໍໍ່ເຊື່ອມຕິດກັບໝາກ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ລັກສະນະໂຄງສ້າງລະອຽດເນື້ອໄມ້: ຈຸລັງ Vessels ມີຂະໜາດນ້ອຍຫາກາງ ກະຈາຍແບບ Diffuse porous, ການຮຽງຕົວແບບດ່ຽວ Solitary pore ເປັນສ່ວນໃຫຍ່ (90%) ແລະ Silica ຫຼາຍກວ່າ 0.05%. ເນື້ອໄມ້ແຄນຢ່ອງມີສີນໍ້າຕານປົນເທົາ ສ້ຽນຊື່ ຫຼື ສົນເລັກນ້ອຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນແບບ ພໍຣ໌ດ່ຽວ (Solitary pore) ເປັນສ່ວນໃຫຍ່ ແລະ ຄູ່ແຝດມີຈຳນວນເລັກນ້ອຍ (Multiple pore), ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດປານກາງ ມີສານສະກັດ ແບບ tylose ແລະ Deposit (gum), ເສັ້ນ (Ray) ເຫັນຊັດເຈນເປັນເສັ້ນນ້ອຍໃຫຍ່ສະຫຼັບກັນ ມີລັກສະນະເປັນແບບ Story rays, ພາເຣງຄິມາ (Parenchyma) ແບບ vasicentric ແລະ ແບບປີກ (aliform) Parenchyma.
- ການນໍາໃຊ້: ເພິ່ນນໍາໃຊ້ ເຮັດເຮືອ ສໍາລັບການຫາປາ ແລະ ເຮືອແຂ່ງ. ປຸກສ້າງເຮືອນ ໄມ້ມີຄວາມທົນຕໍ່ນໍ້າ, ນໍ້າຢາງຈູດໄຟເຮັດກະບອງ ແລະ ການຜະລິດເຄື່ອງຂັດເງົາ.
- ແຫຼ່ງທີ່ຢູ່ອາໃສ: ເພິ່ນມັກພົບເຫັນຕົ້ນໄມ້ຊະນິດນີ້ຢູ່ປ່າດິບແລ້ງ ແລະ ປ່າດິບຊຸ່ມ.
- ການກະຈາຍພັນ: ປະເທດອິນເດຍ, ມຽນມາ, ໄທ, ມາເເລເຊຍ, ຫວຽດນາມ, ອິນໂດເນເຊຍ, ກໍາປູເຈັ້ຍ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ບໍລິຄໍາໄຊ.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ En ຂອງ Red list of IUCN.
- ໝາຍເຫດ: ລຳຕົ້ນບິດ ແລະ ມີເນື້ອແຂງ. ເຮືືອນຍອດຮູບກວຍງວມ ຫຼືື ຮູບຊົງກະບອກ ຮາກເປັນຮາກຢ່ອງເກີດຈາກລໍາຕົ້ນທີ່ສັງເກດເຫັນໄດ້ງ່າຍ, ໝາກມີປີກໂອບ ແລະ ບໍ່ມັກບິດ.
- ເອກະສານອ້າງອີງ
https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).
Forest Research Institute Malasia, (2019). Equivalent Timber Name in Asian.
http://tropical.theferns.info/viewtropical.php?id=Hopea+helferi
http://portal.cybertaxonomy.org/flora-malesiana/node/15536
http://www.rspg.or.th/plants_data/plantdat/dipteroc/hhelfe_2.htm
http://www.epharmacognosy.com/2021/05/hopea-helferi-dyer-brandis.html
https://padme.rbge.org.uk/laos/list/Dipterocarpaceae
ແຄນຫີນ
- ລະຫັດ: LT0464
- ຊື່ລາວ: ແຄນຫີນ
- ຊື່ວິທະຍາສາດ: Hopea ferrea Laness.
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): KOKI THMOR (KH), GIAM (MY), KOKITHMA (TH), KHEAN HIN (LA)
Common names: Malut - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຕົ້ນລໍາຕົ້ນຊື່ຕົງ 15 ມ, ເປືອກ ສີນໍ້າຕານຫາສີເທົາເຂັ້ມ, ມີຮອຍແຕກຕື້ນໆ ແລະ ເກັດຕາມຍາວເປັນເກັດບາງໆ, ມີນໍ້າຢາງ. ກິ່ງ-ງ່າ: ກ້ຽງ, ໃບ: ຮູບໄຂ່,ໃບອ່ອນສີນໍ້າຕານແດງ, ກົກໃບມົນ, ປາຍໃບສ້ວຍ ແລະ ມີິຕິ່ງແຫຼມ, ບໍ່ມີຂົນ, ໃບບາງ, ກ້ານໃບສັ້ນ. ດອກ: ຈັດເປັນພວງສັບສົນ, ມີກ້ານຍາວ. ກີບດອກສີຂາວ.ເກສອນຈໍານວນ 15 ອັນ. ຄໍເຕົ້າໄຂ່ສັ້ນໆ. ການອອກດອກ: ເດືອນກໍລະກົດ-ເດືອນກັນຍາ ໝາກ: ຮູບສ້ວຍປາຍແຫຼມ. ປີກໝາກປີກໃຫຍ່ຍາວ, ຮູບກ້ານບ່ວງ, ປາຍມົນ ການອອກໝາກ: ເດືອນມັງກອນ-ເດືອນມີນາ
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຄນຫີນ ມີສີນໍ້າຕານແກມແດງ, ມີສ້ຽນຂ້ອນສົນເປັນລີ້ວແຄບ, ເນື້ອໄມ້ລະອຽດ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບ ຄູ່ແຝດ (Multiple pore) ແລະ ມີ ການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍໆ, ເສັ້ນ (Ray) ເຫັນຊັດເຈນມີລາຍລີ້ວ (Ripple mark), ມີທໍ່ຢາງຕໍ່ລຽງກັນເປັນແລວຍາວຕັດກັບເສັ້ນເຣ.
- ການນໍາໃຊ້: ລໍາຕົ້ນມີນໍ້າຢາງ ແລະ ມີກິນຫອມ, ເພິ່ນນໍາໃຊ້ໄມ້ເຂົ້າໃນການປຸກສ້າງ, ເຄື່ອງເຟີນີເຈີ. ເປັນໄມ້ທີ່ທົນທານຕໍ່ແມງໄມ້ ແລະ ໄມ້ທົນທານຕໍ່ນໍ້າ.
- ແຫຼ່ງທີ່ຢູ່ອາໃສ: ພົບເຫັນໄມ້ຊະນິດນີ້ຢູ່ຕາມປ່າຕືບຊຸ່ມ ຫຼືື ປ່າປະສົມຊຸດໂຊມ ເຂດປ່າໂຄກ
- ການກະຈາຍພັນ: ອາຊີຕາເວັນອກກສຽງໄຕ້, ໄທ, ກໍາປູເຈັ້ຍ, ຫວຽດນາມ, ມາເລເຊຍ ສໍາລັບ ສປປ ລາວ ພົບເຫັນຢູ່ ແຂວງນະຄອນຫຼວງວຽງຈັນ,ບໍລິຄໍາໄຊ ສະຫວັນນະເຂດ,ຈໍາປາສັກ ແລະ ສາລະວັນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ Enຂອງ Red list of IUCN.
- ໝາຍເຫດ: ໃບຂອງ ໄມ້ແຄນຫິນ ແມ່ນຄ້າຍຄືກັນກັບຂອງ ໄມ້ແຄນຢອງ, ແຕ່ວ່າມີຈໍານວນຫນ້ອຍກ່ວາເສັ້້ນກ່າງຂັ້ນສອງ. ໄມ້ແມ່ນບໍ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທ້ອງຖິ່ນໃນບາງເຂດພື້ນທີ່ເພາະວ່າມັນມັກຈະເຕີບໃຫຍ່ຢູ່ຂ້າງທາງໄປສູ່ສາຍພູບ່ອນທີ່ບໍ່ມີການເຄື່ອນຍ້າຍສະດວກ.
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
https://www.dnp.go.th/botany/PDF/publications/saranukrom.pdf (ສາລະນຸກົມພືດ ໃນປະເທດໄທ).
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest
Science, National Univeristy of Laos.
Forest Research Institute Malasia, (2019). Equivalent Timber Name in Asian.
https://www.doa.go.th/pvp/wp-content/uploads/2020/04/woods-identification.pdf
https://padme.rbge.org.uk/laos/list/Dipterocarpaceae
http://tropical.theferns.info/viewtropical.php?id=Hopea+ferrea
http://biodiversity.forest.go.th/index.php?option=com_dofplant&id=141&view=showone&Itemid=59
https://www.google.com/search?biw=1025&bih=497&sxsrf=ALeKk02UM2Z6m1BhAuxh9tyF3evJcIxQxQ:1624853031936&source=univ&tbm=isch&q=Hopea+ferrea+Laness.(wood+anatomy)&client=firefoxbd&sa=X&ved=2ahUKEwj0_Z6eubnxAhXQILcAHdpKC3EQjJkEegQIBxAC#imgrc=MinPiKr7BnNQKM
ແຄນຊີິຈິງ
- ລະຫັດ: LT0463
- ຊື່ລາວ: ແຄນຊີິຈິງ
- ຊື່ວິທະຍາສາດ: Hopea chinensis (Merr.) Hand.-Mazz
- ຕະກຸນ: DIPTEROCARPACEAE
- ຊື່ການຄ້າ (Trade names): KHEAN XI CHING (LA)
Common names: - ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຕົ້ນ ສູງ 45 ມ, ເປືອກສີນໍ້າຕານແກມສີຂີ້ເຖົ່າ, ຮອດແຕກເປັນເກັດເວລາແກ່ລອກອອກມີຮອຍກາບເປືອກວົງແຫວນຢູ່ລຳຕົ້ນ. ກິ່ງງ່າ ກ້ຽງບໍ່ມີຂົນເວລາແຫ້ງມີສີນໍ້າຕານ. ໃບ: ໃບດ່ຽວ ຮຽງສະລັບ, ໃບຮູບຮີຂອບຂະໜານ-ຮູບຫອກ, ໜ້າໃບຂຽວເຂັ້ມ, ຫຼັງໃບຂຽວຈາງ, ກົກໃບມົນ, ບ້ຽວເລັກນ້ອຍ, ປາຍໃບແຫຼມຍາວ, ໃບ່ອອນເປັນສີມົ່ວໆຢູ່ດ້ານຫຼັງ, ບໍ່ມີຂົນທັງສອງດ້ານ, ກ້ານໃບບໍ່ມີຂົນ. ດອກ: ຈັດເປັນພວງສັບສົນຢູ່ຕາມງ່າມໃບ, ພວງດອກບໍ່ມີຂົນ, ດອກມີກ້ານ. ພວງກາບບໍ່ມີຂົນເຊັ່ນກັນ; ກີບດອກຂ້າງໃນບໍ່ມີຂົນ ແຕ່ຂ້າງນອກຫຸ້ມຫໍດ້ວຍຂົນ ເກສອນຈໍານວນ 15 ອັນ, ກ້ານເກສອນຕິດກັບກີບດອກຢູ່ສ່ວນລຸ່ມ,ປາຍກ້ານເກສອນຍາວກວ່າຮວຍເມັດລະອອງ. ເຕົ້າໄຂ່ ແລະ ແອວເຕົ້າໄຂ່ຮູບໄຂ່ຫາທໍ່ກົມ, ມີກິ່ວລະຫວ່າງກາງຈະແຈ້ງ, ຂົນແຈກຢາຍຫ່າງໆ; ຄໍເຕົ້າໄຂ່ສັ້ນ. ການອອກດອກ: ເດືອນສິງຫາ-ເດືອນຕຸລາ. ໝາກ: ຮູບໄຂ່, ພວງກາບຂະຫຍາຍເປັນປີກໝາກ, ຮູບຂອບຂະຫນານ-ຮູບສ້ວຍກ້ານບ່ວງ. ການອອກໝາກ: ເດືອນກຸມພາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ແຄນຊີ ມີສີຂີ້ໝ້ຽງ, ສ້ຽນສົນເລັກນ້ອຍ ເນື້ອໄມ້ລະອຽດ ແລະ ແຂງຫຼາຍ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ມີ ແບບ ຄູ່ແຝດ 2-3 ຈຸລັງ (Multiple pore), ການຮຽງຕົວບໍ່ເດັ່ນຊັດ, ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດໃຫຍ່ສາມາດເຫັນດ້ວຍຕາເປົ່າ ມີສານສະກັດ ແບບ tylose ຈຳນວນຫຼາຍ, ເສັ້ນ (Ray) ເຫັນຊັດເຈນ ຍາວຕິດຕໍ່ກັນ, ພາເຣງຄິມາ (Parenchyma) ແບບ Fine line parenchyma ເປັນເສັ້ນຖີ່ໆ.
- ການນໍາໃຊ້: ໄມ້ເນື້ອແຂງ, ທົນທານຕໍ່ກັບປວກ ແລະ ທົນທານຕໍ່ກັບແມງໄມ້. ນໍາໃຊ້ໃນການເຮັດເສົາເຮືອນ, ການກໍ່ສ້າງ, ການເຮັດເຮືອ, ເຟີນິເຈີ, ແລະ ການກໍ່ສ້າງຂົວ.
- ແຫຼ່ງທີ່ຢູ່ອາໃສ: ໃນປ່າຂຽວຕະຫລອດປີ ບ່ອນສູງກວ່າລະດັບນໍ້າທະເລ 700-1000 ມ.
- ການກະຈາຍພັນ: ຢູ່ພາກໃຕ້ ຂອງປະທດຈີນ, ຢູ່ພາກເໜືືອຫວຽດ ແລະ ສໍາລັບ ສປປ ລາວ ຢູ່ ຫຼວງພະບາງ, ຊຽງຂວາງ, ວຽງຈັັນ, ບໍລິຄໍາໄຊ ແລະ ຄໍາມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ (ຍັງບໍ່ທັນໄດ້ຈັດປະເພດ) ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ CR ຂອງ Red list of IUCN.
- ໝາຍເຫດ: ໃບຂຽວເຂັ້ມເຫຼື້ອມ, ກົກບ້ຽວເລັກນ້ອຍ, ໝາກມີປີກບິດກັນ
- ເອກະສານອ້າງອີງ
ພືດຕຕະກຸນໄມ້ຍາງຂອງລາວ, ສາດສະດາຈານ ບົວໄຂຄອນ ສະແຫວງສຶກສາ, ສາດສະດາຈານ ຊູນ ວີດານ, 1997.
Forest Research Institute Malasia, (2019). Equivalent Timber Name in Asian.
http://tropical.theferns.info/viewtropical.php?id=Hopea+chinensis
ຊໍ້ໃບໄຂ່
- ລະຫັດ: LT0448
- ຊື່ລາວ: ຊໍ້ໃບໄຂ່
- ຊື່ວິທະຍາສາດ: Gmelina racemosa (Lour.) Merr.
- ຕະກຸນ: LAMIACEAE
- ຊື່ການຄ້າ (Trade names) : XOR BAI KHAI (LA)
Common names:
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ເປັນໄມ້ຕົ້ນສູງ ມີຄວາມສູງ 5 ມ. ເປືອກແຕກເປັນຮອງຕື້ນໆ, ເປືອກມີສີເທົ່າເຂັ້ມ, ເປືອກດ້ານໃນເປັນສີເທົ່າປົນນໍ້າຕານ, ກິ່ງ-ງ່າອ່ອນມີ 4 ລ່ຽມ, ມີຂົນປົກຫຸ້ມສີຂີ້ເຖົ່າປົນນໍ້າຕານອ່ອນ. ໃບ: ໃບດ່ຽວອອກລຽງກົງກັນຂ້າມກັນ, ໃບເປັນຮູບໄຂ່ກວ້າງ, ປາຍແຫຼມ ຫຼື ແຫຼມຍາວ, ກົກໃບສ້ວຍແຫຼມຫຼືມົນ, ຂອບໃບລຽບ. ໃບອ່ອນມີສີແດງ ຫຼື ສີຂຽວອ່ອນ, ກ້ຽງ. ໃບແກ່: ໜ້າໃບຂຽວເຂັ້ມ,ກ້ຽງເຫຼື້ອມ, ຫຼັງໃບມີສີຂີ້ເຖົ່າປົນສີຂຽວ, ກ້ານໃບຮຽວສີຂຽວ, ມີຕ່ອມ 1 ຄູ່ ຢູ່ທາງໜ້າໃບສີຂຽວ. ດອກ: ດອກເປັນຊໍ່ແບບແຍກຂະແໜງ, ອອກທີ່ປາຍກິ່ງ, ໃບຊ້ອນດອກຮູບແຖບລົ່ນໄວ, ກີບລ້ຽງສີຂຽວອ່ອນ ປາຍຕັດເປັນແຊັກຕື້ນໆ, ດອກຄ້າຍຮູບປາກເປີດ ມີຂົນສັ້ນນຸ້ມ, ດ້ານນອກມີສີຂາວອົມມ່ວງ, ດ້ານໃນສີມ່ວງຈາງ, ປາຍກີບສີເຫຼືອງເຂັ້ມ ປາຍແຍກເປັນ 5 ກີບ ຂະໜາດເທົ່າໆ ກັນ, ປາຍກີບກົມ, ເກສອນຜູ້ຍື່ນພົ້ນປາກຫຼອດກີບລ້ຽງເລັກນ້ອຍ, ຮັ່ງໄຂ່ ຮູບໄຂ່ມີຂົນສັ້ນນຸ້ມ. ໝາກ: ໝາກມີເນື້ອເປັນຮູບໄຂ່, ສີຂຽວອ່ອນ, ໝາກສຸກສີເຫຼືອງ, ມີເມັດດຽວແຂງ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ລັກສະນະເນື້ອໄມ້ຊໍ້ ມີສີຂີ້ເທົ່າປົນເຫຼືອງອ່ອນອອກຂາວ, ສ້ຽນສົນເລັກໜ້ອຍ, ເນື່ີອໄມ້ລະອຽດ. ລັກສະນະໂຄງສ້າງເນື້ອໄມ້ໃນດ້ານໜ້າຕັດຂວາງ ຈຸລັງ Vessels ມີຂະໜາດໃຫຍ່ເຊີ່ງບໍ່ສາມາເຫັນໄດ້ດ້ວຍຕາເປົ່າ, ກະຈາຍແບບ Diffuse porous wood (ບໍ່ເຫັນວົງປີ), ການຮຽງຕົວແບບຂອງຈຸລັງ Vessels ເປັນແບບດ່ຽວ (Solitary) ແລະ ແບບແຝດ (Multiple), ຢູ່ພາຍໃນຈຸລັງ Vessels ມີສານສະກັດ Tylose ບັນຈຸຢູ່ Vessels ໃນບາງຈຸລັງ. ຈຸລັງ Parenchyma ທີ່ມີໃນໄມ້ຊໍ້ ເປັນແບບຕິດພັນກັບ Vessel ໃນຮູບແບບອ້ອມຮອບກັບ Vessel (Vasicentric) ແລະ ແບບປີກ (Aliform) ຈຸລັງ Ray ສາມາດເຫັນຊັດເຈນໃນ ກ້ອງ Macroscope LED Light (ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ).
- ການນໍາໃຊ້: ເປັນໄມ້ເນື້ື້ອດີແຂງ ແລະ ທົນທານ, ເພິ່ນນໍາໃຊ້ເຮັດເຮືອ, ເຮືອນ, ສ້າງຂົວ ແລະ ເຮັດເຄື່ອງມື.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າດົງດິບແລ້ງ, ພື້ນທີ່ເປີດເປັນປ່າປະສົມ, ປ່າດົງດິບ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ ຈີນ , ໄທ, ເຂດອາຊີຕາເວັນອອກ, ແລະ ຫວຽດນາມ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຄໍາມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດບໍຢູ່ໃນບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ VU ຂອງ Red list of IUCN.
- ໝາຍເຫດ: ຈະສັງເກດໄດ້ງ່າຍ, ໃບເປັນຮູບໄຂ່ກວ້າງ, ປາຍແຫຼມ ຫຼື ແຫຼມຍາວ. ກິ່ງງ່າອ່ອນມີ 4 ລ່ຽມ, ມີຂົນປົກຫຸ້ມສີຂີ້ເຖົ່າປົນນໍ້າຕານອ່ອນ, ກ້ານໃບຮຽວສີຂຽວ, ມີຕ່ອມ 1 ຄູ່ ຢູ່ທາງໜ້າໃບສີຂຽວ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
http://www.dnp.go.th/botany/PDF/publications/saranukrom.pdf
http://www.plantsoftheworldonline.org/taxon/urn:lsid:ipni.org:names:862966-1
https://www.dnp.go.th/botany/plantdetail.aspx?monthno=200407&smonthname=July&slanguage=thai
http://tropical.theferns.info/viewtropical.php?id=Gmelina+racemosa
ຊໍ້ໃບມົນ
- ລະຫັດ: LT0446
- ຊື່ລາວ: ຊໍ້ໃບມົນ
- ຊື່ວິທະຍາສາດ: Gmelina arborea Roxb. ex Sm.
- ຕະກຸນ: LAMIACEAE
- ຊື່ການຄ້າ (Trade names): BEECHWOOD (TH), GMELINA (PH), YEMANE (MM,PH), XOR BAI MON (LA)
Common names: Gamari
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຢືນຕົ້ນຜັດປ່ຽນໃບສູງເຖິງ 25 ແມັດ, ມີເຮືອນຍອດບໍ່ສະໝໍ່າສະເໝີ. ເປືອກ ສີນໍ້າຕານຫາສີຂີ້ເຖົ່າ, ລຽບ ຫຼື ມີຮອຍແຕກເລັກນ້ອຍ. ເປືອກໃນສີຂາວເຫຼືອງ. ກິ່ງ-ງ່າ ອ່ອນມີ 4 ລ່ຽມ, ມີຂົນປົກຫຸ້ມສີເຫຼືອງກາຍເປັນສີເຫຼືອງອົມສີນໍ້າຕານ. ໃບ: ໃບດ່ຽວ, ຮຽງກົງກັນຂ້າມ, ຮູບໄຂ່ກວ້າງຫາຮູບຫົວໃຈ, ປາຍແຫຼມຫາປາຍແຫຼມສັ້ນ ແລະ ບໍ່ສະໝໍ່າສະເໝີ ຫຼື ຖານຮູບຫົວໃຈເລັກນ້ອຍ, ຂອບໃບລຽບ, ມີຕ່ອມ 2–6 ຢູ່ທາງໜ້າໃບ. ດອກ: ຊໍ່ດອກກະຈຸກຍ່ອຍມີ 1-3 ດອກ. ກາບດອກເປັນຮູບຈອກ, ມີຂົນ. ກີບໃນຮູບກົມມີ 5 ແສກບໍ່ເທົ່າກັນ, ແສກກາງຢູ່ດ້ານລຸ່ມໃຫຍ່ກວ່າອັນອື່ນ. ເກສອນຜູ້ 4 ອັນ. ການອອກດອກ: ເດືອນເມສາ-ເດືອນມິຖຸນາ. ໝາກ: ມີເນື້ອເປັນຮູບມົນກົມຫຼືຮູບໄຂ່, ກ້ຽງ ແລະ ເຫຼື້ອມເປັນເງົາ, ມີກາບດອກຕິດຢູ່, ເມື່ອສຸກແລ້ວສີເຫຼືອງ, ສາມາດກິນໄດ້. ແກ່ນມີ 1-2 ເມັດ. ການອອກໝາກ: ເດືອນຕຸລາ-ເດືອນທັນວາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ມອກໄມ້ ແລະ ແກນໄມ້ມີຄວາມແຕກຕ່າງກັນເລັກນ້ອຍ. ມອກໄມ້ມີສີຂາວ, ສີນໍ້າຕານອ່ອນໆ ປົນເຫຼືອງ ແກນໄມ້ມີສີນໍ້າຕານປົນເຫຼືອງ ແລະ ມີສີເທົາປົນເຫລືອງ, ເນື້ອໄມ້ຂ້ອນຂ້າງລະອຽດ ແລະ ບໍ່ກ້ຽງດີ ບໍ່ສະໝໍ່າສະເໝີປານໃດ ເປັນໄມ້ສ້ຽນຫາສ້ຽນສົນເລັກນ້ອຍ. ຄຸນສົມບັດດ້ານແຮງກົ່ງ: 1172 kg/cm2, ຄວາມໜາ ແໜ້ນ: 800 kg/m3 ແລະ ຄວາມທົນທານຕາມທໍາມະຊາດ: 7 ປີ
ຈຸລັງ Vessels ມີຂະໜາດປານກາງ ມີຈໍານວນຫລາຍກະຈາຍແບບ Diffuse porous wood, ຮຽງຕົວແບບ Solitary ແລະ radial multiple of ພາຍໃນມີສານສະກັດແບບ Tylose ມີຢູ່ບາງຈໍານວນ. ຈຸລັງ Parenchyma ຮຽງຕົວແບບ Paratracheal scanty, Unilaterally, vasicentric ຫາ Aliform ແລະ ແບບ Apotracheal diffuse.
- ການນໍາໃຊ້: ເປັນໄມ້ເນື້ື້ອອ່ອນ ໄມ້ຊະນິດນີ້ຍັງຖືກໃຊ້ເປັນໄມ້ປະດັບໃນການຈັດສວນ. ເນື້ອໄມ້ແມ່ນເໝາະສົມ ການແກະສະຫຼັກ, ເຄື່ອງເຟີນີເຈີ. ນອກຈາກນັ້ນ, ຖືກນໍາໃຊ້ ສໍາລັບເຄື່ອງດົນຕີ, ໄມ້ຂີດໄຟ, ໄມ້ອັດ, ໃຊ້ເຮັດເຍື່ອເຈັ້ຍ, ໄມ້ສ່ວນຫຼາຍມັກໃຊ້ເຮັດຟືນ ແລະ ຖ່ານ. ໝາກ ແລະ ເປືອກມີຄຸນສົມບັດເປັນຢາແກ້ໄຂ້, ເປືອກໃຊ້ສໍາລັບຟອກໜັງ ແລະ ສີຍ້ອມຜ້າ.
- ແຫຼ່ງທີ່ຢູ່ອາໃສ: ພົບຢູ່ໃນປ່າປ່ຽນໃບປະສົມ, ປ່າໂຄກ, ໃນທີ່ຮາບພຽງແລະຢູ່ຕາມເນີນພູ, ໃນປ່າໄມ້ເຂດຮ້ອນ ແລະ ປ່າດົງດິບຂັ້ນສອງ.
- ການກະຈາຍພັນ: ແມ່ນຊະນິດທີ່ພົບເຫັນຢູ່ປະເທດ ປາກີດສະຖານ, ສີລັງກາ, ອິນເດຍ, ມຽນມາ, ມາເລເຊຍ, ຈີນ, ຫວຽດນາມ, ແລະ ປູກຢູ່ຫຼາຍປະເທດໃນອາຊີ, ອາຟຣິກາ, ບຣາຊິນ. ສໍາລັບ ສປປ ລາວ ພົບເຫັນຢູ່: ແຂວງ ຫຼວງພະບາງ, ໄຊຍະບູລີ, ແລະ ແຂວງ ອັດຕະປື.
- ສະພາບການອະນຸລັກ: ເປັນໄມ້ປະເພດ II ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ ? ຂອງ Red list of IUCN.
- ໝາຍເຫດ: ຈະຈໍາແນກໄດ້ງ່າຍໄມ້ຊໍ່ໃບມົນ, ມີຕ່ອມ 1 ຄູ່ຢູ່ທາງເທິງກ້ານໃບທີ່ໂຄນໃບ, ກິ່ງງ່າອ່ອນມີ 4 ລ່ຽມ ປາຍແຫຼມຫາປາຍແຫຼມສັ້ນ ແລະ ບໍ່ສະໝໍ່າສະເໝີຫຼືຖານຮູບຫົວໃຈເລັກນ້ອຍ, ມີການປູກຢ່າງກວ້າງຂວາງຢູ່ໃນບາງປະເທດ ແຕ່ບໍ່ຄ່ອຍມີຢູ່ໃນລາວ.
- ເອກະສານອ້າງອີງ
Forest Research Institute Malasia, (2019). Equivalent Timber Name in Asian.
Chika Kameda, Viengsamone Thammavong, Souphachay Phouphasouk, (2019). A Field
Guide to Forest Trees and Plants for Forestry of Central Laos. Faculty of Forest Science, National University of Laos.
http://www.dnp.go.th/botany/PDF/publications/saranukrom.pdf
https://padme.rbge.org.uk/laos/list/Labiatae
https://www.prota4u.org/database/protav8.asp?g=pe&p=Gmelina+arborea+Roxb.+ex+Sm
http://powo.science.kew.org/taxon/urn:lsid:ipni.org:names:77159191-1
https://www.researchgate.net/publication/233639651_Trees_of_Laos_and_Vietnam_A_Field_Guide_to_100_Economically_or_Ecologically_Important_Species
https://www.doa.go.th/pvp/wp-content/uploads/2020/04/woods-identification.pdf
ຮິ້ງຊໍາ
- ລະຫັດ: LT0445
- ຊື່ລາວ: ໄມ້ຮິ້ງຊໍາ, ຮິ້ງທາມ
- ຊື່ວິທະຍາສາດ: Glyptostrobus pensilis (Staunton ex D.Don) K.Koch
- ຕະກຸນ: CUPRESSACEAE
- ຊື່ການຄ້າ: HING SAM (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ຮິ້ງຊໍາ ເປັນໄມ້ຢືນຕົ້ນ, ສູງເຖິງ 25 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ, ສຳລັບຕົ້ນແກ່ງ່າ ຊີ້ໄປທຸກທິດ, . ເປືອກ ເປືອກນອກບາງ, ຕົກລົ່ນອອກເປັນ ແຊກໆບໍ່ສະໝ່ຳສະເໝີ, ສີນ້ຳຕານ ຫຼື ສີອອກແດງ; ເປືອກໃນ ມີສີບົວອົມສີແດງ. ໃບ ມີ 2 ປະເພດ ຈັບສະຫຼັບ ຫຼື ກ້ຽວວຽນ. ໃບ ຄ້າຍເກັດ ຈັບຕາມກິ່ງງ່ານ້ອຍ ແລະ ຕາມແໜງທີ່ມີໂຄນດອກ, ບໍ່ມີຈຸດເຊ່ືອມຕໍ່ກັບແຜ່ນໃບ ແລະ ເຫຼື່ອນເຕັງກັນ, ມີສັນເຫັນຈະແຈ້ງຢູ່ຕາມດ້ານຫຼັງຂອງໃບ, ມີປ່ອງອາກາດຈັດເປັນ ແຖວໆຢູ່ທັງສອງຂ້າງ. ໃບຄ້າຍຄືເຂັມ ຈັບຢູ່ຕາມຍອດໃໝ່ສັ້ນໆ ຊຶ່ງມີໃບປ່ຽນຕາມລະດູການ, ການຈັບແມ່ນແບບກ້ຽວວຽນ, ມີຮູບແຂບ ແລະ ບໍ່ມີຈຸດເຊ່ືອມຕໍ່ກັບແຜ່ນໃບ ຫຼື ເປັນຮູບກ່ຽວ ແລະ ປິ່ນອອກໄປຕາມທຸກທິດ. ໂຄນດອກ ດອກມີເພດແຍກ ພາຍໃນຕົ້ນດຽວ; ໂຄນດອກເພດແມ່ອອກດ່ຽວ, ຈັບຢູ່ປາຍ ຂອງງ່ານ້ອຍສັ້ນໆ; ໂຄນດອກເພດຜູ້ ອອກດ່ຽວ ແລະ ຈັບຢູ່ປາຍ, ຍາວ 3 ຫາ 5 ມມ. ໂຄນໝາກ ເປັນຮູບໝາກຂ່າງ ຫາ ຮູບໄຂ່ປີ້ນ, ມີເກັດໆ 20 ຫາ 25 ເກັດ , ຢູ່ຕາມແຄມຂອງເກັດເທິງ ແບ່ງເປັນແຊກໆຄ້າຍແຂ້ວ, ໂຄນໝາກແກ່ສີນ້ຳຕານ. ແກ່ນ ເປັນຮູບຂອບຂະໜານ, ແປ, 5 ຫາ 7 ມມ, ມີປີກດຽວ ບາງໆ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ຮິ້ງຊໍາ ມີສີນໍ້າຕານເຂັ້ມ, ສ້ຽນຊື່, ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore), ມີທໍ່ນໍ້າຢາງ (ນໍ້າມັນ) ເປັນຈຸດຂາວໆກະຈາຍຢູ່ທົ່ວໜ້າຕັດເຂດເນື້ອໄມ້ທ້າຍລະດູ, ມີແຖບສີນໍ້າຕານເຂັ້ມໆຂ້ອນຂ້າງແຄບ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ ເຫັນໄດ້ຊັດເຈນ, ເສັ້ນ (Ray) ມີໜ້ອຍເຫັນບໍ່ຊັດເຈນ ແລະ ບໍ່ສາມາດເຫັນ ພາເຣງຄິມາ.
- ການນໍາໃຊ້: ການນຳໃຊ້: ຢູ່ປະເທດຈີນ ສຳລັບຕົ້ນທີ່ລົ້ມແບບທຳມະຊາດ ມີການນຳໃຊ້ເຮັດເຮືອ ແລະ ເຮັດຂົວເພາະເປັນໄມ້ທົນທານຕໍ່ນ້ຳ. ນອກນັ້ນ ຍັງມີການປູກຢູ່ຕາມແຄມຮ່ອງນ້ຳ ເພ່ືອຮັກສາຄວາມສົມດູນໃນບ່ອນນັ້ນ, ມີສ່ວນໃນຄວາມເຊ່ືອຖືດ້ານເຟັງຊຸ້ຍ ເມ່ືອປູກແລ້ວຈະນຳໂຊກມາໃຫ້. ຢູ່ຫວຽດນາມ ມີການໃຊ້ປຸກສ້າງໃນທ້ອງຖິ່ນ ແລະ ນຳໃຊ້ໃນວຽກງານຫັດຖະກຳ. ສຳລັບຢູ່ລາວ ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ
- ແຫຼ່ງທີ່ຢູ່ອາໃສ: ໄມ້ຮິ້ງຊໍາ ເກີດຢູ່ບ່ອນຕ່ຳ ໃນເຂດຊຸ່ມ, ໃກ້ສາຍນ້ຳ; ຢູ່ຫວຽດນາມ ແລະ ລາວ ພົບຢູ່ລະດັບ 500 ເຖິງ 700 ມ; ຢູ່ຈີນ ພົບຢູ່ໃກ້ໆລະດັບນ້ຳທະເລ.
- ການກະຈາຍພັນ: ປະເທດຈີນ, ພາກຕາວັນອອກສ່ຽງໃຕ້(ມີການປູກເປັນຕົ້ນຕໍ ), ຢູ່ຫວຽດນາມ (ພົບຢູ່ສອງຈຸດ) ແລະ ຢູ່ລາວ (ແຂວງຄຳມ່ວນ ).
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ CR ຂອງ Red list of IUCN.
- ໝາຍເຫດ: ມັກມີຮາກພຶງ ແລະ ຮາກປອດ. ໃບມີສອງຮູບຊົງ, ຢູ່ນຳຕົ້ນອ່ອນ ແລະ ງ່າທີ່ຜັດປ່ຽນໃບ ໃບຄ້າຍຮູບເຂັມ, ຢູ່ໃນຕົ້ນ ຫຼື ງ່າແກ່ໃບຄ້າຍເກັດ. ມີເພດແຍກ ແຕ່ຢູ່ພາຍໃນຕົ້ນດຽວ, ໂຄນໝາກມີຂະໜາດນ້ອຍ. ແກ່ນ ມີປີກບາງໆ
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
https://www.google.com/search?q=glyptostrobus+pensilis
https://www.phakhaolao.la/kb/0000201?t%5B0%5D=54&t%5B1%5D=69&page=24
https://en.wikipedia.org/wiki/Glyptostrobus_pensilis
http://www.biotik.org/laos/species/g/glype/glype_en.html
https://www.iucnredlist.org/search?query=Glyptostrobus%20pensilis
ໂລ່ງເລ່ງ
- ລະຫັດ: LT0422
- ຊື່ລາວ: ໂລ່ງເລ່ງ
- ຊື່ວິທະຍາສາດ: Fokienia hodginsii (Dunn) A.Henry & H.H.Thomas
- ຕະກຸນ: CUPRESSACEAE
- ຊື່ການຄ້າ: LONG LENG (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ໂລ່ງເລ່ງ ເປັນໄມ້ຢືນຕົ້ນ, ສູງເຖິງ 35 ມ. ລຳຕົ້ນ ຊື່, ເຮືອນຍອດຮູບຈວຍ. ເປືອກ ເປືອກນອກສີນໍ້າຕານອົມເຖົ່າ, ເວລາອ່ອນເປືອກລອກໄດ້, ຕົ້ນແກ່ແຕກເປັນຮອຍຕາມທາງຍາວ, ມີກິ່ນຫອມ. ໃບ ມີສອງຮູບຮ່າງ, ຄ້າຍເປັນເກັດ, ຈັດລຽງແບບແຕກກີ່ງງ່າຂົນນົກສາມຂັ້ນຮາບພຽງ, ໃບຕົ້ນແກ່ເກີດເປັນ 4 ວົງໃນລະດັບດຽວກັນ, ຂ້ອນຂ້າງແຫຼມ, ໃບດ້ານຂ້າງຮູບໄຂ່, ປະກອບດ້ວຍປ່ອງອາກາດສີຂາວໃນດ້ານຫຼັງໃບ, ໃບດ້ານໜ້າແຄບ ຮູບໄຂ່ກັບ, ປາຍເປັນຮູບສາມຫຼ່ຽມ, ທາງເທີງເປັນຮ່ອງ, ປ້ອງຈະຍາວໃນກິ່ງແກ່, ໃບຈະຈັດລະດັບແຕກຕ່າງກັນເປັນຄູ່ກົງກັນຂ້າມດ້ານຂ້າງ, ໃບຂອງຕົ້ນອ່ອນຈະໃຫຍ່ ປະກອບດ້ວຍຈຸດລັກສະນະຄ້າຍຄືໜາມ. ໂຄນເພດຜູ້ ສີເຫຼືອງອ່ອນ ແກມຂຽວ, ຮູບໄຂ່ ຫາ ຮູບທໍ່ກົມ, ອອກດ່ຽວດ້ານຂ້າງ, ກ້ານດອກຍາວ 5-20 ມມ, ໂຄນດອກຍາວ 7-12 ມມ, ປະກອບດວ້ຍເກັດ 3-5 ຄູ່. ມີເກສອນຜູູ້ບມົນກົມ 14-16 ອັນ, ແຕ່ລະອັນປະກອບມີຖົງລະອອງ 3-4 ອັນ. ໂຄນເພດແມ່ ເວລາແກ່່ສີນໍ້າຕານ, ຮູບມົນກົມ ຫຼື ເກືອບມົນກົມ, , ກ້ານສັ້ນປະກອບດ້ວຍເກັດ 6-8 ຄູ່, ແຕ່ລະຄູ່ມີໜາມຫຼືຕິ່ງສັ້ນໆຢູ່ໃຈກາງ. ແກ່ນ ແຕ່ລະເກັດສົມບູນມີແກ່ນ 2 ແກ່ນ, ຍາວປະມານ 4 ມມ, ເປັນຫຼ່ຽມ, ເປັນຈຸດ, ປະກອບດ້ວຍຕ່ອມຢາງ 2 ຕ່ອມໃຫຍ່ຢູ່ຜີວດ້ານເທິງ ແລະ ລຸ່ມ, ມີປີກຂ້າງຂະໜາດບໍ່ເທົ່າກັນ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ໂລ່ງເລ່ງ ມີສີນໍ້າຕານອ່ອນປົນເຫຼືອງ ສ້ຽນຊື່ ເນື້ອໄມ້ລະອຽດ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15 ເທົ່າ ເປັນປະເພດໄມ້ໃບເຂັມ (Softwood) ບໍ່ມີພໍຣ໌ (Pore) ມີແຖບສີນໍ້າຕານ ຊຶ່ງເປັນກຸ່ມຂອງຈຸລັງ Trachieds ໃນເຂດເນື້ອໄມ້ທ້າຍລະດູ ຮຽງຕົວຂວາງເສັ້ນເຣ ຄ້າຍຄືວົງປີ, ເສັ້ນ (Ray) ເຫັນຊັດເຈນ ແຕ່ບໍ່ທອດຍາວຕິດຕໍ່ກັນ, ມີສານ Deposit ແຊກຢູ່ໃນເສັ້ນເຣ ແລະ ບໍ່ສາມາດເຫັນ ພາເຣງຄິມາ.
- ການນໍາໃຊ້: ເນື້ອໄມ້ ເບົາ, ງາມ ແລະ ມີກິ່ນຫອມ, ຊື່, ເຮັດເຄື່ອງຕົບແຕ່ງພາຍໃນ, ຫັດຖະກຳ, ກໍ່ສ້າງເຮືອນ, ຖ່ານ, ສະໜອງນໍ້າມັນຫອມທີ່ມີຄຸນຄ່າສູງ, ຜະລິດເປັນເຄື່ອງສໍາອາງ.
- ແຫຼ່ງທີ່ຢູ່ອາໃສ: ໄມ້ໂລ່ງເລ່ງ ເປັນໄມ້ມັກຮົ່ມ, ປັບຕົວຕໍ່ສະພາບອາກາດໄດ້ດີຫາປານກາງ, ປະລິມານນໍ້າຝົນສູງ, ເກີດຂື້ນຕາມທໍາມະຊາດທີ່ມີດິນຂ້ອນຂ້າງຊຸ່ມໃນພື້ນທີ່ສູງ, ຄ້ອຍຊັນ ຫຼືພຽງ. ທີ່ພົບເຫັນໃນປ່າດົງດິບເຂດສູງ, ຄວາມສູງຈາກລະດັບໜ້ານໍ້າທະເລ ເຖິງ 900-1500 ມ. ບາງຄັ້ງພົບເຫັນ ໃນລະດັບຮອດ 2500 ມ.
- ການກະຈາຍພັນ: ຈີນ, ຫວຽດນາມ, ກຳຢູເຈຍ, ສໍາລັບ ສປປ ລາວ ພົບເຫັນຢູ່ແຂວງຫົວພັນ, ຊຽງຂວາງ, ບໍລິຄຳໄຊ ແລະ ຄຳມ່ວນ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, ເປັນ VU ຂອງ Red list of IUCN.
- ໝາຍເຫດ: ໄມ້ໂລ່ງເລ່ງ ສາມາດຈໍາແນກໄດ້ງ່າຍ ໂດຍສັງເກດໃບມີສອງຮູບຮ່າງ, ເປັນເກັດຄ້າຍຄືຕີນກັບແກ້, ຈັດລຽງແບບແຕກກີ່ງງ່າຂົນນົກສາມຂັ້ນຮາບພຽງ, ເນື້ອໄມ້ກິ່ນຫອມຫຼາຍ.
- ເອກະສານອ້າງອີງ
ກະຊວງກະສິກຳ ແລະ ປ່າໄມ້, 2021. ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ສະບັບເລກ 0448/ກປ,
ລົງວັນທີ 6 ເມສາ 2021.
https://fdocuments.in/reader/full/conifers-of-vietnam
Hoang Van Sam, Khamseng Nanthavong, Keßler, P.J.A., (2004). Trees of Laos and Vietnam.
BLUMEA 49: 201–349
https://www.google.com/search?q=Fokienia+hodginsii
https://padme.rbge.org.uk/laos/list/Cupressaceae
https://www.iucnredlist.org/search?query=Fokienia%20hodginsii
ມັນປາ
- ລະຫັດ: LT0388
- ຊື່ລາວ: ມັນປາ
- ຊື່ວິທະຍາສາດ: Fagraea fragrans (Roxb.) DC.
- ຕະກຸນ: GENTIANACEAE
- ຊື່ການຄ້າ: MAN PA (LA)
- ພັນລະນາລັກສະນະພືດສາດ (botanical description: morphology ແລະ anatomy)
- ລັກສະນະໂຄງສ້າງພາຍນອກ
ໄມ້ມັນປາເປັນໄມ້ຢືນຕົ້ນສູງເຖິງ 30 ມ, ລຳຕົ້ນເປືອກນອກສີນໍ້າຕານ, ຕົ້ນແກ່ແຕກເປັນຮ່ອງເລິກ, ເປືອກໃນເນື້ອສີເຫຼືອງອ່ອນປົນສີຂາວ, ກິ່ງສີເທົາປົນສີນໍ້າຕານ. ໃບດ່ຽວ, ຈັບແບບກົງກັນຂ້າມ, ແຜນໃບຮູບຮີ, ຮູບຂອບຂະໜານ ຫາ ຮູບໄຂ່ ຫຼື ຮູບໄຂ່ປິ້ນ, ປາຍໃບແຫຼມ, ຮຽວແຫຼມ ຫຼື ຄ້າຍຫ່າງ, ກົກໃບແຫຼມ ຫຼື ສອບຮຽວ, ຂອບໃບລຽບ, ແຜນໃບບາງຄ້າຍໜັງ ແລະ ຫຍໍ່ຍັບ, ເສັ້ນກາງໃບນູ້ນຂື້ນດ້ານເທິງ ຊັດເຈນຢູ່ດ້ານລຸ່ມ, ມີຫູໃບຢູ່ງ່າມໃບ. ຊໍ່ອກດອກແບບກະຈຸກ, ກ້ານຊໍ່ດອກຍາວ, ອອກຢູ່ງ່າມໃບ ມີ 3- ຫຼາຍດອກ. ກາບດອກຮູບກະດິງ, ປາຍແຍກເປັນ 5 ແສກ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດປາຍແຍກເປັນ 5 ແຊກ, ດອກເລີ່ມບານເປັນສີຂາວເມື່ອບານເຕັມທີ່ຈະເປັນສີເຫຼືອງອ່ອນ, ມີຂົນ, ມີກິ່ນຫອມ. ເກສອນຜູ້ມີ 5 ອັນຕິດກັບວົງກີບດອກ, ກ້ານເກສອນຍາວເໜືອວົງກີບດອກ. ເກສອນແມ່ ເຕົ້້າໄຂ່ຈັບເທິງ. ໝາກມົນກົມ ແລະ ກ້ຽງ, ໝາກມີຕິ່ງແຫຼມຢູ່ປາຍໝາກ, ໝາກອ່ອນສີຂຽວ ເວລາສຸກເປັນສີແດງເລືອດນົກ ຫຼື ສີດໍາ. ອອກດອກຊ່ວງເດືອນ ເດືອນ ເມສາ ຫາ ມິຖຸນາ. ອອກໝາກ ເດືອນ ເມສາ ຫາ ມິຖຸນາ.
- ລັກສະນະໂຄງສ້າງພາຍໃນເນື້ອໄມ້
ເນື້ອໄມ້ມັນປາມີສີເຫຼືອງອ່ອນ, ສ້ຽນສົນ ແລະ ເປັນຄື້ນເລັກໜ້ອຍ, ເນື້ອໄມ້ລະອຽດ, ຫຼັງຈາກຂັດລະອຽດມີຄວາມເຫຼື້ອມງາມ. ລັກສະນະທາງກາຍວິພາກທີ່ເຫັນໄດ້ດ້ວຍແວ່ນຂະຫຍາຍ (Handlens) ຂະໜາດ 10-15. ເທົ່າ ພໍຣ໌ (Pore) ເປັນ ພໍຣ໌ດ່ຽວ (Solitary pore) ແລະ ແບບຄູ່ແຝດ 2-5 ຈຸລັງ (Multiple pore) ແບບການຮຽງຕົວແບບບໍ່ເດັ່ນຊັດ , ການກະຈາຍເປັນແບບກະຈັດກະຈາຍ (Diffuse porous), ພໍຣ໌ມີຂະໜາດນ້ອຍໆ ບໍ່ສາມາດເຫັນດ້ວຍຕາເປົ່າ ພາຍໃນມີ Tylose ເກືອບທຸກພໍຣ໌, ເສັ້ນ (Ray) ເຫັນຂ້ອນຂ້າງຊັດເຈນເປັນເສັ້ນຖີ່ໆ, ພາເຣງຄິມາ (Parenchyma) ແບບ ເປັນແຖບ (Broad band parenchyma).
- ການນໍາໃຊ້: ມັນປາເປັນໄມ້ເນື້ອແຂງເນື້ອໄມ້ສວຍງາມ, ແຂງ, ໜັກ ແລະ ມີຄວາມທົນທານຕໍ່ປວກ, ສ່ວນຫຼາຍໃຊ້ເຮັດ ຄານ, ເສົາ, ວົງກົບ, ບານປະຕູ, ນໍາມາຄວດລາຍ ຫຼື ແກະສະຫຼັກເຄື່ອງໃຊ້ ແລະ ໃນວຽກງານກໍ່ສ້າງ ຕ່າງໆ. ແກ່ນມີລົດຊາດຝາດ ແລະ ຂົມ ເປັນຢາບໍາລຸງກໍາລັງ, ບໍາລຸງເລືອດ, ແກ້ອາການໄຂ້ສັນ. ນອກຈານີ້ຍັງນິຍົມມາປຸກເປັນໄມ້ປະດັບ.
- ແຫຼ່ງທີ່ຢູ່ອາໃສ: ມັນປາພົບເຫັນຫຼາຍຕາມປ່າດົງດິບ, ປ່າປະສົມ, ປ່າເປີດ ແລະ ຕາມແຄມນໍ້າ.
- ການກະຈາຍພັນ: ອິນເດຍ, ຈີນ, ມາເລເຊຍ, ມ້ຽນມ່າ, ໄທ, ຫວຽດນາມ ແລະ ລາວ.
- ສະພາບການອະນຸລັກ: ເປັນໄມ້ປະເພດ I ຂອງບັນຊີ ເລກທີ 0448 ຂອງກະຊວງກະສິກຳ ແລະ ປ່າໄມ້, IUCN Redlistໄດ້ຈັດຢູ່ໃນສະຖານະພາບ LC. ໄມ້ມັນປາຖືວ່າເປັນທີ່ນິຍົມນໍາມານໍາໃຊ້ເນື່ອງຈາກເປັນໄມ້ເນື້ອງແຂງທີ່ມາຄວາມທົນທານເຮັດໃຫ້ມີຄວາມຕ້ອງການຢ່າງຫຼວງຫຼາຍ, ປັດຈຸບັນສ່ວນຫຼາຍໄມ້ມັນປາແມ່ນນໍາມາຈາກປ່າ ແລະ ຍັງບໍ່ທັນມີຄວາມນິຍົມນໍາມາປູກອາດຈະເຮັດໃຫ້ຕົ້ນພໍ່ແມ່ພັນໃນທໍາມະຊາດຫຼຸດລົງ.
- ໝາຍເຫດ: ລຳຕົ້ນເປືອກນອກສີນໍ້າຕານ, ຕົ້ນແກ່ແຕກເປັນຮ່ອງເລິກ, ໄມ້ມັນປາຈັບແບບກົງກັນຂ້າມ, ແຜນໃບບາງຄ້າຍໜັງ ແລະ ຫຍໍ່ຍັບ, ດອກເລີ່ມບານເປັນສີຂາວເມື່ອບານເຕັມທີ່ຈະເປັນສີເຫຼືອງອ່ອນມີຂົນ, ດອກມີກິ່ນຫອມ, ເກສອນຜູ້ ແລະ ເກສອນແມ່ຈະຍາວເໜືອວົງກີບດອກ.
- ເອກະສານອ້າງອີງ
ຂໍ້ຕົກລົງວ່າດ້ວຍການກໍານົດບັນຊີໄມ້ I, II ແລະ III. ເລກທີ 0448, ລົງວັນທີ 6 ເມສາ 2021, ຂອງກະຊວງກະສິກໍາ ແລະ ປ່າໄມ້.
Griffin, O. and J. Parnell. (1997). Loganiaceae. In Flora of Thailand Vol. 6(3): 198–199.
Chika Kameda, Viengsamone Thammavong et al. 2019. A Field Guide To Forest Trees and
Plants For Forestry of Central Laos
https://www.dnp.go.th/botany/eflora/floraspecies.html?tdcode=01747
http://powo.science.kew.org/taxon/546043-1
https://toptropicals.com/pics/garden/m1/Podarki_15/Cyrtophyllum_fragrans_4_MKh.jpg






























































